ດ້ຽນກວາງ - ເຄື່ອງໝາຍການຄ້າແຫ່ງຊາດ ຂອງ ອຸດສາຫະກຳໄຟຟ້າ ຫວຽດນາມ

ດ້ຽນກວາງ - ເຄື່ອງໝາຍການຄ້າແຫ່ງຊາດ ຂອງ ອຸດສາຫະກຳໄຟຟ້າ ຫວຽດນາມ


ດ້ຽນກວາງ ແມ່ນຍີ່ຫໍ້ ທີ່ໄດ້ຮັບລາງວັນ ຍີ່ຫໍ້ແຫ່ງຊາດ ເປັນເວລາ 14 ປີ ຕິດຕໍ່ກັນ, ພ້ອມກັບລາງວັນ ອື່ນໆ ທີ່ມີຊື່ສຽງ ຈາກ ການລົງຄະແນນສຽງ ຂອງຜູ້ບໍລິໂພກ ແລະ ສະມາຄົມຕ່າງໆ. ປັດຈຸ​ບັນ ດ້ຽນກວາງ ​ໄດ້​ກາຍ​ເປັນ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກ່ຽວກັບ​ວິ​ທີ​ການແກ້​ໄຂ​ແສງ​ສະຫວ່າງ ແບບອັດສະລິຍະ ຮອບດ້ານ ​ໃຫ້​ບັນດາ​ໂຄງການ​ໃຫຍ່ ​ພາຍ​ໃນ​ປະ​ເທດ ​ແລະ ວິ​ທີ​ການແກ້​ໄຂ​ລວມ ໃຫ້​ຕົວເມືອງ ອັດສະລິຍະ. 

ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1973, ​ໃນເມື່ອ​ກ່ອນ, ດ້ຽນກວາງ ​ແມ່ນ​ວິ​ສາ​ຫະກິດ ​ຜະລິດ​​ສະ​ເພາະຫຼອດ​ໄຟ ​ແລະ ອຸປະກອນ​ໄຟຟ້າ. ຈາກທ່າ​ອ່ຽງ​ ​ພັດ​ທະ​ນາອັດສະລິຍະ ທີ່​ໄດ້ຜັນຂະຫຍາຍ​ຢູ່​ບາງ​ປະ​ເທດ​ເຊັ່ນ: ສ ​ເກົາ​ຫຼີ, ຊູແອດ, ອັງກິດ, ແອັດ​ສະ​ປາຍ... ດ້ວຍ​ຕົວ​ເມືອງ​ອັດສະລິຍະ ​ຫຼາຍແຫ່ງໄດ້ກຳເນີດ​ຂຶ້ນ, ຄະນະການນຳ ວິສາຫະກິດ ດ້ຽນກວາງ ຮັບຮູ້ໄດ້ວ່າ ​ນີ້​ແມ່ນ​ກາ​ລະ​ໂອ​ກາດ ​ເພື່ອ ການປ່ຽນແປງ ຢ່າງກ້າວກະໂດດ. ກຳໄດ້​ທ່າ​ອ່ຽງ, ດ້ຽນກວາງ ​ເລີ່​ມ ລົງ​ທຶນ​ເຂົ້າ​ໃນ​ຂະ​ແໜງ​ໄຟຟ້າ​ອັດສະລິຍະ ​ເພາະວ່າ ຄວາມຕ້ອງການ ສ່ອງແສງສະຫວ່າງ ​ບໍ່​ພຽງ​ແຕ່​ຕ້ອງການ​ແສງ​ສະຫວ່າງ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງການ​ຄວາມ​ປອດ​ໄພ, ຄວາມ​ງາມ... ອີກດ້ວຍ. 

ພາບລວມເຂດໂຮງງານ ຂອງບໍລິສັດຫຸ້ນສ່ວນ ດ້ຽນກວາງ. ພາບ: ເອກະສານ ດ້ຽນກວາງ

ດ້ຽນກວາງ ໄດ້ຫັນປ່ຽນຈາກວິສາຫະກິດການຜະລິດ​​ ສະ​ເພາະ ຫຼອດ​ໄຟ ​ແລະ ອຸປະກອນ​ໄຟຟ້າ ໄປສູ່ການຄົ້ນຄວ້າ ແລະ ພັດທະ ນາ ເພື່ອຫັນປ່ຽນເປັນກຸ່ມເຕັກໂນໂລຊີ, ພິເສດແມ່ນ ວິທີການ ແກ້ໄຂ ແສງສະຫວ່າງອັດສະລິຍະ ສຳລັບຕົວເມືອງ. ດ້ຽນກວາງ ມີ​ທ່າແຮງ​ພິ​ເສດ​ໃນ 2 ຂົງ​ເຂດ​ຄື: ການ​ອອກ​ແບບ​ແສງ​ສະ​ຫວ່າງ ​ແລະ ການ​ຄວບ​ຄຸມ​ອັດສະລິຍະ.

ດ້ຽນກວາງ ​ແມ່ນ​ຫົວໜ່ວຍໜຶ່ງ​ດຽວ​ ​ຕາງໜ້າ​ໃຫ້​ຂະ​ແໜງ​ໄຟຟ້າ ໄດ້ຮັບຮອງ ເປັນຍີ່ຫໍ້ແຫ່ງຊາດ ​ໃນ​ຫຼາຍ​ປີຕິດຕໍ່ກັນ. ໝາກຜົນ​ດັ່ງກ່າວ​ບັນລຸ​ໄດ້ ຄືຕາມ​ຄະນະ​ບໍລິຫານ​ງານ​ ຂອງ ​ບໍລິສັດວ່າ ດ້ຽນກວາງ ​ໄດ້​ລົງທຶນ ​ເຂົ້າ​ໃນ​ການ​ຜະລິດ ​ແລະ ຄຸ້ມ​ຄອງ​ ຄຸນ​ນະພາ​ບ​ ເພື່ອຕອບສະໜອງ​ໄດ້​ຕາມ​ມາດຖານ​ທີ່​ເຂັ້ມ​ງວດ​ ຂອງ​ ຍີ່ຫໍ້​ແຫ່ງ​ຊາດ ​ຫວຽດນາມ.

ປີ 2016, ດ້ຽນກວາງ ​ໄດ້​ຫັນ​ຈາກ​ບໍລິສັດ ​ຜະລິດ ​ຜະລິດ​ຕະພັນ​ແບບເກົ່າ​ ​ເປັນ​ບໍລິສັດ​ເຕັກ​ໂນ​ໂລຊີ. ພາບ: ທົງຫາຍ/VNP

ຄວາມແຕກຕ່າງຂອງ ດ້ຽນກວາງ ແມ່ນບັນດາວິທີການແກ້ໄຂ ແສງສະຫວ່າງ ເພື່ອຕົກແຕ່ງຄວາມງາມ ຂອງ ກິດຈະການ, ນອກຈາກນັ້ນ, ສາມາດຄວບຄຸມ, ສ້າງໂປຼແກຼມ, ຫັນເປັນ ອັດຕະໂນມັດຢ່າງອັດສະລິຍະ. ວິທີການແກ້ໄຂ ນຳມາເຊິ່ງ “ອັດສະລິຍະ-ປອດໄພ-ຄວາມງາມ” ດ້ວຍ​ເຕັກ​ໂນ​ໂລ​ຊີ​ ຊັ້ນ​ນໍາ​, ວິທີການ​ແກ້​ໄຂ​ຫຼາກ​ຫຼາຍ ​ແລະ ​​ຍືດຫຍຸ່ນ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ... ຊ່ວຍ​ປະ​ຢັດ​ພະ​ລັງ​ງານ ​ແລະ​ ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ສໍາ​ລັບ​ໂຄງ​ການ ແລະ ນຳໃຊ້ ແຫຼ່ງຊັບພະຍາກອນ ຢ່າງມີປະສິດທິພາບ. 

ຮອດ​ປີ 2019, ດ້ຽນກວາງ ໄດ້ນຳໂຮງງານ ດ້ຽນກວາງ ເຕັກ ໂນໂລຊີສູງ ຢູ່ເມືອງ 9 ເຂົ້າສູ່ການເຄື່ອນໄຫວ. ພາບ: ທົງຫາຍ/VNP

ເຂົ້າຮ່ວມຫຼາຍເວທີປາໄສເສດຖະກິດ ດີຈີຕອນ ແລະ ຫັນເປັນ ດີຈີຕອນ, ຄະນະການນຳ ດ້ຽນກວາງ ໄດ້ຮັບຮູ້ວ່າ ນີ້ແມ່ນໜຶ່ງ ໃນສະ ພາບການທີ່ເອື້ອອຳນວຍ ໃຫ້ແກ່ການເຂົ້າຮ່ວມ ອຸດສາຫະກໍາ ອັດສະລິຍະ ໃນອະນາຄົດ ດ້ວຍຊຸດວິທີການແກ້ໄຂ ສ່ອງແສງສະຫວ່າງ ແລະ ວິທີການແກ້ໄຂ ອັດສະລິຍະ.

ປັດຈຸ​ບັນ, ດ້ຽນກວາງ ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ກັບ 5 ໂຮງ ງານ​ຜະລິດ, ​ໃນ​ນັ້ນ​ມີ 4 ໂຮງງານ​ຕັ້ງ​ຢູ່ ຫວຽດນາມ ​ແລະ 1 ໂຮງ ງານ​ຕັ້ງ​ຢູ່ ເວເນຊູເອລາ, ດ້ວຍ​ກຳລັງ​ການ​ຜະລິດ​ ປະມານ 200 ລ້ານ​ ຜະລິດ​ຕະພັນ​/ປີ.

ອຸ​ປະ​ກອນ​ສ່ອງແສງ​ສະ​ຫວ່າງ ​ຈໍາ​ນວນ​ຫນຶ່ງ ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ດ້ຽນກວາງ​. ພາບ: ທົງຫາຍ/VNP

ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ຽນກວາງ ຈະ​ພັດທະນາ​ຫຼາຍ​ວິທີການ​ແກ້​ໄຂ​ເຕັກ​ໂນ​ໂລ​ຊີ​ອັດສະລິຍະ ​ແລະ ທັນ​ສະ​ໄໝ ​ປະກອບສ່ວນ​ເຂົ້າ​ໃນ​ການ​ປ່ຽນແປງໃໝ່ຢ່າງ​ຮອບດ້ານ, ສ້າງ​ກຳລັງ​ແຮງ​ຊຸກຍູ້​ການ​ເຕີບ​ໂຕທາງ​ເສດຖະກິດ, ສັງຄົມຍິ່ງຂຶ້ນ ​ໃນ​ບັນດາ​ພື້ນທີ່​ເສດຖະກິດ​ຈຸດສຸມ​ຂອງ ​ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະໜາ ​ສາມາດ​ຮັດ​ແຄບ​ຊ່ອງ​ຫວ່າງ ​ດ້ານເຕັກ​ໂນ​ໂລ​ຊີ​ ກັບ​ບັນດາ​ນະຄອນ​ພັດທະນາ ຢູ່ພາຍໃນ​ປະ​ເທດ​ ແລະ​ ໃນ​ທົ່ວ​ໂລກ​.

  ດ້ຽນກວາງແມ່ນຍີ່ຫໍ້ທີ່ສະໜິດຕິດພັນກັບຜູ້ບໍລິໂພກ ຫວຽດນາມຜ່ານຫຼາຍສະຕະວັດ. ພາບ: ທົງຫາຍ/VNP

ແມ່ນ​ຍີ່ຫໍ້ “made in Vietnam” ທີ່​ກຳເນີດ​ຈາກ​ ​ຂະແໜງອຸດສາ ຫະກຳ​ ຂອງ​ ຫວຽດນາມ. ເພາະສະ​ນັ້ນ, ດ້ຽນກວາງ ຍາມ​ໃດ​ກໍ່​ມີ​ຄວາມ​ປາດ​ຖະໜາ​ ຢາກ​ນຳ​​ຜະລິດ​ຕະພັນ, ການ​ບໍລິການຂອງຕົນ ອອກ​ສູ່​ສະພາບ​ແວດ​ລ້ອມ​ໃໝ່​ ເພື່ອ​ປະກອບສ່ວນ​ຍົກ​ລະດັບ​ຕະ ຫຼາດ​ສິນຄ້າ ​ຫວຽດນາມ.

ດ້ຽນກວາງ ມີ​ທ່າແຮງ​ພິ​ເສດ​ໃນ 2 ຂົງ​ເຂດ​ຄື: ການ​ອອກ​ແບບ​ແສງ​ສະ​ຫວ່າງ ​ແລະ ການ​ຄວບ​ຄຸມ​ອັດສະລິຍະ. ພາບ: ທົງຫາຍ/VNP
ປີ 2016, ດ້ຽນກວາງ ໄດ້ຫັນຈາກບໍລິສັດ ຜະລິດ ຜະລິດຕະພັນ ແບບເກົ່າ ເປັນບໍລິສັດເຕັກໂນໂລຊີ. ຮອດປີ 2019, ດ້ຽນກວາງ ໄດ້ນຳໂຮງງານ ດ້ຽນກວາງ ເຕັກໂນໂລຊີສູງ ຢູ່ເມືອງ 9, ນະຄອນ ໂຮ່ຈີມິນ ເຂົ້າສູ່ການເຄື່ອນໄຫວ. ​ໃນ​ປີ 2020, ດ້ຽນກວາງ ​ໄດ້​ສ້າງ​ມາດຕະຖານ​ໂຄງ​ປະກອບ​ຂອງ 5 ຂະແໜງສິນຄ້າ ເພື່ອ​ນຳ​ອອກ​ສູ່​ຕະຫຼາດ, ລວມມີ: ​ແສງສະຫວ່າງ, ອຸປະກອນ​ໄຟຟ້າ, ເຄື່ອງໃຊ້ ໃນຄອບຄົວ, ພະລັງງານ​ແສງຕາ​ເວັນ ​ແລະ ຄວບ​ຄຸມ​ອັດ​ສະ​ລິ​ຍະ.
ບົດ: ຖາວວີ - ພາບ: ທົງຫາຍ ແລະ ເອກະສານ ດ້ຽນກວາງ

Top