ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນໝາກໃຫຍ່, ເປືອກໜາ, ແກ່ນສີ ເຫຼືອງ, ຫອມມັນ ແລະ ມີທາດບຳລຸງສູງ.

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

 



ວິທີການປຸງແຕ່ງໝາກກໍ່ ຈຸ່ງແຄ໋ງ ຂ້ອນຂ້າງງ່າຍ. ສຳລັບໝາກກໍ່ ຂົ້ວ, ທຳອິດຕ້ອງລ້າງນໍ້າໃຫ້ສະອາດ, ປະໄວ້ໃຫ້ສະເດັດນໍ້າແລ້ວ ນຳໄປ ຂົ້ວໃສ່ໝໍ້ຂາງ ດ້ວຍໄຟອ່ອນໆ ຈົນໝາກກໍ່ ສຸກເຫຼືອງ ແລະ ຫອມ. ສຳລັບໝາກກໍ່ຕົ້ມ ກໍຕ້ອງລ້າງນໍ້າໃຫ້ສະອາດ ແລ້ວເອົາລົງ ໝໍ້ ຕົ້ມຈົນສຸກແລ້ວຕັກອອກ, ປະໄວ້ໃຫ້ສະເດັດນ້ຳ ແມ່ນໃຊ້ໄດ້. ນອກຈາກນັ້ນ ເຂົ້າປຽກໝາກກໍ່ ກໍແມ່ນລາຍການອາຫານແຊບ ທີສຸດ. ກ່ອນປຸງແຕ່ງ ຕ້ອງລ້າງເຂົ້າ ໃຫ້ສະອາດ, ເທລົງໝໍ້ ຕົ້ມ ຈົນສຸກ. ເມື່ອເຂົ້າປຽກ ສຸກກໍເອົາໝາກກໍ່ ທ່ີປອກເປືອກ ລົງຕົ້ມ ຕື່ມອີກ 10 ນາທີ ແລະ ໃສ່ເຄື່ອງເທດໃຫ້ພໍກິນ. ສຳລັບ ລາຍການອາຫານ ນໍ້າຫວານ ໝາກກໍ່ ຈະຕ້ອງ ປອກເປືອກ ແລ້ວນຳໄປຕົ້ມຈົນສຸກ. ລະລາຍນໍ້າຕານ ກັບນໍ້າ ແລະ ຕົ້ມກັບຂີງ ແລະ ນໍ້າສະກັດເລັກໜ້ອຍ ຈາກດອກໝາກກ້ຽງໃຫຍ່. ເອົາໝາກກໍ່ ຕົ້ມກັບນໍ້າຕານ ປະມານ 5​ ນາທີ. ຫຼັງຈາກນັ້ນປົງໝໍ້ລົງ ປະໄວ້ ໃຫ້ເຢັນ ແລ້ວຈະມີລາຍການອາຫານ ນໍ້າຫວານ ໝາກກໍ່ ທີ່ມີ ລົດຊາດເຢັນ, ແກ້ຮ້ອນ ແລະ ບຳລຸງຮ່າງກາຍ. 

 


ໝາກກໍ່ ຈຸ່ງແຄ໋ງ ແມ່ນອາຫານທີ່ຫອມແຊບ ແລະ ມີຄຸນປະໂຫຍດ ບຳລຸງຮ່າງກາຍ. ທ່ານສາມາດຊອກຊື້ໝາກກໍ່ ຈຸ່ງແຄ໋ງ ໂດຍງ່າຍ ຢູ່ຕາມບັນດາຮ້ານຂາຍອາຫານ ຫຼື ຢູ່ຕາມໜ້າເວັບໄຊ ການຄ້າ ເອເລັກໂຕຣນິກ. 

 

ໝາກກໍ່ ຈຸ່ງແຄ໋ງ ມີຄຸນປະໂຫຍດຫຼາຍຢ່າງ ຕໍ່ສຸຂະພາບ ຂອງ ມະ ນຸດເຊັ່ນ: ບໍາລຸງໄຂ່ຫຼັງ, ຊ່ວຍບໍາລຸງຫົວໃຈ ເສັ້ນເລືອດ, ຊ່ວຍຍ່ອຍອາຫານ, ບໍາລຸງຜິວໜັງ, ຜົມ, ດີສຳລັບ ຜູ້ຖືພາ ແລະ ໃຫ້ລູກກິນນົມ.

ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ


Top