HoneyLand - ຍີ່ຫໍ້ນ້ຳເຜິ້ງ ຊັ້ນນໍາ ຂອງ ຫວຽດນາມ

HoneyLand - ຍີ່ຫໍ້ນ້ຳເຜິ້ງ ຊັ້ນນໍາ ຂອງ ຫວຽດນາມ

ດ້ວຍ​ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່​ຫໍ້​ນ້ຳ​ເຜິ້ງ​ ແຖວ​ໜ້າ​ຢູ່ ​ຫວຽດ​ນາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ນ້ຳ​ເຜິ້ງ ຕ່ຽນຢາງ ກັບ​ຍີ່​ຫໍ້ Honey Land ໄດ້​ຄ່ອຍໆ ​ຢືນ​ຢັນ​ຢ່າງໜັກ​ແໜ້ນ​ ໃນ​ຂະ​ແໜງ ອຸດສາ ຫະກໍາ ​ນ້ຳ​ເຜິ້ງ. ຜະລິດຕະພັນນ້ຳເຜິ້ງ HoneyLand ບໍ່ພຽງ ແຕ່ ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກ ພາຍໃນປະເທດ ເທົ່ານັ້ນ, ແຕ່ຍັງຖືກສົ່ງອອກ ໄປຍັງຫຼາຍປະເທດ ໃນໂລກ ເຊັ່ນ: ສ ອາເມລິກາ ແລະ ສ ເກົາຫຼີ.

HoneyLand ແມ່ນຍີ່ຫໍ້ນໍ້າເຜິ້ງທີ່ໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກຈໍານວນຫຼາຍ. ພາບ: ຫງວຽນລວນ/VNP

ໃນ​ຫຼາຍປີ​ຜ່ານ​ມາ, ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ດ້ານ​ຄຸນ​ນະ ພາ​ບ, ຄວາມ​ຫຼາກ​ຫຼາຍຮູບແບບ ​ແລະ ຄຸນຄ່າ​ທາງໂພຊະນາ ການ ​ທໍາມະຊາດ ຂອງ ຜະລິດຕະພັນ ໄດ້​ຊ່ວຍໃຫ້​ຍີ່ຫໍ້ HoneyLand ປະສົບ​ຜົນສຳ​ເລັດ, ​ຕອບສະໜອງໄດ້​ກຸ່ມ​ຕະ ຫຼາດ ທີ່ແຕກຕ່າງກັນ.

ນໍ້າເຜິ້ງ HoneyLand ມີຄຸນນະພາບສູງດ້ວຍປັດໃຈ ຫຼາຍ ຢ່າງຮ່ວມກັນ. ກ່ອນ​ອື່ນ​ໝົດ, ມັນ​ເປັນ​ເຜິ້ງ​ ທີ່​ດູດ​ນ້ຳ​ຫວານ​ຈາກ​ດອກ​ໄມ້ ນາໆ ຊະນິດ​ໃນ​ປ່າ ແລະ​ເຂດປູກໝາກລຳໄຍ ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ປ່າ​ໄມ້​ໃນ​ເຂດ​ເນີນ​ສູງ, ດອກ​ໄມ້​ໃຫ້​ໝາກ ແລະ ​ພືດ ​ທີ່​ມີ​ຄຸນ​ສົມ​ບັດ​ເປັນ​ຢາ​ດີ. ສະນັ້ນ, ຜະ ລິດຕະພັນນ້ຳເຜິ້ງ HoneyLand ມີລົດຊາດ ທີ່ບໍລິສຸດ, ເປັນ ທຳມະຊາດ ພ້ອມກັບກິ່ນຫອມຂອງ ດອກໄມ້ນາໆ ຊະນິດ ໃນແຕ່ລະພື້ນທີ່ເກັບກ່ຽວ.

 


ການຝຶກອົບຮົມຜູ້ລ້ຽງເຜິ້ງ ຍັງມີບົດບາດສໍາຄັນ ໃນຂະບວນ ການຜະລິດນໍ້າເຜິ້ງ HoneyLand. ຜູ້ລ້ຽງເຜິ້ງ ທີ່ມີຄວາມສຳ ພັນໃກ້ຊິດ ກັບບໍລິສັດມາເປັນເວລາຫຼາຍປີ ແມ່ນໄດ້ຮັບການ ຝຶກອົບຮົມ ແລະ ເປັນມືອາຊີບທາງດ້ານ ເຕັກນິກການ ລ້ຽງ ເຜິ້ງ ແລະ ການຄຸ້ມຄອງ, ວິທີການປ້ອງກັນ ແລະ ປິ່ນປົວ ພະ ຍາດເຜິ້ງ ພ້ອມທັງຮັບປະກັນຄວາມປອດໄພ ດ້ານສຸຂາອະ ນາໄມ ອາຫານ ແລະຄວາມປອດໄພ ດ້ານຜະລິດຕະພັນ ໄດ້ ມາດຕະຖານ ເພື່ອການສົ່ງອອກ.

ນອກຈາກນັ້ນ, ໃນແຕ່ລະປີ ບໍລິສັດໄດ້ຈັດຕັ້ງການສະຫຼຸບ ແລະ ເສີມຂະບວນການເພື່ອກວດກາ ແລະ ຕິດຕາມ ແຫຼ່ງ ກໍາເນີດ ຂອງ ຜະລິດຕະພັນ ຕາມຄວາມຕ້ອງການ ຂອງລູກ ຄ້າ ທັງພາຍໃນ ແລະ ຕ່າງປະເທດ. ທຸກໆ ຂັ້ນຕອນ ຂອງ ການຜະລິດ, ຕັ້ງແຕ່ຂັ້ນຕອນການເກັບກ່ຽວ, ການປັ່ນ ນໍ້າ ເຜິ້ງ ໄປເຖິງຂະບວນການຂ້າເຊື້ອ, ໄດ້ຖືກປະຕິບັດຢ່າງ ເຂັ້ມ ງວດ ເພື່ອຮັບປະກັນວ່າ ນໍ້າເຜິ້ງ ຍັງຄົງຮັກສາລົດຊາດ ທໍາ ມະຊາດ ແລະ ຄຸນຄ່າທາງໂພຊະນາການ, ໂດຍບໍ່ມີສານ ກັນບູດ ຫຼື ສານເຄມີ ທີ່ເປັນອັນຕະລາຍ ແລະ ສາມາດເກັບ ຮັກສາ ໄວ້ໄດ້ດົນ.

ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຫຼາກ​ຫຼາຍ​ ຂອງ​ ຕະ ຫຼາດ, ນອກຈາກ​ຜະລິດ​ຕະພັນ​ນ້ຳ​ເຜິ້ງ​ ຈາກ​ທຳ​ມະ​ຊາດ​ແລ້ວ, ບໍລິສັດ​ຍັງ​ຜະລິດ​ ຜະລິດ​ຕະພັນ​ອື່ນໆ ຈາກນໍ້າເຜິ້ງ​ເຊັ່ນ: ສະ​ເປ​ພົ່ນຄໍ, ຢາ​ເມັດ, ​ເມັດ​ຂີ້​ໝິ້ນ, ສານກະຕຸ້ນເລືອດ ບຳລຸງ​ສະໝອງ, ຄໍລາເຈນ, ຂີ້​ໝິ້ນ curcumin... ຜະລິດຕະ ພັນເຫຼົ່ານີ້ ດີຕໍ່ສຸຂະພາບ ໃນຂະນະທີ່ມີລາຄາ ສົມເຫດສົມ ຜົນ.

 


ດ້ວຍທີມງານຜູ້ນໍາ, ພະນັກງານໜຸ່ມ, ມີຄວາມຫ້າວຫັນ, ມີ ຫົວຄິດປະດິດສ້າງ, ຄວາມສ້າງສັນ ແລະ ກະຕືລືລົ້ນ, ບໍລິສັດ ໄດ້ ແລະ ຈະສືບຕໍ່ປັບປຸງ ຜະລິດຕະພັນ, ຄວາມຫຼາກຫຼາຍ ຂອງ ແບບຈໍາລອງ ແລະ ຄວບຄຸມຂະບວນການຜະລິດຢ່າງ ເຂັ້ມງວດ ເພື່ອເຮັດໃຫ້ຜະລິດຕະພັນ ນໍ້າເຜິ້ງ ຍີ່ຫໍ້ HoneyLand ມີຄຸນນະພາບສູງ ດ້ວຍລາຄາທີ່ແຂ່ງຂັນໄດ້, ເປັນຜູ້ນໍາໜ້າຢູ່​ຕະຫຼາດ​ ຫວຽດນາມ.

HoneyLand ບໍ່ພຽງແຕ່ເປັນເຄື່ອງໝາຍການຄ້າ ຂອງ ນໍ້າ ເຜິ້ງເທົ່ານັ້ນ, ແຕ່ຍັງເປັນສັນຍາລັກເຊື່ອມຕໍ່ ຄວາມຮັກ ທີ່ມີ ຕໍ່ທໍາມະຊາດ ແລະ ການດູແລທີ່ດີ ຕໍ່ສຸຂະພາບ ຂອງ ມະນຸດ ອີກ ດ້ວຍ.

 





ບົດ ແລະ ພາບ: VNP/ຫງວຽນລວນ - ແປໂດຍ: ຢືຟຽນ

Top