• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຕ້ອງນຳໜ້າໃນການລົງທຶນພື້ນຖານໂຄງລ່າງດີຈີຕອນ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ

ປັນຍາປະດິດຈະກາຍເປັນເຄື່ອງມືໜູນຊ່ວຍທີ່ດີ ຊ່ວຍໃຫ້ສະພາແຫ່ງຊາດພິຈາລະນາ, ຍົກອອກບັນດາຄຳຕັດສິນລັດຖະນະໂຍບາຍຢ່າງຊັດເຈນ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

ສະພາແຫ່ງຊາດຕ້ອງນຳໜ້າໃນການລົງທຶນພື້ນຖານໂຄງລ່າງດີຈີຕອນ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ທີ່ກອງປະຊຸມຫົວເລື່ອງສະເພາະ “ສະພາແຫ່ງຊາດດີຈີຕອນ ແລະ ການນຳໃຊ້ເຕັກໂນໂລຊີປັນຍາປະດິດໃນການຫັນສະພາແຫ່ງຊາດເປັນດີຈີຕອນ” ໂດຍຫ້ອງວ່າການສະພາແຫ່ງຊາດຈັດຂຶ້ນໃນຕອນບ່າຍວັນທີ 19 ມີນາ, ຢູ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ກຳມາທິການປະຈຳສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ສຸມໃສ່ປະຕິບັດບັນດາເນື້ອໃນ:

        “ພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນແມ່ນປັດໄຈແກ່ນສານ, ຈຳເປັນເພື່ອສ້າງສະພາແຫ່ງຊາດໃຫ້ທັນສະໄໝ, ປະຊາທິປະໄຕ, ໂປ່ງໃສ, ມີຄວາມເປັນມືອາຊີບ, ມີວິທະຍາສາດ ແລະ ມີປະສິດທິຜົນ. ປັນຍາປະດິດຈະກາຍເປັນເຄື່ອງມືໜູນຊ່ວຍທີ່ດີ ຊ່ວຍໃຫ້ສະພາແຫ່ງຊາດພິຈາລະນາ, ຍົກອອກບັນດາຄຳຕັດສິນລັດຖະນະໂຍບາຍຢ່າງຊັດເຈນ, ຕອບສະໜອງຄວາມຮຽກຮ້ອງຕົວຈິງຢ່າງທັນການ, ຍົກສູງປະສິດທິຜົນການຕິດຕາມ ແລະ ເຊື່ອມຕໍ່ກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເປັນຢ່າງດີກວ່າ. ປະຕິບັດບັນດາມະຕິ, ແຜນຮ່າງທີ່ໄດ້ປະກາດໃຊ້ສຳລັບສະພາແຫ່ງຊາດຢ່າງໄວ, ມີປະສິດທິຜົນ; ບຳລຸງສ້າງ, ປະກອບທັກສະດີຈີຕອນ, ຊ່ວຍໃຫ້ຜູ້ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ, ພາລະກອນ, ລັດຖະກອນຂຶ້ນກັບບັນດາອົງການຂອງສະພາແຫ່ງຊາດ ນຳໃຊ້ເຕັກໂນໂລຊີໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ”.

        ທີ່ກອງປະຊຸມ, ທ່ານ ຕ່າວດຶກທັງ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ -ໂທລະສົມມະນາຄົມກອງທັບ ແລະ ທ່ານນາງ Laura ຫງວຽນ, ຜູ້ອຳນວຍການໃຫຍ່ບໍລິຫານ GenAI Fund ໄດ້ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍສະພາແຫ່ງຊາດດີຈີຕອນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top