• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA) ປະຈໍາ ສປປ ລາວ, ຕອນບ່າຍວັນທີ 12 ສິງຫາ, ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມ ສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ, ການພິມ ແລະ ຈຳໜ່າຍຂອງ ລາວ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິ່ງຫາ 2025) ຢ່າງສົມກຽດ.
ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ແລະ ບັນດາຜູ້ແທນເຂົ້າຊົມ ຮ້ານຂອງສຳນັກຂ່າວສານປະເທດ ລາວ (KPL) – ບ່ອນວາງສະແດງ ວາລະສານ ຂ່າວພາບ ຫວຽດນາມ ຂອງ VNA. ພາບ: ຊວນຕູ໋ - ນັກຂ່າວ VNAປະຈຳ ສປປ ລາວ

ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ; ພ້ອມດ້ວຍບັນດາການນຳອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ, ບັນດາກະຊວງ, ອົງການໂຄສະນາ, ສື່ສານ ແລະ ການພິມຈຳໜ່າຍໃນທົ່ວປະເທດເຂົ້າຮ່ວມ.

ທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ກ່າວຄຳເປີດພິທີ. ພາບ: ຊວນຕູ໋ - ນັກຂ່າວ VNAປະຈຳ ສປປ ລາວ

ກ່າວຄຳປາໄສໃນພິທີ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມ ແລະ ການປະກອບສ່ວນອັນໃຫຍ່ຫຼວງ ຂອງທີມງານນັກຂ່າວ, ສື່ມວນຊົນ ແລະ ການພິມຈຳໜ່າຍຂອງລາວໃນຕະຫຼອດໄລຍະ 75 ປີຜ່ານມາ. ທ່ານນາຍົກໄດ້ເນັ້ນໜັກວ່າ, ສື່ມວນຊົນ ລາວໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ຍົກລະດັບໃຫ້ທັນສະໄໝ ເທື່ອລະກ້າວທັງດ້ານເນື້ອໃນ ແລະ ຮູບແບບ, ຕິດຕາມແນວໂນ້ມເຕັກໂນໂລຊີ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໃນໄລຍະເຊື່ອມໂຍງສາກົນຢ່າງເລິກເຊິ່ງໃນປັດຈຸບັນ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ກ່າວຄຳປາໄສໃນງານ. ພາບ: ຊວນຕູ໋ - ນັກຂ່າວ VNAປະຈຳ ສປປ ລາວ

ໃນໂອກາດພິເສດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ  ໄດ້ເຂົ້າຢ້ຽມຊົມ ບັນດາຮ້ານວາງສະແດງ ຜະລິດຕະພັນສື່ມວນຊົນ ແລະ ສິ່ງພິມ. ທີ່ຮ້ານຂອງສຳນັກຂ່າວສານປະເທດ ລາວ (KPL)  ຄູ່ຮ່ວມມືທີ່ສຳຄັນຂອງສຳນັກຂ່າວສານ ຫວຽດນາມ (VNA), ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ການປະກອບສ່ວນ ອັນໃຫຍ່ຫຼວງ ຂອງສຳນັກຂ່າວສານປະເທດ ລາວໃນວຽກງານ ການໂຄສະນາ ເຜີຍແຜ່ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດພັດທະນາຂອງ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ສຳນັກຂ່າວສານປະເທດ ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ຢືນຢັນບົດບາດຫຼັກໃນວົງການສື່ມວນຊົນປະຕິວັດຂອງປະເທດ.

ບັນດາຜູ້ແທນທີ່ເຫດການດັ່ງກ່າວ. ພາບ: ຊວນຕູ໋ - ນັກຂ່າວ VNAປະຈຳ ສປປ ລາວ

ໃນເຫດການດັ່ງກ່າວ, ບັນດາອົງການສື່ມວນຊົນໄດ້ນຳສະເໜີຜົນງານພົ້ນເດັ່ນ ແລະ ຜະລິດຕະພັນພິເສດ, ສະທ້ອນໃຫ້ເຫັນຢ່າງຈະແຈ້ງ ການພັດທະນາຮອບດ້ານ ຂອງວົງການສື່ມວນຊົນ ລາວໃນໄລຍະໃໝ່. ບັນດາສິ່ງພິມບໍ່ພຽງແຕ່ ສະແດງໃຫ້ເຫັນເຖິງການພັດທະນາທັງດ້ານເນື້ອໃນ ແລະ ຮູບແບບເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງບົດບາດທີ່ນັບມື້ນັບສຳຄັນ ຂອງສື່ມວນຊົນໃນຊີວິດການເມືອງ, ເສດຖະກິດ ແລະ ສັງຄົມຂອງປະເທດ.

ໂດຍສະເພາະ, ສຳນັກຂ່າວສານປະເທດ ລາວ ໄດ້ນຳສະເໜີຜະລິດຕະພັນຂອງ VNA ຄື ວາລະສານ ຂ່າວພາບ ຫວຽດນາມ ເພື່ອແນະນຳໃຫ້ໝູ່ເພື່ອນສາກົນ ໄດ້ຊົມຮູບພາບ ທີ່ສວຍງາມ ກ່ຽວກັບປະເທດຊາດ, ຄົນ ແລະ ຊີວິດສັງຄົມຂອງ ຫວຽດນາມ. ນີ້ແມ່ນກິດຈະກຳ ທີ່ມີຄວາມໝາຍຄວາມສຳຄັນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ, ຄວາມຜູກພັນ ລະຫວ່າງປະຊາຊົນສອງຊາດ, ພ້ອມທັງຢືນຢັນສາຍພົວພັນຮ່ວມມື ທີ່ສະໜິດແໜ້ນ ລະຫວ່າງສອງສຳນັກຂ່າວສານແຫ່ງຊາດ.

ປະຕິບັດໂດຍ: VNA/VNP

ຈັດການເຄື່ອນໄຫວຫຼາຍຢ່າງຂ່ຳນັບຮັບຕ້ອນເຫດການ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ

ຈັດການເຄື່ອນໄຫວຫຼາຍຢ່າງຂ່ຳນັບຮັບຕ້ອນເຫດການ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ

ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ໄຂງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”.

Top