• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ປິ້ງໄກ່ໃນປ້ອງໄຜ່

ປິ້ງໄກ່ໃນປ້ອງໄຜ່ແມ່ນເຍື່ອງອາຫານໜຶ່ງ ໄດ້ຮັບການປຸງແຕ່ງຈາກບັນດາ ຜູ້ຄົນ ທີ່ເຄີຍໃຊ້ຊີວິດຢູ່ໃນແຖບປ່າດົງພົງໄພ ແລະ ວິທີປຸງແຕ່ງອາຫານດັ່ງກ່າວ ກໍງ່າຍດາຍ.
 
 
ການໃຊ້ປ້ອງໄມ້ໄຜ່ປີ້ງອາຫານ ຈະເພິ່ມລົດຊາດ ກິ່ນຫອມຂອງໄມ້ໄຜ່ ສ້າງຄວາມຈັບໃຈແກ່ຜູ້ໄດ້ຊົມໃຊ້. 

*ວັດຖຸດິບ:
- ໄກ່: 0,5 ກິໂລກຼາມ
- ໄຜ່: ປ້ອງ 1 ຍາວປະມານ 1 ແມັດ
- ໝາກເຜັດ, ຫົວສິງໄຄ, ຜັກທຽມ, ກະນໍ, ນ້ຳຕານ, ເກືອ, ນ້ຳເຜີ້ງ, ແປ້ງນົວ: ຢ່າງ   ລະໜ້ອຍ
- ເຈ້ຍຊືນ ຫຼືໃບຕອງ: ພໍໃຊ້

*ວິທີປຸງ:
- ຫົວສິງໄຄ ແລະ ຜັກທຽມຟັກມຸ່ນໆ.
- ໄກ່ລ້າງສະອາດ, ຕັດເປັນປ່ຽງພໍກິນ ແລະ ເອືອບກັບກະນໍ, ແປ້ງນົວ, ນ້ຳຕານ, ນ້ຳເຜີ້ງ, ຫົວສິງໄຄ, ຜັກທຽມ.
- ປ້ອງໄຜ່ຕັດເປັນປ້ອງສັ້ນໆ ຫ່າງຈາກຕາໄຜ່ 15–20 ຊມ.
- ເອົາຊີ້ນໄກ່ທີ່ເອືອບກັບເຄື່ອງເທດ ຍັດໃສ່ປ້ອງໄຜ່ແລ້ວໃຊ້ເຈ້ຍຊືນ ຫຼື ໃບຕອງປົກຫຸ້ມປາກປ້ອງໄຜ່ ແລະ ມັດໃຫ້ແໜ້ນ.
- ນຳປ້ອງໄຜ່ວາງເທິງເຕົ່າຖ່ານໄຟປະມານ 30 ນາທີ.
- ກ່ອນຮັບປະທານ, ຜ່າປ້ອງໄຜ່ ແລ້ວວາງຊີ້ນໄກ່ໃສ່ຈານ ຫຼື ຈະປະຊີ້ນໄກ່ຢູ່ປ້ອງໄຜ່ຜ່າເຄິ່ງກໍແລ້ວແຕ່ຜູ້ຮັບປະທານ.  
 
ບົດ: ຫວິງຮືງ - ພາບ: ກົງດາດ

Bài: Vĩnh Hưng - Ảnh: Công Đạt

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top