ຂ່າວສານ

ສຳ​ນັກ​ຂ່າວ​ສານ Al – Jazeera ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ເລັ່ງ​ໃສ່​ບັນ​ດາ​ນັກ​ຂ່າວ​ຢູ່ເຂດ ກາ​ຊາ

ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif.
ສະພາບການຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ (ພາບ: THX/TTXVN)

ວັນທີ 11 ສິງຫາ, ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif. ໂດຍໄດ້ຮັບຖືວ່າ “ເປັນກະບອກສຽງຂອງເຂດ ກາຊາ”, Al – Sharif ເປັນນັກຂ່າວຊາວ ປາແລັດສະຕິນ ຂອງສຳນັກຂ່າວສານ Al – Jazeera, ສະໜອງຂ່າວສານປະຈຳວັນກ່ຽວກັບການປະທະກັນທີ່ແກ່ຍາວໃນໄລຍະກວ່າ 22 ເດືອນຜ່ານມາ. ສຳນັກຂ່າວສານ Al – Jazeera  ເອີ້ນການບຸກໂຈມຕີດັ່ງກ່າວວ່າ “ແມ່ນຄວາມມານະພະຍາຍາມທີ່ສິ້ນຫວັງເພື່ອປົກຂ່າວທີ່ເປີດເຜີຍການຢຶດຄອງຂອງ ອິດສະຣາແອັນ”.

ສະຫະສະມາຄົມນັກຂ່າວ ອີຢິບ ກໍກ່າວປະນາມ “ໂທດກຳ” ຂອງ ອິດສະຣາແອັນ ຢ່າງແຮງ, ໂດຍຖືວ່າ ນີ້ແມ່ນສ່ວນໜຶ່ງຂອງ “ບັ້ນດັບສູນສື່ມວນຊົນ” ທີ່ເລັ່ງໃສ່ບັນດານັກຂ່າວຢູ່ເຂດດິນແດນດັ່ງກ່າວ.

ອິດສະຣາແອັນ ຍອມຮັບວ່າ ໄດ້ບຸກໂຈມຕີເລັ່ງໃສ່ນັກຂ່າວ Al – Sharif, ເຊິ່ງເປັນຄົນທີ່ເຂົາເຈົ້າຖືວ່າ ມີສ່ວນກ່ຽວຂ້ອງເຖິງ ຮາມາດສ. ອິດສະຣາແອັນ ກໍເກືອດຫ້າມບັນດານັກຂ່າວສາກົນເຂົ້າເຂດ ກາຊາ, ເວັ້ນເສຍແຕ່ກໍລະນີການເດີນທາງທີ່ໄດ້ຮັບການຄວບຄຸມຢ່າງເຂັ້ມງວດພ້ອມກັບກອງທັບ.


top