ວັນທີ 18 ມີນາ, ທ່ານເລຂາທິການໃຫຍ່ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບ ເຊິ່ງຫຼາຍຄົນລໍຄອຍ. ການນຳສອງທ່ານໄດ້ເຫັນດີຢຸດຍິງເລັ່ງໃສ່ບັນດາພື້ນຖານໂຄງລ່າງພະລັງງານພາຍໃນ 30 ວັນໃນທັນທີ.
(ພາບປະກອບ: ທ່ານປະທານາທິບໍດີ ອາເມລິກາ Donald Trump (ເບື້ອງຂວາ) ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພົບປະກັນຢູ່ນອກກອງປະຊຸມ G20 (ພາບ: Getty Images/TTXVN)
ແຈ້ງການຂອງວັງ Kremlin ພາຍຫຼັງການໂອ້ລົມທາງໂທລະສັບ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Putin ຖະແຫຼງກຽມພ້ອມຮ່ວມມືກັບ ອາເມລິກາ ເພື່ອຊອກຮູ້ບັນດາແບບວິທີທີ່ມີຄວາມເປັນໄປໄດ້ຢ່າງລະອຽດ ແນໃສ່ບັນລຸໄດ້ມາດຕະການຮອບດ້ານ, ຍືນຍົງ ແລະ ຍາວນານ. ທ່ານປະທານາທິບໍດີ ລັດເຊຍ ເຫັນດີຕໍ່ຂໍ້ລິເລີ່ມຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບຂໍ້ຕົກລົງຢຸດຍິງເລັ່ງໃສບັນດາພື້ນຖານໂຄງລ່າງພະລັງງານພາຍໃນ 30 ວັນ ແລະ ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ປະຕິບັດໃນທັນທີ. ການນຳ ລັດເຊຍ ກໍແຈ້ງໃຫ້ຊາບກ່ຽວກັບເລື່ອງ ລັດເຊຍ ແລະ ຢູແກຼນ ຈະປະຕິບັດການແລກປ່ຽນນັກໂທດ 175 ຄົນຂອງແຕ່ລະຝ່າຍ. ເພື່ອປະຕິບັດເຈດຕະນາດີ, ມົດສະກູ ຈະມອບສົ່ງນາຍທະຫານ 23 ຄົນ ທີ່ລັດເຊຍ ພວມປິ່ນປົ່ວ ໃຫ້ແກ່ ຢູແກຼນ. ນອກຈາກນັ້ນ, ທ່ານ Putin ກໍເນັ້ນໜັກວ່າ ເງື່ອນໄຂຕົ້ນຕໍເພື່ອແກ້ໄຂການປະທະກັນແມ່ນເລື່ອງຢຸດຕິບັນດາບ້ວງເງິນໜູນຊ່ວຍດ້ານການທະຫານຂອງຕ່າງປະເທດ ແລະ ແບ່ງປັນຂໍ້ມູນຂ່າບລັບໃຫ້ແກ່ ກີແອັບ.
(ແຫຼ່ງຄັດຈາກ VOV)