ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຍາມໃດກໍ່ພັດທະນາຢ່າງຕັ້ງໜ້າ, ມີປະສິດທິຜົນ.
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ອົດສະຕາລີ ທີ່ການພົບປະກັບນາຍທະຫານ (ພາບ: TTXVN)
ຕອນບ່າຍວັນທີ 12 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ອົດສະຕາລີ ໄດ້ເປັນປະທານຮ່ວມພິທີມອບ - ຮັບເຄື່ອງອຸປະກອນຊ່ວຍເຫຼືອທີ່ມີມູນຄ່າ 240.000 USD, ໂດຍກະຊວງປ້ອງກັນປະເທດ ອົດສະຕາລິ ອຸປະຖຳໃຫ້ກົມຮັກສາສັນຕິພາບ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮ່ວາງຊວັນຈຽນ ຢືນຢັນວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຍາມໃດກໍ່ພັດທະນາຢ່າງຕັ້ງໜ້າ, ມີປະສິດທິຜົນ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຊຸດບຳລຸງສ້າງດ້ານພາສາຕ່າງປະເທດ, ຝຶກອົບຮົບການຂົນສົ່ງດ້ານການແພດທາງການບິນ ແລະ ຫຼັກການນຳໃຊ້ອາວຸດ. ອົດສະຕາລີ ກໍ່ໜູນຊ່ວຍ ຫວຽດນາມ ພາຫະນະຮັບໃຊ້ການຝືກອົບຮົມຮັກສາສັນຕິພາບສະຫະປະຊາຊາດຈຳນວນໜຶ່ງ. ຜ່ານນັ້ນ, ສະແດງໃຫ້ເຫັນວ່າ, ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)