ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ

ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ

ງານ​ລ້ຽງ​ ແບັ໋ງແຊ່ວ ຖືກ​ຈັດ​ຂຶ້ນ​ຢູ່​ເຂດສວນ​ ທີ່​ເຕັມ​ໄປ​ດ້ວຍ​ຕົ້ນ​ໝາກ​ໄມ້​ ໃນໝູ່​ບ້ານ​ບູ​ຮານ​ ລົກ​ອຽນ.  ພາບ: ແທງຮ່ວາ/VNP

ກວາງນາມ ແມ່ນດິນແດນ ທີ່ມີຜະລິດຕະພັນພິເສດ ຫຼາຍຢ່າງ, ປະຊາຊົນ ມີຄວາມດຸໝັ່ນ ແລະ ຝີມືດີ, ອາໄສ ສິ່ງດັ່ງ ກ່າວ ໄດ້ກຳເນີດລາຍການອາຫານ ທີີ່ມີຊື່ສຽງ ຫຼາຍລາຍ ການເຊັ່ນ: ໝີ່ ກວ໊າງ, ກາວເລົ່າ, ເຂົ້າມັນໄກ່ ໂຮ້ຍອານ, ລູກງົວເຜົາ ເກົ່າມົ໋ງ, ແບັ໋ງໂຕ໊, ເຝີມັນຕົ້ນ... ແລະ ມີລາຍການອາຫານໜຶ່ງ ທີ່ບໍ່ຄວນພາດ, ນັ້ນຄື ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ. 

ແບັ໋ງແຊ່ວ ​ຍັງ​ແມ່ນ​ລາຍການ​ອາ​ຫານ​ພື້ນ​ເມືອງ​ ຂອງ​ປະຊາ ຊົນດິນແດນ ກວາງນາມ, ພິ​ເສດ​ແມ່ນ​ໝູ່​ບ້ານ ​ລົກ​ອຽນ. ວິ​ທີ​ເຮັດ ແບັ໋ງແຊ່ວ ຂອງ​ ແມ່​ຍິງ​ຢູ່​ບ້ານ​ ລົກ​ອຽນ ໂດຍພື້ນຖານ ກໍຄືກັບພາກພື້ນອື່ນໆ... ​ເຂົາ​ເຈົ້າ​ລ້ວນ​ແຕ່​ຜ່ານ​ຂັ້ນ​ຕອນ​ພື້ນ ຖານ​ເຊັ່ນ: ​ມ່າເຂົ້າ, ບົດ​ເຂົ້າ, ​ເລືອກ​ຜັກ, ​ເຮັດນໍ້າແຈ່ວ, ຖອກ ແບັ໋ງແຊ່ວ ລົງໝໍ້ກະທະ, ຈັດວາງ ອາຫານ... ​ແລ້ວ​ ຮັບປະທານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແບັ໋ງແຊ່ວ ​ຂອງ​ ໝູ່​ບ້ານ​ບູ ຮານ ລົກອຽນ ຍັງ​ມີ​ຄວາມ​ແຕກ​ຕ່າງ​ ​ໜ້ອຍ​ໜຶ່ງ, ດັ່ງ​ນັ້ນ​ລົດ​ຊາດ​ ກໍ່​ແຕກ​ຕ່າງ​ກັນ.

ຊາວ ລົກອຽນ ເຊີນແຂກຊີມລາຍການອາຫານ ແບ໋ັງແຊ່ວ ທີ່ມີຊື່ສຽງ ຈາກບ້ານເກີດເມືອງນອນ ຂອງຕົນ ດ້ວຍຄວາມ ເປັນກັນເອງ. ພາບ: ແທງຮ່ວາ/VNP

ຕົວຢ່າງ: ແປ້ງເຂົ້າແມ່ນເຮັດຈາກປະເພດ ເຂົ້າຫອມໜຽວ ທີ່ປູກຢູ່ທົ່ງນາ ຂອງ ໝູ່ບ້ານ. ກຸ້ງ ທີ່ໃຊ້ເຮັດໃຈ ແບ໋ັງແຊ່ວ ແມ່ນ ກຸ້ງດິນຂະໜາດນ້ອຍ, ເປືອກກອບ, ຊີ້ນແໜ້ນ ແລະ ຫອມຫວານ, ມີຫຼາຍຢູ່ຕາມແມ່ນ້ຳລຳເຊໃນພາກພື້ນ, ພ້ອມກັບຊີ້ນໝູສາມຊັ້ນ ແລະ ຖົ່ວງອກສົດໆ. ຜັກກິນແກ້ມ ປະກອບມີ: ຜັກຫອມ, ຜັກຫອມປ້ອມ, ຜັກສະຫຼັດ, ຜັກຄາວທອງ, ຜັກໜອກ, ປີກ້ວຍ, ຜັກກາດຂຽວ... ສ່ວນໃຫຍ່ ແມ່ນເກັບຈາກສວນບ້ານ. ນໍ້າແຈ່ວ ນອກຈາກ ແບບນ້ຳປາ ສົ້ມຫວານທຳມະດາແລ້ວ ຍັງມີແບບນໍ້າແຈ່ວ ພິເສດ ທີ່ເຮັດ ຈາກນ້ຳປາແດກ, ຂີງ ແລະ ຖົ່ວດິນບົດ, ເພາະສະນັ້ນ ນໍ້າແຈ່ວ ຈະມີສີເຫຼືອງ ແລະ ແຂ້ນ, ເມື່ອຮັບປະທານ ຈະຮູ້ສຶກໄດ້ ລົດມັນ, ຫວານ, ເຄັມ ຂ້ອນຂ້າງແປກ.

ນອກຈາກນັ້ນ, ວິທີການຈັດວາງ ແບັ໋ງແຊ່ວ ກໍຍັງມີຈຸດ ແຕກຕ່າງຄື: ພາ ແບ໋ັງແຊ່ວ ຖືກຮອງດ້ວຍໃບຜັກອີ່ເລີດ, ເພາະສະນັ້ນ, ພາ ແບັ໋ງແຊ່ວ ສຳເລັດຮູບ ຄືດັ່ງພາບແຕ້ມ ນາໆ ສີ ກັບສີເຫຼືອງກອບ ຂອງ ແບັ໋ງແຊ່ວ, ສີແດງສົດ ຂອງ ກຸ້ງ, ສີຂາວຂອງຖົ່ວງອກ ແລະ ສີຂຽວສົດ ຂອງໃບຜັກອີ່ເລີດ ເບິ່ງແລ້ວງາມຕາ. 

ຜ່ານປະສົບການຕົວຈິງກັບການປຸງແຕ່ງ ແບັ໋ງແຊ່ວ. ພາບ: ແທງຮ່ວາ/VNP

ຍ້ອນຄວາມ​ແຕກ​ຕ່າງ​ ຂອງ​ ສ່ວນ​ປະ​ກອບ​, ການ​ປຸງ​ແຕ່ງ​ ແລະ ​ການ​ຈັດວາງ ໄດ້ປະ​ກອບ​ສ່ວນ​ ສ້າງລົດຊາດ​ ທີ່​ໜ້າດຶງດູດ​ໃຈ ​ທີ່​ເປັນ​ເອ​ກະ​ລັກ ຂອງລາຍການອາຫານ ແບັ໋ງແຊ່ວ ໝູ່​ບ້ານ​ບູຮານ ລົກອຽນ. ເມື່ອຮັບປະທານ, ນັກຊີມຈະເອົາ ແບ໋ັງແຊ່ວ ປ່ຽງໜຶ່ງ, ຕື່ມຜັກກາດ ແລະ ຜັກຫອມທຸກຊະນິດ ແລະ ພັນກັບ ເຂົ້າຂຽບແລ້ວຈໍ້າກັບ ນໍ້າແຈ່ວ ພິເສດຂອງໝູ່ບ້ານ ລົກລຽນ ຕ້ອງຮັບຮອງວ່າ ແຊບອີ່ຫຼີ!

ຄວາມ​ດູດ​ດື່ມ​ຂອງ​ລາຍການ​ອາ​ຫານ ແບ໋ັງແຊ່ວ ທີ່​ມີ​ຊື່​ສຽງ​ຢູ່​ໝູ່​ບ້ານ​ບູ​ຮານ ລົກອຽນ. ພາບ: ແທງຮ່ວາ/VNP

ສິ່ງທີ່ໜ້າສົນໃຈອີກຢ່າງໜຶ່ງຄື ບັນຍາກາດຮັບປະທານ ແບັ໋ງແຊ່ວ ຢູ່ໝູ່ບ້ານລົກອຽນ ມັກຈັດຂຶ້ນ ທ່າມກາງ ບັນຍາກາດ ຂອງສວນໝາກໄມ້ ທີ່ກວ້າງໃຫຍ່່່່່ ພ້ອມກັບສາຍລົມພັດ ເຢັນສະບາຍ, ເຮັດໃຫ້ຜູ້ຮັບປະທານ ຄືໄດ້ເພີດເພີນກັບ ລົດຊາດບ້ານນາ ແລະ ຫອມແຊບ ທີ່ຍາກຈະຫຼົງລືມ ຂອງ ຊາວໝູ່ບ້ານບູຮານ ລົກອຽນ.  

ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ


Top