ໂດຍກຳນົດການຮັບປະກັນຄວາມໝັນຄົງດ້ານພະລັງງານແຫ່ງຊາດແມ່ນໜ້າທີ່ການເມືອງແຖວໜ້າຕໍ່ການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່, ຫວຽດນາມ ໄດ້ ແລະ ພວມສຸມໃສ່ຜັນຂະຫຍາຍສາມບາດກ້າວບຸກທະລຸຍຸດທະສາດ. ບໍ່ພຽງແຕ່ປ່ຽນແປງໃໝ່ວິທີການຄຸ້ມຄອງບໍລິຫານວິສາຫະກິດເທົ່ານັ້ນ ຫາກຍັງໝູນໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ, ຫັນຕາໜ່າງໄຟຟ້າເປັນທັນສະໄໝຢ່າງແຮງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່.
ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສະໜອງໄຟຟ້າຢ່າງພຽງພໍນັ້ນແມ່ນໜຶ່ງໃນບັນດາປັດໄຈພື້ນຖານເພື່ອຮັບປະກັນການເພີ່ມຄວາມໄວຢ່າງກະໂດດຂັ້ນຂອງພື້ນຖານເສດຖະກິດ ແລະ ຕັດສິນໃຈພາລະກິດ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝໃນໄລຍະຈະມາເຖິງ. ໃນສະພາບການ, ຫວຽດນາມ ວາງເປົ້າໝາຍການເຕີບໂຕເສດຖະກິດຢູ່ໃນລະດັບສູງ ຍິ່ງຮຽກຮ້ອງຕ້ອງການ ລະດັບພະລັງງານໄຟຟ້າມີການເຕີບໂຕເທົ່າທຽມກັນ. ນີ້ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດ, ຕ້ອງມີວິທີການພັດທະນາແຫຼ່ງໄຟຟ້າ, ເປັນຕົ້ນແມ່ນບັນດາແຫຼ່ງໄຟຟ້າພື້ນຖານ, ໄຟຟ້າສີຂຽວ, ໄຟຟ້າສະອາດ ແລະ ຍືນຍົງ.
ບໍ່ປະໃຫ້ຂາດແຄນໄຟຟ້າຢ່າງເດັດຂາດ
ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາ, ກະຕຸຸກຊຸກຍູ້, ແກ້ໄຂຄວາມຫຍຸ້ງຍາກເປັນປະຈຳເພື່ອຊຸກຍູ້ການຜັນຂະຫຍາຍໂຄງການແຫຼ່ງໄຟຟ້າ, ຕາໜ່າງສາຍສົ່ງໄຟຟ້າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຢຶດໝັ້ນບໍ່ປະໃຫ້ຂາດແຄນໄຟຟ້າໃນບໍ່ວ່າກໍລະນີໃດ. ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກ ກຸ່ມບໍລິສັດ ໄຟຟ້າ ຫວຽດນາມ ຄັ້ງທີ IV, ອາຍຸການ 2025 – 2030 ໃນວັນທີ 10 ສິງຫາຜ່ານມາ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການວ່າ:
ຂະແໜງໄຟຟ້າ, ເປົ້າໝາຍຜະລິດໄຟຟ້າແມ່ນຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ, ຕອບສະໜອງໄດ້ການຜະລິດການບໍລິໂພກ ແລະ ຄວາມຕ້ອງການຊົມໃຊ້ຂອງປະຊາຊົນ, ພ້ອມທັງຕ້ອງຕອບສະໜອງການເຕີບໂຕຢູ່ລະດັບສອງຕົວເລກຂອງພື້ນຖານເສດຖະກິດ. ເປົ້າໝາຍຕ້ອງເຮັດແນວໃດຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ, ດ້ວຍຄວາມໄວຢູ່ລະດັບສອງຕົວເລກ. ນີ້ແມ່ນສິ່ງທົດສອບໃຫຍ່ທີ່ສຸດ.
ທ່ານນາຍົກລັດຖະມົນຕີ ສະເໜີຂະແໜງໄຟຟ້າຕ້ອງເປັນເຈົ້າການທາງດ້ານເຊື້ອເພິງເພື່ອຜະລິດໄຟຟ້າ, ເປັນຕົ້ນແມ່ນການຂຸດຄົ້ນຖ່ານຫີນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງໄຟຟ້າຕ້ອງບືນຕົວຂຶ້ນຢູ່ Top 3 ໃນອາຊຽນ, ຍິ່ງໄປກ່ວານັ້ນຕ້ອງສູງກ່ວາອີກ. ໂດຍເນັ້ນໜັ້ກເຖິງແນວຄິດຊີ້ນຳແມ່ນຕ້ອງມີວິໄສທັດ, ມີຂັ້ນຕອນ, ຍ້ອນວ່າການລົງທຶນເຂົ້າຂະແໜງໄຟຟ້າແມ່ນໃຫຍ່ຫຼວງທີ່ສຸດ, ໃນໄລຍະຍາວ, ຕ້ອງເພີ່ມຄວາມໄວ, ຢ່າງກະໂດດຂັ້ນກ່ວາອີກກ່ຽວກັບແຫຼ່ງ ແລະ ຕາໜ່າງໄຟຟ້າ, ພິເສດແມ່ນໄຟຟ້ານິວເຄຼຍ, ໄຟຟ້າສະອາດ.
ທ່າອ່ຽງໃນປັດຈຸບັນແມ່ນໄຟຟ້ານິວເຄຼຍ, ໃນໂລກມີໄຟຟ້ານິວເຄຼຍກ່ວາ 400 ແຫ່ງ, ຫຼາຍປະເທດມີກ່ວາ 50%ແມ່ນໄຟຟ້ານິວເຄຼຍ. ບັນຫາແມ່ນຕ້ອງຄວບຄຸມຄວາມປອດໄພ, ການພັດທະນາ, ພິເສດແມ່ນໄຟຟ້ານິວເຄຼຍ, ແຫຼ່ງໄຟຟ້າສະອາດ, ຕ້ອງກ້າຫານ, ພັດທະນາແຫຼ່ງໄຟຟ້າ ແລະ ລະບົບສາຍສົ່ງໄຟຟ້າຢ່າງແຮງ.
ບັນດາບາດກ້າວບຸກທະລຸຍຸດທະສາດ
ບົນພື້ນຖານການຊີ້ນຳຂອງລັດຖະບານ, ຂະແໜງໄຟຟ້າກຳນົດບັນດາບາດກ້າວບຸກທະລຸຍຸດທະສາດ, ພິເສດແມ່ນໃນວຽກງານລົງທຶນກໍ່ສ້າງແຫຼ່ງ ແລະ ຕາໜ່າງໄຟຟ້າ, ຕອບສະໜອງການວາງແຜນກຳນົດ ແລະ ລື່ນກາຍຄວາມຄືບໜ້າຂອງບັນດາໂຄງການຈຸດສຸມ. ໂຄງການຕາໜ່າງສາຍສົ່ງໄຟຟ້າ 500kV ສາມວົງຈອນ ກ໋ວາງແຈກ - ໂຝໂນ້ຍ ໄດ້ປະຕິບັດສຳເລັດໃນເດືອນສິງຫາ 2024, ໃນໄລຍະເວລາດຳເນີນສ້າງພຽງ 6 ເດືອນປາຍກໍ່ປະສົບຜົນສຳເລັດເປັນແບບຢ່າງ. ເສີມຂະຫຍາຍໝາກຜົນນີ້, ທ່ານຮອງເລຂາ ສະເພາະກິດຄະນະພັກ EVN ຫງວຽນຮຶວຕວນ ເນັ້ນໜັກວ່າ:
ເພື່ອມີວິທີການບຸກທະລຸໃນວຽກງານລົງທຶນກໍ່ສ້າງບັນດາໂຄງການຜະລິດໄຟຟ້າ ແລະ ຕາໜ່າງໄຟຟ້າ. ຫຼຸດເວລາຫຼາຍກ່ວາອີກ ໃນການປະຕິບັດບັນດາໂຄງການຈຸດສຸມ, ການລົງທຶນຫັນຂະແໜງໄຟຟ້າເປັນທັນສະໄໝ ນັບແຕ່ຂັ້ນຕອນຜະລິດຈົນຮອດຂັ້ນຕອນສົ່ງໄຟຟ້າ, ຈຳໜ່າຍໄຟຟ້າ, ມີຄວາມສາມາດສະສົມແຫຼ່ງພະລັງງານທົດແທນດ້ວຍຂອບຂະໜາດໃຫຍ່; ປະຕິບັດການຫັນພະລັງງານຕາມທິດສີຂຽວ ແລະ ຍືນຍົງ; ປະຕິບັດສຳເລັດ 12 ໂຄງການແຫຼ່ງໄຟຟ້າ, ສູ້ຊົນເລີ່ມລົງມືກໍ່ສ້າງ ໂຄງການ LNG ກ໋ວາງແຈກ 3 ໃນປີ 2026 ແລະ ປະຕິບັດສຳເລັດໃນປີ 2030.
ໃນສະພາບການພື້ນຖານເສດຖະກິດຄາດວ່າມີການເຕີບໂຕສູງ, ຄວາມຕ້ອງການໄຟຟ້າຈະເພີ່ມແຕ່ 11 %ຂຶ້ນໄປ, ຮຽກຮ້ອງຂະແໜງໄຟຟ້າຕ້ອງມີການກະກຽມ ເປັນຢ່າງດີ ແລະ ເປັນເຈົ້າການສ້າງບັນດາແຜນສະໜອງໄຟຟ້າ, ປ່ຽນແປງໃໝ່ວຽກງານຄຸ້ມຄອງວິສາຫະກິດຢ່າງຮອບດ້ານຕາມທິດໂປ່ງໃສ, ຫຍັບເຂົ້າໃກ້ກັບມາດຖານສາກົນ.
ໃນຍຸກສະໄໝໃໝ່, ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳໄດ້ກຳນົດແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກເພື່ອພັດທະນາບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ, ການລົງທຶນກໍ່ສ້າງ ແລະ ການເງິນຂອງຂະແໜງໄຟຟ້າຕາມທິດທັນສະໄໝ.
ບັນດາການຊີ້ນຳຢ່າງຂ້ຽວຂາດຈາກລັດຖະບານ, ຄວາມຕັດສິນໃຈຂອງຂະແໜງໄຟຟ້າ, ບັນດາກະຊວງ, ຂະແໜງການພວມຫັນເປົ້າໝາຍຮອດປີ 2045 ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃຫ້ປະກົດຜົນເປັນຈິງ, ໃນນັ້ນຄວາມໝັ້ນຄົງພະລັງງານແມ່ນໂຄງລ່າງຈຳເປັນ. ເປັນຕົ້ນແມ່ນໃນສະພາບການ ຫວຽດນາມພວມປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການພັດທະນາ ແບບຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຍິ່ງຕ້ອງມີການດັດປັບຢ່າງສົມເຫດສົມຜົນ, ຕິດພັນກັບເປົ້າໝາຍປ່ອຍອາຍພິດລົງລະດັບ “0” ໃນປີ 2050.