• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດຄວາມຄາດຫວັງຫັນເປັນດີຈີຕອນຂອງຫວຽດນາມໃຫ້ປະກົດຜົນເປັນຈິງ

      ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບການຫັນເປັນດີຈີຕອນໃນປີ 2020, ແຕ່ວຽກງານນີ້ຍັງສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແຮງກວ່າໃນປີ 2021 ແລະ ໃນຊຸມປີຕໍ່ໄປ.
ຢາກປະຕິບັດການຫັນຄວາມຄາດຫວັງຫັນປະເທດຊາດເປັນດີຈີຕອນ ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງກຳແໜ້ນກາລະໂອກາດ, ປະຕິບັດພາລະກິດຫັນເປັນດີຈີຕອນຢ່າງໄວ ແລະ ແຮງກວ່າອີກ. ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບການຫັນເປັນດີຈີຕອນໃນປີ 2020, ແຕ່ວຽກງານນີ້ຍັງສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແຮງກວ່າໃນປີ 2021 ແລະ ໃນຊຸມປີຕໍ່ໄປ.
ປີ 2020 ແມ່ນປີທີ່ຫວຽດນາມ ໄດ້ເລີ່ມເຄື່ອນໄຫວເປົ້າໝາຍຫັນປະເທດຊາດເປັນດີຈີຕອນ. ເຕັກໂນໂລຊີພັດທະນາ ອະນຸຍາດໃຫ້ຫວຽດນາມ ນຳທຸກການເຄື່ອນໄຫວຂອງຕົນເຂົ້າໃນເຄືອຄ່າຍອິນເຕີເນັດ ແທນທີ່ພຽງແຕ່ຫັນເອກະສານ, ຂັ້ນຕອນເປັນດີຈີຕອນຄືໃນເມື່ອກ່ອນນັ້ນ. ການຫັນປ່ຽນນີ້ ເກີດຂຶ້ນຢ່າງວອງໄວ ແລະ ໄດ້ສົ່ງຜົນກະທົບທີ່ໃຫຍ່ຫຼວງຍິ່ງກວ່າເວລາໃດໝົດໃນທັງ 3 ເສົ້າຄ້ຳ ນັ້ນແມ່ນ: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ
(ພາບ: vneconomy.vn)
      ບັນດາວິສາຫະກິດຂະແໜງເຕັກໂນໂລຊີຂໍ້ມູຂ່າວສານໃນປີ 2020 ໄດ້ນຳໃຊ້ກາລະໂອກາດການຫັນປະເທດເປັນດີຈີຕອນ ເພື່ອຍົກອອກບັນດາຂໍ້ຕົກລົງນຳໃຊ້ຮູບແບບບໍລິຫານ, ດຳເນີນທຸລະກິດໃໝ່, ເປີດກວ້າງພື້ນທີ່ປະດິດຄິດສ້າງບັນດາຜະລິດຕະພັນການບໍລິການໃໝ່, ໂດຍອີງໃສ່ຖານຂໍ້ມູນ ແລະ ເຕັກໂນໂລຊີດີຈີຕອນ. ການເຄື່ອນໄຫວພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານແມ່ນຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ສະໜອງບັນດາການບໍລິການຂອງລັດທາງອອນລາຍ, ຮັກສາການແລກປ່ຽນການຄ້າຢ່າງຕໍ່ເນື່ອງ, ພິເສດແມ່ນໃນໄລຍະແຍກຫ່າງທາງສັງຄົມ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ, ເນັ້ນໜັກວ່າ.
“ບັນດາວິສາຫະກິດຄວນນຳໃຊ້ກາລະໂອກາດນີ້ເພື່ອຫັນເປັນດີຈີຕອນ ເພື່ອຊຸກຍູ້ການຫັນປະເທດເປັນດີຈີຕອນ, ໂດຍອີງໃສ່ຖານຂໍ້ມູນ ແລະ ເຕັກໂນໂລຊີດີຈີຕອນ. ສຳລັບການຫັນປ່ຽນການລົງທຶນທົ່ວໂລກ, ຫວຽດນາມ ອາດຈະແມ່ນປະເທດຮັບການຫັນປ່ຽນນັ້ນ, ບັນດາວິສາຫະກິດ ICT ຕ້ອງກຽມພ້ອມເປັນຄູ່ຮ່ວມມື, ບໍ່ພຽງແຕ່ຮັບການມອບໂອນເທົ່ານັ້ນ, ຫາກສຳຄັນກວ່າແມ່ນຄູ່ຮ່ວມມືກ່ຽວກັບການຄົ້ນຄວ້າພັດທະນາເຕັກໂນໂລຊີເປັນແກ່ນສານ ແລະ ຜະລິດຕະພັນ.”
ປະຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນ 20 ປະເທດທີ່ມີອັດຕານຳໃຊ້ອິນເຕີເນັດຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ນຳໃຊ້ 68,17 ລ້ານຄົນ (ກວມເອົາ 70% ຈຳນວນປະຊາກອນ). ມີປະຊາຊົນຫວຽດນາມ ປະມານ 94% ໄດ້ນຳໃຊ້ອິນເຕີເນັດເປັນປະຈຳ ຄິດສະເລ່ຍຂຶ້ນເຖິງ 6 ຊົ່ວໂມງ/ມື້. ກ່ຽວກັບດັດຊະນີພັດທະນາລັດຖະບານເອເລັກໂຕນິກ, ບົດລາຍງານ EGDI ຂອງສະຫະປະຊາຊາດໄດ້ຊີ້ໃຫ້ເຫັນວ່າ, ປັດຈຸບັນ ຫວຽດນາມ ຖືກຈັດອັນດັບທີ 86, ເພີ່ມຂຶ້ນ 2 ຂັ້ນ ແລະ ມີຄະແນນສູງກວ່າລະດັບປານກາງຂອງອາຊີ ແລະ ໂລກ. ຫວຽດນາມຢືນອັນກັບທີ 6 ກ່ຽວກັບດັດຊະນີການພັດທະນາລັດຖະບານເອເລັກໂຕນິກ, ຖັດຈາກຟີລີບປິນ, ບຣູໄນ, ໄທ, ມາເລເຊຍ ແລະ ສິງກະໂປ. ກ່ຽວກັບດັດຊະນີໂທລະຄົມມະນາຄົມ, ໃນປີ 2020. ຫວຽດນາມ ໄດ້ເພີ່ມຂຶ້ນ 31 ຂັ້ນ, ຢືນອັນດັບທີ 69 ໃນໂລກ.
ປະຈຸບັນ, ຫວຽດນາມ ມີວິສາຫະກິເຕັກໂນໂລຊີຂໍ້ມູນຂ່າວສານປະມານ 45.500 ແຫ່ງ (ICT). ຍອດລາຍຮັບຂອງບັນດາວິສາຫະກິດດັ່ງກ່າວຄາດວ່າບັນລຸປະມານ 126 ຕື້ USD. ປະຈຸບັນ, ອັດຕາການສົ່ງອອກເຕັກໂນໂລຊີຂໍ້ມູນຂ່າວສານກວມເອົາປະມານ 30% ຍອດມູນຄ່າສົ່ງອອກແຫ່ງຊາດ  ແລະ ການສົ່ງອອກ ICT ຂອງຫວຽດນາມ ກວມອັດຕາ 3% ທົ່ວໂລກ. ນີ້ແມ່ນບັນດາຈຸດພົ້ນເດັ່ນໃນຂົງເຂດ ICT ຂອງຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: VGP)
      ຂີດໝາຍສຳຄັນໃນວິວັດທະນາການຫັນເປັນດີຈີຕອນຢູ່ຫວຽດນາມ ແມ່ນວັນທີ 03 ມິຖຸນາ 2020, ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 749 ອະນຸມັດຜ່ານ “ໂຄງການຫັນປະເທດຊາດເປັນດີຈີຕອນຮອດປີ 2030”. ຂໍ້ຕົກລົງຊີ້ແຈ້ງວ່າ, ໜ້າທີ່, ມາດຕະການສ້າງພື້ນຖານການຫັນເປັນດີຈີຕອນແມ່ນຫັນປ່ຽນຄວາມຮັບຮູ້; ພັດທະນາພື້ນຖານໂຄງລ່າງດີຈີຕອນ; ຮັບປະກັນຄວາມປອດໄພທາງດ້ານເຄືອຂ່າຍອິນເຕີເນັດ; ການຮ່ວມມືສາກົນ, ຄົ້ນຄວ້າ, ພັດທະນາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງໃນສະພາບແວດລ້ອມດີຈີຕອນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຊີ້ນຳວ່າ.
“ໃນການຜັນຂະຫຍາຍບັນດານະຄອນ ແລະ ບາງກະຊວງ, ຂະແໜງການຕ້ອງໃສ່ໃຈວ່າ, ນີ້ແມ່ນບາດກ້າວເດີນທີ່ຍາວໄກ, ຕ້ອງມີການກຳນົດທິດ ແລະ ຢຶດໝັ້ນ. ກຳນົດບັນດາຂົງເຂດຕ້ອງສຸມໃສ່ຫັນປ່ຽນແມ່ນສຳຄັນ. ຂົງເຂດທຳອິດແມ່ນສາທາລະນະສຸກ, ຖັດຈາກນັ້ນແມ່ນການສຶກສາ, ການເງິນທະນາຄານ, ກະສິກຳ, ຄົມມະນາຄົມ, ພະລັງງານ, ສິ່ງແວດລ້ອມ. ເປົ້າໝາຍສຸດທ້າຍຂອງລະບອບສັງຄົມມີຄວາມສະຖຽນລະພາບ, ປະຊາຊົນໄດ້ຮັບການເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈ. ໃນໄລຍະຈະມາເຖິງນີ້, ພວກຂ້າພະເຈົ້າຈະຈັດຕັ້ງການຫັນເປັນດີຈີຕອນຢູ່ບາງກະຊວງຄື: ກະຊວງສຶກສາບຳລຸງສ້າງ, ກະຊວງສາທາລະນະສຸກ”.
ສຳລັບໂຄງການຫັນປະເທດເປັນດີຈີຕອນເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອະນຸມັດຜ່ານນັ້ນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ແລະ ນຳໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້ມີໂຄງການຫົວເລື່ອງສະເພາະກ່ຽວກັບການຫັນເປັນດີຈີຕອນ. ເຖິງຢ່າງໃດກໍ່ຕາມ, ພາລະກິດຫັນເປັນດີຈີຕອນຫາກໍ່ເລີ່ມຕົ້ນ ແຕ່ໄດ້ປະກອບສ່ວນຊ່ວຍໃຫ້ປະເທດພັດທະນາຢ່າງໄວກວ່າ, ສັງຄົມມີສະຖຽນລະພາບກວ່າ, ຮັບໃຊ້ປະຊາຊົນເປັນຢ່າງດີກວ່າ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໄດ້ຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top