• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ​ດີ​ຈີ​ຕອນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​

ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ ແລະ ສະຖາບັນຄົ້ນຄວ້ານະໂຍບາຍ ແລະ ການພັດທະນາສື່ມວນຊົນ (IPS) ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວເລື່ອງ “ຕີລາຄາສະພາບການລວມປັນຍາປະດິດໃນຂົງເຂດສາທາລະນະຢູ່ ຫວຽດນາມ”.
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: nhandan.vn)

ເມື່ອປຶກສາຫາລືໃນການໂອ້ລົມສົນທະນາ, ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຂໍ້ມູນ ແລະ ພື້ນຖານໂຄງລ່າງໃນການໝູນໃຊ້ປັນຍາປະດິດ (AI) ຢ່າງມີປະສິດທິຜົນ. ທ່ານ ຫງວຽນກວາງດົ່ງ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ແລະ ພັດທະນາສື່ມວນຊົນ (IPS) ຢັ້ງຢືນວ່າ:

“ປັນຍາປະດິດເວົ້າລວມ ແລະ ການໝູນໃຊ້ເຕັກໂນໂລຢີດີຈີຕອນເວົ້າສະເພາະໃນຂົງເຂດສາທາລະນະຢູ່ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ເພື່ອໃຫ້ພວກເຮົາສືບຕໍ່ຄົ້ນຫາ ແລະ ໝູນໃຊ້. ພິເສດ ຢູ່ 3 ແງ່ມູມ: ທີໜຶ່ງແມ່ນບັນດາເຕັກໂນໂລຢີທີ່ສາມາດໜູນຊ່ວຍການນຳບັນດາອົງການສຳນັກງານແຫ່ງລັດ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນວຽກງານບໍລິຫານປະຈຳວັນ, ອອກຂໍ້ຕົກລົງ. ທີສອງແມ່ນໜູນຊ່ວຍລັດຖະກອນໂດຍກົງ ປະຕິບັດບັນດາວຽກງານປະຈຳວັນເພື່ອຫຼຸດຜ່ອນເວລາ ແລະ ຂັ້ນຕອນປະຕິບັດງານ. ທີສາມແມ່ນໜູນຊ່ວຍ, ຍົກສູງຄຸນນະພາບການບໍລິການສາທາລະນະຮັບໃຊ້ວິສາຫະກິດ, ຮັບໃຊ້ປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການພົວພັນ 2 ຝ່າຍ ຫວຽດນາມ - ລາຊະອານາຈັກ ອັງກິດ

ເພີ່ມທະວີການພົວພັນ 2 ຝ່າຍ ຫວຽດນາມ - ລາຊະອານາຈັກ ອັງກິດ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ສະເໜີໃຫ້ບັນດາວິສາຫະກິດ ອັງກິດ ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ.

Top