ແບັ໋ງແຕ໋ ຝູ໋ຍີ

ແບັ໋ງແຕ໋ ຝູ໋ຍີ

 

ກັບຄືນສູ່ໝູ່ບ້ານອາຊີບຫັດຖະກຳ ຝູ໋ຍີ (ບ້ານ ຝູ໋ຖິ້ງ, ນະຄອນ ເຊີນໄຕ, ຮ່າໂນ້ຍ) ໃນຊຸມມື້ສຸດທ້າຍຂອງປີ, ນັກທ່ອງທ່ຽວສາມາດຮູ້ສຶກໄດ້ກິ່ນຫອມຂອງ ແບັ໋ງແຕ໊ ແລະ ໃບກ້ວຍ. ໃນໝູ່ບ້ານທີ່ມີ 30 ກວ່າຄອບຄົວນີ້, ເຮືອນຄົວໄດ້ “ດັງໄຟ” ໃນແຕ່ລະມື້ ເພື່ອຜະລິດອອກ ແບັ໋ງແຕ໊ທີ່ມີລົດຊາດຫອມແຊບ.

ນັກ​ທ່ອງ​ທ່ຽວ​ມັກ​ເວົ້າ​ວ່າ​ ແບັ໋ງແຕ໊ ເຊີນ​ໄຕ​ແຊບ​ຫຼາຍ ​ເມື່ອກິນແລ້ວ ຢາກ​ກິນອີກ. ສຳລັບຊາວທ້ອງຖິ່ນ, ໃນ​ງານ​ລ້ຽງ ເບິ່ງຄືວ່າ ຍາມໃດກໍ ມີລາຍການອາຫານ ແບ໋ັງແຕ໊. 


ປັດຈຸ​ບັນ, ຢູ່ ເຊີນ​ໄຕ, ມີ​ສະຖານທີ່ເຮັດ ແບ໋ັງແຕ໊ ທີ່ມີຊື່ສຽງຫຼາຍ ແຫ່ງ ດ້ວຍ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ. ຈາກເປັນ​ຂອງ​ຕ້ອນ​ທີ່​ລຽບງ່າຍ, ແບ໋ັງແຕ໊ ໄດ້ກາຍເປັນ​ລາຍການອາຫານພິເສດ ທີ່ເປັນຕົວແທນ ຂອງ ຊາວພາກເໜືອ ຫວຽດນາມ.

ນັກ​ທ່ອງ​ທ່ຽວ ​ໄດ້​ສຳ​ຜັດ​ກັບ​ວິ​ທີ​ເຮັດ​ ແບັ໋ງແຕ໊ ​ເມື່ອ​ມາ​ຢ້ຽມ​ຢາມ ບ້ານ ເດື່ອງເລີມ.
  • ໃນ​ລາຍການ “​ປີ​ໃໝ່ ໝູ່ບ້ານ ​ຫວຽດນາມ” ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີເຖາະ, ແບັ໋ງແຕ໊ ໄດ້ຮັບເລືອກ ແນະນຳຕໍ່ ບັນດາ ນັກ ການທູດ​ຕ່າງປະ​ເທດ ​ທີ່​ກຳລັງເຮັດ​ວຽກ​ຢູ່​ ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ ຄວາມຍິນດີຕ້ອນຮັບຈາກທຸກຄົນ.
  •  
  • ປະຕິບັດໂດຍ: ຫວຽດເກື່ອງ 
  •  

 


Top