• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ແມ່ຂອງ - ສ ເກົາຫຼີ ຍົກການຮ່ວມມື ຂຶ້ນສູ່ ຂັ້ນສູງສຸດ

ໃນບົດກ່າວປາໄສ ເມື່ອມໍ່ໆ ນີ້, ທ່ານ Lee Tae-ho ຮອງລັດ ຖະມົນຕີ ກະຊວງການຕ່າງປະເທດ ສ ເກົາຫຼີ ໄດ້ ໃຫ້ຮູ້ວ່າ: “ໃນ ນະໂຍບາຍມຸ່ງສູ່ທິດໃຕ້ໃໝ່ ຂອງ ປະທານາທິບໍດີ Moon Jae-in, ອະນຸພາກພືື້ນແມ່ນ້ໍ້າຂອງ ແມ່ນຈຸດທີ່ຕັ້ງສຸດທີ່ສຳຄັນ, ຜ່ານນັ້ນ ສ ເກົາຫຼີ ຈະຊອກຫາ ການຮ່ວມມືທີ່ແຂງແຮງຍິ່ງຂຶ້ນ ໂດຍ ອີງໃສ່ 3 ເສົາຄໍ້າຫຼັກເຊ່ັນ: ມະນຸດ, ຄວາມວັດທະນາຖາ ວອນ ແລະ ສັນຕິພາບ”. ໃນ ກອງປະຊຸມຂັ້ນສູງ ແມ່ຂອງ - ສ ເກົາຫຼີ  ຄັ້ງທຳອິດນີ້, ຜູ້ນຳ ຫົກປະເທດກໍ ໄດ້ເປັນເອກະສັນກັນ ຍົກການ ຮ່ວມມື ຂຶ້ນສູ່ ຂັ້ນສູງສຸດ. 
ອະນຸພາກພືື້ນແມ່ນ້ຳຂອງ ເປັນສະຖານທີ່ ພູມສາດ ຂ້າມຊາດ ໜຶ່ງ ລຽບຕາມເຂດລຸ່ມແມ່ນ້ຳຂອງ ຢູ່ ພາກພື້ນ ອາຊີ ຕາເວັນ ອອກ ສ່ຽງໃຕ້ ເຊິ່ງຢັ່ງຢາຍໄປທ່ົວ ຕະຫຼອດ 5.000 ກິໂລແມັດ ຜ່ານ ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ນອກ ຈາກນັ້ນ, ແມ່ຂອງ ມີມູນເຊື້ອວັດທະນະທຳ ແລະ ທຳມະຊາດທີ່ ຍາວນານ, ໄດ້ຖືວ່າ ເປັນໜຶ່ງ ໃນບັນດາ ສິ່ງແວດລ້ອມ ການດຳ ລົງຊີວິດ ຂອງ ຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນ ທັງເປັນ ຜູ້ສະໜອງແຫຼ່ງອາຫານ ສຳຄັນທີ່ສຸດຂອງໂລກ. ບັນດາປະເທດ ຢູ່ລຽບແມ່ນໍ້າຂອງ ມີຄວາມສາມາດ ສຸດທີ່ໃຫຍ່ຫຼວງ ອັນເນື່ອງຈາກ ມີລະດັບ ການຈະເລີນເຕີບໂຕດ້ານເສດຖະກິດ ສູງ, ຢູ່ລະດັບກວ່າ 6% ແລະ ມີຈຳນວນ ພົນລະເມືອງທັງໝົດ ກວ່າ 240 ລ້ານຄົນ, ໃນນັ້ນສ່ວນຫຼາຍແມ່ນແຮງງານໜຸ່ມ.

ໃນກອງປະຊຸມຂັ້ນສູງ ແມ່ຂອງ - ສ ເກົາຫຼີ ຄັ້ງທໍາອິດ ຊຶ່ງໄດ້ຈັດຂຶ້ນໃນເມື່ອເດືອນ ພະຈິກ 2019 ທີ່ນະຄອນ ບູຊານ (ສ ເກົາ ຫຼີ), ບັນດາຜູ້ນຳໄດ້ພິຈາລະນາ ແຜນການດຳເນີນ ການຮ່ວມມື ເພື່ອຄວາມວັດທະນາຖາວອນລວມ ແລະ ຜ່ານ “ຖະແຫຼງການ ແມ່ນໍ້າຂອງ - ແມ່ນໍ້າຮ່ານ ສ້າງຕັ້ງ ສາຍພົວພັນ ຄູ່ຮ່ວມມື ເພື່ອປະຊາຊົນ, ຄວາມວັດທະນາຖາວອນ ແລະ ສັນຕິພາບ” ແລະ ເປັນເອກະສັນກັນ ຈັດຕັ້ງ ກອງປະຊຸມຂັ້ນສູງ ແມ່ຂອງ - ສ ເກົາຫຼີ ຄັ້ງທີສອງ ທີ່ ຫວຽດນາມ ໃນປີ 2020 ທ່ີຈະມາເຖິງ.



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດ ນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ແມ່ນໍ້າຂອງ - ສ ເກົາຫຼີ  ຄັ້ງທຳອິດ. ພາບ: ຖົ໋ງເຍິດ/VNA


T
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳຜັດມືກັນ ສະແດງນຳ້ໃຈສາມັກຄີ ແລະ ການຮ່ວມມື ລະຫວ່າງ ສາມປະເທດ ຫຼັງຈາກລົງນາມ
ໃນ ຂໍ້ຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ຮ່ວມມື ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10). ພາບ: ເຢືອງຢາງ/VNA



S
ຫຼັງຈາກການເຈລະຈາ ກັບບັນດາທ່ານຜູ້ນຳ ສປປ ລາວ ເນື່ອງໃນໂອກາດ ໄປຢ້ຽມຢາມ ເຖິງນະຄອນຫຼວງ ວຽງຈັນ ໃນເດືອນກັນຍາ 2019, ປະທານາທິບໍດີ ສ ເກົາຫຼີ Moon Jae-in
ໄດ້ປະກາດ ນະໂຍບາຍ ຂອງ ເຊີອູນ ກ່ຽວກັບ ການເພີ່ມທະວີ ສາຍພົວພັນຮ່ວມມື ຢ່າງແໜ້ນແຟ້ນ ກັບບັນດາປະເທດ ໃນພູມີພາກລຸ່ມແມ່ນຳ້ຂອງ,
ໃນສະພາບ ແວດລ້ອມ ປະເທດນີ້ ກຳລັງມີຄວາມ ມານະພະຍາຍາມ ຈັດສ້າງ ທີ່ຕັ້ງ ອັນໝັ້ນແກ່ນ ໃນພາກພື້ນ. ພາບ: VNA



C
ສະໂມສອນເຄືອຄ່າຍຮ່ວມສຳພັນ ABCD ແມ່ຂອງ ປະສານສົມທົບພ້ອມກັບ ສະມາຄົມວິສາຫະກິດ ສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ ແລະ ສະໂມສອນວິສາຫະກິດ ນຳໜ້າ (LBC) ຈັດຕັ້ງເວທີປາໄສ Mekong Connect 2019 ພາຍໃຕ້ຫົວຂໍ້ “ຮ່ວມສຳພັນຕ່ອງໂສ້ມູນຄ່າທົ່ງພຽງ, ເພີ່ມທະວີການເຊື່ອມໂຍງເຂົ້າກັບຕະຫຼາດ”. ພາບ: ຮົ່ງຢາງ/VNA

ຜູ້ນຳບັນດາປະເທດໄດ້ເປັນເອກະສັນກັນ ຊຸກຍູ້ ການຮ່ວມມື ແມ່ຂອງ - ສ ເກົາຫຼີ ບົນ 3 ເສົາຫຼັກເຊັ່ນ: ປະຊາຊົນ, ຄວາມ ຈະເລີນຮຸ່ງເຮືອງ, ສັນຕິພາບ ແລະ 7 ຂົງເຂດບຸລິມະສິດ ເຊັ່ນ ວັດທະນະທຳ ແລະ ທ່ອງທ່ຽວ, ພັດທະນາ ແຫຼ່ງຊັບພະຍາກອນ ມະນຸດ, ກະສິກຳ ແລະ ພັດທະນາຊົນນະບົດ, ພື້ນຖານ ໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ສິ່ງແວດລ້ອມ ແລະ ບັນດາ ຄວາມທ້າທາຍ ທ່ີບໍ່ແມ່ນແບບ ດັ້ງເດີມ.

ສ ເກົາຫຼີ ແລະ ບັນດາປະເທດຢູ່ ອະນຸພາກພືື້ນແມ່ນ້ຳຂອງ ມີ ພື້ນຖານວັດທະນະທຳ ອາຊີຕາເວັນອອກດຽວກັນ, ມີບົດຮຽນ ເຄີຍເປັນປະເທດເມືອງຂຶ້ນ ແລະ ກ້າວອອກຈາກຄວາມ ເຈັບ ປວດ ຍ້ອນຄວາມເສຍຫາຍ ຈາກສົງຄາມ ເພື່ອກອບກູ້ ພັດທະ ນາເສດຖະກິດ ດຽວກັນ”.
ສາດສະດາຈານ Kim Young Seon, ສະຖາບັນຄົ້ນຄວ້າ ອາຊີ ມະຫາວິທະຍາໄລແຫ່ງຊາດ ເຊອູນ, ອະດີດເລຂາທິການໃຫຍ່ ສູນ ສ ເກົາຫຼີ - ອາຊຽນ ກະຊວງການຕ່າງປະເທດ ສ ເກົາຫຼີ.
ຜູ້ນຳບັນດາປະເທດ ໄດ້ເປັນເອກະສັນກັນ ໃນການເພີ່ມທະວີ ຄວາມຮ່ວມມື ໃນຂົງເຂດປ່າໄມ້ ແລະ ຊັບພະຍາກອນນ້ຳ,  ໂດຍສະເພາະ ແມ່ນການສ້າງຕັ້ງ “ສູນຄົ້ນຄວ້າລວມ ກ່ຽວກັບ ຊັບພະຍາກອນ ແມ່ນຳ້ຮ່ານ - ແມ່ນໍາ້ຂອງ”. ທີ່ສະຫະບໍລິສັດ ຊັບພະຍາກອນນໍ້າ ສ ເກົາຫຼີ ເພື່ອຄົ້ນຄວ້າ ແຜນການ ນຳໃຊ້ ແຫຼ່ງຊັບພະຍາກອນ ທີ່ອຸດົມສົມບູນ ຂອງ ແມ່ນໍ້າຂອງ, ຊຸກຍູ້ ວຽກງານເກັບກູ້ລະເບີດ, ລູກປືນ ຢູ່ ເຂດຊົນະບົດ ຂອງ ພາກພື້ນ ແມ່ນ້ຳຂອງ.

ສາດສະດາຈານ Hong Seok Jun, ຈາກມະຫາວິທະຍາໄລ Mokpo (ສ ເກົາຫຼີ) ໄດ້ໃຫ້ການສັງເກດກ່ຽວກັບເຫດການນີ້ວ່າ: “ສ ເກົາຫຼີ ແລະ ບັນດາປະເທດໃນພູມີພາກລຸ່ມແມ່ນຳ້ຂອງ ຕ້ອງ ຜ່ານພົ້ນອອກຈາກ ກຳນົດຂອບເຂດການຮ່່ວມມືໃນດ້ານ “ແລກ ປ່ຽນດ້ານການຄ້າ, ແລກປ່ຽນດ້ານເສດຖະກິດ” ເພື່ອມຸ່ງສູ່ ການສ້າງແຜນການ ສ້າງຕັ້ງ ສາຍພົວພັນມິດຕະພາບ ໃກ້ຊິດສະໜິດສະໜົມ”. ສ່ວນປະທານາທິບໍດີ ສ ເກົາຫຼີ Moon Jae-in ໄດ້ຕີລາຄາວ່າ ຖະແຫຼງການ ແມ່ນຳ້ຮ່ານ-ແມ່ນໍ້າຂອງ ຄັ້ງນີ້ ເປັນຂີດໝາຍສຳຄັນ ເພື່ອໃຫ້ຝ່າຍຕ່າງໆ ຜ່ານພົ້ນ ສາຍພົວພັນຮ່ວມມື ດ້ານເສດຖະກິດ, ກ້າວໄປເຖິງ ສາຍ ພົວພັນຄູ່ຮ່ວມມື ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ຖືປະຊາຊົນເປັນຈຸດໃຈກາງ.



ງານບຸນນໍ້າ 2019 ເປັນໜຶ່ງໃນບັນດາເຫດການ ວັດທະນະ ທຳມູນເຊື້ອ ໃຫຍ່ທີສຸດ ຂອງ ລາຊະອານາຈັກ ກຳປູເຈຍ ດ້ວຍ ຈຸດໃຈກາງຂອງ ງານ ແມ່ນບຸນຊ່ວງເຮືອ ທີ່ສ້າງ
ບັນຍາກາດ ຄຶກຄື້ນ ມ່ວນ ຊື່ນ ຢູ່ພື້ນທີ່ 4 ດ້ານຂອງແມ່ນໍ້າຂອງ ຕໍ່ໜ້າ ພະ ລາດຊະວັງ ຢູ່ ນະຄອນຫຼວງ ພະນົມເປັນ. ພາບ: VNA



ການແຂ່ງຂັນແລ່ນ Mekong Delta Marathon ເຮົ້າຢາງ 2019 ໄດ້ດຶງດູດນັກກິລາເຂົ້າຮ່ວມກວ່າ 4.000 ຄົນ ທັງພາຍ ໃນ ແລະ ຕ່າງປະເທດ. ດ້ວຍຫົວຂໍ້ ຕ້ານການ ປ່ຽນແປງ
ຂອງ ດິນຟ້າອາກດາດ “ປົກປັກຮັກສາທົ່ງພຽງແມ່ນໍ້າຂອງ-Save Mekong Delta”. ພາບ: ຢຸຍເຄືອງ/VNA



“ສັບປະດາວັດທະນະທຳ-ທ່ອງທ່ຽວໝຸຍກ່າເມົາ ປີ 2019” ໂດຍມີການເຂົ້າຮ່ວມຂອງບັນດາປະເພດເພື່ອນມິດເຊ່ັນ: ລາວ, ກຳປູເຈຍ, ໄທ, ສ ເກົາຫຼີ. ນີ້ໄດ້ຖືວ່າເປັນໂອກາດຄຳ ແນໃສ່
ໂຄສະນາເຜີຍແຜ່, ແນະນຳ ເຖິງນັກທ່ອງທ່ຽວ ກ່ຽວກັບ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງ ແຂວງ ກ່າເມົາ. ພາບ: ເຖ໋ແອງ/VNA



ການເຄື່ອນໄຫວ ສົ່ງອອກ-ນຳເຂົ້າຜ່ານດ່ານຊາຍແດນ ສາກົນ ຈາລໍ, ແຂວງ ກວ໊າງບິ່ງ ໄດ້ ແລະ ກຳລັງມີການພັດທະນາ ຢ່າງບໍ່ຢຸດຢັ້ງ ຫຼັງຈາກ ນາຍົກລັດຖະມົນຕີ ອະນຸມັດຜ່ານ
ແຜນສັງລວມ ເຂດເສດຖະກິດ ດ່ານຊາຍແດນສາກົນ ຈາລໍ ເປັນເວລາ 5 ປີແລ້ວ. ດ້ວຍທ່າໄດ້ປຽບແມ່ນສາຍທາງສັ້ນທີສຸດ ເຊື່ອມຕໍ່ຈາກ 3 ປະເທດ ໄທ, ມຽນມາ,
ລາວ ກັບ ຫວຽດນາມ, ໃນອະນາຄົດ, ດ່ານຊາຍແດນ ຈາລໍ ຈະກາຍເປັນ ຫົວເງື່ອນ ສົ່ງຕໍ່ ດຶງດູດ ປະລິມານການຂົນສົ່ງ
ທາງບົກໃຫຍ່ທີສຸດ ເຂດພາກກາງ ຫວຽດນາມ. ພາບ: ມິງກວຽດ/VNA
 
ການຮ່ວມມື ແມ່ຂອງ - ສ ເກົາຫຼີ ຕ້ອງໃຫ້ ຄວາມສໍາຄັນ ເປັນ ພິເສດ ຕໍ່ການພັດທະນາ ພື້ນຖານໂຄງລ່າງ ການຄົມມະ ນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ. ສະເໜີ ສ ເກົາຫຼີ ສືບຕໍ່ ເປີດກວ້າງ ການລົງທຶນ ໃນພາກພື້ນ ແມ່ນຳ້ຂອງ, ໂດຍສະເພາະຢ່າງຍິ່ງ ແມ່ນ ການພັດທະນາ ພື້ນຖານໂຄງລ່າງ ການຄົມມະນາຄົມ, ພະລັງງານ ແລະ ຕົວເມືອງ. ແບ່ງປັນ ບົດຮຽນ, ນະໂຍບາຍຕ່າງໆ ກ່ຽວກັບ ການພັດທະນາດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ, ລັດຖະບານ ເອເລັກໂຕຣນິກ ແລະ ການນໍາໃຊ້ເຄືອຄ່າຍ ອິນເຕີເນັດ 5G. ພັດທະນາ ແຫຼ່ງ ຊັບພະຍາກອນ ມະນຸດທ່ີມີຄຸນນະພາບສູງ ໂດຍຜ່ານ ການ ສົ່ງເສີມການຮ່ວມມື ເພື່ອ ຍົກລະດັບ ຄຸນນະພາບການສຶກສາ, ການຝຶກອົບຮົມ ແລະ ເພີ່ມທະວີການຮ່ວມມື ດ້ານວິທະຍາສາດ - ເຕັກໂນໂລຊີ ຢ່າງແຂງແຮງ. ຊຸກຍູ້ບັນດາໂຄງການ ໃຫ້ທຶນ ການສຶກສາ ແລະ ແລກປ່ຽນຜູ້ຊ່ຽວຊານ ອີກດ້ວຍ”.
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ບົດ: ມິນທູ - ພາບ: VNA

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ໃນກອງປະຊຸມສຸດຍອດ ພິເສດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນ ASEAN-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນເດືອນ ມີນາ ທີ່ນະຄອນ Melbourne, ປະເທດ ອົດສະຕຣາລີ, ຜູ້ນຳບັນດາປະເທດ ASEAN ແລະ ອົດສະຕຣາລີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດ ທະນາການພົວພັນ ແລະ ຜົນການຮ່ວມມື. ເພື່ອປະກອບສ່ວນຊຸກຍູ້ການຮ່ວມມື ASEAN-ອົດສະຕຣາລີ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ສະເໜີ 3 ບາດກ້າວບຸກທະ ລຸ, 3 ເພີ່ມທະວີ ແລະ 3 ຮ່ວມມືກັນ, ໃນນັ້ນ ມີການສູ້ຊົນຫັນວົງເງິນ ການຄ້າ ເປັນສອງເທົ່າໃນ 10 ປີຕໍ່ໜ້າ.

Top