• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີສັນ ອາຊຽນ ທີ່ງານບຸນອາຫານສາກົນ 2025

ເຖິງວ່າອາຫານຂອງແຕ່ລະປະເທດມີລົດຊາດສະເພາະກໍ່ຕາມ, ແຕ່ອາຫານຂອງ ອາຊີຕາເວັນອອກສ່ຽງໃຕ້ ຍັງມີຈຸດລວມທີ່ເປັນເອກະລັກສະເພາະ.
(ຮ້ານວາງສະແດງຂອງ ອິນໂດເນເຊຍ)

ອາຊຽນ ແມ່ນເຂດມີສີສັນຫຼາກຫຼາຍແຫ່ງທີ່ອາຫານການກິນບໍ່ພຽງແຕ່ແມ່ນເຍື່ອງອາຫານເທົ່ານັ້ນ ຫາກຍັງແມ່ນເລື່ອງລາວກ່ຽວກັບປະຫວັດສາດສາສະໜາ ແລະ ວັດທະນະທຳຂອງແຕ່ລະປະເທດໃນບັນຍາກາດອັນຄຶກຶ້ນຂອງງານມະໂຫລານວັດທະນະທຳອາຫານການກິນສາກົນ 2025 ທີ່ຫາກໍ່ຈັດຂຶ້ນູ່ ຮ່າໂນ້ຍ ໃນທ້າຍເດືອນ ພະຈິກ ນັ້ນຮູບພາບທີ່ມີສີສັນຫຼາກຫຼາຍນັ້ນ ອີກຄັ້ງໜຶ່ງໄດ້ປະກົດຂຶ້ນໃໝ່ຢ່າງມີຊີວິດຊີວາຢູ່ເຂດບັນດາຮ້ານອາຫານຂອງ ອາຊຽນແຂກທ່ອງທ່ຽວສາມາດຮູ້ສຶກໄດ້ເຖິງຈິດໃຈຂອງພາກພື້ນນີ້ຢ່າງຄົບຖ້ວນຜ່ານເຍື່ອງອາຫານລົດຊາດ ແລະ ຄວາມຮັກແພງແຂກຄົນຂອງແຕ່ລະປະເທດ.

ຢູ່ເຂດ “ເຮືອນລວມ ອາຊຽນ”, 11 ປະເທດ (ລວມທັງ Timor Leste) ກໍ່ໄດ້ເຂົ້າຮ່ວມ ດ້ວຍຮ້ານວາງສະແດງນ້ອຍໆງາມໆ, ແຕ່ລະຮ້ານກວ້າງປະມານ 3 ຕາແມັດ ແຕ່ເຫຼືອງເຫຼື້ອມດ້ວຍສີສັນທີ່ເປັນເອກະລັກສະເພາະ. ຫວຽດນາມ ສົດໃສດ້ວຍສີຂຽວຂອງໃບຕອງຈິງ, ເຂົ້າໜົມເຂົ້າເໝົ້າ; ອິນໂດເນເຊຍ ພົ້ນເດັ່ນດ້ວຍສີແດງ - ຂາວ ແລະ ແພ bantik; ມາເລເຊຍ ແລະ Timor Leste ດຶງດູດໃຈດ້ວຍຊຸດອາພອນປະຈຳຊາດ… ທຸກສິ່ງເຫຼົ່ານັ້ນໄດ້ສ້າງເປັນຮູບພາບ ອາຊຽນ ທີ່ມີຫຼາຍຮູບຫຼາຍແບບ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ເມື່ອມາຢ້ຽມຢາມຮ້ານຂອງບັນດາປະເທດ ອາຊຽນ, ແຂກທ່ອງທ່ຽວສາມາດຮັບຮູ້ໄດ້ວັດທະນະທຳ ອິດສະລາມໄດ້ຢ່າງງ່າຍດາຍຜ່ານບັນດາເຍື່ອງອາຫານ Halal ທີ່ໄດ້ຮັບການກະກຽມຢ່າງລະອຽດລະອໍ, ກິ່ນຫອມຂອງເຂົ້າຜັດ nasi goreng, ໝໍ້ນ້ຳຊຸບລູກຊີ້ນງົວ bakso ຫຼື ໄກ່ປີ້ງ sate ayam... ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຊິມ. ໃນຮ້ານ , ບັນດາເອື້ອຍນ້ອງມາຈາກສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ຄົນລະວຽກເພື່ອກະກຽມອາຫານໃຫ້ແຂກມາຢາມ. ທ່ານນາງ Made Santi Ratnasari, ອັກຄະລັດຖະທູດທີ່ປຶກສາ ຜູ້ຮັບຜິດຊອບດ້ານວັດທະນະທຳ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ແບ່ງປັນວ່າ:

ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນຍ້ອນໃນມື້ນີ້ ບໍ່ພຽງແຕ່ມີບັນດາຊາວ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ ຮ່າໂນ້ ເທົ່ານັ້ນຫາກຍັງມີຊາວ ຫວຽດນາມ ແລະ ແຂກທ່ອງທ່ຽວສາກົນຫຼາຍຄົນກໍ່ແວ່ຢາມຮ້ານຂອງ ອິນໂດເນເຊຍພິເສດແມ່ນບັນດາຜູທີ່ຢາກຫາເຍື່ອງອາຫານ Halal. ຂ້າພະເຈົ້າເຫັນວ່າ sate ayam ແລະ bakso ແມ່ນເຍື່ອງອາຫານ ທີ່ມີຫຼາຍຄົນມັກກິ່ນ

        ອອກຈາກຮ້ານຂອງ ອິນໂດເນເຊຍ, ແຂກຄົນກໍ່ໄປຍັງຮ້ານຂອງ ມາເລເຊຍ ເພື່ອລໍຖ້າຊິມເຍື່ອງອາຫານ nasi lemak - ເຊິ່ງແມ່ນເຍື່ອງອາຫານ “ທີ່ເປັນເອກະລັກສະເພາະຂອງຊາດ” ດ້ວຍເຂົ້າໝາກພ້າວມັນໆ ແລະ ຊອດ sambal ເພັດໆ, ເອື້ອຍ Safura Niza Othman ທັງກະກຽມອາຫານ, ທັງແບ່ງປັນກ່ຽວກັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະເຊິ່ງ ມາເລເຊຍ ນຳມາງານບຸນ ຄັ້ງນີ້.

ມື້ນີ້ຂ້າເຈົ້າໄດ້ນຳເອົາເຍື່ອງອາຫານເຂົ້າທີ່ມີຊື່ສຽງນັ້ນແມ່ນ nasi lemak, sate ayam ແລະ ຊາ “teh tarik”ໃນນັ້ນ, nasi lemak, ແມ່ນອາຫານປະຈຳວັນຂອງ ມາເລເຊຍເຊິ່ງປະຊາຊົນທັງກິນໃນຄາບອາຫານເຊົ້າຄາບອາຫານທ່ຽງ ແລະ ຄາບອາຫານແລງ”.

ເຖິງວ່າອາຫານຂອງແຕ່ລະປະເທດມີລົດຊາດສະເພາະກໍ່ຕາມ, ແຕ່ອາຫານຂອງ ອາຊີຕາເວັນອອກສ່ຽງໃຕ້ ຍັງມີຈຸດລວມທີ່ເປັນເອກະລັກສະເພາະ. ສິ່ງດັ່ງກ່າວແມ່ນເລີ່ມມາຈາກວັດທະນະທຳເຂົ້ານາທາມທີ່ມີມາແຕ່ດົນນານ. ຢູ່ຫຼາຍຮ້ານຂອງບັນດາປະເທດ ອາຊຽນ, ແຂກສາມາດພົບເຫັນບັນດາເຍື່ອງອາຫານທີ່ປຸງແຕ່ງຈາກເຂົ້າໜຽວ, ຄື: ເຂົ້າໜຽວ ໄຂ່ປິ້ງຂອງ ລາວ, ເຂົ້າໜຽວໝາກມ່ວງຂອງ ໄທ ຫຼື ເຂົ້າເໝົ້າໜຽວຫອມຂອງ ຫວຽດນາມ… . ທ່ານ Aadit Samphaiworakit, ອັກຄະລັດຖະທູດທີ່ປຶກສາ, ສະຖານທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ເຍື່ອງອາຫານຂອງ ໄທ ມີຊື່ສຽງທີສຸດແລະ ວກຂ້າພະເຈົ້າມີຫຼາຍຈຸດທີ່ຄ້າຍຄືກັນກັບອາຫານຂອງ ຫວຽດນາມພວກເຮົາໄດ້ນຳໃຊ້ບັນດາເຄື່ອງເທດເຄື່ອງປຸງທີ່ຄ້າຍຄືກັນຄືນ້ຳປາ ເພື່ອແຕ່ງອາຫານໃນມື້ນີ້ພວຂ້າພະເຈົ້າໄດ້ກະກຽມບັນດາເຍື່ອງອາຫານ ຄືເຂົ້າໜຽວໝາກມ່ວງຊາໄທຜັດໄທ ແລະ ພວກຂ້າເຈົ້າໄດ້ຂາຍອາຫານເຄື່ອງດຶ່ມໝົດແລ້ວໃນເຊົ້າດຽວເທົ່ານັ້ນ”.

ເຍື່ອງອາຫານຂອງບັນດາປະເທດ ອາຊຽນທີ່ງານບຸນ ໄດ້ຊ່ວຍໃຫ້ແຂກມາຢ້ຽມຊົມ ທັງໄດ້ຊິມລົດຊາດ, ທັງໄດ້ຄົ້ນຫາ ແລະ ຍ້ອງຍໍອາຫານຫຼາກຫຼາຍໃນບໍລິເວນອາຫານພາກພື້ນ.

 “ນີ້ແມ່ນຈອກເບຍຂອງ ລາວ ແລະ ຊີ້ນປີ້ງຂອງ ຟີລິບປິນເບຍ ລາວ ມີລົດຊາດເຂັ້ມກວ່າໜ້ອຍໜຶ່ງເມື່ອທຽບໃສ່ເບຍຂອງ ຫວຽດນາມສ່ວນຊີ້ນປິ້ງຂອງ ຟີລິບປິນມີມັນຫຼາຍປີ້ງກັບນ້ຳຊອດແຊບຫວານໜ້ອຍໜຶ່ງແມ່ນລົດຊາດທີ່ນ້ອງມັກປີໃດນ້ອງກໍ່ເຂົ້າຮ່ວມງານບຸນອາຫານເພື່ອຊື້”.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນມາແຫ່ງນີ້ສາມາດໄດ້ຊິມບັນດາເຍື່ອງອາຫານຂອງຫຼາຍປະເທດໃນໂລຂ້າພະເຈົ້າກໍ່ມັກເຍື່ອງອຫານ Bahwan jagung ເປັນພິເສດນັ້ນແມ່ນເຍື່ອງອາຫານທີ່ງ່າຍໆແຕພິເສດທີ່ສຸດທັງແຊບຫຼາຍ”.

ນອກຈາກອາຫານການກິນ, ບັນດາປະເທດ ອາຊຽນ ຍັງເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ, ສະແດງສິລະປະ ແລະ ວາງສະແດງວັດທະນະທຳອີກດ້ວຍ. ແຂກເຂົ້າຮ່ວມສາມາດຊອກຮູ້ຕື່ມກ່ຽວກັບຮີດຄອງປະເພນີທີ່ເປັນເອກະລັກສະເພາະ, ຖ່າຍຮູບກັບຊຸດອາພອນປະຈຳຊາດ ແລະ ໂອ້ລົມກັບຜູ້ຕາງໜ້າຂອງແຕ່ລະປະເທດອີກດ້ວຍ. ງານບຸນອາຫານປີນີ້ ອີກເທື່ອໜຶ່ງໄດ້ເປັນການຢືນຢັນຄວາມດຶງດູດໃຈຂອງວັດທະນະທຳ ອາຫານການກິນ ອາຊຽນ, ແຫ່ງທີ່ອາຫານແຕ່ລະເຍື່ອງລ້ວນແຕ່ແມ່ນເລື່ອງລາວ, ແມ່ນການເດີນທາງຄົ້ນຫາ.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top