ອິນເດຍ - ຄູ່ຮ່ວມມື ທີ່ໄດ້ຕ້ອນຮັບ ຂອງ ASEAN

ອິນເດຍ - ຄູ່ຮ່ວມມື ທີ່ໄດ້ຕ້ອນຮັບ ຂອງ ASEAN

ບົນ​ພື້ນຖານ​ທີ່ມີຫຼາຍ​ຈຸດ​ລວມກ່ຽວກັບວັດທະນະທຳ ແລະ ສາ ສະໜາ​, ການ​ພົວພັນ​ ASEAN - ອິນ​ເດຍ ໄດ້ມີ​ບາດກ້າວ​ພັດ ທະນາ​ຢ່າງ​ກ້າວກະໂດດ, ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ ດ້ານ ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້.

ການພົວພັນລະຫວ່າງ ASEAN ແລະ ອິນເດຍ ໄດ້ພັດທະນາ ຢ່າງບໍ່ຢຸດຢັ້ງ ໃນໄລຍະ 3 ທົດສະວັດ ຜ່ານມາ, ເລີ່ມແຕ່ປີ 1992, ເມື່ອ ອິນເດຍ ປະຕິບັດນະໂຍບາຍ “ກ້າວສູ່ຕາເວັນ ອອກ” ແລະ ກາຍເປັນຄູ່ເຈລະຈາ ຂອງ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້. ASEAN ແລະ ອິນ​ເດຍ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໃນ​ປີ 2012. ​ໃນ​ປີ 2014, ອິນເດຍ ​ໄດ້​ປັບປຸງ​ນະ​ໂຍບາຍ​ “ກ້າວສູ່ຕາ​ເວັນ​ອອກ”, ປ່ຽນ​ຊື່​ເປັນ “ການກະທຳ ກ້າວສູ່ຕາເວັນອອກ ​ເພື່ອ​ຮັບ​ຮູ້​ຄວາມ​ຈຳ​ເປັນ ​ທີ່ມີ​ບົດບາດ​ຕັ້ງໜາ້ກວ່າ​ຢູ່​ອາຊີ - ປາຊີ​ຟິກ. ​ເດືອນ​ ພະ ຈິກ 2022, ​ເພື່ອ​ສະ​ເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ ASEAN - ອິນ​ເດຍ, ASEAN ​ໄດ້​ມອບ​ລະບຽບຂໍ້ກຳ ນົດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ໃຫ້ແກ່ ​ອິນ​ເດຍ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ ASEAN - ອິນ​ເດຍ ເຊິ່ງໄດ້ຈັດຕັ້ງຢູ່​ນະຄອນ ຫຼວງ ​ພະນົມ​ເປັນ​ ຂອງ​ ກໍາປູ​ເຈຍ.

ວັນທີ 13 ກໍລະກົດ 2023, ຢູ່ນະຄອນຫຼວງ ຈາກາຕາ (ອິນ ໂດເນເຊຍ), ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEAN - ອິນເດຍ ໄດ້ໄຂຂຶ້ນໃນຂອບເຂດກອງປະຊຸມ ລັດຖະມົນຕີ ການ ຕ່າງປະເທດ ASEAN ຄັ້ງທີ 56. ພາບ: VNA

ຊາວ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເລີ່ມ​ຖື​ ອິນ​ເດຍ ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄດ້​ຮັບການຕ້ອນ​ຮັບ. ຈຸດພິເສດ ຂອງ ການພົວພັນນີ້ ແມ່ນ ການເຊື່ອມໂຍງທາງດ້ານອາລະຍະທໍາ ທີ່ມີມາແຕ່ດົນນານ. ນອກ​ຈາກ ສປ ​ຈີນ​ ແລ້ວ, ບໍ່​ມີ​ປະ​ເທດ​ໃດ​ໃນ​ ມະຫາສະໝຸດ ອິນເດຍ - ​ປາ​ຊີ​ຟິກ ​ທີ່​ມີ​ຜົນ​ກະ​ທົບ​ທາງ​ດ້ານ​ວັດ​ທະ​ນະ​ທຳ ​ຫຼາຍ​ຕໍ່ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ ເທົ່າ​ກັບ ​ອິນ​ເດຍ. ເປັນເວລາ ປະມານ 2.000 ປີ, ສາສະໜາ, ວັນນະຄະດີ, ພາສາ, ສະຖາ ປັດຕະຍະກໍາ ແລະ ສິລະປະ ຂອງ ອິນເດຍ ໄດ້ສົ່ງຜົນສະທ້ອນ ຕໍ່ອາຊີຕາເວັນອອກສ່ຽງໃຕ້, ປະສົມປະສານກັບບັນດາຮີດຄອງ ປະເພນີ ທ້ອງຖິ່ນ ເພື່ອສ້າງວັດທະນະທໍາ ທີ່ແຕກຕ່າງກັນ.


ຍຸດ​ທະ​ສາດ ​ການ​ທູດ​ວັດທະນະທຳ ​ທີ່​ພົ້ນ​ເດັ່ນ​ໜຶ່ງ​ ຂອງ​ ອິນ​ເດຍ ​ຕໍ່​ ASEAN ​ແມ່ນ​ການ​ຟື້ນ​ຟູ ​ວັດ​ວາ​ອາ​ຮາມ​ໃນ​ທົ່ວ​ພາກ​ພື້ນ. “ການ​ທູດ​ວັດ” ຂອງ​ ອິນ​ເດຍ​ ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ນັບ​ແຕ່​ປີ 1992, ເມື່ອ​ນັກ​ບູ​ຮານ​ຄະ ​ອິນ​ເດຍ ​ໄດ້​ຊ່ວຍ​ບູ​ລະ​ນະ​Angkor Wat ແລະ ​Angkor ຫຼັງອື່ນໆ​ ໃນ ກໍາ​ປູ​ເຈຍ. ນັບ​ແຕ່​ນັ້ນ​ມາ, ລັດຖະບານ ​ອິນ​ເດຍ ​ຍັງ​ໄດ້​ສະໜັບສະໜູນ​ການ​ບູລະ ນະ​ ປະຕິສັງຂອນ ​ວັດ ໝີ໊ເຊີນ ຢູ່ ​ຫວຽດນາມ ​ແລະ ວັດ​ພຸດທະ​ສາສະໜາ​ໃນ ​ມຽນມາ​ ລວມທັງ​ວັດ Ananda ​ໃນ​ນະຄອນ Bagan, ເຂດທ່ອງທ່ຽວ ວັດພູ ​ຢູ່ ​ລາວ ​ແລະ ບາງ​ສ່ວນ​ຂອງ​ວັດ​ Preah Vihear ​ຢູ່​ ກໍາປູ​ເຈຍ. ສຳລັບ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ການ​ຊ່ວຍເຫຼືອ ຂອງ​ ລັດຖະບານ ​ອິນ​ເດຍ​ ໃນ​ການ​ຟື້ນ​ຟູ​ ບັນດາ​ຈຸດ​ສຳຄັນ ​ຂອງ ​ເອກະລັກ​ແຫ່ງ​ຊາດ ​ແມ່ນ​ໂອກາດ​ໃຫ້​ພົນລະ​ເມືອງ​ຂອງ​ທັງ​ສອງ​ຝ່າຍ ​ຖື​ຄຸນຄ່າ ​ແລະ ມໍລະດົກ​ລວມ ​ທີ່​ທັງ​ສອງ​ແບ່ງປັນເຊິ່ງກັນ ແລະ ກັນ.

ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1972 ​ແລະ ພິ​ເສດ​ແມ່ນ​ນັບ​ແຕ່​ໄດ້​ຍົກ​ລະດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ 2016 ມາເຖິງປັດຈຸບັນ, ການ​ພົວພັນ​ລະຫວ່າງ ຫວຽດນາມ - ອິນ​ເດຍ ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ດ້ານ​ຍຸດ​ທະ​ສາດ​ໄດ້​ຮັບ​ການ​ເສີມ​ຂະ ຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ຂອງ ບັນດາ​ຂະ​ແໜງ​ການ, ​ບັນດາທ້ອງ​ຖິ່ນ ​ແລະ ການ​ພົບ​ປະ​ແລກ ປ່ຽນເປັນ​ປະຈຳ ລະຫວ່າງ ​ຜູ້​ນໍາ​ຂັ້ນ​ສູງ.

ແຕ່ປີ 1989 ຮອດປັດຈຸບັນ, ນັກລົງທຶນ ອິນເດຍ ໄດ້ລົງທຶນ ຢູ່ ຮ່າໂນ້ຍ 16,7 ລ້ານ ໂດລາສະຫະລັດ, ໃນນັ້ນ 54 ໂຄງການ ຍັງດຳເນີນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ ໃໝ່ 13,7 ລ້ານ ໂດລາສະຫະລັດ; ​ປະ​ກອບ​ທຶນ 50 ເທື່ອ, ​ຊື້​ຫຸ້ນ​ທີ່​ມີ​ມູນ​ຄ່າ​ການ​ປະ​ກອບ​ທຶນ ແມ່ນ 2,6 ລ້ານ ໂດລາສະຫະລັດ. ຂົງ ເຂດຈຸດສຸມ ຂອງ ນັກລົງທຶນ ອິນເດຍ ລວມມີ: ການຂາຍຍົກ ແລະ ການສ້ອມແປງເຄື່ອງຈັກ ແລະ ອຸປະກອນ; ການບໍລິການ ຂໍ້ມູນຂ່າວສານ ແລະ ການສື່ສານ; ວິ​ທະ​ຍາ​ສາດ​ ແລະ​ເຕັກ​ໂນ​ໂລຊີ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2022 ບັນ​ລຸ​ ສະຖິຕິ 15 ຕື້ ໂດລາສະຫະລັດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ປີ 2022 ນັກ​ທ່ອງ​ທ່ຽວ​ ອິນ​ເດຍ​ ມາທ່ຽວ ຫວຽດ​ນາມ ​ມີຈໍານວນ 92.599 ຄົນ, ໃນ 4 ເດືອນ​ຕົ້ນ​ປີ 2023 ບັນ​ລຸ 60.992 ຄົນ, ຢືນ​ອັນ​ດັບ 3 ໃນ​ຈຳ ນວນນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ ຮ່າ​ໂນ້ຍ. ປັດຈຸ​ບັນ, ມີ​ສາຍ​ການ​ບິນ​ຂອງ​ ຫວຽດນາມ 2 ​ແຫ່ງ​ ທີ່​ດຳ​ເນີນ​ການ​ບິນ​ໂດຍ​ກົງ​ຈາກ​ ຮ່າ​ໂນ້ຍ ​ໄປ​ ອິນ​ເດຍ ຄື:​ Vietnam Airlines ​ແລະ Vietjet Air. ຄຽງ​ຄູ່​ກັບ​ນະ​ໂຍບາຍ​ເປີດ​ກວ້າງ​ ວີ​ຊາ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ສະ ດວກ​ເພື່ອຍົກສູງຈຳນວນ​ນັກ​ທ່ອງ​ທ່ຽວ ອິນ​ເດຍ ມາທ່ຽວ ຫວຽດນາມ ​ໃນ​ອະນາຄົດ ອັນໃກ້ນີ້.

ເນື່ອງ​ໃນ​ໂອ​ກາດ​ ວັນວິສາຂະບູຊາ ຄສ 2023, ພສ 2567, ຢູ່​ວັດ ເຈິ໋ນກວັກ (ເມືອງ ໄຕ​ໂຮ່), ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ອິນ​ເດຍ ນະຄອນ ຮ່າ​ໂນ້ຍ ສົມທົບ​ກັບ​ສະ​ຖານ​ທູດ​ອິນ​ເດຍ ຈັດ​ຕັ້ງ ວັນວິສາຂະບູຊາ ປີ 2023. ພາບ: VNA
ຄ່ຳ​ວັນ​ທີ 13 ສິງຫາ 2023, ຄະນະ​ກຳມະການ​ ປະຊາຊົນ ​ແຂວງ ບັກ​ນິງ ໄດ້​ສົມທົບ​ກັບ​ສະຖານທູດ​ ອິນ​ເດຍ ປະຈຳ ຮ່າ​ໂນ້ຍ ຈັດ​ຕັ້ງລາຍການ​ພົບ​ປະ​ແລກປ່ຽນ​ດົນຕີ ຫວຽດນາມ - ອິນ​ເດຍ ​ໂດຍ​ວົງ​ດົນຕີ Tetseo Sisters ​ແລະ ນັກ​ສິລະ​ປະ​ ໂຮງລະ ຄອນຂັບ ພື້ນເມືອງກວານເຮາະ ແຂວງ ບັກນິງ ຮ່ວມກັນສະແດງ. ພາບ: VNA

ບົດ: VNP – ພາບ: VNA -ແປໂດຍ: ຢືຟຽນ

 

 



Top