ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ.
ພິທີເປີດສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ບູຊານ (ພາບ: TTXVN)
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ, ຕອນເຊົ້າວັນທີ 13 ສິງຫາ, ຢູ່ບູຊານ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີເປີດສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ບູຊານ ແລະ ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືມິດຕະພາບລະຫວ່າງນະຄອນ ໂຮ່ຈີມິນ - ບູຊານ (11/1995-11/2025).
ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະປະຕິບັດງານ ໄດ້ກົດປຸ່ມເປີດສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ບູຊານ ຢ່າງເປັນທາງການ. ຖັດຈາກນັ້ນແມ່ນກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຮ່ວມມືມິດຕະພາບ ລະຫວ່າງນະຄອນ ໂຮ່ຈີມິນ - ບູຊານ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ:
ບູຊານ ແລະ ນະຄອນ ໂຮ່ຈີມິນ ລ້ວນແຕ່ແມ່ນບັນດາສູນເສດຖະກິດແຖວໜ້າ, ສູນນະວັດຕະກຳຂອງຫວຽດນາມ ແລະ ສ.ເກົາຫຼີ ມີເງື່ອນໄຂຢ່າງພຽງພໍເພື່ອສືບຕໍ່ສົມທົບກັນພັດທະນາ. ພາຍຫຼັງ 30 ປີແຫ່ງວັນສ້າງຕັ້ງການພົວພັນ, ພວກເຮົາເຫັນໄດ້ຫຼາຍບົດຮຽນປະສົບການ ແລະ ມີການກຳນົດທິດພັດທະນາໃໝ່, ຮອບດ້ານໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ການພົບປະແລກປ່ຽນປະຊາຊົນຕື່ມອີກ, ແມ່ນແບບຢ່າງໃນການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.
ກ່ອນໜ້ານັ້ນ, ທີ່ການຕ້ອນຮັບ ທ່ານ Park Heong-joon ເຈົ້າຄອງນະຄອນ ບູຊານ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ.
ແລະກໍ່ໃນຕອນບ່າຍວັນທີ 13 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ຮັບຟັງການແນະນຳກ່ຽວກັບເຕັກໂນໂລຢີເຄື່ອນໄຫວ ແບບຫັນເປັນ ທ່າກຳປັ່ນອັດຕະໂນມັດ 100% ຢູ່ທ່າກຳປັ່ນ ບູຊານ, ເຊິ່ງແມ່ນທ່າກຳປັ່ນນອນໃນ Top ແຖວໜ້າໂລກທີ່ມີຊື່ສຽງກ່ຽວກັບການຫັນເປັນອັດຕະໂນມັດ, ຜະລິດຢູ່ພາຍໃນປະເທດ ແລະ ເປັນມິດກັບສິ່ງແວດລ້ອມ.
(ແຫຼ່ງຄັດຈາກ VOV)