ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.
Simexco ເຄື່ອງໝາຍ ກາເຟ ແຖວໜ້າຂອງ ຫວຽດນາມ. ພາບ: ແທງຮ່ວາ/VNP 

ບໍລິສັດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ 2/9 ດັກລັກ (Simexco Daklak) ເປັນລັດວິສາຫະກິດ 100% ຂອງ ແຂວງ ດັກລັກ. ຍ້ອນ​ການ​ຈັບ​ເອົາ​ທ່າ​ອ່ຽງ​ຕະຫຼາດ ​ກາ​ເຟ ​ໂລກ​ຢ່າງ​ວ່ອງ​ໄວ, Simexco Daklak ​ໄດ້​ສ້າງ​ຍຸດ​ທະ​ສາດ​ຍາວ​ນານ, ມີ​ວິທີ​ການ​ເພື່ອ​ຍາດ​ແຍ່ງ, ຂະຫຍາຍ ​ແລະ ຮັກ ສາ​ຕະຫຼາດ​ສົ່ງ​ອອກ​ ກາ​ເຟ​ ຂອງ​ຕົນ. ມາ​ຮອດ​ປັດຈຸ​ບັນ, Simexco Daklak ​ໄດ້​ຂະຫຍາຍ​ຕະຫຼາດ​ໄປ​ຍັງ 100 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ ໃນ​ໂລກ, ​ໃນ​ນັ້ນ​ມີ​ບັນດາ​ຕະ ຫຼາດ​ທີ່ເອົາ​ໃຈຍາກ ​ແຕ່​ມີ​ທ່າ​ແຮງ​ຄື: ສ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ ເກົາຫຼີ, ອີ​ຕາ​ລີ, ອັງກິດ, ​ໂຮ​ນລັງ ແລະ ສປ ຈີນ.

ຈຸດເດັ່ນຂອງ Simexco Daklak ແມ່ນບໍ່ພຽງແຕ່ອີງໃສ່ ແຫຼ່ງວັດຖຸດິບ ກາເຟ ທີ່ອຸດົມສົມບູນ ຂອງ ເຂດເນີນສູງ ພາກກາງ ໄຕງວຽນ ເທົ່ານັ້ນ, ແຕ່ແມ່ນຍຸດທະສາດ ການ ລົງທຶນທີ່ເຂັ້ມແຂງ, ເລິກເຊິ່ງ ໃນເຕັກໂນໂລຊີ ການຜະລິດ ແລະ ປຸງແຕ່ງ ຕາມທິດທັນສະໄໝ ພ້ອມກັບການ ຟື້ນຟູ ແຫຼ່ງວັດຖຸດິບແບບຍືນຍົງ, ໝັ້ນຄົງ, ​ຄຸນ​ນະພາ​ບສູງ ດ້ວຍ​ການ​ສ້າງ​ລະບົບ​ຕ່ອງ​ໂສ້​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ ກວ່າ 40.000 ​ຄອບຄົວ, ຜູ້ທີ່ມີ​ເນື້ອ​ທີ່​ດິນ​ເກືອບ 50.000 ​ເຮັກຕາ​ ເພື່ອ​ປູກ ​ກາ​ເຟ Robusta ຄຸນ​ນະພາ​ບສູງ ​ແລະ ກາ​ເຟ ​ພິ​ເສດ (ປະເພດ ກາເຟ ທີ່ເປັນສັນຍາລັກຂອງ Simexco Daklak) .

 

ຈຸດເດັ່ນຂອງ Simexco Daklak ແມ່ນ ສ້າງ​ລະບົບ​ຕ່ອງ​ໂສ້​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ ກວ່າ 40.000 ​ຄອບຄົວ, ຜູ້ທີ່ມີ​ເນື້ອ​ທີ່​ດິນ​ເກືອບ 50.000 ​ເຮັກຕາ​ ເພື່ອ​ປູກ ​ກາ​ເຟ Robusta ຄຸນ​ນະພາ​ບສູງ ​ແລະ ກາ​ເຟ ​ພິ​ເສດ (ປະເພດ ກາເຟ ທີ່ເປັນສັນຍາລັກຂອງ Simexco Daklak). ພາບ: ແທງຮ່ວາ/VNP

ດ້ວຍ​ຍຸດ​ທະ​ສາດ​ນີ້, Simexco Daklak ​ໄດ້​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ ​ໃນ​ການ​ປູກ ​ແລະ ປຸງ​ແຕ່ງ ​ກາ​ເຟ ​ພິ​ເສດ ​ແລະ ກາ​ເຟ​ ຄຸນ​ນະພາ​ບສູງ ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ແບບຄົບວົງຈອນ ​ແຕ່ນິຄົມ ​ເຖິງ​ຜູ້​ບໍລິ​ໂພ​ກ ​ໂດຍ​ຊີ້​ນຳ​ຊາວ​ກະສິກອນ​ ຫັນ​ປ່ຽນ​ແນວ​ຄິດ​ການ​ຜະລິດ​ກະສິກຳ, ປຸງ​ແຕ່ງ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຜະລິດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຈັດ​ຊື້​ບັນດາ​ຜະລິດ​ຕະພັນ​ ກາ​ເຟ​ ພິ​ເສດ ​ແລະ ​ກາ​ເຟ​ ຄຸນ​ນະພາ​ບສູງ​ ໃຫ້​ແກ່​ຊາວກະສິກອນ, ນຳ​ບັນດາ​ຜະລິດ​ຕະພັນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ​ກາ​ເຟ ​ພິ​ເສດ​ ຂອງ ​ຫວຽດນາມ ​ແລະ ​ໂລກ ... ​ເພື່ອ​ນຳ​ມາ​ເຊິ່ງຄຸນຄ່າ ​ແລະ ຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ບັນດາ​ພາກສ່ວນ​ໃນ​ຕ່ອງ​ໂສ້.

ແຕ່ປີ 1993 ຫາປີ 2023, Simexco Daklak ໄດ້ບັນລຸ ຜົນງານ ທີ່ໜ້າປະທັບໃຈຄື: ສ້າງລະບົບຕ່ອງໂສ້ ການ ເຊື່ອມໂຍງ ກັບຊາວກະສິກອນ ກວ່າ 40.000 ຄອບຄົວ, ເປີດກວ້າງຕະຫຼາດ ສົ່ງອອກໄປກວ່າ 100 ປະເທດ ແລະ ເຂດແຄ້ວນ, ຍອດລາຍຮັບ ໄດ້ບັນລຸ 83.000 ຕື້ດົ່ງ, ວົງ ເງິນສົ່ງອອກ ສູງເຖິງ 3.900 ລ້ານ ໂດລາສະຫະລັດ, ປະລິ ມານ​ ກາ​ເຟ ສົ່ງອອກ ກວ່າ 2,2 ລ້ານ​ໂຕນ, ປະ ກອບສ່ວນ ເຂົ້າໃນ ງົບປະມານແຫ່ງລັດ ກວ່າ 570 ຕື້ດົ່ງ...

ສິ່ງທ່ີໜ້າສົນໃຈ, ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ ນັບມື້ນັບ​ເຂັ້ມ​ງວດ​ຈາກ​ບັນດາ​ຜູ້​ນຳ​ເຂົ້າ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ລະບຽບ​ການ ​ຂອງ ​ເອີ​ຣົບ ຫ້າມ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ການ​ໃຊ້​ແຮງ​ງານ​ເດັກ ​ໃນ​ການ​ປູກ ​ແລະ ປຸງ​ແຕ່ງ ກາ​ເຟ, Simexco Daklak ​ໄດ້​ຕັດສີນໃຈ ບໍ່ນຳໃຊ້ແຮງງານເດັກ​ແຕ່ຕົ້ນ. ສະ​ນັ້ນ​, ​ວິ​ສາ​ຫະກິດແຫ່ງນີ້ ໄດ້​ຍູ້ແຮງ​ການ​ພັດ ທະນາ​ແບບ​ຍືນ​ຍົງ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ, ​ແຕ່​ຍັງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ບົນ​ພື້ນຖານ​ການ​ຫັນ​ເປັນ​ ດີຈີ​ຕອນ, ຫັນ​ເປັນ​ສີຂຽວ ​ແລະ ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ​ເທື່ອ​ລະ​ກ້າວ. ມາ​ຮອດ​ປັດ ຈຸ​ບັນ, Simexco Daklak ​ໄດ້​ປູກ​ຕົ້ນ​ໄມ້​ ຄືນ​ໃໝ່ 3,5 ລ້ານ​ຕົ້ນ; ປູກຕົ້ນໄມ້ ໃຫ້ຮົ່ມ 2,8 ລ້ານຕົ້ນ ແລະ ປູກຕົ້ນ ໄມ້ໃນ ສວນ ກາເຟ; ປະຕິບັດ​ການ​ປູກຝັງ​ແບບ​ຍືນ​ຍົງ​ໃນ​ເນື້ອ​ທີ່ 7.500 ​ເຮັກຕາ ​ເພື່ອ​ຫຼຸດຜ່ອນ​ ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ...

ຄຽງ​ຄູ່​ກັບ​ນັ້ນ, ການ​ລົງທຶນ​ດ້ານເຕັກ​ໂນ​ໂລ​ຊີ​ ທັນ​ສະ​ໄໝ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ ຍັງ​ຊ່ວຍ​ໃຫ້ Simexco Daklak ປັບປຸງ​ປະສິດທິພາບ, ປະສິດທິ​ຜົນ ​ແລະ ຄຸນ​ນະ ພາ​ບຂາອອກ ຂອງຜະລິດ​ຕະພັນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ບັນດາ​ຜູ້​​ນຳ​ເຂົ້າ. ເຊັ່ນ: ວິສາຫະ ກິດ ໄດ້ສ້າງລະບົບສາງ ແລະ ໂຮງງານປຸງແຕ່ງຂະໜາດ ໃຫຍ່ 3 ແຫ່ງ ດ້ວຍເນື້ອທີ່ ເກືອບ 80.0002 ຢູ່ ດັກລັກ ແລະ ບິ່ງເຢືອງ ດ້ວຍກຳລັງການຜະລິດ ຫຼາຍຮ້ອຍ ໂຕນ ຕໍ່ມື້.

ດ້ວຍ​ຍຸດ​ທະ​ສາດ​ນີ້, Simexco Daklak ​ໄດ້​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ ​ໃນ​ການ​ປູກ ​ແລະ ປຸງ​ແຕ່ງ ​ກາ​ເຟ ​ພິ​ເສດ ​ແລະ ກາ​ເຟ​ ຄຸນ​ນະພາ​ບສູງ. ພາບ: ແທງຮ່ວາ/VNP

Với những nỗ lực đó, kể từ ngày thành lập (1993) đến nay, Simexco Daklak đã đạt được những thành quả hết sức to lớn như: tổng doanh thu đạt 83.000 tỉ đồng, tổng kim ngạch xuất khẩu đạt 3.900 triệu USD, tổng lượng cà phê xuất khẩu đạt hơn 2,2 triệu tấn, đóng góp vào ngân sách nhà nước hơn 570 tỉ đồng…

Riêng niên vụ 2022-2023, mặc dù tình hình kinh tế, sản xuất còn gặp nhiều khó khăn sau đại dịch COVID-19 và sự biến động lớn của tình hình kinh tế thế giới nhưng Simexco Daklak tiếp tục là đơn vị dẫn đầu về xuất khẩu cà phê nhân của tỉnh Đắk Lắk với 105.667 tấn, đạt kim ngạch gần 227 triệu USD. 

Simexco Daklak ນໍາເອົາຄວາມໄວ້ວາງໃຈ ທີ່ໜັກແໜ້ນໃຫ້ກັບຄູ່ຮ່ວມງານທັງໝົດດ້ວຍຊື່ສຽງ ແລະ ຄຸນນະພາບຂອງຜະລິດຕະພັນ. ພາບ: ແທງຮ່ວາ/VNP

ດ້ວຍ​ຄວາມ​ພະຍາຍາມ​ ດັ່ງກ່າວ, ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ (1993) ມາ​ຮອດ​ປັດຈຸ​ບັນ, Simexco Daklak ໄດ້ບັນ ລຸ​ ​ຜົນງານ​ອັນ​ໃຫຍ່​ຫຼວງ​ຄື: ຍອດ​ລາຍ​ຮັບ​ ໄດ້ບັນລຸ 83.000 ຕື້​ດົ່ງ, ວົງ​ເງິນ​ສົ່ງ​ອອກ ສູງເຖິງ 3.900 ລ້ານ ໂດ ລາສະຫະລັດ, ຍອດຈຳນວນ ​ກາ​ເຟ ສົ່ງອອກ ກວ່າ 2,2 ລ້ານ​ໂຕນ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ ກວ່າ 570 ຕື້ດົ່ງ...

ສຳລັບ​ລະດູການ​ ​ກາເຟ 2022-2023, ​ເຖິງ​ວ່າ​ ສະພາບ ​ເສດຖະກິດ ​ແລະ ການ​ຜະລິດ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ ຍາກ​ຫຼາຍ​ຢ່າງ​ ພາຍຫຼັງ​ການລະບາດ​ໂຄ​ວິດ-19 ​ແລະ ສະ ພາບ​​ເສດຖະກິດໂລກ ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແຕ່​ບໍລິສັດ Simexco Daklak ຍັງ​ຄົງ​ເປັນ​ຫົວໜ່ວຍ​ນຳ​ໜ້າ​ໃນ​ດ້ານ ​ການ​ສົ່ງ​ອອກ​ ກາເຟ ຂອງ ​ແຂວງ ດັກ​ລັກ ດ້ວຍຈຳນວນ 105.667 ໂຕນ, ມີມູນຄ່າສູງເຖິງເກືອບ 227 ລ້ານ ໂດລາ ສະຫະລັດ.

ເປັນ​ທີ່​ຮູ້​ກັນ​ວ່າ, ​ແຕ່​ວັນ​ທີ 1 ມັງກອນ 2023, ​ນະຄອນ ບວນມາທວດ, ​ແຂວງ ດັກ​ລັກ ໄດ້ຮັບ​ກົນ​ໄກ ສະເພາະວ່າ ເປັນ​​ຕົວ​ເມືອງ ທີ່ເປັນໃຈກາງຂອງ​ເຂດ ໄຕງວຽນ ​ຢ່າງ​ເປັນ​ ທາງ​ການ ​ແລະ ໃນນັ້ນ ມີ​ບັນດາ​ນະ​ໂຍບາຍ​ທີ່ລະອຽດ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພັດທະນາ​ ຂະແໜງ ​ກາ​ເຟ ​ເພື່ອ​ຫັນ​ ບວນມາທວດ ກາຍເປັນນະຄອນ ກາເຟ ຂອງ ໂລກ.

ໜ້າ​ໂອກາດ​ນີ້, ກ່າວ​ຄຳ​ເຫັນ ​ໃນ​ງານ​ບຸນ​ ກາ​ເຟ ບວນ ມາທວດ ຄັ້ງ​ທີ 8 ປີ 2023, ທ່ານ ເລດຶກຮຸຍ, ຜູ້​ອຳ​ນວຍ​ການ​ໃຫຍ່ Simexco Daklak ບໍ່​ອາດ​ປິດ​ບັງ​ຄວາມ​ ປາດ​ຖະໜາ​ອັນ​ແຮງ​ກ້າ​ເມື່ອ​ເວົ້າ​ເຖິງ​ອະນາຄົດ ​ຂອງ​ ຂະ​ແໜງ​ ກາ​ເຟ ຫວຽດນາມ, ​ໃນ​ນັ້ນ​ ມີການ​ປະກອບສ່ວນ ​ບໍ່ໜ້ອຍ ຂອງ Simexco ວ່າ: “ໃນອີກມື້ໜຶ່ງ ຂ້າງໜ້າບໍ່ດົນ, ​ເມື່ອ​ໂລກ​ຄິດ​ເຖິງ​ ກາ​ເຟ robusta ຈະ​ຄິດ​ເຖິງ ​ຫວຽດນາມ ​ແລະ ຄິດ​ເຖິງ ບວນມາທວດ, ​ນະຄອນ ​ກາ​ເຟ ຂອງ ​ໂລກ. ຄ້າຍ ຄືກັບ ເມື່ອຄິດເຖິງ ເຫຼົ້າແວງ ຈະຕ້ອງຄິດເຖິງ Bordeaux ຂອງ ຝຣັ່ງ ແລະ ຮູບເງົາ ຈະຕ້ອງຄິດເຖິງ Hollywood ຂອງ ສ ອາເມລິກາ”.

 

  •  ບົດ: VNP/ແທງຮ່ວາ - ພາບ: ແທງຮ່ວາ, ຈິ້ງໂບ້ ແລະ ເອກະສານ Simexco Daklak - ແປໂດຍ: ຢືຟຽນ
  •  

Top