ເທດສະການອາຫານເຈ 2024
ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.
ເທດສະການດັ່ງກ່າວມີການເຂົ້າຮ່ວມຂອງຄູ່ຮ່ວມມືເກືອບ 130 ຄົນ, ໃນນັ້ນມີບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ, ຮ້ານອາຫານ. ໜຶ່ງໃນກິດຈະກໍາຕົ້ນຕໍ ຂອງ ເທດສະການ ແມ່ນເພີດ ເພີນ ກັບອາຫານບຸບເຟ້ ທີ່ເຮັດຈາກສ່ວນປະກອບ ທໍາມະຊາດ, ສະອາດ ແລະ ປອດໄພ. ນອກຈາກນັ້ນ ຍັງມີບັນດາຮ້ານອາຫານ ກັບຫຼາຍລາຍການອາຫານທີ່ເປັນ ເອກະລັກ ຈາກເຂດ ພາກທີ່ ແຕກຕ່າງກັນເຊັ່ນ: ເຝີ, ເຂົ້າຕົ້ມເຈ ຈາກພາກເໜືອ, ເຂົ້າປຸ້ນ ເຫວ້ ຈາກພາກກາງ, ແບັ໋ງແຊ່ວ ຈາກພາກໃຕ້. ທ່ານຍັງສາມາດໄດ້ຊີມລົດຊາດ ຂອງ ອາຫານເຈ ຈາກພື້ນຖານອາ ຫານ ການກິນອື່ນໆ ເຊັ່ນ: pizza ເຈ ຈາກ ອີຕາລີ, burger ເຈ ຈາກ ສ ອາເມລິກາ ແລະ ເຝີ ເຈ ຈາກ ສ ເກົາຫຼີ...
ສິ່ງພິເສດອີກຢ່າງໜຶ່ງ ຂອງ ງານເທດສະການອາຫານເຈ 2024 ນັ້ນ ແມ່ນນັກຊີມ ຍັງສາມາດເຂົ້າຮ່ວມ ຫ້ອງຮຽນເຮັດ ອາຫານ ເຈ ແລະ ແຂ່ງຂັນເຮັດອາຫານເຈ ເພື່ອຮຽນຮູ້ ວິທີການ ປຸງແຕ່ງ ອາຫານເຈ ທີ່ແຊບ ແລະ ມີທາດບຳລຸງ ສຳລັບຕົນເອງ ແລະ ຄອບຄົວ. ນີ້ແມ່ນຄວາມຮູ້ ແລະ ທັກສະທີ່ຈຳເປັນ ບໍ່ພຽງແຕ່ ສຳລັບ ຜູ້ທີ່ຫາກໍ່ເລີ່ມຊອກຮູ້ ກ່ຽວກັບອາຫານ ເຈ ເທົ່ານັ້ນ, ແຕ່ ຍັງ ສຳລັບ ຜູ້ກິນເຈ ມາເປັນເວລາຫຼາຍປີ ແລະ ນີ້ແມ່ນໂອກາດ ທີ່ບໍ່ຄວນພາດ.
ທ່ານນາງ ຫງວຽນທິເວິນແອງ, ຜູ້ກິນເຈ ມາເປັນເວລານັບສິບ ປີ ໄດ້ແບ່ງປັນວ່າ: “ນີ້ແມ່ນໂອກາດ ທ່ີຜູ້ກິນເຈ ລໍຖ້າ, ບໍ່ພຽງ ແຕ່ ໄດ້ຮັບປະທານ ບັນດາລາຍການອາຫານເຈ ທີ່ແຊບ ຈາກ ທົ່ວທຸກພາກ ຢ່າງດຽວເທົ່ານັ້ນ, ແຕ່ຍັງເປັນໂອກາດ ໄດ້ ພົບປະກັບມວນຊົນ ຜູ້ທີ່ມຸ່ງໄປເຖິງວິຖີຊີວິດສີຂຽວ ເພື່ອປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ”.
ໃນໄລຍະຈັດງານ ເທດສະການ, ນັກທ່ອງທ່ຽວ ຍັງສາມາດເຂົ້າຮ່ວມການສົນທະນາ, ແລກປ່ຽນກ່ຽວ ກັບການເດີນທາງໄປສູ່ວິຖີຊີວິດກິນເຈລ້ວນໆ ໂດຍ ການບັນ ຍາຍ ຈາກນັກໂພຊະນາການ, ທ່ານໝໍ, ນັກຮ້ອງ…
ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ