ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN

ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN


ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຍົກ​ສູງ​ຄຸນ​ນະພາ​ບ ການ​ບໍລິ ການ​ທ່ອງ​ທ່ຽວ, ຊຸກຍູ້​ການ​ເຊື່ອມ​ໂຍງຈຸດໝາຍ​ປາຍທາງ​ ແລະ​ ​ພັດ ທະນາ​ການທ່ອງທ່ຽວ ​ແບບ​ຍືນ​ຍົງ​ ໃນ​ພາກ​ພື້ນ, ​ເວທີ​ປາ​ໄສ​ການ ທ່ອງທ່ຽວ​ ASEAN ATF 2024 ​ໄດ້​ສະເໜີ ​ຫຼາຍ​ຂໍ້​ລິ​ເລີ່​ມ ເພື່ອ​ຊຸກຍູ້​ການທ່ອງທ່ຽວ ​ພາຍ​ໃນກຸ່ມ ກໍ່ຄື​ລະຫວ່າງ​ ASEAN ກັບ​ຄູ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. 

ໃນ​ຫົວ​ຂໍ້ “ການທ່ອງທ່ຽວ ​ທີ່​ມີ​ຄຸນນະພາບ ແລະ ມີຄວາມ​ຮັບຜິດ ຊອບ-​ເພື່ອ​ອະນາຄົດ​ ASEAN ​ແບບ​ຍືນ​ຍົງ”, ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຕ້ອງການ​ສ້າງ​ຈຸດໝາຍປາຍທາງ ການ​ທ່ອງ​ທ່ຽວ​ ທີ່​ມີ​ຄຸນ​ນະພາ​ບ, ຂະແໜງ​ການທ່ອງທ່ຽວ ເຄື່ອນໄຫວ ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ທຳ​ມະ​ຊາດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຟື້ນ​ຟູ​ການທ່ອງທ່ຽວ​ ໂດຍໄວ ​ແລະ ຍືນຍົງ ​ກວ່າ​ໃນ​ອະນາຄົດ.

ທ່ານ​ ຫງວຽນ​ວັນ​ຮຸ່ງ, ລັດຖະມົນຕີ​​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ ​ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້, ບັນດາ​ປະ​ເທດ ASEAN +3 ​ພ້ອມ​ກັບ ASEAN ​ແລະ ບັນດາ​ຄູ່​ຮ່ວມ​ມື​ໄດ້​ສົມທົບ​ກັນ​ຜັນຂະຫຍາຍ ​ບັນດາ​ແຜນການ​ເຄື່ອນ​ໄຫວ​ ໃນ 4 ກິດຈະກຳ​ໃຫຍ່​ຄື: ງານ​ວາງສະ​ແດງ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ, ກອງ​ປະຊຸມ​ທ່ອງ​ທ່ຽວ ​ແລະ ການເຄື່ອນໄຫວ ຫັນເປັນ ດີຈີຕອນ ໃນການ​ທ່ອງ​ທ່ຽວ​. ​ໃນ​ເບື້ອງ​ຕົ້ນ​ສາມາດ​ເຫັນ​ໄດ້​ວ່າ ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ບັນລຸ​ໄດ້​ໝາກຜົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ໂຍງ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ.

ພິທີ​ເປີດເທສະການ ບຸນວັດ ເຮືອງ ລະ​ດູ​ບານ​ໃໝ່ ປີ​2023 ຢູ່​ເຂດ​ຮ່ອງຮອຍວັດ ເຮືອງ, ​ເມືອງ ໝີ​໋ດຶກ, ຮ່າ​ໂນ້ຍ. ພາບ: VNA

ຕາມ​ແຜນ​ຍຸດ​ທະ​ສາດ​ ການ​ທ່ອງ​ທ່ຽວ, ASEAN ​ຈະ​ກາຍ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ ທ່ີຄຸນ​ນະ​ພາບ​ສູງ​ ໃນ​ປີ 2025. ASEAN ຈະ​ຕ້ອງພະຍາ ຍາມ ​ຊຸກຍູ້ຢ່າງກວ້າງຂວາງ​ ການ​ພັດທະນາ​ການ ທ່ອງທ່ຽວ​ ຢ່າງ​ມີ​ຄວາມ​ຮັບຜິດຊອບ, ​​ຍືນ​ຍົງ, ກວມລວມ​ ແລະ​ ຄວາມ​ດຸ່ນດ່ຽງ, ປະ ກອບສ່ວນ​ສຳຄັນ​ ຕໍ່ຄວາມເປັນຢູ່ທ່ີດີ​ດ້ານ​ເສດຖະກິດ - ສັງຄົມ​ ຂອງ ​ປະຊາຄົມ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນນັ້ນ, “ພັດທະນາການ​ທ່ອງ​ທ່ຽວງານບຸນ​ ASEAN ແມ່ນ​ໂຄງ​ການ​ທີ່​ຄາດ​ວ່າ​ ຈະ​ປະ​ກອບ​ສ່ວນ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ ຢູ່​ພາກ​ພື້ນ​ມີ​ຄວາມ​ຫຼາກ​ຫຼາຍ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ບັນ​ດາ​ຈຸດ​ໝາຍ​ປາຍ​ທາງ.

 ພາກ​ພື້ນ​ ASEAN ​​ຖື​ເປັນ​ປະ​ເທດ​ ຂອງ​ງານ​ບຸນ. ຢູ່​ທີ່​ນີ້​ ງານ​ບຸນ​ໄດ້​ຈັດຂຶ້ນຕະຫຼອດ​ປີ, ຢູ່​ຫຼາຍ​ບ່ອນ ແລະ ມີ​ຫຼາຍ​ສີສັນທີ່​ແຕກ​ຕ່າງ​ກັນ. ມັນສາມາດ ເປັນງານບຸນທີ່ສະທ້ອນເຖິງຄວາມເຊື່ອຖື ຂອງການບູຊາເຂົ້າ, ບູຊານ້ໍາ, ການຈະເລີນພັນ, ການບູຊາຕາເວັນ ແລະ ບູຊາບັນ ພະບຸລຸດ.

ບຸນຊ້າງ ບວນດົນ 2023 ຢູ່ຕາແສງ ເກີໂຣງນາ (ແຂວງ ດັກລັກ). ພາຍໃນງານ ປະ​ກອບ​ມີ​ກິດ​ຈະ​ກໍາ​ແຕ່ງ​ໜ້າ​ຊ້າງ​, ງານ​ລ້ຽງ​ຊ້າງ​, ການ​ແຂ່ງ​ຂັນ​ຊ້າງ ສະແດງ ຄວາມຂໍ່ານັບ ຜູ້ ຊົມ​ ແລະ ​ຖ່າຍ​ຮູບ​ກັບ​ຊ້າງ​. ພາບ: VNA 

ງານ​ບຸນ​ພື້ນ​ເມືອງ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ປະກອບມີ​: ງານ​ບຸນ​ກະ ສິກຳ, ສາສະໜາ, ​ເຊີດ​ຊູ​ວິລະ​ບຸລຸດ ​ຂອງ​ ຊາດ, ​ເທບພະເຈົ້າຜູ້ປົກ ຄອງ, ບັນພະບຸລຸດ ຊ່າງສີມື... ການທ່ອງທ່ຽວງານບຸນ ​ແມ່ນ​ໂອກາດ​ເພື່ອໃຫ້​ນັກ​ທ່ອງ​ທ່ຽວ ​ໄດ້ຊອກ​ຮູ້​ວັດທະນະທຳ​ ພື້ນ​ເມືອງ, ອາຫານ​ພື້ນ​ເມືອງ, ໂດຍ​ສະ​ເພາະ​ແມ່ນ​ເຂົ້າຮ່ວມການ​ເຄື່ອນ​ໄຫວ​ບັນ​ເທິງທີ່ຫຼາກຫຼາຍສີສັນ.

ເຂດຮ່ອງຮອຍທາງພຸດທະສາສະໜາ Borobudur ຢູ່ ເມືອງ Yogyakarta, ພາກກາງ Java, ອິນໂດເນເຊຍ. ພາບ: AFP/VNA 

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ການທ່ອງທ່ຽວ​ປະ​ເພດ​ນີ້​ ຕິດ​ພັນ​ກັບ​ງານ​ບຸນ ​ໄດ້​ຄ່ອຍໆ ​ພັດທະນາ​ ຢູ່​ຫຼາຍ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ວິທີ​ຈັດ​ຕັ້ງ​ງານ​ບຸນ​ນັບ​ມື້​ນັບ​ມີ​ການປ່ຽນແປງໃໝ່ ​ແລະ ຫັນເປັນອາ​ຊີບ​ດ້ວຍ​ຫຼາຍ​ກິດຈະກຳ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ງານ​ບຸນ​ຫຼາຍ​ແຫ່ງ​ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ແຫ່ງ​ຊາດ, ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຈາກ​ທົ່ວ​ໂລກ, ພົ້ນເດັ່ນ​ແມ່ນ​ ບຸນ​ຫົດນ້ຳ, ບຸນ​ປ່ອຍ​ໂຄມ​ໄຟ (ໄທ), ບຸນ​ປີ​ໃໝ່ ​ Chnam Thmei (ກຳ​ປູ​ເຈຍ), ບຸນ​ຊ່ວງ​ເຮືອ (ລາວ) , ງານ​ມະ​ໂຫລານ​ສິ​ລະ​ປະ​ ບາ​ຫຼີ (ອິນ​ໂດ​ເນ​ເຊຍ), ງານ​ບຸນ​ຍິ້ມ​ MassKara (ຟີ​ລິບ​ປິນ), ງານມະໂຫລານ ​ເຫວ້, ບຸນ​ໄຫວ້ພະຈັນຢູ່​ ຫວຽດ​ນາມ ແລະ ອື່ນໆ.

ປະຊາຊົນ ​ໄທ​ ແລະ​ ນັກ​ທ່ອງ​ທ່ຽວ ​ມ່ວນ​ຊື່ນ​ໃນບຸນ ສົງ ການ ປີ 2023. ພາບ: VNA

ນອກຈາກ​ນັ້ນ, ​ໂດຍ​ການ​ເສີມ​ຂະຫຍາຍ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຄື: ການທ່ອງທ່ຽວ​ນິ​ເວດ, ທ່ອງ​ທ່ຽວ​ທາງ​ສາສະໜາ, ການທ່ອງ ທ່ຽວ​ການ​ແພດ..., ຂະແໜງ​ການທ່ອງທ່ຽວ ​ບໍ່​ພຽງ​ແຕ່​ສ້າງ​ ວຽກເຮັດງານທຳໃຫ້ແກ່​ປະຊາຊົນ​ ຫຼາຍ​ຂຶ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ມູນ​ຄ່າ​ຜະ ລິດ​ຕະພັນ, ​ກໍ່ຄືໃຫ້​ນັກ​ທ່ອງ​ທ່ຽວ​ ມີ​ຫຼາຍ​ທາງເລືອກອີກດ້ວຍ.

 

ປັດຈຸ​ບັນ, ​ໃນຖານະເປັນ​ປະທານ​ ຄະນະ​ກຳມະການ​ ​ແຫຼ່ງຊັບພະ ຍາກອນ​, ຕິດຕາມ​ກວດກາ ​ແລະ ​ປະ​ເມີນການທ່ອງທ່ຽວ​ ASEAN; ຜູ້​ປະສານ​ງານ​ຫຼັກ​ ຂອງ​ໂຄງການ “ກໍ່ສ້າງ​ບັນດາ​ຜະລິດຕະພັນ​ທ່ອງ​ທ່ຽວ​ງານ​ບຸນ ​ ASEAN, ຫວຽດນາມ ສະໜັບສະໜູນ ​ລາວ ​ໃນ​ການ​ສ້າງ​ມາດຕະຖານ​ ການທ່ອງທ່ຽວ​ນິເວດ​ ASEAN ​ແມ່ນ​ບຸລິມະສິດ​ປະຕິບັດ​ ໃນ​ປີ​​ເປັນ​ປະທານ ASEAN. ຫວຽດນາມ ສະເໜີໃຫ້ ASEAN ຄົ້ນຄວ້າ ບັນດາມາດຕະຖານໃໝ່ ໃນຊຸມປີຕໍ່ໜ້າ, ພິຈາລະ ນາ ບັນດາທ່າອ່ຽງ ຂອງ ພາກພື້ນທີ່ພົ້ນເດັ່ນຄື: ການທ່ອງທ່ຽວ ຕີກ໊ອຟ, ພວມເປັນຜະລິດຕະພັນທີ່ດຶງດູດ ແລະ ເປັນກຳລັງແຮງ ຂອງຫຼາຍປະເທດສະມາຊິກ.

ຕາມ​ການ​ຄາດ​ຄະ​ເນ ​ຂອງ​ ຜູ້ຊ່ຽວ​ຊານ, ຂະແໜງການ​ທ່ອງ​ທ່ຽວ​ໂລກ ​ມີ​ທ່າ​ອ່ຽງ ​ຈະ​ຟື້ນ​ຕົວ​ຢ່າງ​ເຕັມ​ທີ່​ ນັບ​ແຕ່​ປີ 2024 ເປັນ​ຕົ້ນ​ໄປ. ໃນຖານະເປັນປະທານ ASEAN ໃນປີ 2024, ສປປ ລາວ ແມ່ນພ້ອມກັບບັນດາປະເທດສະມາຊິກ ຊຸກຍູ້ “ເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມາດຟື້ນຟູ”, ພິເສດແມ່ນການເຊື່ອມຕໍ່ ແລະ ພັດ ທະນາແຫຼ່ງທ່ອງທ່ຽວແບບຍືນຍົງ ໃນພາກພື້ນ ASEAN.

 

  • ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ

 


Top