ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ
ທ່ານເລຂາທິການໃຫຍ່ ໂຕເລິມ, ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ແຕ່ວັນທີ 10 – 13 ສິງຫາ, ຕອນບ່າຍວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ.
ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຫ້ມີປະສິດທິຜົນ, ຄື: ສືບຕໍ່ເປີດປະຕູໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ, ປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 150 ຕື້ USD ໃນປີ 2030 ໂດຍໄວ; ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ເຊື່ອມຕົວ, ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ; ພິເສດ, ສ້າງເງື່ອນໄຂໃຫ້ແກ່ຊາວ ສ.ເກົາຫຼີ ເຊື້ອຊາດ ຫວຽດນາມ ກາຍເປັນສະມາຊິກລັດຖະສະພາ ສ.ເກົາຫຼີ ໃນໄລຍະຈະມາເຖິງ.
ສ່ວນທ່ານ Woo Won Sik, ປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ, ຈະປະຕິບັດສຳເລັດບັນດາເປົ້າໝາຍຮອດປີ 2045 ກ່າຍເປັນປະເທດພັດທະນາມີລາຍຮັບສູງ.
(ແຫຼ່ງຄັດຈາກ VOV)