NAVICO - ບໍລິສັດສົ່ງອອກ ປາສະຫວາຍ ໃຫຍ່ອັນດັບສອງຂອງໂລກ

NAVICO - ບໍລິສັດສົ່ງອອກ ປາສະຫວາຍ ໃຫຍ່ອັນດັບສອງຂອງໂລກ

ເຂດລ້ຽງປາສະຫວາຍ ຂອງ NAVICO ຢູ່ຕາແສງ ໝີເຖິຍ, ເມືອງ ລອງຊວຽນ, ແຂວງ ອານຢາງ. ພາບ: ແຄ໋ງລອງ/VNP

NAVICO ແມ່ນໜຶ່ງໃນວິສາຫະກິດ ອາຫານທະເລ ບໍ່ເທົ່າໃດແຫ່ງ ທີ່ມີລະບົບຕ່ອງໂສ້ການຜະລິດແບບຄົບວົງຈອນ ຕັ້ງແຕ່ການຜະລິດແນວພັນ, ການລ້ຽງ ຈົນເຖິງການຜະລິດ ແລະ ການປຸງແຕ່ງ, ຕອບສະໜອງໄດ້ຄວາມຕ້ອງການ ຢ່າງເຂັ້ມງວດຈາກຜູ້ນໍາເຂົ້າຈາກ 100 ປະເທດໃນທົ່ວຕະຫຼາດ ອາຊີ, ເອີຣົບ, ສ ອາ ເມລິກາ ແລະ ອົດສະຕຣາລີ…

ປັດຈຸບັນ NAVICO ເປັນຜູ້ຜະລິດ ແລະ ສົ່ງອອກ ປາສະຫວາຍໃຫຍ່ອັນດັບ 2 ຂອງໂລກ, ມີເນື້ອທີ່ລ້ຽງ 250 ເຮັກຕາ (ສະໜອງປາສະຫວາຍ ໄດ້ເຖິງ 120.000 ໂຕນ/ປີ), ເຂດລ້ຽງປາ ນໍາໃຊ້ເຕັກໂນໂລຊີສູງ ມີເນື້ອທີ່ 600 ເຮັກຕາ ຫາກໍ່ໄດ້ລົງທຶນເມື່ອປີ 2018 (ສະໜອງປາສະຫວາຍ ໄດ້ເຖິງ 250.000 ໂຕນ/ປີ).


ຫົວອາຫານ 800.000 ໂຕນຕໍ່ປີ ໄດ້ຜະລິດແບບຄົບວົງຈອນ ເພື່ອຮັບໃຊ້ຄວາມຕ້ອງການ ຂອງ NAVICO. ພາບ: ແຄ໋ງລອງ/VNP
ຕົວ​ຢ່າງ ປາສະຫວາຍ ​ຢູ່​ເຂດ​ລ້ຽງປາ ໝີເຖິຍ, ເມືອງ ລອງຊວຽນ, ແຂວງ ອານຢາງ ຂອງ NAVICO. ພາບ: ແຄ໋ງລອງ/VNP 

ປັດຈຸບັນ, NAVICO ມີໂຮງງານປຸງແຕ່ງ ສິນໃນນໍ້າ 4 ແຫ່ງ, ໃນນັ້ນມີໂຮງງານແຊ່ແຂງ ນາມຫວຽດ  (DL152), ໂຮງງານແຊ່ແຂງ ປາຊີຟິກ (DL384), ໂຮງງານແຊ່ແຂງ ມະຫາສະໝຸດ ອິນເດຍ (DL18) ແລະ ໂຮງງານແຊ່ແຂງ ມະຫາສະໝຸດ ແອດແລນຕິກ (DL408) ດ້ວຍກຳລັງການຜະລິດ ສູງເຖິງ 1.200 ໂຕນ/ມື້ ແລະ ບັນລຸການຮັບຮອງດ້ານ ຄຸນນະພາບ ISO, Global GAP, HACCP, IFS, BRC, GMP ແລະ HALAL ໄດ້ຢ່າງເຕັມຮູບແບບ.

NAVICO ຍັງມີປາ ພໍ່-ແມ່ ພັນ 20.000 ຄູ່ ສາມາດຜະລິດ ລູກປາໄດ້ 14 ຕື້ ໂຕ. ດ້ວຍເທັກໂນໂລຊີ ຄັດເລືອກພັນທຸກໍາ ຈາກປະເທດ ນອກແວ, ຄວາມສາມາດ ໃນການຢູ່ລອດຂອງປາທີ່ບໍລິສັດ ໄດ້ຖືກຕີລາຄາວ່າ ມີຄວາມໝັ້ນຄົງ. ປັດຈຸ​ບັນ, ​ເນື້ອ​ທີ່​ລ້ຽງ​ແນວພັນ ປາ​ ຂອງ NAVICO ບັນລຸ 150 ​ເຮັກຕາ ​ຢູ່​ເຂດ​ລ້ຽງປາ ເຕັກ​ໂນ​ໂລ​ຊີ​ສູງ​ ບິ່ງຟູ (ຕາ​ແສງ ບິ່ງ​ຟູ, ​ເມືອງ ​ເຈົາ​ຟູ, ​ແຂວງ ອານ​ຢາງ). ໂຮງງານຜະລິດອາຫານປາ ຂອງ ບໍລິສັດ ສາມາດຜະລິດ ໄດ້ເຖິງ 800.000 ໂຕນຕໍ່ປີ, ສາມາດສະໜອງ ໄດ້ 100% ຄວາມຕ້ອງການຂອງ NAVICO.

ໃນເດືອນ ເມສາ 2023, NAVICO ແລະ ບໍລິສັດ Amicogen Inc (ສ ເກົາຫຼີ) ໄດ້ເປີດໂຮງງານ Aminavico ໃນເຂດອຸດສາ ຫະກຳ ທົດນົດ - ນະຄອນ ເກິ່ນເທີ ມີເນື້ອທີ່ກວ່າ 9.600 2. Aminavico ແມ່ນໂຮງງານຜະລິດເຕັກໂນໂລຊີ ຊີວະພາບ ແບບ ອັດຕະໂນມັດ, ຜະລິດສະເພາະ Collagen ແລະ Gelatine ຈາກໜັງປາ ດ້ວຍເຕັກໂນໂລຊີ ຂອງ ສ ເກົາຫຼີ ແລະ ປັດຈຸບັນແມ່ນໜຶ່ງໃນສອງໂຮງງານ ຢູ່ ຫວຽດນາມ ທີ່ສາມາດຜະລິດໄດ້ Collagen peptides. ນີ້​ຖື​ວ່າ​ ແມ່ນ​ເຫດການ​ສຳຄັນ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນສຳຮອງ ​ປາ​ສະຫວາຍ ​ເປັນ​ສິນ ຄ້າ​ສົ່ງ​ອອກ​ດ້ວຍ​ມູນ​ຄ່າຫຼາຍ​ລ້ານ​ໂດ​ລາສະຫະລັດ ຂອງ​ ບັນດາ​ ວິ​ສາ​ຫະກິດ ຫວຽດນາມ.


ທ່ານ ຢວານເຕີ໋ຍ, ຜູ້ອຳນວຍການໃຫຍ່ບໍລິສັດ NAVICO ໃຫ້ຮູ້ວ່າ ໃນປີ 2000, ໜັງປາສະຫວາຍ ຂາຍໃນລາຄາ ພຽງແຕ່ 3.000 ດົ່ງ/ກິໂລກຣາມ, ປັດຈຸບັນ ເມື່ອປຸງແຕ່ງເປັນ Collagen ແລະ Gelatine, ເມື່ອເຖິງມືຜູ້ບໍລິໂພກ ຂອງ Amicogen ຢູ່ ສ ເກົາຫຼີ ຈະມີລາຄາກວ່າ 3 ລ້ານດົ່ງ/ກິໂລກຣາມ. ປັດຈຸ​ບັນ, ມີ​ລູກ​ຄ້າ 15 ລາຍ ​ໄດ້​ລົງທະບຽນ​ຊື້​ຜະລິດ​ຕະພັນ​ນີ້​ ຂອງໂຮງງານ. ດ້ວຍ ກໍາລັງການຜະລິດໃນປັດຈຸບັນ ກວ່າ 450 ໂຕນ/ມື້, ແຕ່ລະມື້ ໂຮງງານປຸງແຕ່ງຂອງ Navico ສາມາດສະໜອງ ໜັງປາສະ ຫວາຍ ດ້ວຍຈໍານວນຫຼາຍ ໃຫ້ແກ່ການຜະລິດ Collagen ແລະ Gelatine.

ໂຄງການສະກັດ Collagen ແລະ Gelatine ອອກຈາກໜັງປາສະຫວາຍ ແມ່ນສ່ວນໜຶ່ງ ຂອງລະບົບຕ່ອງໂສ້ການຜະລິດແບບຄົບວົງຈອນ ຂະໜາດໃຫຍ່ ຂອງ NAVICO. ນີ້ຍັງເປັນໂຄງການຍຸດທະສາດ ໃນແຜນການຫັນປ່ຽນໂຄງສ້າງໄປສູ່ ຜະລິດຕະພັນມູນຄ່າເພີ່ມ ທີ່ມີເນື້ອໃນດ້ານວິຊາການສູງຂອງ NAVICO. ສະ ນັ້ນ, ທິດ​ທາງ​ໃໝ່ ​ຂອງ NAVICO ​ໃນ​ການ​ຜະລິດ, ປຸງ​ແຕ່ງ Collagen ​ແລະ Gelatine ຕາມ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແມ່ນ​ສອດ ຄ່ອງ​ ກັບ​ທິດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ລັດຖະບານ, ປະກອບສ່ວນ​ຍົກ​ສູງຄຸນນະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ​​ຂະຫຍາຍຕົວດ້ານ​ເສດຖະກິດ.


ໂຄງການຜະລິດ Collagen ແລະ Gelatine ຈາກປາສະ ຫວາຍ ເປັນສ່ວນໜຶ່ງຂອງລະບົບຕ່ອງໂສ້ການຜະລິດ ແບບຄົບວົງຈອນ ຂະໜາດໃຫຍ່ຂອງ NAVICO. ພາບ: ແຄ໋ງລອງ/VNP

NAVICO ມີຕົ້ນກໍາເນີດມາຈາກ ບໍລິສັດ ນາມຫວຽດ ຈຳກັດ, ດຳເນີນທຸລະກິດ ດ້ານການກໍ່ສ້າງ ພົນລະເຮືອນ ແລະ ອຸດສາ ຫະກຳ. ​ໂດຍ​ເຫັນ​ໄດ້​ຄວາມສາມາດ​ບົ່ມ​ຊ້ອນດ້ານ​ເສດຖະກິດ​ສິນໃນນໍ້າ ຂອງ ຫວຽດນາມ, ​ໃນ​ປີ 2000, ທ່ານ ຢວານເຕີ໋ຍ ໄດ້ຕັດສິນ ໃຈລົງທຶນ ແລະ ​ເປີດ​ກວ້າງ​ຂອບ​ເຂດ​ການ​ດຳ​ເນີນ​ທຸລະ​ກິດ​ ​ສິນໃນນໍ້າ. ໂຮງງານແຊ່ແຂງ ນາມຫວຽດ​ ສະເພາະ​ປຸງ​ແຕ່ງ​ປາ​ສະຫວາຍ, ປາ ເຜາະ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ເປັນ​ຂີດ​ໝາຍ​ການ​ນຳເຂົ້າ​ຕະ​ຫຼາດ ​ຂອງ NAVICO. ບໍລິສັດ​ ນາມ​ຫວຽດ ​ໄດ້​ຖືກ​ຫັນເປັນ ບໍລິສັດຫຸ້ນສ່ວນ​ຢ່າງ​ເປັນ​ທາງ​ການ​ ໃນ​ປີ 2006 ແລະ ​ໄດ້​ຈົດ​ຊື່​ເຂົ້າ​ໃນຕະຫຼາດຫຼັກຊັບ HoSE ເມື່ອ​ປີ 2007.

ຄວາມມຸ່ງມາດປາດຖະໜາ ຂອງ NAVICO ຕັ້ງແຕ່ມື້ທຳອິດຂອງ ການສ້າງຕັ້ງ ແມ່ນປະກອບສ່ວນ ຊຸກຍູ້ພື້ນຖານເສດຖະກິດ, ການປ່ຽນແປງ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວປະມົງ. ພາລະກິດ​ ທີ່​ທ່ານ ຢວານເຕີ໋ຍ ຢາກໃຫ້​ບໍລິສັດ NAVICO ປະຕິ ບັດ ນັ້ນ​ຄື ນຳ​ມາ​ແຫຼ່ງອາຫານ​ທີ່​ສະອາດ ​ແລະ ​ດີ​ທີ່​ສຸດ​ເພື່ອ​ສຸຂະ ພາບ ​ຂອງ​ ຜູ້​ບໍລິ​ໂພ​ກ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 


ປັດຈຸ​ບັນ, ພາຍຫຼັງ​ການສ້າງຕັ້ງເປັນເວລາ ກວ່າ 20 ປີ​, ​ໃນ​ຖາ ນະເປັນ​ວິສາຫະກິດ ສົ່ງ​ອອກ​ປາສະຫວາຍ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ, NAVICO ຍັງ​ສືບ​ຕໍ່​ຄົ້ນຄວ້າ ​ແລະ ສຶກສາຢ່າງບໍ່ຢຸດຢັ້ງ ເພື່ອຜະລິດອອກມາ ບັນດາ​ຜະລິດ​ຕະພັນ​​ສະອາດ ​ແລະ ຜະລິດ​ຕະພັນ​ເປັນມິດຕໍ່ສິ່ງແວດລ້ອມ​ ກ້າວ​ເຂົ້າ​ສູ່​ລະບົບ​ຜະລິດໝູນ ວຽນ​ໃນ​ອະນາຄົດ​ອັນ​ໃກ້​ນີ້.

ບົດ: VNP/ຖາວວີ - ພາບ: ຫວູ໋ແຄ໋ງລອງ - ແປໂດຍ: ຢືຟຽນ


Top