ກວາງນາມ ແມ່ນດິນແດນ ທີ່ມີຜະລິດຕະພັນພິເສດ ຫຼາຍຢ່າງ, ປະຊາຊົນ ມີຄວາມດຸໝັ່ນ ແລະ ຝີມືດີ, ອາໄສ ສິ່ງດັ່ງ ກ່າວ ໄດ້ກຳເນີດລາຍການອາຫານ ທີີ່ມີຊື່ສຽງ ຫຼາຍລາຍ ການເຊັ່ນ: ໝີ່ ກວ໊າງ, ກາວເລົ່າ, ເຂົ້າມັນໄກ່ ໂຮ້ຍອານ, ລູກງົວເຜົາ ເກົ່າມົ໋ງ, ແບັ໋ງໂຕ໊, ເຝີມັນຕົ້ນ... ແລະ ມີລາຍການອາຫານໜຶ່ງ ທີ່ບໍ່ຄວນພາດ, ນັ້ນຄື ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ.
ງານລ້ຽງ ແບັ໋ງແຊ່ວ ຖືກຈັດຂຶ້ນຢູ່ເຂດສວນ ທີ່ເຕັມໄປດ້ວຍຕົ້ນໝາກໄມ້ ໃນໝູ່ບ້ານບູຮານ ລົກອຽນ. ພາບ: ແທງຮ່ວາ/VNP
ກວາງນາມ ແມ່ນດິນແດນ ທີ່ມີຜະລິດຕະພັນພິເສດ ຫຼາຍຢ່າງ, ປະຊາຊົນ ມີຄວາມດຸໝັ່ນ ແລະ ຝີມືດີ, ອາໄສ ສິ່ງດັ່ງ ກ່າວ ໄດ້ກຳເນີດລາຍການອາຫານ ທີີ່ມີຊື່ສຽງ ຫຼາຍລາຍ ການເຊັ່ນ: ໝີ່ ກວ໊າງ, ກາວເລົ່າ, ເຂົ້າມັນໄກ່ ໂຮ້ຍອານ, ລູກງົວເຜົາ ເກົ່າມົ໋ງ, ແບັ໋ງໂຕ໊, ເຝີມັນຕົ້ນ... ແລະ ມີລາຍການອາຫານໜຶ່ງ ທີ່ບໍ່ຄວນພາດ, ນັ້ນຄື ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ.
ແບັ໋ງແຊ່ວ ຍັງແມ່ນລາຍການອາຫານພື້ນເມືອງ ຂອງປະຊາ ຊົນດິນແດນ ກວາງນາມ, ພິເສດແມ່ນໝູ່ບ້ານ ລົກອຽນ. ວິທີເຮັດ ແບັ໋ງແຊ່ວ ຂອງ ແມ່ຍິງຢູ່ບ້ານ ລົກອຽນ ໂດຍພື້ນຖານ ກໍຄືກັບພາກພື້ນອື່ນໆ... ເຂົາເຈົ້າລ້ວນແຕ່ຜ່ານຂັ້ນຕອນພື້ນ ຖານເຊັ່ນ: ມ່າເຂົ້າ, ບົດເຂົ້າ, ເລືອກຜັກ, ເຮັດນໍ້າແຈ່ວ, ຖອກ ແບັ໋ງແຊ່ວ ລົງໝໍ້ກະທະ, ຈັດວາງ ອາຫານ... ແລ້ວ ຮັບປະທານ. ເຖິງຢ່າງໃດກໍຕາມ, ແບັ໋ງແຊ່ວ ຂອງ ໝູ່ບ້ານບູ ຮານ ລົກອຽນ ຍັງມີຄວາມແຕກຕ່າງ ໜ້ອຍໜຶ່ງ, ດັ່ງນັ້ນລົດຊາດ ກໍ່ແຕກຕ່າງກັນ.
ຊາວ ລົກອຽນ ເຊີນແຂກຊີມລາຍການອາຫານ ແບ໋ັງແຊ່ວ ທີ່ມີຊື່ສຽງ ຈາກບ້ານເກີດເມືອງນອນ ຂອງຕົນ ດ້ວຍຄວາມ ເປັນກັນເອງ. ພາບ: ແທງຮ່ວາ/VNP
ຕົວຢ່າງ: ແປ້ງເຂົ້າແມ່ນເຮັດຈາກປະເພດ ເຂົ້າຫອມໜຽວ ທີ່ປູກຢູ່ທົ່ງນາ ຂອງ ໝູ່ບ້ານ. ກຸ້ງ ທີ່ໃຊ້ເຮັດໃຈ ແບ໋ັງແຊ່ວ ແມ່ນ ກຸ້ງດິນຂະໜາດນ້ອຍ, ເປືອກກອບ, ຊີ້ນແໜ້ນ ແລະ ຫອມຫວານ, ມີຫຼາຍຢູ່ຕາມແມ່ນ້ຳລຳເຊໃນພາກພື້ນ, ພ້ອມກັບຊີ້ນໝູສາມຊັ້ນ ແລະ ຖົ່ວງອກສົດໆ. ຜັກກິນແກ້ມ ປະກອບມີ: ຜັກຫອມ, ຜັກຫອມປ້ອມ, ຜັກສະຫຼັດ, ຜັກຄາວທອງ, ຜັກໜອກ, ປີກ້ວຍ, ຜັກກາດຂຽວ... ສ່ວນໃຫຍ່ ແມ່ນເກັບຈາກສວນບ້ານ. ນໍ້າແຈ່ວ ນອກຈາກ ແບບນ້ຳປາ ສົ້ມຫວານທຳມະດາແລ້ວ ຍັງມີແບບນໍ້າແຈ່ວ ພິເສດ ທີ່ເຮັດ ຈາກນ້ຳປາແດກ, ຂີງ ແລະ ຖົ່ວດິນບົດ, ເພາະສະນັ້ນ ນໍ້າແຈ່ວ ຈະມີສີເຫຼືອງ ແລະ ແຂ້ນ, ເມື່ອຮັບປະທານ ຈະຮູ້ສຶກໄດ້ ລົດມັນ, ຫວານ, ເຄັມ ຂ້ອນຂ້າງແປກ.
ນອກຈາກນັ້ນ, ວິທີການຈັດວາງ ແບັ໋ງແຊ່ວ ກໍຍັງມີຈຸດ ແຕກຕ່າງຄື: ພາ ແບ໋ັງແຊ່ວ ຖືກຮອງດ້ວຍໃບຜັກອີ່ເລີດ, ເພາະສະນັ້ນ, ພາ ແບັ໋ງແຊ່ວ ສຳເລັດຮູບ ຄືດັ່ງພາບແຕ້ມ ນາໆ ສີ ກັບສີເຫຼືອງກອບ ຂອງ ແບັ໋ງແຊ່ວ, ສີແດງສົດ ຂອງ ກຸ້ງ, ສີຂາວຂອງຖົ່ວງອກ ແລະ ສີຂຽວສົດ ຂອງໃບຜັກອີ່ເລີດ ເບິ່ງແລ້ວງາມຕາ.
ຜ່ານປະສົບການຕົວຈິງກັບການປຸງແຕ່ງ ແບັ໋ງແຊ່ວ. ພາບ: ແທງຮ່ວາ/VNP
ຍ້ອນຄວາມແຕກຕ່າງ ຂອງ ສ່ວນປະກອບ, ການປຸງແຕ່ງ ແລະ ການຈັດວາງ ໄດ້ປະກອບສ່ວນ ສ້າງລົດຊາດ ທີ່ໜ້າດຶງດູດໃຈ ທີ່ເປັນເອກະລັກ ຂອງລາຍການອາຫານ ແບັ໋ງແຊ່ວ ໝູ່ບ້ານບູຮານ ລົກອຽນ. ເມື່ອຮັບປະທານ, ນັກຊີມຈະເອົາ ແບ໋ັງແຊ່ວ ປ່ຽງໜຶ່ງ, ຕື່ມຜັກກາດ ແລະ ຜັກຫອມທຸກຊະນິດ ແລະ ພັນກັບ ເຂົ້າຂຽບແລ້ວຈໍ້າກັບ ນໍ້າແຈ່ວ ພິເສດຂອງໝູ່ບ້ານ ລົກລຽນ ຕ້ອງຮັບຮອງວ່າ ແຊບອີ່ຫຼີ!
ຄວາມດູດດື່ມຂອງລາຍການອາຫານ ແບ໋ັງແຊ່ວ ທີ່ມີຊື່ສຽງຢູ່ໝູ່ບ້ານບູຮານ ລົກອຽນ. ພາບ: ແທງຮ່ວາ/VNP
ສິ່ງທີ່ໜ້າສົນໃຈອີກຢ່າງໜຶ່ງຄື ບັນຍາກາດຮັບປະທານ ແບັ໋ງແຊ່ວ ຢູ່ໝູ່ບ້ານລົກອຽນ ມັກຈັດຂຶ້ນ ທ່າມກາງ ບັນຍາກາດ ຂອງສວນໝາກໄມ້ ທີ່ກວ້າງໃຫຍ່່່່່ ພ້ອມກັບສາຍລົມພັດ ເຢັນສະບາຍ, ເຮັດໃຫ້ຜູ້ຮັບປະທານ ຄືໄດ້ເພີດເພີນກັບ ລົດຊາດບ້ານນາ ແລະ ຫອມແຊບ ທີ່ຍາກຈະຫຼົງລືມ ຂອງ ຊາວໝູ່ບ້ານບູຮານ ລົກອຽນ.
ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ