ເຈິນເຢືອກ: ການເດີນທາງ ຄົ້ນຫາສະໝູນໄພ ແທ້ ເພື່ອສຸຂະ ພາບ ຂອງ ຊາວ ຫວຽດນາມ

ເຈິນເຢືອກ: ການເດີນທາງ ຄົ້ນຫາສະໝູນໄພ ແທ້ ເພື່ອສຸຂະ ພາບ ຂອງ ຊາວ ຫວຽດນາມ

ບໍລິສັດຫຸ້ນສ່ວນ ເຈິນເຢືອກ ເປັນບໍລິສັດ ທີ່ຫາຍາກຢູ່ ຫວຽດນາມ ທ່ີມີສວນອະນຸລັກຢາພື້ນເມືອງ ຢູ່ໃຈກາງ ນະຄອນຫຼວງ ຮ່າໂນ້ຍ (ເມືອງບາວີ່) ໂດຍມີພືດສະໝຸນໄພ ເກືອບ 600 ຊະນິດ ທ່ີໄດ້ເກັບກໍາຈາກທົ່ວປະເທດ. ພ້ອມກັບສະຖາບັນວິທະຍາສາດ ການຢາພື້ນເມືອງ, ບໍລິສັດ ເຈິນເຢືອກ ບໍ່ພຽງແຕ່ຜະລິດຢາ, ສະໜອງແຫຼ່ງວັດຖຸຜະລິດຢາ ທ່ີໄດ້ມາດຕະການ ໃຫ້ກັບຜູ້ບໍລິໂພກເທົ່ານັ້ນ, ແຕ່ຍັງເປັນໜ່ວຍງານ ທ່ີດໍາເນີນການວິເຄາະ ແລະ ປະເມີນບັນດາຊະນິດພັນພືດ ຂອງ ຫວຽດນາມ, ພ້ອມດຽວກັນ ກໍ່ໄດ້ທໍາການຝຶກອົບຮົມ ແລະ ໃຫ້ຄໍາປຶກສາ ກ່ຽວກັບການພັດທະນາ ພື້ນທ່ີປູກສະໝຸນໄພ ຕາມມາດຕະ ຖານ ສະໝຸນໄພທ່ີສະອາດ ຂອງ GACP.

ທ່ານ ປອ ໂງດຶກເຟືອງ-ປະທານສະພາບໍລິຫານ ບໍລິສັດ ເຈິນເຢືອກ.

ຊື່ ເຈິນເຢືອກ ເກີດມາດ້ວຍຄວາມໝາຍທີ່ລຽບງ່າຍ, ນັ້ນແມ່ນ “ສະໝຸນໄພແທ້  ເພື່ອສຸຂະພາບ ຂອງ ຄົນຫວຽດ” ແລະ ນີ້ກໍ່ແມ່ນຄໍາໝັ້ນສັນຍາທ່ີໜັກແໜ້ນ ໃນຂະບວນການດໍາເນີນງານ ແລະ ພັດທະນາ ຂອງ ບໍລິສັດ.  ນີ້ແມ່ນເຫດຜົນ ທ່ີຜະລິດຕະພັນ ເຈິນເຢືອກ ໄດ້ຮັບຄວາມໄວ້ວາງໃຈ ຈາກລູກຄ້າ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ຫຼັງຈາກໄດ້ນໍາໃຊ້ ໄລຍະໜຶ່ງ. 

ດ້ວຍ​ທັດສະນະ​ບໍ່​ໄລ່ຕາມ​ປະລິມານ, ​ແຕ່​ລົງ​ເລິກ​ຄົ້ນຄວ້າ ​ແລະ ນຳ​ມາ​ສູ່​ຕະຫຼາດ ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບຢ່າງ​ແທ້​ຈິງ, ບໍລິສັດ ເຈິນເຢືອກ ​ໄດ້​ສຸມ​ໃສ່​ຜະລິດ​ ບັນດາ​ຜະລິດ​ຕະພັນ​ທ່ີຊ່ວຍລ້າງ​ສານພິດ​ໃນຕັບ ​ແລະ ໜູນ​ຊ່ວຍ​ການ​ເຕີບ​ໂຕ​ຂອງ​ເສັ້ນ​ຜົມ​ ເຊັ່ນ: ກາວບ໊າວງານ ເຈິນເຢືອກ ແລະ ກາວເຊີ້ຍຊວນເຈິນເຢືອກ. ນອກຈາກນັ້ນ ເຈິນເຢືອກ ກໍາລັງຄົ້ນຄວ້າສູດຕ່າງໆ ໃນການປິ່ນປົວ ພະຍາດປະດົງຂໍ້ ແລະ ພະຍາດກ່ຽວກັບກະດູກ ແລະ ຂໍ້ຕໍ່, ໂດຍສະເພາະແມ່ນ ຊາສະໝູນໄພ 18 ຊະນິດ ທ່ີນໍາໃຊ້ເປັນເຄື່ອງດື່ມປະຈໍາວັນ ເພື່ອຍົກສູງລະບົບພູມຕ້ານທານ, ເພີ່ມກໍາລັງພູມຕ້ານທານ ໃຫ້ແກ່ ຜູ້ສູງອາຍຸ ແລະ ຜູ້ເປັນພະຍາດຊໍ້າເຮື້ອ. ​


ທ່ານ ປອ ໂງດຶກເຟືອງ, ປະທານສະພາບໍລິຫານ ບໍລິສັດ ເຈິນເຢືອກ ໃຫ້ຮູ້ວ່າ ຜະລິດຕະພັນທັງໝົດ ຂອງ ບໍລິສັດ ແມ່ນໄດ້ຜະລິດຕາມຂັ້ນຕອນ ຢ່າງເຂັ້ມງວດ ເພື່ອຮັບປະກັນຄຸນນະ ພາບ, ໂດຍສະເພາະແມ່ນແຫຼ່ງວັດຖຸ ຜະລິດຢາ ທ່ີສະອາດ. ນອກຈາກ ປູກພືດສະໝຸນໄພ ທ່ີເປັນຢາ ຢູ່ ບາວີ່, ເຈິນເຢືອກ ຍັງໄດ້ສ້າງເຂດປູກພືດສະໝຸນໄພ ທ່ີເປັນຢາ ອັນລໍ້າຄ່າ ຫຼາຍຊະນິດ ຢູ່ແຂວງ ລ້າງເຊີນ ແລະ ແຂວງ ເຊີນລາ. ນີ້ເປັນແຫຼ່ງຜະລິດ ວັດຖຸດິບ ໃຫ້ແກ່ ເຈິນເຢືອກ, ທັງແມ່ນສະຖານທ່ີແນະນໍາໃຫ້ຄູ່ຮ່ວມມື ແລະ ຜູ້ສົນໃຈດ້ານການແພດ ມາສຶກສາ, ຊອກຮູ້ ແລະ ທໍາການຄົ້ນຄວ້າ.

ນອກຈາກ​ຜະ​ລິດ​ ບັນດາຜະລິດຕະພັນ ຢາ ​ທີ່​ມີ​ຄຸນ​ນະ​ພາບ, ບໍລິສັດ ຍັງສາມາດກວດສອບ ພັນພືດສ່ວນຫຼາຍ ຢູ່ ຫວຽດນາມ ໄດ້ອີກດ້ວຍ. ນີ້ເປັນເຫດຜົນທ່ີວ່າ ຍ້ອນຫຍັງ ເຈິນເຢືອກ ຈິ່ງເປັນໜ່ວຍງານໃຫ້ຄໍາປຶກສາ ແລະ ກວດສອບ ສໍາລັບບໍລິສັດ ແລະ ໂຮງງານຫຼາຍແຫ່ງ ທ່ີຜະລິດຢາພື້ນເມືອງ.

ການຈັດຕັ້ງບັນດາຊຸດຝຶກອົບຮົມ ກ່ຽວກັບພືດຢາພື້ນເມືອງ ໃຫ້ແກ່ບຸກຄົນ ແລະ ອົງການຈັດຕັ້ງ ທີ່ກຳລັງເຄື່ອນໄຫວ ແລະ ສົນໃຈ ກ່ຽວກັບພືດຢາພື້ນເມືອງ ຍັງເປັນໜຶ່ງໃນຂົງເຂດ ທີ່ບໍລິສັດ ໃຫ້ຄວາມສໍາຄັນ. ບໍລິສັດ ເຈິນເຢືອກ ຮ່ວມກັບສະຖາບັນວິທະຍາສາດ ການແພດພື້ນເມືອງ ໄດ້ຈັດຊຸດຝຶກອົບຮົມ ນັກຮຽນຂະແໜງການແພດ, ໂດຍສະເພາະການແພດພື້ນເມືອງ, ບັນດາໝໍຢາ ພື້ນເມືອງ ແລະ ແພດການຢາ ທ່ີກໍາລັງເຮັດວຽກຢູ່ ບັນດາບໍລິສັດ ກ່ຽວກັບບັນດາຜະລິດຕະພັນ ໂດຍສະເພາະ ກ່ຽວກັບແພດພື້ນເມືອງ... ແມ່ນແຕ່ຫ້ອງຮຽນ ສໍາລັບຜູ້ທ່ີໃຫ້ຄວາມສົນໃຈຊອກຮູ້ ກ່ຽວກັບພືດຢາສະໝຸນໄພພື້ນເມືອງ.

 


ຕູ້ເກັບຮັກສາ ຜະລິດຕະພັນ ກາວເຊີ້ຍຊວນເຈິນເຢືອກ ແລະ ກາວ ບ໊າວງານເຈິນເຢືອກ.

ທ່ານ ປອ ເຟືອງ ໃຫ້ຮູ້ວ່າ ຊາວ ຫວຽດນາມ ມີປະສົບການອັນ ລໍ້າຄ່າ ຫຼາຍຢ່າງ ໃນການນໍາໃຊ້ພືດ ທ່ີມີຢູ່ເປັນຢາ ແລະ ດູແລສຸຂະພາບ. ຊັບພະຍາກອນດັ່ງກ່າວ ປະກອບດ້ວຍ ພືດພັນ ຈໍານວນຫຼາຍ ທ່ີມີກະຈາຍໃນທົ່ວປະເທດ, ແຕ່ລະປີ ໄດ້ສະໜອງ ວັດຖຸຜະລິດຢາ ຈໍານວນຫຼວງຫຼາຍ ເພື່ອຮັບໃຊ້ຄວາມຕ້ອງ ການພາຍໃນ ແລະ ສົ່ງອອກ, ຊຶ່ງນໍາມາມູນຄ່າສູງທາງດ້ານເສດຖະກິດ.

ຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດທ່ີແຕກຕ່າງກັນ, ພື້ນທ່ີການກະຈາຍ ຢູ່ຕາມທໍາມະຊາດ ຂອງ ພືດສະໝຸນໄພ ຫຼາຍຊະນິດ ໄດ້ຮັບຜົນກະທົບ ແລະ ກໍາລັງຫຼຸດລົງຢ່າງຫຼວງຫຼາຍ. ມີພືດສະໝຸນໄພ ຫຼາຍຊະນິດ ໃນເມື່ອກ່ອນສາມາດເກັບກ່ຽວ ຈາກທໍາມະຊາດ ເປັນຈໍານວນຫຼາຍ, ແຕ່ປັດຈຸບັນ ມີຈໍານວນຈໍາກັດ. ສະນັ້ນສະຖານທ່ີຫຼາຍແຫ່ງ ຈິ່ງຕ້ອງປູກ ເພື່ອຮັກສາແນວພັນ ອັນລໍ້າຄ່າ ແລະ ເປັນເຈົ້າການ ແຫຼ່ງສະໜອງ.

ນີ້ກໍ່ເປັນສ່ວນໜຶ່ງຂອງເຫດຜົນ ທີ່ເປັນແຮງບັນດານໃຈ ໃຫ້ ທ່ານ ປອ ເຟືອງ ​ສ້າງ​ສວນພືດຢາພື້ນເມືອງ​ຢູ່ ບາວີ່ (ຮ່າໂນ້ຍ) ເມື່ອປີ 2018. ມາຮອດປັດຈຸບັນ, ສວນຢາພື້ນເມືອງ ແຫ່ງນີ້ ມີຫຼາຍກວ່າ 600 ຊະນິດ, ໃນນີ້ ມີພືດ ທ່ີເປັນຢາ ຫາຍາກອັນລໍ້າຄ່າ ຈໍານວນໜຶ່ງ ຊຶ່ງທ່ານ ໄດ້ນໍາມາຈາກທຸກແຫ່ງຫົນ ຂອງ ປະເທດ. ແຫຼ່ງສະໝຸນໄພ ທ່ີໃຫ່ຍໂຕ ທ່ີ ປອ ເຟືອງ ມີ ເປັນຜົນມາຈາກການເດີນທາງອັນຍາວນານ, ຄວາມຫຼົງໄຫຼ ແລະ ຄວາມມຸ່ງໝັ້ນທຸ້ມເທກາຍໃຈ.


ບໍ່ພຽງແຕ່ມີຄວາມກະຕືລືລົ້ນໃນການເກັບກໍາພືດຢາທີ່ມີຄ່າເທົ່ານັ້ນ, ທ່ານ ປອ ໂງ​ດຶກ​ເຟືອງ ຍັງໃຫ້ການຊ່ວຍເຫຼືອ ປະ​ຊາ​ຊົນ​ຢູ່​ຫຼາຍ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ຂຸດ​ຄົ້ນ​ຕົ້ນ​ຢາ ​ແບບ​ຍືນ​ຍົງ, ເກັບ​ກຳ ​ແລະ ​ປຸງ​ແຕ່ງ​ຕາມ​ມາດ​ຕະ​ຖານ​ເພື່ອ​ຂາຍ​ໄດ້​ ໃນລາ​ຄາສູງ...​

ສານທ່ີ ປອ ເຟືອງ ຕ້ອງການແບ່ງປັນກໍ່ຄື ຄໍາເວົ້າ ຂອງ ປະລະ ມາຈານ ດ້ານຢາພື້ນເມືອງ ເຕ້ວຕິ້ງ ທ່ີວ່າ: “ນາມເຢືອກຈີ້ ນາມ ເຍີນ” ມີຄວາມໝາຍວ່າ: ຖ້າຊາວ ຫວຽດນາມ ມີຄວາມຮູ້ ກ່ຽວກັບພືດ ເຂົາເຈົ້າສາມາດ ນໍາໃຊ້ພືດເປັນຢາ ເພື່ອປິ່ນປົວພະຍາດ ທ່ີພົບປະຈໍາວັນ.


ຜະລິດຕະພັນຈຳນວນໜຶ່ງ ຂອງ ເຈິນເຢືອກ.

ບົດ: ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານ- ແປໂດຍ: ບິກລຽນ


Top