• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ໝູປີ້ງ ລ້າງເຊີນ

ໃນຄັງສົມບັດ ດ້ານອາຫານການກິນ ຂອງ ຫວຽດນາມ, ແຕ່ລະເຂດພາກ ລ້ວນແຕ່ມີຜັກ ແລະ ເຄື່ອງເທດ ທີ່ແຕກຕ່າງກັນ, ເມື່ອນໍາມາ ຮວມກັນ ຈະສ້າງລົດຊາດທີ່ເປັນເອກະລັກ ສະເພາະ ຂອງ ດິນແດນເຂດນັ້ນ. ແມ່ນໝູປີ້ງ, ຖ້າຢູ່ຮ່າໂນ້ຍ ຈະຖືກເອືອບກັບນໍ້າຊຸບ ເພື່ອໃຫ້ມີສີສັນ ແລະ ລົດຊາດທີ່ເປັນເອກະລັກສະເພາະ; ຢູ່ພາກໃຕ້, ໝູປີ້ງ ຈະມີໝາກເຜັດໃຫຍ່, ຫົວຜັກບົ່ວໃຫຍ່ ແລະ ໂຮຍໝາກງາ... ໃນຂະນະດຽວກັນ ຢູ່ເຂດພູເຂົາທາງທິດເໜືອ, ມີໃບໄມ້ປະເພດໜຶ່ງ ທີ່ຖືວ່າ ເປັນ “ເຄື່ອງເທດຊັ້ນຍອດ”, ນັ້ນແມ່ນໃບໝາກມົດ, ເຊິ່ງຊ່ວຍໃຫ້ລາຍການອາຫານ ໝູປີ້ງ ມີລົດຊາດແຊບ ທີ່ເປັນເອກະລັກ ບໍ່ຊໍ້າໃຜ.
ຊີ້ນໝູ ທີ່ເລືອກ ຈະຕ້ອງແມ່ນຊີ້ນໝູສາມຊັ້ນ.
ຊີ້ນໝູ ຫຼັງ​ຈາກ​ຖືກ​ຊອຍ​ເປັນປ່ຽງ​ບາງໆ ຈະຖືກເອືອບກັບ ເຄື່ອງເທດ ແລະ ສຽບໃສ່ໄມ້ປີ້ງ.

ໃບໝາກມົດ ມີທາດນ້ຳມັນຫອມ ແລະ ມີລົດຊາດຫວານ ທີ່ເປັນເອກະລັກ, ເພາະສະນັ້ນ ໄດ້ຊາວເຜົ່າ ນຳໃຊ້ເປັນ ເຄື່ອງປຸງ. ອາດແມ່ນຍ້ອນເຫດຜົນດັ່ງກ່າວ ອາຫານໝູປີ້ງ ກັບໃບໝາກມົດ ມີກິ່ນຫອມ ແລະ ລົດຊາດ ທີ່ເຮັດໃຫ້ ຜູ້ຮັບປະທານຕິດໃຈ. ສຳລັບ ໝູປີ້ງ, ເພື່ອເຮັດໃຫ້ຊີ້ນປີ້ງ ບໍ່ແຫ້ງ ຜູ້ປຸງແຕ່ງຄວນເລືອກປະເພດຊີ້ນສາມຊັ້ນ. ຫຼັງ​ຈາກ​ທໍາຄວາມສະອາດ​, ຊີ້ນ​ ຈະຖືກ​ຊອຍ​ເປັນ​ປ່ຽງບາງໆ ແລ້ວ ເອືອບກັບ ເຄື່ອງເທດ​, ຫົວຜັກບົ່ວ, ຜັກທຽມ ແລະ ໃບໝາກມົດ ຕຳມຸ່ນ​. ເມື່ອຊີ້ນຊຶມເຄື່ອງເທດແລ້ວ ຈະນຳໄປ ສຽບໃສ່ໄມ້ປີ້ງ ພ້ອມກັບໃບໝາກມົດ ແລະ ນຳໄປປິ້ງ ດ້ວຍຖ່ານ. ຕ້ອງໃຊ້ເວລາໜຶ່ງ ເພື່ອໃຫ້ຊີ້ນ ສຸກສະເໝີ.  ໃນລະຫວ່າງການປີ້ງ, ໄຂມັນ ໃນຊີ້ນ ຈະຊຶມອອກມາ ແລະ ຊຶມເຂົ້າຊີ້ນປີ້ງ. ເມື່ອເຫັນວ່າ ຊີ້ນປີ້ງ ມີສີເຫຼືອງ ແລະ ສົ່ງກິ່ນຫອມ ຖືວ່າ ສຸກແລ້ວ. 

ຊີ້ນ ຖືກປີ້ງໃສ່ເຕົາຖ່ານ.

ໝູປີ້ງ ກິນກັບໝາກແຕງກວາ, ຫົວກາຣົດ ແລະ ຜັກດິບທຸກຊະນິດ. 

ໝູປີ້ງ ສຽບໄມ້ ສໍາເລັດຮູບ.

ໝູປີ້ງ ເອືອບໃບໝາກມົດ ແລະ ປີ້ງດ້ວຍຖ່ານ ຈະນຳມາ ຄວາມແຕກຕ່າງດ້ານລົດຊາດ ຍ້ອນຄວັນ ຈະຕິດເຂົ້າຊີ້ນ ສຸກເຫຼືອງ. ໝູປີ້ງ ໃບໝາກມົດ ສຳເລັດຮູບ  ຈະມີຄວາມ ກອບນອກ, ນຸ້ມໃນ ແຕ່ບໍ່ແຫ້ງ ແລະ ມີລົດຊາດ ທີ່ເປັນ ເອກະລັກ ຊຶ່ງເຮັດໃຫ້ຜູ້ຮັບປະທານ ຮູ້ສຶກໄດ້ເຖິງລົດຊາດ ສະເພາະທ່ີເປັນເອກະລັກ. ຄຽງຄູ່ກັບການເດີນທາງໄປສູ່ ເຂດພູດອຍພາກເໜືອ, ຖ້າໄດ້ຊີມລາຍການອາຫານໝູປີ້ງ ຢູ່ທ່າມກາງພູເຂົາ ປ່າໄມ້, ຢູ່ຂ້າງໆ ແມ່ນເຕົາປີ້ງ ຈະບໍ່ມີຫຍັງ ທຽບທານ.

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ທຸກໆ ປີ ໃນວັນທີ 8 ເດືອນຈຽງ ຕາມຈັນທະປະຕິທິນ, ຢູ່ບໍລິເວນ ສາລາວັດ ໝູ່ບ້ານ ຝູ໋ຢາ, ຕາແສງ ຝູ໋ເຖື້ອງ, ງານບຸນເຂົ້າໜຽວ ຝູ໋ເຖື້ອງ ໄດ້ຮັບການຈັດຂຶ້ນຢ່າງຄຶກຄື້ນ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ. ງານບຸນບໍ່ພຽງແຕ່ເປັນໂອກາດ ເຊີດຊູ ອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ໂຄສະນາເຜີຍແຜ່ ຝູ໋ເຖື້ອງ ໃຫ້ເປັນ ຈຸດໝາຍປາຍທາງ ດ້ານວັດ ທະນະທຳ ແລະ ອາຫານການກິນ ທີ່ເປັນເອກະລັກ ຂອງ ນະຄອນຫຼວງ ອີກດ້ວຍ.

Top