ທ່ານປາດຖະໜາວ່າ, ບັນດານັກລົງທຶນ ອາເມລິກາ ສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນເຂົ້າ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການເຮັດວຽກ (ພາບ: TTXVN)
ຕອນບ່າຍວັນທີ 18 ມີນາ, ຢູ່ ຮ່າໂນ້ຍ, ໃນການເຮັດວຽກກັບຄະນະສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USBA) ແລະ ວິສາຫະກິດໃຫຍ່ຂອງ ອາເມລິກາ ເກືອບ 60 ແຫ່ງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າໃຫ້ມີຄວາມດຸນດ່ຽງ, ປະສົມກົມກ່ຽວ, ຍືນຍົງ ກັບ ອາເມລິກາ. ທ່ານປາດຖະໜາວ່າ, ບັນດານັກລົງທຶນ ອາເມລິກາ ສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດສຳຄັນ, ຄື: ພະລັງງານ, ເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ, AI, ການບິນ, ການບິນອາວະກາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ…
ຕີລາຄາສູງຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ບັນດາວິສາຫະກິດ ອາເມລິກາ ປາດຖະໜາວ່າ ພ້ອມແລ້ວທີ່ຈະລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເຕັກໂນໂລຊີສູງ, ການບິນ… ບັນດາວິສາຫະກິດ ອາເມລິກາ ກໍ່ປາດຖະໜາວ່າ ຝ່າຍ ຫວຽດນາມ ມີນະໂຍບາຍໃຫ້ບຸລິມະສິດເພື່ອສົ່ງເສີມການລົງທຶນສຳລັບໂຄງການ, ຜະລິດຕະພັນລະອຽດຈຳນວນໜຶ່ງເຊິ່ງ ອາເມລິກາ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ, ໃຫ້ບຸລິມະສິດດຶງດູດການລົງທຶນ, ພັດທະນາ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Charles James Boyd Bowman, ຜູ້ອຳນວຍການໃຫຍ່ໂຄງການຂອງກຸ່ມບໍລິສັດ Trump Organization ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ຕີລາຄາສູງຝ່າຍວິສາຫະກິດເອົາໃຈໃສ່ລົງທຶນຢູ່ແຂວງ ຮືງອຽນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ບັນດາອົງການຝ່າຍ ຫວຽດນາມ ຈະພິຈາລະນາຢ່າງຮອບດ້ານ ເພື່ອຊຸກຍູ້ການຜັນຂະຫຍາຍໂຄງການຢ່າງໄວທີ່ສຸດ, ສອດຄ່ອງກັບບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງ, ຮັບປະກັນຜົນປະໂຫຍດຂອງແຕ່ລະຝ່າຍ.
(ແຫຼ່ງຄັດຈາກ VOV)