ຫວຽດນາມ ພວມສ້າງຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊໃຫ້ສົມບູນແບບ. ນີ້ແມ່ນເອກະສານກອບນິຕິກຳສະບັບທຳອິດກ່ຽວກັບການປັບປຸງການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າອົງການນີ້, ສ້າງກອບນິຕິກຳຢ່າງຄົບຖ້ວນ, ໝັ້ນແກ່ນຍາວນານ, ມີສະຖຽນລະພາບໃຫ້ແກ່ການຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງ ຫວຽດນາມໃນສະພາບການໃໝ່.
ສ້າງນິຕິກຳກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ໃຫ້ສົມບູນແບບ (ພາບປະກອບ: chinhphu.vn)
ດ້ວຍ 5 ພາກ, 29 ມາດຕາ, ຮ່າງກົດໝາຍກຳນົດຢ່າງລະອຽດກ່ຽວກັບການຜັນຂະຫຍາຍກຳລັງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ລວມມີລະບົບ, ນະໂຍບາຍ, ບັນດາຂໍ້ກຳນົດກ່ຽວກັບການຮ່ວມມືສາກົນໃນການເຂົ້າຮ່ວມກຳລັງຮັກສາສັນຕິພາບ. ການສ້າງກົດໝາຍຮັບປະກັນລັກສະນະສອດຄ່ອງກັບລັດຖະທຳມະນູນ, ຖືກຕ້ອງກັບກົດໝາຍ, ເປັນເອກະພາບກັບກົດໝາຍຂອງລະບົບກົດໝາຍຫວຽດນາມ.
ຫັນແນວທາງການຕ່າງປະເທດຂອງ ຫວຽດນາມເປັນລະບອບລະບຽບການ
ນັບແຕ່ປີ 1996, ຫວຽດນາມໄດ້ເຂົ້າຮ່ວມປະກອບພັນທະການເງິນປະຈຳປີໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ, ພ້ອມທັງ, ຈັດຕັ້ງການສຳຫຼວດຫຼາຍຄັ້ງຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ກໍ່ຄືຢູ່ສຳນັກງານ ສປຊ. ນັບແຕ່ປີ 2014, ຫວຽດນາມໄດ້ເລີ່ມຈັດສົ່ງບັນດານາຍທະຫານທຳອິດ ແລະ ມາຮອດປັດຈຸບັນ, ມີນາຍແລະ ພົນທະຫານ 1.100 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ ຄະນະປະຕິບັດງານ UNMISS (ຊູດັງໃຕ້), ຄະນະປະຕິບັດງານ MINUSCA (ສ.ອາບຟຼິກກາກາງ), ຄະນະປະຕິບັດງານ UNISFA (ເຂດ Abyei), ຄະນະປະຕິບັດງານ EUTM RCA (ຄະນະປະຕິບັດງານຝືກອົບຮົບຂອງ ສະຫະພາບເອີລົບ ຢູ່ສ.ອາບຟຼິກກາກາງ) ແລະ ສຳນັກງານ ສປຊ.
ກ່ຽວກັບການຮ່ວມມືສາກົນໃນຂົງເຂດຮັກສາສັນຕະພາບ ສປຊ, ຫວຽດນາມໄດ້ເຊັ່ນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MoU) 10 ສະບັບ ກັບບັນດາຄູ່ຮ່ວມມື (ເປັນຕົ້ນແມ່ນກຳມະການຖາວອນສະພາຄວາມໝັ້ນຄົງ ສປຊ). ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້, ວິວັດການຜັນຂະຫຍາຍປະຕິບັດໜ້າທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ໃນໄລຍະໃໝ່ຂອງ ຫວຽດນາມຕ້ອງມີກົນໄກ, ນະໂຍບາຍ, ກອບນິຕິກຳຢ່າງຄົບຖ້ວນ, ຊ່ວຍຫວຽດນາມ ຕັ້ງໜ້າເຂົ້າຮ່ວມວິວັດການປະຕິບັດໜ້າທີ່ສາກົນນີ້ຢ່າງມີປະສິດທິຜົນກ່ວາເກົ່າ. ຢູ່ກອງປະຊຸມກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະພາແຫ່ງຊາດທີ່ໄດ້ດຳເນີນຫວ່າງແລ້ວນີ້, ທ່ານພົນໂທ ເລເຕິນເຕີຍ, ຫົວໜ້າກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະພາແຫ່ງຊາດ ຢັ້ງຢືນວ່າ ການສ້າງ, ປະກາດໃຊ້ກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ແມ່ນມີຄວາມຈຳເປັນ:
ເພື່ອສືບຕໍ່ຫັນແນວທາງ, ຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ບັນດາຄຳໝັ້ນສັນຍາສາກົນກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ຫວຽດນາມ ເປັນລະບອບລະບຽບການຢ່າງຄົບຖ້ວນ, ແກ້ໄຂບັນດາຂໍ້ຈຳກັດຂອງ ຂໍ້ກຳນົດພວມນຳໃຊ້, ຍົກສູງປະສິດທິຜົນຂອງການຄຸ້ມຄອງ, ຊີ້ນຳ, ບໍລິຫານປະຕິບັດໜ້າທີ່, ການສ້າງ, ປະກາດໃຊ້ກົດໝາຍວ່າດ້ວຍການເຂົ້າຮ່ວມຮັກສາສັນຕິພາບແມ່ນມີຄວາມຈຳເປັນ, ສ້າງກອບນິຕິກຳຢ່າງຄົບຖ້ວນ, ໝັ້ນແກ່ນ, ຍາວນານ, ມີສະຖຽນລະພາບໃຫ້ແກ່ການຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ.
ດ້ວຍຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ, ເປົ້າໝາຍນຳໃຊ້ໄດ້ຮັບການເປີດກວ້າງກ່ວາ, ບໍ່ພຽງແຕ່ນາຍ ແລະ ພົນທະຫານ, ກຳມະກອນ, ພະນັກງານປ້ອງກັນຊາດເທົ່ານັ້ນຫາກຍັງ ມີພະນັກງານ, ລັດຖະກອນກໍ່ອາດສາມາດເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊອີກດ້ວຍ.
ສືບຕໍ່ຢັ້ງຢືນບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ
ວິວັດການກ່ວາ 10 ປີແຫ່ງການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຫວຽດນາມ ໄດ້ປະກອບສວ່ນປະຕິບັດພາລະກຳມະນຸດສະທຳອັນສູງສົ່ງ, ສ້າງສັນຕິພາບ ແລະ ພັດທະນາແບບຍືນຍົງ. ທ່ານພົນຈັດຕະວາ ຟ້າມແມັ້ງແທັ້ງ, ຫົວໜ້າກົມຮັກສາສັນຕິພາບ ຢູ່ ຫວຽດນາມ ຢັ້ງຢືນວ່າ:
ຂີດໝາຍສຳຄັນທີ່ສຸດໃນ 10 ປີຜ່ານມາແມ່ນພວກເຮົາໄປຮອດໃສກໍ່ລ້ວນແຕ່ສ້າງຄວາມປະທັບໃຈທີ່ສຸດ, ເພີ່ມທະວີຄວາມສະໜິດຕິດພັນກັບປະຊາຊົນປະເທດປະຈຳຖິ່ນ, ສະແດງໃຫ້ເຫັນລັກສະນະວິຊາສະເພາະເປັນມືອາຊີບສູງ. ກຳລັງຮັກສາສັນຕິພາບຂອງ ຫວຽດນາມບໍ່ພຽງແຕ່ແຜ່ກະຈາຍພາບພົດຂອງທະຫານລຸງໂຮ່ເທົ່ານັ້ນ ຫາກຍັງແຜ່ກະຈາຍພາບພົດຂອງທະຫານຮັກສາສັນຕິພາບສຳລັບປະຊາຊົນທ້ອງຖິ່ນອີກດ້ວຍ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເຄີຍຢັ້ງຢືນວ່າການຮັກສາສັນຕິພາບແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືລະຫວ່າງ ສປຊ ແລະ ຫວຽດນາມ, ພ້ອມທັງເນັ້ນໜັກເຖິງບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງບັນດາກົມກອງ ແລະ ສ່ວນບຸກຄົນປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ຫວຽດນາມ:
ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ. ຫວຽດນາມ ໄດ້ເຂົ້າຮ່ວມບັນດາໜ້າທີ່ຮັກສາສັນຕິພາບຂອງ ສປຊ ດ້ວຍບົດບາດເປັນຜູ້ພາທາງ. ຫວຽດນາມ ໄດ້ ແລະ ພວມມີການປະກອບສວ່ນສຳຄັນເຂົ້າໃນການສະໜັບສະໜູນໃຫ້ແກ່ສັນຕິພາບແບບຍືນຍົງ.
ການຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສປຊ ແມ່ນແຜນນະໂຍບາຍອັນຖືກຕ້ອງ, ສະແດງໃຫ້ເຫັນລັກສະນະມະນຸດສະທຳຂອງ ຫວຽດນາມ. ເລື່ອງສ້າງ ກອບນິຕິຕິກຳໃຫ້ສົມບູນແບບ, ຮອບດ້ານ, ຄົບຖ້ວນໃຫ້ແກ່ການເຂົ້າຮ່ວມນີ້ຈະຊ່ວຍຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາສາກົນທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງກ່ວາອີກໃຫ້ແກ່ພາລະກຳຮັກສາສັນຕິພາບໂລກ.