ຂ່າວສານ

ເດືອນ ຕຸລາ, CPI ໃນທົ່ວປະເທດເພີ່ມຂຶ້ນ 0.09%, ເຊິ່ງແມ່ນລະດັບເພີ່ມຂຶ້ນຕ່ຳທີ່ສຸດໃນ 5 ປີ ຜ່ານມາ

      ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11 ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ. 

(ພາບປະກອບ: vov.vn)
      ໃນຕອນເຊົ້າວັນທີ 29 ຕຸລາ  ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າວ່າ ເສຍເຫດນຳມາເຊິ່ງການເຕີບໂຕ CPI ສວນຫຼາຍແມ່ນຍ້ອນການດັດປັບລາຄາບໍລິການສຶກສາຕາມແຜນການແນໃສ່ກ້າວເຂົ້າໃກ້ກັບລາຄາຕະຫຼາດ ແລະ ຜົນສະທ້ອນຂອງຝົນຕົກ, ພະຍຸ,ນ້ຳຖ້ວມຢູ່ບັນດາແຂວງພາກຕ່າງໆ.
            ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອທຽບໃສ່ເດືອນກັນຍາ, ໃນ 11ມວດສິນຄ້າ ແລະ ບໍລິການອຸປະໂພກບໍລິໂພກຕົ້ນຕໍ, ມີ 6 ມວດສິ້ນຄ້າໄດ້ເພີ່ມລາຄາ: ເຄື່ອງດື່ມ ແລະ ຢາສູບພີ່ມຂຶ້ນ 0,08%; ເຄື່ອງຕັບຫຍິບ, ໝວກກຸບ ແລະ ເກີບເພີ່ມຂຶ້ນ 0,06%;      ເຮືອນຢູ່ ແລະ ວັດສະດຸກໍ່ສ້າງຕັ້ງເພີ່ມຂຶ້ນ 0,29%… ມີ 4 ໝວດສິນຄ້າລວມມີ ເຄືຶ່ຶອງກິນ ແລະ ການບໍລິການກິນດື່ມ, ຄົມມະນາຄົມ, ໄປສະນີໂທລະຄົມຫຼຸດຜ່ອນ 0,03%; ວັດທະນະທຳ, ບັນເທີງ ແລະ ການທ່ອງທ່ຽວ ກໍ່ຫຼຸດລົງ.
 (ແຫຼ່ງຄັດຈາກ VOV)


top