• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝາກນັດຕັກເກົ້າ

ດອນ ຕັກເກົ້າ ແລະ ເຂດຕ່າງໆ ຢູ່ໃກ້ຄຽງ ສັງກັດເມືອງ ເຈົາ ແທ່ງ, ກໍ່ກາວ ຂອງ ແຂວງ ກຽນຢາງ ຊຶ່ງມີລັກສະນະທີ່ດິນ ແລະ ພູມີປະເທດທີ່ເປັນເອກະລັກ ໄດ້ກາຍເປັນເຂດປູກຕົ້ນໝາກນັດ ທີີ່ມີເຄື່ອງໝາຍການຄ້າ ຕັກເກົ້າ ຊຶ່ງໃຫ້ຄຸນນະພາບແຊບຫວານ ມີຊື່ສຽງໂດ່ງດັງໄປທົ່ວພາກໃຕ້ ຫວຽດນາມ ໃນຕະຫຼອດ ຫຼາຍປີ ຜ່ານມາ. 
ເປັນທີ່ຮູ້ຈັກວ່າ ຕົ້ນໝາກນັດ ຕັກເກົ້າ ເລີ່ມປູກມາ ກວ່າ 70 ປີ ແລ້ວ. ຊື່ ຕັກເກົ້າ ກໍແມ່ນຊື່ຂອງເຂດປູກຕົ້ນໝາກນັດ ຢູ່ດອນ ຕັກເກົ້າ ແລະ ເຂດຕ່າງໆ ຢູ່ໃກ້ຄຽງ ລຽບຕາມສອງຝັ່ນແມ່ນຳ້ ກ໋າຍເລີ໋ນ ແລະ ກ໋າຍແບ໋ (ເມືອງ ເຈົາແທ່ງ ແລະ ເມືອງ ກໍ່ກາວ) ຍ້ອນເງື່ອນໄຂທີ່ດິນ ແລະ ພູມອາການດຽວກັນ. ປະຈຸບັນ,  ສະ ເພາະ ເນື້ອທີ່ປູກຕົ້ນໝາກນັດ ຢູ່ເມືອງ ເຈົາແທ່ງ ມີເນື້ອທີ່ກວ່າ 1.700 ເຮັກຕາ. ຕາມທີ່ໃຫ້ຮູ້ຂອງ ຊາວກະສິກອນ ຜູ້ມີ ປະສົບ ການ ໃນອາຊີບປູກຕົ້ນໝາກນັດ ຫຼາຍສິບປີ ເຫັນວ່າ ເຂດດິນນີ້ ມີດິນສັນດອນ ທີ່ຖືກຄູນຂຶ້ນຈາກແມ່ນຳ້ ຢ່າງຫຼວງຫຼາຍ, ເປັນ ເງື່ອນໄຂດີທີສຸດເພື່ອປູກຕົ້ນໝາກນັດ ມີລົດຊາດທີ່ເປັນ ເອກະລັກ. ອາດເປັນຍ້ອນເຫດຜົນດັ່ງກ່າວ ໄດ້ສ້າງເຄື່ອງໝາຍ ການຄ້າ ໝາກນັດ ຕັກເກົ້າ ທີ່ມີຊື່ສຽງ ຢູ່ພາກໃຕ້. 


ລະບົບຊີວະພາບ ຮ່ອງເໝືອງ, ສວນໝາກພ້າວ-ຕົ້ນໝາກ-ໝາກນັດ ຊຶ່ງສ້າງເປັນພາບ ທີ່ສະຫງົບສຸກ ແລະ ມີຄວາມເປັນ ເອກະລັກຂອງເຂດດ ຕັກເກົ້າ.


ຕົ້ນໝາກນັດຈະເລີນເຕີບໂຕະເປັນຢ່າງດີ ຢູ່ເຂດດິນມີທາດສົ້ມ, ມີນຳ້ ຈືດໆ ເຄັມໆ ແລະ ມີດິນສັນດອນຢ່າງອຸດົມສົມບູນ.


ແຕ່ລະເມື່ອເກັບກ່ຽວໝາກນັດ, ຊາວກະສິກອນຕ້ອງ ໃຊ້ເຮືອ ເຄື່ອນຍ້າຍຜ່່ານ ບັນດາຮ່ອງເໝືອງ ໃນສວນ. 


ລະດູູໝາກນັດໄດ້ຮັບຜົນດີ ກັບໜ່ວຍໃຫຍ່ສະເໝີ ແລະ ມີຄຸນນະພາບ.


ໝາກນັດ ທີ່ເກັບມາ ໄດ້ເຕົ້າໂຮມ ຢູ່ບ່ອນໜຶ່ງເພື່ອ ລໍຖ້າ ພໍ່ຄ້າ ຊາວຂາຍ ມາເກັບຊື້.


ພາບການຊື້ຂາຍໃນບັນຍາກາດທີ່ຄຶກຄັກ ໃນສວນໝາກນັດ ຂອງຊາວກະສິກອນ ຢູ່ບ້ານ ຮ່ວາເລ໊, ຕາແສງ ເຖີ໋ຍກ໊ວານ, ເມືອງ ກໍ່ກາວ. 


ໝາກນັດໄດ້ຈັດປະເພດ ແລະ ໃສ່ຖົງກ່ອນ ຂົນສົ່ງດ້ວຍທາງນຳ້. 


ດ້ວຍລາຄາໝາກນັດ ມີຄວາມສະຫງົບບໍ່ເໜັງຕີງຫລາຍ ແຕ່ 5.000່-6.000 ດົ່ງ/ກິໂລ, ຄອບຄົວທ່ານ ເຈືອງເຊີນ ເກັບກ່ຽວ ໝາກນັດ ຢູ່ສວນຂອງຕົນ
ໄດ້ລາຍຮັບປະມານ 60 ລ້ານດົ່ງ/ລະດູ, ນັ້ນແມ່ນຍັງບໍ່ໄລ່ເຖິງແຫຼ່ງລາຍຮັບ ເກັບໄດ້ຈາກຕົ້ນໝາກພ້າວ ແລະ ໝາກໆ.



ໝາກນັດ ຢູ່ຕັກເກົ້າ ໄດ້ປູກຢູ່ເທິງເຂດດິນສູງ, ຢູ່ອ້ອມຂ້າງແມ່ນ ຮ່ອງເໝືອງຖ້ວມນຳ້. 

ພວກຂ້າພະເຈົ້າຂີ່ລົດເຂົ້າບ້ານ ຮ່ວາເລ໊, ຕາແສງ ເຖີ໋ຍກ໊ວານ, ເມືອງ ກໍ່ກາວ ຊຶ່ງເປັນພື້ນທີ່ປູກຕົ້ນໝາກນັດ ຂອງ ແຂວງ ກຽນຢາງ. ຕະຫຼອດສອງຝາກທາງເທດ້ວຍເບຕົງ ແລ່ນລຽບຕາມ ສອງຝັ່ງແມ່ນຳ້ ທີ່ມີລວງຍາວກວ່າສິບກິໂລແມັດ ແມ່ນສວນ ໝາກນັດ ທີ່ກວ້າງໃຫຍ່ໄພສານ, ຢູ່ຂ້າງເທິງ ຖືກປິດບັງ ດ້ວຍ ຮົ່ມ ຂອງ ແຖວຕົ້ນໝາກ, ຕົ້ນໝາກພ້າວ ສູງລິບລີ່. ພວກ ຂ້າພະເຈົ້າແວ່ຢາມເຂດເຮືອນສວນຂອງທ່ານ ເຈືອງເຊີນ ກົງ ກັບ ເວລາກຳລັງຢູ່ໃນລະດູເກັບກ່ຽວໝາກນັດ. ຢູ່ທີ່ສວນ ບັນດາ ກຳມະກອນ ກຳລັງໃຊ້ເຮືອພາຍ ເພື່ອຂົນໝາກນັດ ເຂົ້າມາ ຈາກ ສວນ, ຢູ່ເດີ່ນເຮືອນແມ່ນບ່ອນເຕົ້າໂຮມ ໝາກນັດ ທີ່ຫາກໍ ໄດ້ ຮັບການເກັບກ່ຽວ. ຕ່າງຄົນຕ່າງວຽກ, ຜູ້ຈັດປະເພດໝາກນັດ ແລ້ວໃສ່ຖົງ, ຜູ້ຊັ່ງໝາກນັດ ແລະ ບັນທຶກໄວ້ ໃນສະໝຸດບັນຊີ, ຜູ້ກໍຂົນສົ່ງໝາກນັດ ທີ່ໄດ້ ຈັດປະເພດແລ້ວ ລົງເຮືອ ທີ່ ພວມ ຈອດຢູ່ຝັ່ງແມ່ນຳ້. ພາບການເກັບ, ຊື້-ຂາຍ ໝາກນັດໄດ້ດຳ ເນີນໄປ ໃນບັນຍາກາດ ທ່ີຄຶກຄັກ.

ທ່ານ ເຈືອງເຊີນ, ເຈົ້າຂອງສວນໝາກນັດ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເຮັດອາຊີບປູກໝາກນັດ ກວ່າ 30 ປີແລ້ວ, ອາຊີບນີ້ ໄດ້ມີ ແຕ່ ຮຸ່ນພໍ່ຕູ້ ແລ້ວຕົກທອດໃຫ້ຄົນຮຸ່ນຫຼັງ. ກ່ອນໜ້ານີ້ ຫຼາຍຄົນປູກ ໝາກນັດ ດ້ວຍປະສົບການເທົ່ານັ້ນ, ແຕ່ມາຮອດດຽວນີ້ ໄດ້ເຂົ້າ ຮ່ວມສະຫະກອນ ຕັກເກົ້າ, ເພາະສະນັ້ນ ໄດ້ແນະນໍາເຕັັກນິກ ດ້ານການປູກ ກໍຄືຊ່ວຍໜູນຂາອອກ ຂອງຜະລິດຕະພັນ, ດ້ວຍ ເຫດນັ້ນ ຊີວິດການເປັນຢູ່ ຂອງ ຜູ້ປູກໝາກນັດ ກໍຄ່ອຍໆ ໄດ້ ຮັບການປົວແປງດີຂຶ້ນຫຼາຍ ຖ້າທຽບກັບເມື່ອກ່ອນ.

ດ້ວຍເຄັດລັບເຮັດໃຫ້ໝາກນັດ ອອກໝາກຜິດລະດູການ, ສະ ນັ້ນຈິ່ງເກັບກ່ຽວໄດ້ຕະຫຼອດປີ, ນອກຈາກຂາຍສົດແລ້ວ, ໝາກນັດ ຕັກເກົ້າ ຍັງໄດ້ປຸງແຕ່ງ ເປັນຜະລິດຕະພັນ ດ້ວຍຫຼາຍຮູບແບບເຊັ່ນ: ໝາກນັດອົບແຫ້ງ, ເຂົ້າໜົມ, ນຳ້ໝາກນັດສົດ.

ປັດຈຸບັນ, ບໍລິສັດ MTV ເລຢາ ຈໍາກັດ(ເມືອງ ເຈົາແທ່ງ, ແຂວງ ກຽນຢາງ) ເປັນຫົວໜ່ວຍນຳໜ້າຂອງທ້ອງຖິ່ນ ໃນການຜະລິດ ໝາກນັດອົບແຫ້ງ ຈາກ ວັດຖຸດິບໝາກນັດ ຕັກເກົ້າ.

ທ່ານນາງ ຫງວຽນທິແທງເວິນ, ຜູ້ຈັດການບໍລິສັດ ເລຢາ ໃຫ້ຮູ້ວ່າ: “ບໍລິສັດ ໄດ້ມີປະສົບການກວ່າ 2 ປີ ຜະລິດສະເພາະ ບັນດາປະ ເພດໝາກໄມ້ ຂອງທ້ອງຖິ່ນ ແບບວິທີອົບແຫ້ງ, ໃນນັ້ນມີ ໝາກນັດ ຕັກເກົ້າ. ດ້ວຍເຄັດລັບ ອົກແຫ້ງ ແບບທຳມະຊາດ, ບໍ່ ໃສ່ ນຳ້ຕານ, ບໍ່ໃສ່ສານກັນບູດ ຊຶ່ງຊ່ວຍໃຫ້ໝາກນັດຮັກສາໄວ້ໄດ້ ຄວາມຫວານ ແລະ ລົດຊາດ ທີ່ເປັນເອກະລັກຂອງໝາກໄມ້.

ໄລ່ສະເພາະຜະລິດຕະພັນໝາກນັດອົບແຫ້ງ, ບໍລິສັດໄດ້ນຳໃຊ້ ໝາກນັດສົດກວ່າ 15.000 ໜ່ວຍຕໍ່ເດືອນ. ຜະລິດຕະພັນ ໝາກນັດອົບແຫ້ງ ພ້ອມກັບສິນຄ້າອື່ນຈຳນວນໜຶ່ງ ຂອງ ເລຢາ ມີຕະຫຼາດຈຳໜ່າຍຢູ່ ນະຄອນ ໂຮ່ຈີມິນ ແລະ ສົ່ງອອກໄປຍັງ ປະເທດ ການາດາ, ມາເລເຊຍ, ປະກອບສ່ວນຍົກສູງຄຸນຄ່າ ໃຫ້ແກ່ໝາກໄມ້ ຫວຽດນາມ.



ໝາກນັດໄດ້ກຳມະກອນ ບໍລິສັດ MTV ເລຢາ ຈໍາກັດ(ເມືອງ ເຈົາແທ່ງ, ແຂວງ ກຽນຢາງ ປຸງແຕ່ງຂັ້ນຕົ້ນ ແລະ ທຳຄວາມ ສະອາດ. 


ຍ້ອນໝາກນັດມີຕາຫຼາຍ ເພາະສະນັ້ນ ການເຫຼົາ ແລະ ທຳຄວາມສະອາດໃຫ້ ໝາກນັດຕ້ອງ ປະຕິບັດ ດ້ວຍຄວາມພິຖີພິຖັນ ແລະ ຕ້ອງນຳໃຊ້ ປະເພດມີດທີ່ສະເພາະ. 


ໝາກນັດ ໄດ້ຈັດເປັນແຕ່ລະແຕະ ແລ້ວ ນຳເຂົ້າ ເຕົາອົບ ເປັນຊັ້ນໆ.


ໝາກນັດຕັກເກົ້າ ຍັງໄດ້ປຸງແຕ່ງເປັນຫຼາຍຜະລິດຕະພັນ ອື່ນໆ ເຊັ່ນ ໝາກນັດອົບແຫ້ງ, ເຂົ້າໜົມ, ນຳ້ໝາກນັດສົດ.


ຂັ້ນຕອນໝາກນັດໄດ້ອົບແຫ້ງ ແລະ ອັດເປັນຖົງດ້ວຍເຄື່ອງຈັກ. 


ຜະລິດຕະພັນ ໝາກນັດ ອົບແຫ້ງ ຂອງ ບໍລິສັດ ເລຢາ ມີ ຕະຫຼາດຈຳໜ່າຍຢູ່ ນະຄອນ ໂຮ່ຈີມິນ ແລະ ສົ່ງອອກໄປຍັງ ປະເທດ ການາດາ,
ມາເລເຊຍ, ປະກອບສ່ວນຍົກສູງຄຸນຄ່າ ໃຫ້ແກ່ໝາກໄມ້ ຫວຽດນາມ.

 
ບົດ ແລະ ພາບ: ເຊີນເຫງ້ຍ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top