ແບັ໋ງໄຢ່ ຂອງ ຊາວເຜົ່າ ປ່າແຖນ

ແບັ໋ງໄຢ່ ຂອງ ຊາວເຜົ່າ ປ່າແຖນ

ຖອກເຂົ້າ ໃສ່ຄົກ ແລ້ວ ຕຳໃຫ້ຈົນແຫຼກ. 

ໃນ​ດ້ານ​ຄວາມ​ເຊື່ອ​ຖື, ແບັ໋ງໄຢ່​ ຂອງ ​ຊາວເຜົ່າ ປ່າແຖນ ມີຄວາມໝາຍ ເປັນ​ສັນ​ຍາ​ລັກໃຫ້ຟ້າ ດິນ, ໃຫ້ຄວາມ​ສາ​ມັກ​ຄີ, ປຸ້ມລຸມ​ກັນ​ ຂອງ​ຄອບ​ຄົວ ​ແລະ ວົງຕະ​ກຸນ. ແບັ໋ງໄຢ່ ເຮັດຈາກ​ເຂົ້າ​ໜຽວ, ເພາະ ຖື​ວ່າ​ ເຂົ້າເປັນ​ສິ່ງຍອດຍິ່ງ ​ຂອງ ຟ້າ ດິນ. ຮູບຊົງ ກົມໆ ຂອງ ແບັ໋ງໄຢ່ ໝາຍເຖິງຄວາມອີ່ມໜໍາສໍາລານ ແລະ ອຸດົມສົມບູນ. ແບັ໋ງໄຢ່ ຖືກຈັດຊ້ອນກັນເປັນຮູບພູເຂົາ ຈາກໃຫຍ່ ຫານ້ອຍ, ເປັນສັນຍາລັກຂອງ ຟ້າ ດິນ, ໃຫ້ຄວາມໝັ້ນຄົງ, ທົນທານ.

ເຂົ້າໜຽວ ທີ່ເລືອກ ຈະຕ້ອງ ແມ່ນປະເພດເຂົ້າທ່ີແຊບ, ເມັດກົມ ແລະ ຕື່ງເຕັມ.

ເຂົ້າ ຈະຕ້ອງເຂິງ ເພື່ອເອົາ ຫີນຊາຍ ອອກ.
ເຂົ້າ ຖືກຕຳຈົນແຫຼກ ໃນຄົກ.
ແບັ໋ງໄຢ໋ ຖືກປັ້ນເປັນໜ່ວຍກົມໆ ມີເສັ້ນຜ່າກາງປະມານ 10 ຊມ.
ແບັ໋ງໄຢ່ ສຳເລັດຮູບ ຂອງ ຊາວເຜົ່າ ປ່າແຖນ. 

ແບັ໋ງໄຢ່ ​ຂອງ​ ຊາວເຜົ່າ ປ່າແຖນ​ ມີ​ລົດ​ຊາດ​ທີ່​ຫອມແຊບ ແລະ  ເຂັ້ມຂຸ້ນ. ແບັ໋ງໄຢ໋ ມີຄວາມຫວານ ແບບທຳມະຊາດຂອງ ເຂົ້າໜຽວ, ມີກິ່ນຫອມ ຂອງ ໃບກ້ວຍ ແລະ ຄວາມມັນ ຂອງ ໝາກຖົ່ວດິນ. ແບັ໋ງໄຢ່ ຈະຮັບປະທານກັບຊີ້ນໄກ່, ຊີ້ນໝູ, ຜັກບົ່ວດອງ.

ແບັ໋ງໄຢ່ ​ຍັງ​ແມ່ນ​ຄວາມ​ງາມ​ ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ຂອງ​ຊາວ​ເຜົ່າ​ ປ່າແຖນ ຊຶ່ງເປັນຕົວແທນ ຂອງ ຄວາມສາມັກຄີ ແລະ ເຕົ້າໂຮມກັນ ຂອງ ຄອບຄົວ ແລະ ວົງຕະກຸນ.

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ

Top