• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າ, ມີ 250 ກິດຈະກຳກໍ່ສ້າງມີເງື່ອນໄຂຢ່າງພຽງພໍເພື່ອເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໂອກາດວັນທີ 19 ສິງຫາ

ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງ.
ທີ່ກອງປະຊຸມ (ພາບ: VGP)

ພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ກິດຈະກຳໃຫຍ່ກວ່າ 250 ໂຄງການ, ຄາດວ່າຈະດຳເນີນໃນວັນທີ 19 ສິງຫາ, ຈັດຂຶ້ນຢູ່ສູນງານຕະຫຼາດນັດ, ວາງສະແດງແຫ່ງຊາດ (ຕາແສງ ດົງແອັງ, ຮ່າໂນ້ຍ) ແລະ ເຊື່ອມຕໍ່ກັບ 80 ສະຖານທີ່ຢູ່ບັນດາໂຄງການ, ກິດຈະກຳ.

ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານກະກຽມຈັດພິທີເປີດນຳໃຊ້, ເລີ່ມລົງມືກໍ່ສ້າງບັນດາໂຄງການ, ກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), ຕອນບ່າຍວັນທີ 12 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງ. ທ່ານເນັ້ນໜັກວ່າ, ເລື່ອງຈັດເຫດການດັ່ງກ່າວບໍ່ພຽງແຕ່ເພື່ອແນໃສ່ຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງກຳລັງໜູນ, ປຸກລຸກຄວາມຄາດຫວັງ, ນ້ຳໃຈອຸທິດສ່ວນ, ສ້າງທ່ວງທ່າ, ກຳລັງໜູນ, ທ່າແຮງໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top