ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ແບ່ງປັນຄວາມປາດຖະໜາຢາກເພີ່ມທະວີການແລກປ່ຽນ, ຮ່ຳຮຽນເອົາບົດຮຽນຂອງ ຈີນ ກ່ຽວກັບການຍູ້ແຮງການພັດທະນາເສດຖະກິດພາກເອກະຊົນ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ກ່າວຄຳເຫັນທີ່ການເຮັດວຽກກັບການນຳຢູ່ເຂດການຄ້າເສລີ ໜິງປົວ (ພາບ: TTXVN)
ຕອນເຊົ້າວັນທີ 18 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ຮັບການຕ້ອນຮັບທ່ານ ທາງໄຟຟານ, ເຈົ້າຄອງນະຄອນ ຈຽນແຈ໋ງ ແລະ ເຮັດວຽກຢູ່ເຂດການຄ້າເສລີ ໜິງປົວ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ແບ່ງປັນຄວາມປາດຖະໜາຢາກເພີ່ມທະວີການແລກປ່ຽນ, ຮ່ຳຮຽນເອົາບົດຮຽນຂອງ ຈີນ ກ່ຽວກັບການຍູ້ແຮງການພັດທະນາເສດຖະກິດພາກເອກະຊົນ, ພັດທະນາບັນດາເຂດອຸດສາຫະກຳເສລີ, ນະໂຍບາຍປະຕິຮູບ ແລະ ເປີດປະຕູຢ່າງບຸກທະລຸຂອງ ຈີນ ເວົ້າລວມ, ແຂວງ ຈຽນແຈ໋ງ ແລະ ນະຄອນ ໜິງປົວ ເວົ້າສະເພາະ.
ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດທົດລອງການຄ້າເສລີ (FTZ) ໜິງປົວ ຂຶ້ນກັບແຂວງ ຈຽນແຈ໋ງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ສະເໜີໃຫ້ການນຳເຂດ FTZ ໜິງປົວ ແບ່ງປັນບັນດານະໂຍບາຍ, ຮູບແບບ, ບົດຮຽນໃນການພັດທະນາບັນດາເຂດການຄ້າເສລີ, ໂດຍສະເພາະແມ່ນບັນດານະໂຍບາຍພວມທົດລອງຢູ່ເຂດ FTZ ໜິງປົວ, ກໍຄືບັນດານະໂຍບາຍພິເສດສະເພາະໜູນຊ່ວຍການພັດທະນາຂົງເຂດເສດຖະກິດພາກເອກະຊົນ.
(ແຫຼ່ງຄັດຈາກ VOV)