ເລຢາ - ເລື່ອງ “ຂຸດນ້ໍາເຜີ້ງຈາກທະເລ”

ເລຢາ - ເລື່ອງ “ຂຸດນ້ໍາເຜີ້ງຈາກທະເລ”

ນ້ຳປາ ເລຢາ ໄດ້ວາງຂາຍຢູ່ໃນບັນດາ ຫ້າງສັບພະສິນ ຄ້າໃຫຍ່ໆ ໃນທົ່ວປະເທດເຊັ່ນ: Vinmart, Vinmart+, Big C, Aeon, Mega Market, Co.op Mart ... ແລະ ສົ່ງອອກໄປຍັງ ສ ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ, ອາຟຣິກາໃຕ້, ສະຫະພັນ ຣັດເຊຍ, ປານາມາ ແລະ ອື່ນໆ.

CEO ເລ​ແອງ​ ໄດ້​ກາຍ​ເປັນ ນັກ​ສິລະ​ປະ​ນ້ຳ​ປາ”, ​ເບິ່ງ​ສີສັນ​ຂອງ​ນ້ຳ​ປາ​ແລ້ວ, ທ່ານ​ສາມາດ​ຮູ້​ໄດ້​ເຖິງ​ອາຍຸ​ຂອງ​ນ້ຳປາ. ພາບ: ເອກະສານ

ທ່ານ ເລ​ແອງ, ຜູ້​ອຳ​ນວຍ​ການ ບໍລິຫານ ​ ​ບໍລິສັດ​ນ້ຳ​ປາ ເລຢາ ​ໃຫ້​ຮູ້​ວ່າ: ​ແທງ​ຮ໋ວາ ​ແມ່ນ​ສະຖານ​ທີ່​ ​ມີ​ເງື່ອນ​ໄຂ​ດີ​ເລີດ​ ເພື່ອ​ສ້າງ​ບັນ ດາ​ຜະລິດ​ຕະພັນ​​ຄື: ກະປິ, ນ້ຳປາ... ນ້ຳປາ ເລຢາ ແມ່ນໄດ້ຜະ ລິດຈາກສ່ວນປະກອບທີ່ມີ ຄຸນນະພາບສູງ ພ້ອມກັບຄວາມ ລັບຂອງ ຄອບຄົວ ໃນວິທີການຜະລິດແບບດັ້ງເດີມ. ປາ ທີ່ນຳມາຜະລິດ ນ້ຳປາ ຕ້ອງເປັນປະເພດ ປາໄສ້ຕັນ ໂຕໃຫຍ່, ມີໄຂມັນ ແລະ ອຸດົມໄປດ້ວຍ ໂປຣຕີນ, ຈັບໄດ້ໃນລະຫວ່າງ ເດືອນ ກໍລະກົດ ຫາເດືອນ ພະຈິກ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ເພື່ອ​ໃຫ້ນ້ຳ​ປາ​ ມີ​ລົດ​ຊາດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ເລຢາ ຍັງ​ນຳ​ໃຊ້​ເກືອ​ເມັດ​ ທີ່​ບໍລິສຸດ​ ໄດ້ຜະລິດ​ຈາກ​ແຂວງ ນິງຖ້ວນ ​ແລະ ບ່າເຣ້ຍ. ເກືອ ທີ່ຊື້ມາແມ່ນບໍ່ໄດ້ໃຊ້ເພື່ອ ໝັກປາໃນທັນທີ, ແຕ່ຈະ ຕ້ອງເກັບຮັກສາໄວ້ 1-2 ປີ ເພື່ອ ໃຫ້ນ້ຳລະເຫີຍອອກ ເພື່ອຫຼຸດຄວາມເຄັມ ພ້ອມທັງກຳຈັດ ສ່ວນປະກອບທີ່ສົ່ງ ຜົນກະທົບ ຕໍ່ຄຸນນະພາບ ຂອງ ນ້ຳປາ.

ທ່ານ​ ເລ​ແອງ ​ໃຫ້ຮູ້ວ່າ ຄວາມ​ລັບ ​ຂອງ ​ການ​ເຮັດ​ນ້ຳ​ປາ​ ເລ​ຢາ ທີ່ຫອມແຊບ ​ແລະ ​ອຸດົມສົມບູນ ​ແມ່ນ​ຂຶ້ນກັບຖັງ ໝັກປາ. ຖັງໝັກປາແຕ່ລະໜ່ວຍ ໄດ້ບັນຈຸປາ ນັບສິບໂຕນ ແລະ ນ້ຳປາ ບໍ່ແມ່ນເອົາອອກຈາກແຕ່ລະຖັງ ແລ້ວ ເທໃສ່ແກ້ວ, ມັນຕ້ອງໄດ້ ເອົາອອກຢ່າງຕໍ່ເນື່ອງ ຜ່ານລະບົບ ຖັງໝັກປາ 5-7 ຖັງ ເພື່ອ ຮັກສາສານອາຫານ ແລະ ລົດຊາດ. ຫຼັງຈາກນັ້ນ, ເລຢາ ເລືອກ ເອົາຖັງໝັກປາ ທີ່ມີລົດຊາດດີທີ່ສຸດເປັນຖັງໝັກ (ຄືກັນ ກັບການ ຜະລິດເຊື້ອເຫຼົ້າ) ເພື່ອໃຫ້ຜະລິດຕະພັນມີລົດຊາດ ແລະ ຄຸນນະພາບຂ້ອນຂ້າງເທົ່າທຽມກັນ.


ຂະບວນການ “ຂຸດນໍ້າເຜິ້ງຈາກທະເລ”, ນັບຕັ້ງແຕ່ການຜະລິດ ໄປສູ່ຂັ້ນຕອນອື່ນໆ ໄດ້ຖືກຄວບຄຸມຢ່າງເຂັ້ມງວດ ເພື່ອຮັບປະກັນ ວ່າ ຜະລິດຕະພັນ ຍັງຄົງຮັກສາລົດຊາດ ທໍາມະຊາດເຊັ່ນດຽວກັນ ກັບຄຸນນະພາບ ແລະ ຄວາມປອດໄພດ້ານສະບຽງອາຫານ.

ທ່ານ ເລ​ແອງ ແບ່ງປັນ​ວ່າ: ນໍ້າປາ ແມ່ນ​ຈິດ​ວິນ​ຍານ ​ຂອງ ວັດທະ ນະທຳ ​ອາຫານ​ການ​ກິນ​ ຂອງຊາວ​ ຫວຽດນາມ. ນ້ຳປາມູນເຊື້ອ ຂອງ ຫວຽດນາມ ແມ່ນ ບໍ່ຄຳ ໜຶ່ງ, ສິ່ງສຳຄັນ, ພວກເຮົາ ຮູ້ວິທີການຂຸດຄົ້ນ ແລະ ສ້າງ “ເຄື່ອງປະດັບ” ທີ່ເໝາະສົມ ກັບຄວາມມັກຂອງ ຜູ້ບໍລິໂພກ ຫຼື ບໍ”.

ນັບ​ຕັ້ງແຕ່​ມື້​ສ້າງ​ຕັ້ງ​ບໍລິສັດ​ເປັນ​ຕົ້ນ​ມາ, ທ່ານ ​ເລ​ແອງ ​ໄດ້ຕັດສິນໃຈສ້າງ​ໂຮງງານ​ ທີ່​ໄດ້​ມາດຕະຖານ ISO 22000:2018, HACCP, FDA ​ເຖິງ​ວ່າ ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ແຕ່ເພິ່ນ​ເຊື່ອ​ວ່າ​ ນີ້​ແມ່ນ​ພື້ນຖານ​ເພື່ອໃຫ້​ນ້ຳ​ປາ ​ເລ​ຢາ ສາມາດເຂົ້າເຖິງຕະ​ຫຼາດ ໄດ້ໄວ ແລະ ໄກກວ່າ​. ທ້າຍ​ປີ 2018, ​ເລ​ຢາ ໄດ້​ສົ່ງ​ອອກ ນ້ຳປາ​ ທໍາອິດ​ໄປ​ ສ ເກົາຫຼີ, ຕໍ່ມາ​ແມ່ນ​ສົ່ງໄປຍັງຕະຫຼາດ ຍີ່​ປຸ່ນ, ​ໄຕ້​ຫວັນ, ອາ​ຟຣິກາ​ໃຕ້, ສະຫະພັນ​ ຣັດ​ເຊຍ, ປາ​ນາ​ມາ,... ບັນດາ​ຜະລິດ​ຕະພັນ​ ກະປິ ເລຢາ ​ໄດ້​ຮັບ​ຮອງ​ເປັນຜະລິດຕະພັນ OCOP 5 ດາວ ລະດັບຊາດ.

ບາງຜະລິດຕະພັນດີເດັ່ນ ຂອງ ນ້ໍາປາ ເລຢາ. ພາບ: ກົງດາດ/VNP




ດ້ວຍທີມງານຊ່າງຜະລິດນ້ຳປາ ທີ່ມີປະສົບການ ແລະ  ເຮັດ ວຽກຢ່າງສຸດອົກສຸດໃຈ, ສົມທົບກັບເຕັກນິກ ແບບດັ້ງເດີມ ແລະ ທັນສະໄໝ ແລະ ກຳລັງການຜະລິດ ຂະໜາດໃຫຍ່ ທີ່ໄດ້ຄວບຄຸມ ດ້ວຍລະບົບການຄຸ້ມຄອງຄຸນນະພາບ ຕາມມາດຕະຖານ ISO 22000: 2018, ຜະລິດຕະພັນ ນໍ້າປາ ເລຢາ ໄດ້ຮັບຄວາມ ໄວ້ວາງໃຈ ແລະ ເຊື່ອໝັ້ນຈາກຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ. ຈົ່ງ​ອົດ​ທົນ​ໃນ​ສິ່ງ​ທີ່​ຕົນເອງສະ​ແຫວງ​ຫາ, ເຮັດ​ວຽກ​ງານ​ທີ່​ດີ ແລະ ຜົນ​ທີ່​ຫວານ​ຊື່ນ​ຈະ​ຕາມມາ; “ສິ່ງ​ທີ່​ໄດ້​ມາ​ຈາກ​ທຳ​ມະ​ຊາດ, ມັນ​ອາດ​ຈະ​ຊ້າ​ແຕ່​ຈະ​ຍືນ​ຍົງນັ້ນ​ແມ່ນ​ຄຸນ​ຄ່າ​ທີ່​ພວກຂ້າພະເຈົ້າ ເຫັນ​ຜ່ານ​ການ​ໂອ້​ລົມ​ກັບ ທ່ານ ແລແອງ. ຕ່ອງ​ໂສ້​ມູນ​ຄ່າ​ທີ່​ນ້ຳ​ປາ ເລຢາ ພວມສ້າງ​ ບໍ່​ພຽງ​ແຕ່​ມີ​​ປະ​ໂຫຍດ​ໃຫ້​ແກ່ຕົນເອງ​, ໃຫ້ແກ່ລູກຄ້າເທ່ົານັ້ນ, ແຕ່ຍັງສໍາລັບຊຸມຊົນ ແລະ ບ້ານເກີດເມືອງນອນອີກດ້ວຍ. ນັ້ນອາດຈະເປັນ ເຫດຜົນ ນ້ໍາປາ ເລຢາ ໄດ້ຖືກຜະລິດຢູ່ໃນມຸມໜຶ່ງຂອງ ບ້ານ ແຕ່ໄດ້ຂາຍໄປ ທົ່ວໂລກ.

ທ່ານ ເລ​ແອງ, ຜູ້​ອຳ​ນວຍ​ການ ບໍລິສັດ​ນ້ຳ​ປາ ເລຢາ ​ໄດ້​ຮັບ​ລາງວັນ​ ຜະລິດຕະພັນ 10 ອັນດັບ ດີ​ເດັ່ນ​ ທີ່​ຜູ້​ບໍລິ​ໂພ​ກ ຫວຽດນາມ ​ໄວ້​ເນື້ອ​ເຊື່ອ​ໃຈ ​ໃນ​ປີ 2021. ພາບ: ເອກະສານ

ບົດ: VNP/ຖາວວີ - ພາບ: ກົງດາດ ແລະ ເອກະສານ - ແປໂດຍ: ຢືຟຽນ


Top