ຫູໝູມ້ວນ

ຫູໝູມ້ວນ

ສຳລັບຊາວ ຫວຽດນາມ, ມີອາຫານຫຼາຍເຍື່ອງທີ່ເຮັດຈາກຫູໝູເຊັ່ນ: ຕົ້ມ, ເຮັດຢໍ່, ເຮັດຢໍາ... ເຖິງຢ່າງໃດກໍຕາມ, ຫູໝູມ້ວນລີ້ນ ແມ່ນລາຍການອາຫານ ໄດ້ພໍ່ຄົວປະດິດສ້າງ ເພື່ອເຮັດໃຫ້ ເມນູ ຈາກຊີ້ນໝູຍິ່ງອຸດົມສົມບູນຂຶ້ນຕື່ມ.

ລາຍການອາຫານນີ້ ການປຸງແຕ່ງແມ່ນງ່າຍ ແລະ ນຳຄວາມ ເພີດເພີນໃຈ ໃຫ້ກັບຜູ້ຮັບປະທານ. ຂັ້ນຕອນທໍາອິດ ແມ່ນເລືອກ ວັດຖຸດິບ ເພື່ອການປຸງແຕ່ງ. ເລືອກຫູໝູສົດ, ກຳແໜ້ນມື, ມີ ຄວາມຍືດຫຍຸ່ນ ແລະ ມີສີຂາວໃສ. ຈະຕ້ອງເລືອກລີ້ນໝູທີ່ສົດ, ໜາ ແລະ ກົມ. ຫຼັງຈາກນັ້ນນຳຫູໜູ, ລີ້ນໝູ ໄປຈຸ່ມກັບນໍ້າຮ້ອນ, ຂູດ ໃຫ້ສະອາດ ແລ້ວໃສ່ເກືອ, ນໍ້າສົ້ມ ຄັ້ນໃຫ້ລະອຽດ ແລ້ວ ລ້າງນໍ້າໃຫ້ສະອາດ. ເຫັດຫູໜູ ແຊ່ນໍ້າ ໃຫ້ບານອອກ ແລ້ວລ້າງ ໃຫ້ສະອາດ. ຈາກນັ້ນ ເອືອບລີ້ນໝູ ກັບເຄື່ອງເທດຕ່າງໆ ເຊັ່ນ: ຜັກບົ່ວ, ຜັກທຽມຕຳ, ນໍ້າປາ, ພິກໄທ... ເອົາລີ້ນ ທ່ີເອືອບນັ້ນ ໃສ່ ຫູໝູ, ມ້ວນສ່ວນລີ້ນໝູ ແລະ ເຫັດຫູໜູ ເຂົ້າໃນຫູໝູແລ້ວ ໃຊ້ ເສັ້ນດ້າຍພັນໃຫ້ແໜ້ນ. 


 ເອົາຫູໝູມ້ວນລີ້ນ ໃສ່ໝໍ້ຕົ້ມໃຫ້ສຸກ ແລ້ວເອົາອອກປະໄວ້ໃຫ້ ເຢັນ ກ່ອນນໍາເຂົ້າໃນຕູ້ເຢັນ ເພື່ອໃຫ້ອາຫານມີຄວາມກອບ. ເມື່ອຮອດຍາມກິນ ກໍເອົາອອກຈາກຕູ້ເຢັນ, ຊອຍເປັນປ່ຽງພໍ ດີຄໍາ ແລະ ຈັດວາງ ໃສ່ຈານເປັນຮູບວົງມົນ. ລາຍການອາຫານ ສຳເລັດຮູບ ຢູ່ຂອບນອກ ມີສີຂາວຂອງກະດູກອ່ອນ, ພາຍໃນ ແມ່ນ ສີຂອງ ເຫັດຫູໜູ ແລະ ລີ້ນໝູ ເບິ່ງມີຄວາມງາມ ເປັນທ່ີ ຈັບໃຈ ຕໍ່ຜູ້ຮັບປະທານ. 

 

ລີ້ນໝູ ຫຼັງ​ຈາກ​ເອືອບເຄື່ອງເທດແລ້ວ ຈະຖືກມ້ວນກັບເຫັດຫູໜູ ເຂົ້າພາຍໃນຫູໝູ. 
ຫູໝູມ້ວນລີ້ນ ຖືກຊອຍເປັນປ່ຽນບາງໆ.

 ແລ້ວແຕ່ເຂດພາກ, ລາຍການອາຫານຫູໝູມ້ວນລີ້ນ ຮັບປະ ທານກັບປະເພດຜັກຊະນິດຕ່າງໆ ແລະ ເຄື່ອງດື່ມ ທີ່ແຕກຕ່າງ ກັນ. ນີ້ແມ່ນລາຍການອາຫານ ມັກຮັບປະທານ ໃນມື້ອາກາດ ຮ້ອນ. ຫຼາຍຄົນມັກ ກິນກັບເຂົ້າຈ້າວ ຫຼື ເຂົ້າປຸ້ນ, ບາງຄັ້ງເປັນ “ອາຫານແກ້ມ” ກັບເຄື່ອງດື່ມ ສ້າງຄວາມສຸກໃຈ ເປັນຢ່າງຍິ່ງ. 

 

ລາຍການອາຫານຫູໝູມ້ວນລີ້ນ ຖືກຈັດວາງເປັນວົງມົນໃນຈານ.

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ

Top