FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ສວນຢາ ຂອງ ໂຮງງານ FITO PHARMA. ພາບ: ເອກະສານ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

FITO PHARMA ແມ່ນ​ບໍ​ລິ​ສັດ​ການ​ຢາ​ຊັ້ນ​ນຳ​ ຂອງ ​ຫວຽດ​ນາມ ໃນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ສະ​ໝຸນ​ໄພ​ໄປຍັງຕ່າງ​ປະ​ເທດ. ບັນດາຂີດໝາຍແຫ່ງການສົ່ງອອກ ຂອງ ບໍລິສັດສະ ແດງໃຫ້ເຫັນຢ່າງຊັດເຈນ. ໃນປີ 2002, FITO PHARMA ໄດ້ເປີດຫ້ອງການຜູ້ຕາງໜ້າຢູ່ນະຄອນຫຼວງ Kiev, ປະເທດ ອູແກຣນ. ໃນປີ 2003, FITO PHARMA ໄດ້ຮັບໃບຢັ້ງຢືນການຄຸ້ມຄອງຄຸນນະພາບ ຕາມມາດຕະຖານ ISO 9001- 2000 ຈາກອົງການ BVQI (UK: ລາຊະອານາຈັກ ອັງ ກິດ). ໃນປີ 2005, ເຄື່ອງໝາຍການຄ້າ FITO ຂອງ ບໍລິສັດໄດ້ວາງຢູ່ເທິງຈອດພູ Elbrus ພູທີ່ສູງທີ່ສຸດໃນ ເອີຣົບ. ໃນເວ ລານີ້, ຜະລິດຕະພັນ ສົ່ງອອກໄປຍັງ ເອີຣົບ ຕາເວັນອອກ ໄດ້ບັນລຸຕົວເລກສະຖິຕິ - Container/ປີ. ຫຼັງຈາກນັ້ນ, FITO PHARMA ສືບຕໍ່ສົ່ງອອກ ໄປຍັງປະເທດ ຝຣັ່ງ (ປີ2007), ອັງກິດ (ປີ 2009), ສ ອາເມລິກາ ແລະ ການາດາ (ປີ 2016).



ຄຽງຄູ່ກັບເປີດກວ້າງຕະຫຼາດສົ່ງອອກ, FITO PHARMA ຍັງໄດ້ຍົກລະດັບພື້ນຖານໂຄງລ່າງໂຮງງານຜະລິດຢາ ຕາມມາດ ຕະຖານສາກົນ. ສະເພາະໃນປີ 2011, FITO PHARMA ໄດ້ກໍ່ສ້າງໂຄງການ ອິນຊີ ຕາມມາດຕະຖານ EU, USDA (ສ ອາເມລິກາ) ແລະ JAS (ຍີ່ປຸ່ນ). ໃນປີ 2012, FITO PHARMA ໄດ້ເປີດໂຮງງານທີ່ໄດ້ມາດຕະຖານ GMP. ໃນປີ 2014, FITO PHARMA ໄດ້ຮັບການຮັບຮອງເປັນໂຮງງານທີ່ໄດ້ມາດຕະຖານ GMP-WHO. ຫຼັງຈາກນັ້ນ ໃນປີ 2022, ບໍລິສັດໄດ້ກໍ່ສ້າງໂຮງງານ Fito N2 ຢູ່ແຂວງ ບິ່ງເຢືອງ ແລະ ໂຮງງານ Fito N3 ຢູ່ VSIP ຢູ່ແຂວງ ບັກນິງ.

ທ່ານ ເລຄັກເຕິມ, ປະທານ FITO PHARMA ກ່າວວ່າ ຫວຽດນາມ ແມ່ນປະເທດຕັ້ງຢູ່ເຂດຮ້ອນ, ອາກາດຮ້ອນ ແລະ ຊຸ່ມຊື່ນ, ມີຝົນຕົກຫຼາຍ, ເໝາະສຳລັບຕົ້ນໄມ້ ແລະ ພືດທີ່ເປັນຢາ ເຕີບໂຕ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຫວຽດ​ນາມ ຍັງເປັນ​ປະ​ເທດ​ທີ່​ມີ​ປະ​ຫວັດ​ ​ດ້ານ​ຢາ​ພື້ນ​ເມືອງ​ມາ​ແຕ່​ດົນ​ນານ. ປະສົບການນຳໃຊ້ຢາສະໝຸນໄພ ເປັນຢາໄດ້ສະສົມ ແລະ ຢັ້ງຢືນມາເປັນເວລາຫຼາຍປີ ແລະ ຈາກຮຸ່ນສູ່ຮຸ່ນ. ນັ້ນແມ່ນເຫດຜົນທີ່ FITO PHARMA ຜະລິດຢາພື້ນເມືອງໂດຍສະເພາະ ອີງໃສ່ວິທີການປິ່ນປົວແບບດັ້ງເດີມ ໂດຍການຮ່ວມມື ຂອງ ຜູ້ຊ່ຽວ ຊານໃນຂະແໜງການແພດ, ການຢາ ແລະ ບັນດາອາຈານ ຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດ. ຜະລິດຕະພັນຫຼາຍຢ່າງ ຂອງ ບໍລິສັດ FITO PHARMA ໄດ້ຮັບການປະເມີນ ຢູ່ສະຖາບັນ ແລະ ໂຮງໝໍພາຍໃນ ແລະ ຕ່າງປະເທດຫຼາຍແຫ່ງ.

 


ບັນດາຜະລິດຕະພັນ FITO PHARMA ໄດ້ຜະລິດ ບົນພື້ນ ຖານຄວາມຮູ້ ແລະ ປະສົບການ ຂອງການຢາພື້ນເມືອງ, ຫຼັກ ການພື້ນເມືອງໃນການກະກຽມຢາ ແລະ ສ່ວນປະກອບຂອງຢາສະໝຸນໄພ, ສົມທົບກັບຜົນສຳເລັດທາງວິທະຍາສາດໃໝ່, ນຳໃຊ້ເຄື່ອງຈັກ, ອຸປະກອນ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອສ້າງຜະລິດຕະພັນ ໃຫ້ມີຄຸນນະພາບ ດີທີ່ສຸດ.

ທ່ານ ເຕິມ ໃຫ້ຮູ້ວ່າ ບໍລິສັດໄດ້ຮ່ວມມືກັບນັກວິທະຍາສາດຫຼາຍຄົນ ແລະ ສະຖາບັນຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ ຫຼາຍແຫ່ງ ເພື່ອຄົ້ນຄວ້າ, ສະຫຼຸບໃນຂັ້ນຕົ້ນກ່ຽວກັບປະສິດທິ ພາບ ຂອງ ຜະລິດຕະພັນ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໃຫຍ່ຫຼວງ ສໍາລັບຜູ້ບໍລິໂພກ ໃນຊຸມປີ ທີ່ຜ່ານມາ ສຳລັບຜະລິດຕະພັນ ຍີ່ຫໍ້ FITO ທີ່ຜະລິດໂດຍ FITO PHARMA. ປັດຈຸບັນ, ຜະລິດຕະພັນ ຢາພື້ນເມືອງ ຂອງ FITO PHARMA ປະ ກອບມີ 3 ຮູບແບບຄື: ຢາສະໝູນໄພ ປະເພດນໍ້າ, ຢາສະໝູນໄພປະເພດເມັດ ແລະ ຢາທາພາຍນອກ, ເພື່ອປິ່ນປົວພະ ຍາດ 11 ກຸ່ມ ຕາມແຈ້ງການ ຂອງ ກະຊວງສາທາລະນະສຸກກ່ຽວກັບກຸ່ມຢາພື້ນເມືອງ.

 


FITO PHARMA ຍັງເປັນ​ຜູ້​ກໍ່​ຕັ້ງ​ ຫໍພິພິທະ​ພັນ​ຢາ​ພື້ນ​ເມືອງ (ຫໍພິພິທະ​ພັນ Fito) 2 ແຫ່ງ ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ນະ ຄອນ ຖ້ວນອານ, ​ແຂວງ ບິ່ງເຢືອງ ​ເພື່ອ​ວາງສະ​ແດງ​ວັດຖຸ​ສິ່ງຂອງ ​ແລະ ເອກະສານ​ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ແພດ​ພື້ນ​ເມືອງ ຫວຽດນາມ ຫຼາຍພັນຢ່າງ. ປັດຈຸ​ບັນ, ຫໍພິພິທະພັນ​ ສອງ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ຍອດນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 


ໄດ້​ຮັບການສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງ ບິ່ງ​ເຢືອງ ​ໃນປີ 1999 ຈາກ​ໂຮງງານ ຜະລິດ​ຢາ​ພື້ນ​ເມືອງ ​ຂອງ ຄອບຄົວຂະໜາດ​ນ້ອຍ, FITO PHARMA ​ໄດ້​ກາຍ​ເປັນ​ບໍລິສັດ​ຢາ​ ທີ່​ມີ​ກຳລັງ​ການ​ຜະລິດ​ຂະໜາດ​ໃຫຍ່, ຮັບປະກັນ​ມາດຕະຖານ​ສາກົ​ນເຊັ່ນ: ມາດຕະຖານ GMP-WHO, ມາດຕະຖານ​ຜະລິດ​ອາຫານ​ປອດ​ສານພິດ EU, ລະບົບຄຸ້ມຄອງຄຸນນະພາບຫຼັກອະນາໄມດ້ານສະບຽງອາຫານ HACCP, ຢັ້ງຢືນການຄຸ້ມຄອງຄຸນນະພາບ ຕາມມາດຕະຖານ ISO ....

ບົດ: VNP/ຖາວວີ - ພາບ: ທົງຫາຍ ແລະ ເອກະສານ FITO- ແປໂດຍ: ຢືຟຽນ


Top