• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳ​ນັກ​ຂ່າວ​ສານ Al – Jazeera ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ເລັ່ງ​ໃສ່​ບັນ​ດາ​ນັກ​ຂ່າວ​ຢູ່ເຂດ ກາ​ຊາ

ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif.
ສະພາບການຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ (ພາບ: THX/TTXVN)

ວັນທີ 11 ສິງຫາ, ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif. ໂດຍໄດ້ຮັບຖືວ່າ “ເປັນກະບອກສຽງຂອງເຂດ ກາຊາ”, Al – Sharif ເປັນນັກຂ່າວຊາວ ປາແລັດສະຕິນ ຂອງສຳນັກຂ່າວສານ Al – Jazeera, ສະໜອງຂ່າວສານປະຈຳວັນກ່ຽວກັບການປະທະກັນທີ່ແກ່ຍາວໃນໄລຍະກວ່າ 22 ເດືອນຜ່ານມາ. ສຳນັກຂ່າວສານ Al – Jazeera  ເອີ້ນການບຸກໂຈມຕີດັ່ງກ່າວວ່າ “ແມ່ນຄວາມມານະພະຍາຍາມທີ່ສິ້ນຫວັງເພື່ອປົກຂ່າວທີ່ເປີດເຜີຍການຢຶດຄອງຂອງ ອິດສະຣາແອັນ”.

ສະຫະສະມາຄົມນັກຂ່າວ ອີຢິບ ກໍກ່າວປະນາມ “ໂທດກຳ” ຂອງ ອິດສະຣາແອັນ ຢ່າງແຮງ, ໂດຍຖືວ່າ ນີ້ແມ່ນສ່ວນໜຶ່ງຂອງ “ບັ້ນດັບສູນສື່ມວນຊົນ” ທີ່ເລັ່ງໃສ່ບັນດານັກຂ່າວຢູ່ເຂດດິນແດນດັ່ງກ່າວ.

ອິດສະຣາແອັນ ຍອມຮັບວ່າ ໄດ້ບຸກໂຈມຕີເລັ່ງໃສ່ນັກຂ່າວ Al – Sharif, ເຊິ່ງເປັນຄົນທີ່ເຂົາເຈົ້າຖືວ່າ ມີສ່ວນກ່ຽວຂ້ອງເຖິງ ຮາມາດສ. ອິດສະຣາແອັນ ກໍເກືອດຫ້າມບັນດານັກຂ່າວສາກົນເຂົ້າເຂດ ກາຊາ, ເວັ້ນເສຍແຕ່ກໍລະນີການເດີນທາງທີ່ໄດ້ຮັບການຄວບຄຸມຢ່າງເຂັ້ມງວດພ້ອມກັບກອງທັບ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top