ເຊື່ອມຕໍ່ການຈະລາຈອນ ASEAN ມຸ່ງສູ່ຄວາມກົມກຽວ ແລະ ເປັນມິດກັບສິ່ງແວດລ້ອມ

ເຊື່ອມຕໍ່ການຈະລາຈອນ ASEAN ມຸ່ງສູ່ຄວາມກົມກຽວ ແລະ ເປັນມິດກັບສິ່ງແວດລ້ອມ

ຕັ້ງ​ຢູ່​​ໃຈກາງ​ໃນ​ຕາໜ່າງ​ການ​ຄົມມະນາຄົມ​ຂອງ​ພາກ​ພື້ນ​ທີ່​ຍາວ​ຢຽດ​ຈາກ​ມະຫາ​ສະໝຸດ​ປາຊີ​ຟິກຫາມະຫາ​ສະໝຸດ​ອິນ​ເດຍ, ASEAN ມີ​ທີ່ຕັ້ງຍຸດ​ທະ​ສາດ​ທີ່​ສຳຄັນ, ​ເປັນ​​ເສັ້ນທາງ​ການ​ເດີນ​ເຮືອ​ ແລະ​ ການບິນ​ທີ່​ສຳຄັນ. ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ທີ່​ມີ​ປະສິດທິ​ຜົນ, ກົມກຽວ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ຄົມມະນາຄົມ​ຂົນ​ສົ່ງ ​ASEAN ຄັ້ງ​ທີ 29 ​ໄດ້​ຜ່ານ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ມີ​ແຜນການ​ສືບ​ຕໍ່​ຊຸກຍູ້​ການ​ຂົນ​ສົ່ງ​ທາງ​ອາກາດ, ທາງບົກ, ທາງ​ລົດ​ໄຟ ​ແລະ​ທາງ​ທະ​ເລ, ​ເຊັ່ນ​ແຜນ​ແມ່​ບົດກ່ຽວກັບ​​ການ​ສະໜອງບໍລິການ ຮັບປະກັນການເຄື່ອນໄຫວ​ ASEAN (ສະບັບ​ທີ 3) ​ເພື່ອ​ແນ​ໃສ່​ບັນລຸ​ໄດ້ເປົ້າ​ໝາຍ​ການ​ຄຸ້ມ​ຄອງ​ການ​ຈະລາຈອນ​ທາງ​ອາກາດ​ແບບລ່ວງຕະຫຼອດ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ, ການ​ຮ່ວມ​ມື, ຄວາມ​ກົມກຽວ​, ສະພາບ​ແວດ​ລ້ອມ, ຄວາມ​ສາມາດ ​ແລະ ປະສິດທິພາບ, ກໍ່ຄື​ເພີ່ມ​ທະວີ​ການ​ຈະລາຈອນ​ທາງ​ອາກາດ​ແບບລ່ວງຕະຫຼອດ​, ເປັນພື້ນຖານໃຫ້ການສ້າງຕັ້ງຕະຫຼາດການບິນລວມ ASEAN; ບົດ​ບັນທຶກ​ຄວາມ​ຊົງຈຳ (MOU) ກ່ຽວ​ກັບ​ການ​ພັດທະນາ​ຕາໜ່າງ​ທາງບົກ ​ASEAN (AHN)​ ແລະ ​ສົ່ງເສີມນະ​ໂຍບາຍ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ແລະ ສະຖານີ​ສາກ​ລົດໄຟຟ້າ (EV)​ ໃນ​ ASEAN; ສັນຍາໂຄງ​ ASEAN ວ່າດ້ວຍການ​ອໍາ​ນວຍ​ຄວາມ​ສະ​ດວກ​ການ​ຂົນ​ສົ່ງ​ສິນ​ຄ້າ (AFAFGIT)…

ພິເສດ, ໝາກຜົນການຮ່ວມມືກັບບັນດາຄູ່ເຈລະຈາຄື: ນິວຊີແລນ, ສະຫະພາບ ເອີຣົບ, ຍີ່ປຸ່ນ, ສ ເກົາຫຼີ, ສປ ຈີນ, ສ ອາເມລິກາ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຕາໜ່າງການຂົນສົ່ງເຊື່ອມຕໍ່ASEAN.

ຖະໜົນວົງແຫວນ ເລກ 3 ​ຢູ່ແຂວງ​ ການດາ ຂອງ​ ກຳປູ​ເຈຍ ​ເຊື່ອມ​ຕໍ່​ກັບນະຄອນຫຼວງ ​ພະນົມ​ເປັນ ​ມີ​ມູນ​ຄ່າ​ການ​ກໍ່ສ້າງ 464 ລ້ານ ໂດລາສະຫະລັດ, ມີ​ລວງ​ຍາວ 52 ກມ, ກວ້າງ​ 27, ມີຂົວ​ຂ້າມ​ແມ່​ນ້ຳ 2 ແຫ່ງ ແລະ ຂົວ​ຜ່ານ 2 ແຫ່ງ. ພາບ: VNA

ນອກຈາກນັ້ນ, ໃນກອງປະຊຸມຄະນະປະຕິບັດງານການຂົນສົ່ງທາງທະເລ ASEAN (MTWG) ຄັ້ງທີ 45, ບັນດາການນຳຂອງກົມການເດີນທະເລ ຫວຽດນາມ ໄດ້ສະແດງຄວາມຫວັງວ່າການຮ່ວມມືພາຍຫຼັງແຜນຍຸດທະສາດຈະລາຈອນ Kuala Lumpur KLTSP ແລະ ປະຊາຄົມ ASEAN 2025 ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດ ASEAN, ມຸ່ງໄປເຖິງຄວາມເປັນເອກະສັນກັນ ​ໃນ​ລະດັບ​ສູງ​ສຸດ​ຂອງ​ມາດຕະຖານ​ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ດ້ວຍ “ຄຳ​ໝັ້ນ​ສັນຍາ​ທີ່​ບໍ່​ຢຸດ​ຢັ້ງ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ”. ທ່ານ​ ຮວ່າງຮົ່ງຢາງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ກົມການ​ເດີນ​ທະ​ເລ​ ຫວຽດນາມ ໄດ້​ເນັ້ນ​ໜັກ​ວ່າ:ນີ້​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດ​ໃນ​ສະພາບ​ທີ່​ໂລກ​ພວມ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ​ແລະ ນຳ​ໃຊ້​ພະລັງງານ​ໃໝ່​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ທຸກ​ດ້ານ​ຂອງ​ພື້ນຖານເສດຖະກິດ ​ແລະ ສັງຄົມ.

ສິງກະ​ໂປ​ ເປັນ​ປະ​ເທດ​ເກາະ​ທີ່​ເປັນ​ເຈົ້າ​ຂອງ​ລະບົບ​ການບິນ​ແລະ​ການ​ເດີນ​ທະ​ເລ​ຊັ້ນ​ນຳ​ຂອງ​ໂລກ. ສາຍການບິນສິງກະໂປ Airlines (SIA) ໄດ້ຮັບລາງວັນ ເປັນສາຍການບິນດີທີ່ສຸດຂອງໂລກໃນປີ 2023; ສະໜາມບິນ Changi - ໜຶ່ງໃນສາມສະໜາມບິນລະດັບ 5 ດາວໃນໂລກອີງຕາມການຕີລາຄາ ແລະ ການຄົ້ນຄວ້າຂອງ Skytrax, ເປັນສູນກາງການຂົນສົ່ງທາງອາກາດສາກົນທີ່ໃຫຍ່ທີ່ສຸດ (ເປັນໜຶ່ງໃນສູນກາງການຂົນສົ່ງທາງອາກາດ) ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນປະຕູສູ່ໂລກທີ່ສໍາຄັນຫຼາຍຂອງ ອາຊີ ເວົ້າລວມ ແລະ ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ເວົ້າສະເພາະ​. ນີ້​ແມ່ນ​ໜຶ່ງ​ໃນ​ສະ​ໜາມ​ບິນ​ຂົນ​ສົ່ງ​ສິນ​ຄ້າ​ຊັ້ນ​ນຳ​ຂອງ​ໂລກ​ທີ່​ມີ​ຄວາມ​ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ຫຼາຍ​ກວ່າ 2 ລ້ານ​ໂຕນ (ປີ 2019). ຄຽງ​ຂ້າງ​ນັ້ນ, ຕາມລາຍງານ ຂອງ​ Baltic Exchange ​ແລ້ວ, ສິງກະ​ໂປ​ ຍັງ​ຮັກສາ​ຖານະ​ເປັນ​ສູນ​ກາງຂົນສົ່ງ​ສິນຄ້າ ທາງທະເລ​ ຊັ້ນນໍາ​ຂອງ​ໂລກ​ເປັນ​ເວລາ 8 ປີ​ຕິດຕໍ່ກັນ.

 

ໂຄງການ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ແຫ່ງ​ທຳ​ອິດ​ຂອງ​ ASEANໄດ້​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໂດຍ​ ອິນ​ໂດ​ເນ​ເຊຍ, ມີຍອດເງິນ​ລົງທຶນ 7,3 ຕື້ ໂດລາສະຫະລັດ ​ແລະ ມີ​ຄວາມຍາວ​ທັງ​ໝົດ 142 ກມ. ເປັນຂີດໝາຍ​ການ​ພັດ​ທະ​ນາ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ​ປະ​ເພດ​ນີ້​ຢູ່​ ອິນ​ໂດ​ເນ​ເຊຍ​ ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ, ປະ​ສິດ​ທິ​ຜົນ ແລະ​ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

 

ໄທ​ ຍັງ​ໄດ້​ສຳ​ເລັດ​ໄລຍະ​ສຸດ​ທ້າຍ​ຂອງ​ໂຄງການ​ຂະຫຍາຍ​ເສັ້ນທາງ​ຫຼວງ​ເລກ 12 ​ສັງກັດ ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ (EWEC),​ ເຊື່ອມ​ຕໍ່​ ມຽນມາ, ​ໄທ, ລາວ ​ແລະ ຫວຽດນາມ. ລັດຖະບານ​ ໄທ​ ຫວັງ​ວ່າ​ການ​ສ້າງ​ສຳ​ເລັດ​ເສັ້ນທາງ​ດັ່ງກ່າວ​ຈະ​ຊ່ວຍ​ຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ​ຂ້າມ​ຊາຍ​ແດນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ໃນຈໍານວນຄວາມຍາວທັງໝົດ 1.530 ກມ ຂອງ EWEC, ມີປະມານ 793 ກມ ແມ່ນຢູ່ໃນດິນແດນຂອງ ໄທ.

ພິ​ເສດ, ການ​ຂົນ​ສົ່ງ​ທາງ​ທະ​ເລ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ຂອງ ​ຫວຽດນາມໃນ​ປະຊາ​ຄົມ ASEAN. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ທາງ​ທະ​ເລ​ລະຫວ່າງບັນດາ​ປະ​ເທດ​ສະມາຊິກ, ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາການເດີນທະເລ/​ຂົນ​ສົ່ງ​ທາງ​ທະ​ເລ ສອງຝ່າຍ​ກັບ​ບັນດາ​ປະ​ເທດ ASEAN ​ຄື: ​ໄທ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ສິງກະໂປ, ບຣູໄນ ແລະ ມຽນມາ.

ບໍລິສັດ THACO ໄດ້ຈັດພິທີມອບ-ຮັບລົດໂດຍສານ THACO ຍີ່ຫໍ້ ຫວຽດນາມ ຈຳນວນ 15 ຄັນ ທີ່ສົ່ງອອກໄປ  ຟີລິບປິນ ຜ່ານການຂົນສົ່ງທາງທະເລ. ພາບ: VNA

ASEAN ຍາມ​ໃດ​ກໍ່​ຖື​ການ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ ແມ່ນໜຶ່ງໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ສ້າງ​ປະຊາ​ຄົມ​ເສດຖະກິດ ASEAN,ປະກອບສ່ວນ​ຊຸກຍູ້​ບັນດາ​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ເສດຖະກິດ​ ASEAN ທີ່​ຂະຫຍັນ​ຂັນ​ເຄື່ອນ, ເປັນໃຈກາງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ.

  • ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ

 


Top