• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນ ຕຸລາ, CPI ໃນທົ່ວປະເທດເພີ່ມຂຶ້ນ 0.09%, ເຊິ່ງແມ່ນລະດັບເພີ່ມຂຶ້ນຕ່ຳທີ່ສຸດໃນ 5 ປີ ຜ່ານມາ

      ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11 ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ. 

(ພາບປະກອບ: vov.vn)
      ໃນຕອນເຊົ້າວັນທີ 29 ຕຸລາ  ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າວ່າ ເສຍເຫດນຳມາເຊິ່ງການເຕີບໂຕ CPI ສວນຫຼາຍແມ່ນຍ້ອນການດັດປັບລາຄາບໍລິການສຶກສາຕາມແຜນການແນໃສ່ກ້າວເຂົ້າໃກ້ກັບລາຄາຕະຫຼາດ ແລະ ຜົນສະທ້ອນຂອງຝົນຕົກ, ພະຍຸ,ນ້ຳຖ້ວມຢູ່ບັນດາແຂວງພາກຕ່າງໆ.
            ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ: ເຄື່ອງດື່ມ ແລະ ຢາສູບພີ່ມຂຶ້ນ 0,08%; ເຄື່ອງຕັບຫຍິບ, ໝວກກຸບ ແລະ ເກີບເພີ່ມຂຶ້ນ 0,06%;      ເຮືອນຢູ່ ແລະ ວັດສະດຸກໍ່ສ້າງຕັ້ງເພີ່ມຂຶ້ນ 0,29%… ມີ 4 ໝວດສິນຄ້າລວມມີ ເຄືຶ່ຶອງກິນ ແລະ ການບໍລິການກິນດື່ມ, ຄົມມະນາຄົມ, ໄປສະນີໂທລະຄົມຫຼຸດຜ່ອນ 0,03%; ວັດທະນະທຳ, ບັນເທີງ ແລະ ການທ່ອງທ່ຽວ ກໍ່ຫຼຸດລົງ.
 (ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026: Logistics ສີ​ຂຽວ, ຂໍ້​ກຸນ​ແຈ​ຍົກ​ລະດັບຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ ຫວຽດ​ນາມ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026: Logistics ສີ​ຂຽວ, ຂໍ້​ກຸນ​ແຈ​ຍົກ​ລະດັບຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ ຫວຽດ​ນາມ

Logistics ສີ​ຂຽວ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ນຳ​ໃຊ້​ພາ​ຫະ​ນະ​ປ່ອຍ​ອາຍ​ພິດ​ໜ້ອຍ ຫຼື ວັດ​ຖຸ​ອຸ​ປະ​ກອນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ ຫາກ​​ບັນ​ຫາ​ໃຫຍ່ກວ່າ​ແມ່ນ​ການຈັດ​ຕັ້ງ​ຄືນ​ລະ​ບົບ​ສະ​ໜອງທັງໝົດ, ຈາກ​ຂັ້ນ​ຜະ​ລິດ, ສາງ​ສິນ​ຄ້າ ໄປ​ຮອດ​ທ່າ​ກຳ​ປັ່ນ ແລະ ການ​ຂົນ​ສົ່ງ, ເພື່ອ​ແນ​ໃສ່​ຈຳ​ກັດ ບັນ​ດາ​ຂັ້ນ​ຕອນ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕ່ຳ, ຊ່ວຍຫຼຸ​ດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີກວ່າ.

Top