ບົນພື້ນຖານທີ່ມີຫຼາຍຈຸດລວມກ່ຽວກັບວັດທະນະທຳ ແລະ ສາ ສະໜາ, ການພົວພັນ ASEAN - ອິນເດຍ ໄດ້ມີບາດກ້າວພັດ ທະນາຢ່າງກ້າວກະໂດດ, ກາຍເປັນຄູ່ຮ່ວມມືສຳຄັນໃນ ດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນ ໃນຊຸມປີມໍ່ໆ ມານີ້.
ບົນພື້ນຖານທີ່ມີຫຼາຍຈຸດລວມກ່ຽວກັບວັດທະນະທຳ ແລະ ສາ ສະໜາ, ການພົວພັນ ASEAN - ອິນເດຍ ໄດ້ມີບາດກ້າວພັດ ທະນາຢ່າງກ້າວກະໂດດ, ກາຍເປັນຄູ່ຮ່ວມມືສຳຄັນໃນ ດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນ ໃນຊຸມປີມໍ່ໆ ມານີ້.
ການພົວພັນລະຫວ່າງ ASEAN ແລະ ອິນເດຍ ໄດ້ພັດທະນາ ຢ່າງບໍ່ຢຸດຢັ້ງ ໃນໄລຍະ 3 ທົດສະວັດ ຜ່ານມາ, ເລີ່ມແຕ່ປີ 1992, ເມື່ອ ອິນເດຍ ປະຕິບັດນະໂຍບາຍ “ກ້າວສູ່ຕາເວັນ ອອກ” ແລະ ກາຍເປັນຄູ່ເຈລະຈາ ຂອງ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້. ASEAN ແລະ ອິນເດຍ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2012. ໃນປີ 2014, ອິນເດຍ ໄດ້ປັບປຸງນະໂຍບາຍ “ກ້າວສູ່ຕາເວັນອອກ”, ປ່ຽນຊື່ເປັນ “ການກະທຳ ກ້າວສູ່ຕາເວັນອອກ” ເພື່ອຮັບຮູ້ຄວາມຈຳເປັນ ທີ່ມີບົດບາດຕັ້ງໜາ້ກວ່າຢູ່ອາຊີ - ປາຊີຟິກ. ເດືອນ ພະ ຈິກ 2022, ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ASEAN - ອິນເດຍ, ASEAN ໄດ້ມອບລະບຽບຂໍ້ກຳ ນົດຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ແກ່ ອິນເດຍ ໃນກອງປະຊຸມສຸດຍອດ ASEAN - ອິນເດຍ ເຊິ່ງໄດ້ຈັດຕັ້ງຢູ່ນະຄອນ ຫຼວງ ພະນົມເປັນ ຂອງ ກໍາປູເຈຍ.
ວັນທີ 13 ກໍລະກົດ 2023, ຢູ່ນະຄອນຫຼວງ ຈາກາຕາ (ອິນ ໂດເນເຊຍ), ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEAN - ອິນເດຍ ໄດ້ໄຂຂຶ້ນໃນຂອບເຂດກອງປະຊຸມ ລັດຖະມົນຕີ ການ ຕ່າງປະເທດ ASEAN ຄັ້ງທີ 56. ພາບ: VNA
ຊາວ ອາຊີຕາເວັນອອກສ່ຽງໃຕ້ ເລີ່ມຖື ອິນເດຍ ເປັນຄູ່ຮ່ວມມືທີ່ໄດ້ຮັບການຕ້ອນຮັບ. ຈຸດພິເສດ ຂອງ ການພົວພັນນີ້ ແມ່ນ ການເຊື່ອມໂຍງທາງດ້ານອາລະຍະທໍາ ທີ່ມີມາແຕ່ດົນນານ. ນອກຈາກ ສປ ຈີນ ແລ້ວ, ບໍ່ມີປະເທດໃດໃນ ມະຫາສະໝຸດ ອິນເດຍ - ປາຊີຟິກ ທີ່ມີຜົນກະທົບທາງດ້ານວັດທະນະທຳ ຫຼາຍຕໍ່ອາຊີຕາເວັນອອກສ່ຽງໃຕ້ ເທົ່າກັບ ອິນເດຍ. ເປັນເວລາ ປະມານ 2.000 ປີ, ສາສະໜາ, ວັນນະຄະດີ, ພາສາ, ສະຖາ ປັດຕະຍະກໍາ ແລະ ສິລະປະ ຂອງ ອິນເດຍ ໄດ້ສົ່ງຜົນສະທ້ອນ ຕໍ່ອາຊີຕາເວັນອອກສ່ຽງໃຕ້, ປະສົມປະສານກັບບັນດາຮີດຄອງ ປະເພນີ ທ້ອງຖິ່ນ ເພື່ອສ້າງວັດທະນະທໍາ ທີ່ແຕກຕ່າງກັນ.
ຍຸດທະສາດ ການທູດວັດທະນະທຳ ທີ່ພົ້ນເດັ່ນໜຶ່ງ ຂອງ ອິນເດຍ ຕໍ່ ASEAN ແມ່ນການຟື້ນຟູ ວັດວາອາຮາມໃນທົ່ວພາກພື້ນ. “ການທູດວັດ” ຂອງ ອິນເດຍ ໄດ້ຮັບການຂະຫຍາຍຕົວນັບແຕ່ປີ 1992, ເມື່ອນັກບູຮານຄະ ອິນເດຍ ໄດ້ຊ່ວຍບູລະນະAngkor Wat ແລະ Angkor ຫຼັງອື່ນໆ ໃນ ກໍາປູເຈຍ. ນັບແຕ່ນັ້ນມາ, ລັດຖະບານ ອິນເດຍ ຍັງໄດ້ສະໜັບສະໜູນການບູລະ ນະ ປະຕິສັງຂອນ ວັດ ໝີ໊ເຊີນ ຢູ່ ຫວຽດນາມ ແລະ ວັດພຸດທະສາສະໜາໃນ ມຽນມາ ລວມທັງວັດ Ananda ໃນນະຄອນ Bagan, ເຂດທ່ອງທ່ຽວ ວັດພູ ຢູ່ ລາວ ແລະ ບາງສ່ວນຂອງວັດ Preah Vihear ຢູ່ ກໍາປູເຈຍ. ສຳລັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ການຊ່ວຍເຫຼືອ ຂອງ ລັດຖະບານ ອິນເດຍ ໃນການຟື້ນຟູ ບັນດາຈຸດສຳຄັນ ຂອງ ເອກະລັກແຫ່ງຊາດ ແມ່ນໂອກາດໃຫ້ພົນລະເມືອງຂອງທັງສອງຝ່າຍ ຖືຄຸນຄ່າ ແລະ ມໍລະດົກລວມ ທີ່ທັງສອງແບ່ງປັນເຊິ່ງກັນ ແລະ ກັນ.
ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 1972 ແລະ ພິເສດແມ່ນນັບແຕ່ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016 ມາເຖິງປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອິນເດຍ ໄດ້ຮັບໝາກຜົນອັນໃຫຍ່ຫຼວງຫຼາຍຢ່າງ, ຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະສາດໄດ້ຮັບການເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຮ່ວມມືຢ່າງແໜ້ນແຟ້ນ ຂອງ ບັນດາຂະແໜງການ, ບັນດາທ້ອງຖິ່ນ ແລະ ການພົບປະແລກ ປ່ຽນເປັນປະຈຳ ລະຫວ່າງ ຜູ້ນໍາຂັ້ນສູງ.
ແຕ່ປີ 1989 ຮອດປັດຈຸບັນ, ນັກລົງທຶນ ອິນເດຍ ໄດ້ລົງທຶນ ຢູ່ ຮ່າໂນ້ຍ 16,7 ລ້ານ ໂດລາສະຫະລັດ, ໃນນັ້ນ 54 ໂຄງການ ຍັງດຳເນີນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ ໃໝ່ 13,7 ລ້ານ ໂດລາສະຫະລັດ; ປະກອບທຶນ 50 ເທື່ອ, ຊື້ຫຸ້ນທີ່ມີມູນຄ່າການປະກອບທຶນ ແມ່ນ 2,6 ລ້ານ ໂດລາສະຫະລັດ. ຂົງ ເຂດຈຸດສຸມ ຂອງ ນັກລົງທຶນ ອິນເດຍ ລວມມີ: ການຂາຍຍົກ ແລະ ການສ້ອມແປງເຄື່ອງຈັກ ແລະ ອຸປະກອນ; ການບໍລິການ ຂໍ້ມູນຂ່າວສານ ແລະ ການສື່ສານ; ວິທະຍາສາດ ແລະເຕັກໂນໂລຊີ. ການຮ່ວມມືດ້ານເສດຖະກິດ ລະຫວ່າງຫວຽດນາມ ແລະ ອິນເດຍ ນັບມື້ນັບໄດ້ຮັບການປັບປຸງ, ການຄ້າສອງຝ່າຍໃນປີ 2022 ບັນລຸ ສະຖິຕິ 15 ຕື້ ໂດລາສະຫະລັດ.
ກ່ຽວກັບການຮ່ວມມືໃນຂົງເຂດທ່ອງທ່ຽວ, ປີ 2022 ນັກທ່ອງທ່ຽວ ອິນເດຍ ມາທ່ຽວ ຫວຽດນາມ ມີຈໍານວນ 92.599 ຄົນ, ໃນ 4 ເດືອນຕົ້ນປີ 2023 ບັນລຸ 60.992 ຄົນ, ຢືນອັນດັບ 3 ໃນຈຳ ນວນນັກທ່ອງທ່ຽວສາກົນມາ ຮ່າໂນ້ຍ. ປັດຈຸບັນ, ມີສາຍການບິນຂອງ ຫວຽດນາມ 2 ແຫ່ງ ທີ່ດຳເນີນການບິນໂດຍກົງຈາກ ຮ່າໂນ້ຍ ໄປ ອິນເດຍ ຄື: Vietnam Airlines ແລະ Vietjet Air. ຄຽງຄູ່ກັບນະໂຍບາຍເປີດກວ້າງ ວີຊາ ນັບມື້ນັບເພີ່ມຂຶ້ນ, ນີ້ກໍ່ແມ່ນເງື່ອນໄຂສະ ດວກເພື່ອຍົກສູງຈຳນວນນັກທ່ອງທ່ຽວ ອິນເດຍ ມາທ່ຽວ ຫວຽດນາມ ໃນອະນາຄົດ ອັນໃກ້ນີ້.
ເນື່ອງໃນໂອກາດ ວັນວິສາຂະບູຊາ ຄສ 2023, ພສ 2567, ຢູ່ວັດ ເຈິ໋ນກວັກ (ເມືອງ ໄຕໂຮ່), ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ຮ່າໂນ້ຍ ສົມທົບກັບສະຖານທູດອິນເດຍ ຈັດຕັ້ງ ວັນວິສາຂະບູຊາ ປີ 2023. ພາບ: VNA
ຄ່ຳວັນທີ 13 ສິງຫາ 2023, ຄະນະກຳມະການ ປະຊາຊົນ ແຂວງ ບັກນິງ ໄດ້ສົມທົບກັບສະຖານທູດ ອິນເດຍ ປະຈຳ ຮ່າໂນ້ຍ ຈັດຕັ້ງລາຍການພົບປະແລກປ່ຽນດົນຕີ ຫວຽດນາມ - ອິນເດຍ ໂດຍວົງດົນຕີ Tetseo Sisters ແລະ ນັກສິລະປະ ໂຮງລະ ຄອນຂັບ ພື້ນເມືອງກວານເຮາະ ແຂວງ ບັກນິງ ຮ່ວມກັນສະແດງ. ພາບ: VNA
ບົດ: VNP – ພາບ: VNA -ແປໂດຍ: ຢືຟຽນ