• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຂຸດ​ຄົ້ນ​ຢ່າງ​ຄົບ​ຊຸດ​ດ້ວຍ ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ​

ໃນການເດີນທາງໄປປະຕິບັດງານຢູ່ເຂດພາກກາງ, ວັນທີ 1 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະປະຕິບັດງານລົງກວດກາບັນດາໂຄງການເສັ້ນທາງຄວາມໄວສູງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາບັນດາໂຄງການເສັ້ນທາງຄວາມໄວສູງ (ພາບ: VOV)  
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ລົງກວດກາ ແລະ ມອບຂອງຂວັນ, ລະດົມກຳລັງໃຈບັນດາກຳລັງກໍ່ສ້າງໂຄງການເສັ້ນທາງຄວາມໄວສູງ ແຕ່ກ໋ວາງຫງາຍ ໄປຍັງ ແຄ້ງຮວ່າ ຂຶ້ນກັບເສັ້ນທາງຄວາມໄວສູງເໜືອ - ໃຕ້ທາງທິດຕາເວັນອອກ ຜ່ານ 4 ແຂວງ ກ໋ວາງຫງາຍ, ຢາລາຍ, ດັກລັກ, ແຄ້ງຮວ່າ, ລວມມີ ກ໋ວາງຫງາຍ - ຮວ່າຍເຍິນ, ຮ່ວາຍເຍິງ - ກຸຍເຍິນ, ກຸຍເຍິນ - ຈີແທັ້ງ, ຈີແທັ້ງ - ເວິນຝອງ, ເວິນຝອງ - ຍາຈາງ. ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງຮີບເຮັ່ງປະຕິບັດສຳເລັດບັນດາລະບຽບການເພື່ອນຳເຂົ້າຂຸດຄົ້ນ, ນຳໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສຳເລັດ ກ່ອນວັນທີ 10 ມີນາ 2026 ຮັບປະກັນການທະລຸເສັ້ນທາງ, ປອດໄພ, ມີຄວາມສະຫງົບ. ພ້ອມກັນນັ້ນ ທ່ານສະເໜີຍູ້ໄວຄວາມຄືບໜ້າຜັນຂະຫຍາຍການກໍ່ສ້າງສະຖານທີ່ຢຸດແວພັກຜ່ອນເພື່ອນຳເຂົ້າຂຸດຄົ້ນດ້ວຍບັນດາໂຄງການເສັ້ນທາງຄວາມໄວສູງຢ່າງຄົບຊຸດ.

(ແຫຼ່ງຄັດຈາກ VOV)

ປະ​ກາດ​ການ​ສະ​ເໜີ ຊາວ​ໜຸ່ມ 19 ຄົນ ໄດ້​ຮັບ​ລາງວັນ ຊາວ​ໜຸ່ມ​ຫວຽດ​ນາມ ດີ​ເດັ່ນ​ ໃນ​ປີ 2025

ປະ​ກາດ​ການ​ສະ​ເໜີ ຊາວ​ໜຸ່ມ 19 ຄົນ ໄດ້​ຮັບ​ລາງວັນ “ຊາວ​ໜຸ່ມ​ຫວຽດ​ນາມ ດີ​ເດັ່ນ​” ໃນ​ປີ 2025

ລາງວັນ “ຊາວໜຸ່ມຫວຽດນາມ ດີເດັ່ນ” ແມ່ນລາງວັນອັນສູງສົ່ງເພື່ອແນໃສ່ເຊີດຊູບັນດາເພື່ອນໜຸ່ມບໍ່ມີອາຍຸເກີນ 35 ປີ, ມີຜົນງານດີເດັ່ນ ຂຶ້ນກັບ 10 ຂົງເຂດ

Top