ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ
ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.
ຫອຍນາງລົມ ແມ່ນອາຫານທະເລ ທີ່ພົບເຫັນທົ່ວໄປ ຢູ່ທະເລ ຂອງ ຫວຽດນາມ, ອຸດົມໄປດ້ວຍສານອາຫານ ແລະ ງ່າຍຕໍ່ການປຸງແຕ່ງ. ຈາກ ຫອຍນາງລົມ, ຊາວ ຫວຽດນາມ ສາມາດສ້າງສັນເມນູ ແຊບໆ ໄດ້ຫຼາຍຢ່າງ ເຊັ່ນ: ຫອຍນາງລົມ ປີ້ງນໍ້າມັນ-ຫົວ ຜັກບົ່ວ, ປີ້ງ ນ້ຳມັນເນີຍ-ກະທຽມ, ຫອຍນາງລົມ ຊີດ, ຫອຍນາງລົມ ຂົ້ວກັບໄຂ່, ຫອຍນາງລົມ ໜຶ້ງ, ແກງ ຫອຍນາງລົມ, ຫອຍນາງລົມ ຊາຊິມິ... ແຕ່ໃນນັ້ນ, ເຂົ້າປຽກ ຫອຍນາງລົມ ຍັງຄົງເປັນອາຫານພື້ນບ້ານ ທີ່ດຶງດູດໃຈທີ່ສຸດ.
ຫວຽດນາມ ມີຊາຍຝັ່ງທະເລ ທ່ີຍາວ, ມີຫຼາຍບໍລິເວນ ທີ່ມີນໍ້າຈືດໆ ເຄັມໆ, ອຸດົມໄປດ້ວຍປະເພດແມງໄມ້ ທີ່ໃຊ້ຊີວິດຢູ່ໃນນ້ຳ ໃນໄລຍະ ສັ້ນ ເປັນເງື່ອນໄຂ ທີ່ເໝາະສົມ ສຳລັບການລ້ຽງຫອຍນາງລົມ. ຕາມ ແຄມ ຝັ່ງທະເລພາກກາງ, ທ້ອງຖິ່ນຕ່າງໆ ເຊັ່ນ: ເຫວ້, ດ່າໜັງ, ແຄ໋ງ ຮ່ວາ... ລ້ວນແຕ່ມີຊື່ສຽງ ໃນເລື່ອງຫອຍນາງລົມ ທີ່ສົດ, ຫວານ ແລະ ໄຂມັນຫຼາຍ.
ອີງຕາມການຄົ້ນຄວ້າ, ຫອຍນາງລົມ ມີວິຕາມິນ ແລະ ແຮ່ທາດທີ່ຈຳ ເປັນຫຼາຍຢ່າງ ເຊັ່ນ: ວິຕາມິນ D, ທາດເຫຼັກ, ແມັກນີຊຽມ (magie), ຊີ ເລນຽມ (selen), ໂປຣຕີນ, ສັງກະສີ, ທອງແດງ, ວິຕາມິນ B12 ແລະ ໂອເມກ້າ-3 (omega-3), ເຊິ່ງດີຫຼາຍ ຕໍ່ຫົວໃຈ, ກະດູກ ແລະ ສະໝອງ. ຊາວ ຫວຽດນາມ ຍັງເອີ້ນ ຫອຍນາງລົມວ່າ: “ແຫຼ່ງ ໄວອາກຣາ ແຫ່ງ ທ້ອງທະເລ”, ເຊິ່ງຊ່ວຍເພີ່ມ ສຸຂະພາບ ແລະ ພະລັງຊີວິດ, ດັ່ງນັ້ນຈຶ່ງ ເປັນທີ່ນິຍົມ ຂອງ ຜູ້ຄົນຈຳນວນຫຼາຍ, ໂດຍສະເພາະແມ່ນ ຜູ້ຊາຍ.
ເຂົ້າປຽກຫອຍນາງລົມ ແມ່ນງ່າຍຕໍ່ການປຸງແຕ່ງ, ມີສ່ວນປະກອບ ທີ່ ລຽບງ່າຍ, ແຕ່ລົດຊາດເຂັ້ມຂົ້ນ. ພຽງແຕ່ໃຊ້ຫອຍນາງລົມນົມ, ເຊິ່ງເປັນ ຫອຍນາງລົມ ໂຕໃຫຍ່, ມີເນື້ອແໜ້ນ, ມີສີຂາວຄືນໍ້ານົມ ພ້ອມກັບເຂົ້າ ສານ, ບາງຄັ້ງກໍເພີ່ມຖົ່ວຂຽວ ຫຼື ເມັດບົວ, ຕົ້ມໃສ່ກັບ ຫົວຜັກບົ່ວສີອິດ, ຂີງ, ໝາກພິກໄທ, ນໍ້າປາ ແລະ ຜັກຫອມປ້ອມ. ເຂົ້າຖືກຕົ້ມຈົນເປື່ອຍ ກາຍເປັນເຂົ້າປຽກ, ເນື້ອຫອຍນາງລົມ ຖືກນໍາມາຂົ້ວ ກັບຜັກບົ່ວແຫ້ງ, ເຄື່ອງເທດ ໃຫ້ພໍດີ ແລ້ວນໍາໄປໃສ່ ໝໍ້ເຂົ້າປຽກ ທີ່ກໍາລັງຟົດ, ປຸງລົດ ຊາດ ຕາມໃຈມັກ.
ເຂົ້າປຽກຫອຍນາງລົມ ແຊບທີ່ສຸດ ຕ້ອງກິນເວລາຍັງຮ້ອນໆ. ເຂົ້າປຽກ ແຕ່ລະບ່ວງ ເມື່ອກິນເຂົ້າໄປຈະຮູ້ສຶກໄດ້ຄວາມມັນ, ປະສານກັບ ລົດ ຊາດ ຫວານສົດໆ ຂອງ ຫອຍນາງລົມ, ຫອມກິ່ນຫົວຜັກບົ່ວ, ໝາກພິກໄທ ແລະ ຂີງ. ອາຫານຖ້ວຍນີ້ ເໝາະສົມກັບທຸກລະດູ, ແຕ່ມີຄວາມພິເສດ ເມື່ອໄດ້ຊິມ ຢູ່ແຄມທະເລ ທີ່ມີລົມພັດແຮງ, ເຊິ່ງລົດຊາດເຄັມໆ ຂອງທະເລ ຄືກັບໄດ້ຊຶມເຂົ້າໄປ ໃນເນື້ອຫອຍນາງລົມ ທີ່ສົດໆ ທຸກຊິ້ນ.
ເຂົ້າປຽກຫອຍນາງລົມ ບໍ່ພຽງແຕ່ແຊບເທົ່ານັ້ນ, ແຕ່ຍັງເປັນອາຫານ ລາ ຄາຖືກ, ງ່າຍຕໍ່ການຊອກຫາ ຢູ່ຮ້ານອາຫານທະເລ ຕ່າງໆ ໃນລາຄາ ພຽງແຕ່ປະມານ 50.000-100.000 ດົ່ງ/ຖ້ວຍ. ເມື່ອມາຢ້ຽມຢາມ ຫວຽດ ນາມ, ນັກທ່ອງທ່ຽວ ບໍ່ຄວນພາດໂອກາດທີ່ ຈະໄດ້ລອງອາຫານ ທີ່ລຽບ ງ່າຍ ແຕ່ມີສະເໜ່ ອັນເຕັມປ່ຽມນີ້-ເຊິ່ງເປັນບ່ອນໂຮມເອົາ ຄວາມ ຫວານ ຂອງ ທະເລ, ຄວາມຄ່ອງແຄ້ວ ຂອງ ຊາວ ຫວຽດນາມ ແລະ ຈິດວິນຍານອາຫານ ທີ່ເຂັ້ມຂົ້ນໄປ ດ້ວຍສີສັນເອກະລັກ.
- ບົດ ແລະ ພາບໂດຍ: ແທງຮ່ວາ/VNP - ແປໂດຍ: ບິກລຽນ



