• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝາກລິ່ນຈີ່ ລູກງ້ານ ສົ່ງອອກໄປຕ່າງປະເທດ

ເປັນຜະລິດຕະພັນພິເສດ ຂອງ ບັກຢາງ, ໝາກລິ່ນຈີ່ ລູກງ້ານ ໄດ້ກາຍເປັນຕົ້ນໄມ້ໃຫ້ໝາກຫຼັກ ເພື່ອສົ່ງອອກ ໄປສູ່ບັນດາ ປະເທດໃນໂລກຄື:  ສ. ລັດເຊຍ ແລະ ຍີ່ປຸ່ນ, ປະກອບສ່ວນ ສ້າງຄວາມຮັ່ງມີ ມາໃຫ້ແກ່ທ້ອງຖິ່ນ. 
ບັກຢາງ ຖືເປັນເມືອງເອກ ຈຸໝາກລິ່ນຈີ່ ໃຫຍ່ສຸດ ຂອງ ປະ ເທດ, ໝາກລິ່ນຈີ່ ລູກງ້ານ ເປັນໜຶ່ງໃນບັນດາຜະລິດຕະພັນ ກະສິກຳ ສົ່ງອອກຕົ້ນຕໍຂອງຂະແໜງກະສິກຳ ບັກຢາງ. ໃນລະ ດູເກັບກ່ຽວ, ສວນໝາກລິ່ນຈີ່ ຂອງ ທ່ານ ຫງວຽນແທງຕວ່ານ ຢູ່ບ້ານ ແກັບ 1 ເຕັມໄປດ້ວຍສີແດງ. ທ່ານ ຕວ່ານ ໃຫ້ຮູ້ວ່າ: “ຍ້ອນອາກາດປີນີ້ ອຳນວຍ, ເພາະສະນັ້ນ ຄຸນນະພາບຂອງ ໝາກລິ່ນຈີ່ ປີນີ້  ດີກວ່າ ປີກ່ອນ. ດ້ວຍເນື້ອທີ່ ປູກໝາກລິ່ນຈີ່ 0.8 ເຮັກຕາ ທີ່ໄດ້ປູກຕາມ ມາດຕະຖານ ຂອງ Viet GAP, ສວນໝາກລິ່ນຈີ່ ຂອງ ຂ້າພະເຈົ້າ ໃຫ້ສະມັດຕະພາບປະມານ 8 ໂຕນ”. 
ຕາມສູນສົ່ງເສີມການຄ້າ (ພະແນກອຸດສາຫະກຳ ແລະ ການ ຄ້າ ບັກຢາງ), ມາຮອດວັນທີ 25 ມິຖຸນາ 2018, ຈຳນວນ ໝາກລິ່ນຈີ່ ລູກງ້ານ ໄດ້ສົ່ງອອກໄປສູ່ຕະຫຼາດ ສະຫະພັນ ລັດ ເຊຍ ປະມານ 40 ໂຕນ ແລະ ຍີ່ປຸ່ນ 20 ໂຕນ. 

ອ້າຍ ຫງວຽນຫຶວຕ້າວ, ເຈົ້າຂອງສວນໝາກລິ່ນຈີ່ ແຫ່ງໜຶ່ງຢູ່ ບັກຢາງ ໃຫ້ຮູ້ວ່າ ຈາກສະພາບດິນຟ້າອາກາດອຳນວຍ ໄດ້ເຮັດ ໃຫ້ໝາກລິ່ນຈີ່ ລູກງ້ານ ມີຄວາມຫວານ ພໍສົມດີ, ນຳ້ຫຼາຍ, ມີ ກິ່ນຫອມແບບພິເສດ, ແກ່ນນ້ອຍ, ຊີ້ນໜາ, ເປືອກ ກ້ຽງ...
 
“ເປັນພັນໝາກລິ່ນຈີ່ ດຽວກັນ, ແຕ່ເວລາເອົາໄປປູກຢູ່ທ້ອງຖິ່ນ ອື່ນ, ຄຸນນະພາບຂອງມັນກໍ່ຈະມີຄວາມແຕກຕ່າງກັນ. ຊາວ ບັກຢາງ ເວົ້າລວມ, ໂດຍສະເພາະແມ່ນຊາວກະສິກອນ ເມືອງ ລູກງ້ານ ໄດ້ຖືຕົ້ນໝາກລິ່ນຈີ່ ແມ່ນ “ຕົ້ນໄມ້ຂອງດິນ” ຍ້ອນ ມັນເຕົ້າໂຮມໄດ້ຄວາມຍອດຍິ່ງຂອງດິນ-ຟ້າ ບັກຢາງ” - ອ້າຍ ຕ້າວ ໄຂຄວາມໃນໃຈອອກມາຄືແນວນັ້ນ ແລະ ໃຫ້ຮູ້ຕື່ມອີກ ວ່າ ດ້ວຍເນື້ອທີ່ປູກໝາກລິ່ນຈີ່ 0,5 ເຮັກຕາ, ປີນີ້ ສວນ ໝາກ ລິ່ນຈີ່ ຂອງ ລາວຈະໃຫ້ສະມັດຕະພາບກວ່າ 7 ໂຕນ.


ບັກຢາງ ຖືວ່າ ເປັນ ເມືອງເອກ ຂອງ ໝາກລິ່ນຈີ່, ເພາະໝາກ ລິ່ນຈີ່ ຢູ່ທີ່ນີ້ ມີສີແດງ, ໜ່ວຍໃຫຍ່,
ໃຫ້ນຳ້ຫຼາຍກວ່າໝາກລິ່ນຈີ່ ຢູ່ຕ່າງແຂວງ ໃນທ່ົວປະເທດ.



ຄວາມດີໃຈຂອງຊາວກະສິກອນ ເມື່ອລະດູໝາກລິ່ນຈີ່ ປີນີ້ ໄດ້ຮັບຜົນລະປູກດີ. 


ໝາກລິ່ນຈີ່ ທີ່ສົດ, ແຊບ ໄດ້ຖືກພໍ່ຄ້າ ເລືອກຊື້ ແລ້ວ ບັນຈຸເຂົ້າ ແກັດ ກ່ອນສົ່ງອອກ.


ຈຳນວນໝາກລິ່ນຈີ່ ທີ່ເກັບຊື້ແລ້ວ ຈະໄດ້ຕັດຂວັ້ນອອກ ແລະ ບັນຈຸເຂົ້າ ໃນແກັດ ເພື່ອສົ່ງອອກ. 


ຊາວກະສິກອນເມືອງ ລູກງ້ານ ໄດ້ໃຊ້ນ້ຳກ້ອນ ເພື່ອຮັກ ສາ ຄວາມສົດຂອງໝາກລິ່ນຈີ່ ສົດໄດ້ 4-6 ອາທິດ.


ແຂວງ ບັກຢາງ ຈັດຕັ້ງຕະຫຼາດນັດ ເພື່ອແນະນຳ ໝາກ ລິ່ນ ຈີ່ ລູກງ້ານ  ທີ່ສູນການຄ້າ Big C (ຮ່າໂນ້ຍ). 

ປີ 2018, ປະລິມານການຜະລິດໝາກລິ່ນຈີ່ ລູກງ້ານ ບັນລຸ ໄດ້ ກວ່າ 90.000 ໂຕນ, ໃນນັ້ນ ໝາກລິ່ນຈີ່ ທີ່ເກັບກ່ຽວຕົ້ນລະດູ (ຕົ້ນເດືອນ ມິຖຸນາ) ປະມານ 13.000 ໂຕນ, ຈຳນວນໝາກ ລິ່ນຈີ່ ທີ່ເກັບກ່ຽວໃນລະດູ (ແຕ່ວັນທີ 15/6 – 30/7) ປະມານ 75.000 ໂຕນ. ດ້ວຍຄວາມສາມາດ ໃນການຈຳໜ່າຍ ແລະ ຕະຫຼາດ ນັບມື້ນັບເປີດກວ້າງອອກ, ໝາກລິ່ນຈີ່ ໄດ້ປະກອບ ສ່ວນຍົກສູງ ຖານະບົດບາດຂອງເມືອງ ລູກງ້ານ ແລະ ແຂວງ ບັກຢາງ ໃນຂະບວນການເຊື່ອມໂຍງ ເຂົ້າກັບເສດຖະກິດໂລກ. 

ບໍລິສັດການບິນ Vietnam Airlines ກໍາລັງນໍາໃຊ້ໝາກລິ່ນຈີ່ ລູກງ້ານ ເພື່ອຮັບໃຊ້ນັກທຸລະກິດ ແລະ ຜູ້ໂດຍສານ ທົ່ວໄປ ຢູ່ ສາຍການບິນພາຍໃນ ແລະ ສາກົນ ທີ່ເດີນທາງອອກ ຈາກ ຮ່າໂນ້ຍ. 
ພິເສດ, ໝາກລິ່ນຈີ່ ມີການປະກອບສ່ວນຢ່າງສຳຄັນ ເຂົ້າໃນ ການຊຸກຍູ້ ບັນດາຂະແໜງການຜະລິດ, ເຮັດທຸລະກິດ, ການບໍ ລິການຂອງ ບັກຢາງ ໃຫ້ພັດທະນາຂຶ້ນ. ເອື້ອຍ ຫງວຽນທິລານ, ໜຶ່ງໃນ ບັນດາຄອບຄົວ ທີ່ທຳອາຊີບຫຸ້ມຫໍ່ໝາກລິ່ນຈີ່ ໃຫ້ພໍ່ຄ້າ ເພື່ອສົ່ງອອກໄປຕ່າງປະເທດ ໃຫ້ຮູ້ວ່າ ອາໄສ ຕົ້ນໝາກລິ່ນຈີ່, ຊີວິດການເປັນຢູ່ຂອງຊາວທ້ອງຖິ່ນ ນັບມື້ນັບໝັ້ນຄົງ ແລະ ດີ ຂຶ້ນ. ສຳລັບຕົ້ນລະດູ, ແຕ່ລະມື້ຄອບຄົວຂອງເອື້ອຍ ລານ ຫຸ້ມ ຫໍ່ໄດ້ປະມານ 300 ແກັດ, ແກັດໜຶ່ງສາມາດບັນຈຸໄດ້ 10 ກິ ໂລກຣາມ.
 
“ນອກຈາກຄຸນຄ່າທາງເສດຖະກິດ ຂອງ ໝາກລິ່ນຈີ, ແຕ່ລະປີ, ແຂວງ ມີລາຍຮັບກວ່າ 1.000 ຕື້ດົ່ງ ຈາກ ບໍລິການອື່ນ. ເພາະ ສະນັ້ນ, ສຳລັບຊາວກະສິກອນແຂວງ ບັກຢາງ, ຕົ້ນໝາກລິນຈີ່ ໄດ້, ພວມ ແລະ ສືບຕໍ່ມີຄວາມ ສະໜິດ ຕິດພັນກັບ ມູນເຊື້ອ ການຜະລິດ, ການພັດທະນາ ດ້ານເສດຖະ ກິດຂອງ ທ້ອງຖິ່ນ ...” ທ່ານ ກາວວັນຮວ່ານ, ຮອງປະທານຄະນະກຳມະການ ປະຊາຊົນເມືອງ ລູກງ້ານ ໄດ້ຢືນຢັນຄືແນວນັ້ນ.

ປະຕິບັດ: ແຄງລອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top