ASEAN - ຍີ່ປຸ່ນ: ຮ່ວມໃຈ ແລະ ການເຄື່ອນໄຫວເພື່ອສິ່ງແວດລ້ອມ

ASEAN - ຍີ່ປຸ່ນ: ຮ່ວມໃຈ ແລະ ການເຄື່ອນໄຫວເພື່ອສິ່ງແວດລ້ອມ

ສິ່ງທ້າທາຍສໍາຄັນທີ່ ASEAN ຈະຕ້ອງປະເຊີນໜ້າໃນທົດສະວັດ ຕໍ່ໜ້າແມ່ນຄວາມຈໍາເປັນ ໃນການສ້າງຄວາມສົມດຸນການເຕີບໂຕ ທາງເສດຖະກິດ ໃນຂະນະທີ່ຫຼຸດຜ່ອນ ການປ່ອຍອາຍພິດກາກບອນ. ການ​ກະທຳ​ເພື່ອ​ສິ່ງ​ແວດ​ລ້ອມ​ສີຂຽວ​ ບໍ່​ສາມາດ​ຊັກ​ຊ້າ​ໄດ້, ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ ໃນ​ພາກ​ພື້ນຕ້ອງ “ຮ່ວມເຈດຈຳນົງດຽວກັນ, ຕັດສິນໃຈຢ່າງສູງ ແລະ ກະທຳຢ່າງເດັດ ຂາດ ມຸ່ງໄປເຖິງ ອາຊີ ພັດທະນາ ດ້ວຍການປ່ອຍອາຍພິດລົງເປັນ 0”.

ໃນກອງ​ປະຊຸມ​ສຸດຍອດ ຄັ້ງ​ທຳ​ອິດ​ລະຫວ່າງ​ການ​ນຳ​ ASEAN ​ແລະ ຍີ່ປຸ່ນ ກ່ຽວ​ກັບ “ປະຊາ​ຄົມ​ການ​ປ່ອຍ​ອາຍ​ພິດ​ລົງເປັນ 0 ອາຊີ” (AZEC), ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢືນຢັນ​ວ່າ AZEC ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ປ່ຽນ​ໃໝ່, ໜູນ​ຊ່ວຍການ​ຜັນ​ຂະຫຍາຍ ​ແລະ ສ້າງ​ຕ່ອງໂສ້ການສະໜອງ​ທີ່ຈະແຈ້ງ, ໄຫວພິບ, ​ເຂັ້ມ​ແຂງ ແລະ ໜ້າເຊື່ອຖື; ພ້ອມ​ກັນ​ນັ້ນເປີດ​ກວ້າງ​ຕະຫຼາດ​ພະລັງງານ​ສະອາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ທີ່​ກ້າວໜ້າ, ຊຸກຍູ້​ການ​ພັດທະນາ ​ແລະ ການ​ປະສານ​ງານ​ນະ​ໂຍບາຍ​ກ່ຽວກັບການຫັນປ່ຽນ​ພະລັງງານ​ ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ ​ແລະ ເງື່ອນໄຂຂອງ​ ແຕ່ລະ​ປະ​ເທດ; ຊຸກຍູ້ການພົວພັນຄູ່ຮ່ວມມືພາກລັດ-ເອກະຊົນ ແລະ ການຮ່ວມມືພາກເອກະຊົນເພື່ອເລັ່ງລັດການຫັນປ່ຽນພະລັງງານໃນພາກພື້ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ AZEC ໃນ​ເດືອນ ​ທັນ​ວາ 2023. ພາບ: VNA
ວັນ​ທີ 4 ມີນາ 2023, ກອງ​ປະຊຸມສຸດຍອດ​ AZEC ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ​ໂຕ​ກຽວ ​ຂອງ ​ຍີ່ປຸ່ນ. ນີ້ແມ່ນກອງປະຊຸມຄັ້ງທໍາອິດໄດ້ຈັດຕັ້ງພາຍໃຕ້ຂໍ້ລິເລີ່ມທີ່ສະເໜີໂດຍນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ທີ່ເວທີປາໄສເສດຖະກິດໂລກ (WEF) ໃນເດືອນ ມັງກອນ 2022 ເພື່ອຊຸກຍູ້ການຫຼຸດຜ່ອນການປ່ອຍອາຍພິດ ກາກບອນ, ຮັບປະກັນ ຄວາມປອດໄພດ້ານພະລັງງານ ແລະ ການພັດທະນາແບບຍືນຍົງຢູ່ ອາຊີ. ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ເຈີ່ນ​ຮົ່ງ​ຮ່າ ນຳ​ໜ້າ. ພາບ: VNA

ໃນການເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ ມິງຈິ໋ງ ​ໄດ້ມີສານຢ່າງແຂງແຮງ ກ່ຽວກັບຄວາມ​ຕັດສິນ​ໃຈ ​ແລະ ການ​ກະທຳ​ຢ່າງເດັດຂາດຂອງ​ ຫວຽດນາມ ​ໃນ​ການ​ປະຕິບັດ​ ບັນດາ​ຄຳ​ໝັ້ນ​ສັນຍາ​ ທີ່​ໄດ້​ສະ​ເໜີອອກ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ເພື່ອ​ບັນລຸ ທັງ 3 ​ເປົ້າ​ໝາຍ​ ​ຄື ​ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ຮັບປະກັນ​ຄວາມ​ໝັ້ນຄົງ​ ດ້ານ​ພະລັງງານ ​ແລະ ການ​ເຕີບ​ໂຕ​ ເສດຖະກິດ​ຢູ່ ອາຊີ.

ພ້ອມ​ດຽວກັນ ກໍໄດ້​ກ່າວ​ວ່າ ບັນດາ​ປະ​ເທດ​ ASEAN ​ແລະ ຍີ່​ປຸ່ນ ຈະຕ້ອງ​ປະສານກັນ​ຢ່າງ​ແໜ້ນ​ແຟ້ນ ຍິ່ງຂຶ້ນ ​ເພື່ອ​ສ້າງ​ພາກ​ພື້ນ ​ອາຊີ-ປາຊີ​ຟິກ, ມະຫາສະໝຸດ ອິນເດຍ- ປາຊີ​ຟິກ ​ເປີດ​ກວ້າງ ​ແລະ ກວມລວມ ແລະ ພ້ອມກັນ​ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ ​ແມ່ນ​ຮັບປະກັນ​ການ​ເຄົາ ລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982.

ແບ່ງປັນ​ກ່ຽວ​ກັບ​ຜົນ​ກະທົບ​ ທີ່ນັບມື້ເພີ່ມຂຶ້ນ ຈາກ​ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາກາດ ​ແລະ ຢືນຢັນ​ວ່າ ເພື່ອ​ຄວາມ​ຮັບຜິດຊອບ​ຕໍ່​ໂລກ ​ແລະ ທົ່ວ​ປວງ​ຊົນ, ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍ​ວິທີ​ແກ້​ໄຂ​ຢ່າງ​ເດັດຂາດ ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢູ່​ກອງ​ປະຊຸມ COP26, ພົ້ນ​ເດັ່ນ​ແມ່ນ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ ​ແລະ ​ແຜນການ​ແຫ່ງ​ຊາດ​ຄື: ຍຸດ​ທະ​ສາດ​ ການ​ປ່ຽນ​ແປງ​ຂອງ​ ດິນ​ຟ້າ​ອາກາດ​ແຫ່ງ​ຊາດ, ຍຸດ​ທະ​ສາດ ​ເຕີບ​ໂຕ​ສີຂຽວ, ແຜນສັງລວມ​ໄຟຟ້າ​ ຊຸດ​ທີ VIII ກ້າວ​ໄປ​ສູ່​ພະລັງງານ​ທົດ​ແທນເປັນ​ຕົ້ນຕໍ, ພັດທະນາ​ ເຂົ້າ​​ຄຸນ​ນະພາ​ບສູງ ດ້ວຍເນື້ອທີ່ 1 ລ້ານ ​ເຮັກຕາ, ການປ່ອຍ​ອາຍ​ພິດ​ຕໍ່າ; ພັດທະນາ ແລະ ຈັດຕັ້ງປະຕິບັດການປະກອບສ່ວນ ທ່ີກໍານົດໃນລະດັບປະເທດ (NDC), ອອກແຜນການ ຈັດຕັ້ງປະຕິບັດ JETP ແລະ ປະກາດແຜນການລະດົມແຫຼ່ງກຳລັງຜັນຂະຫຍາຍ JETP; ໄດ້​ມີ​ການ​ສ້າງ​ກົດບັນຍັດ ​ແລະ ສ້າງກອບ​ກົດໝາຍ ​ໃຫ້​ສົມບູນແບບ ລວມມີບັນດາກົດໝາຍ​ວ່າດ້ວຍ ນ້ຳມັນ​ເຊື້ອ​ໄຟ, ກົດໝາຍ​ວ່າ​ ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ໄຟ ຟ້າ ​ຕາມທິດ​ຊຸກຍູ້​ການ​ພັດທະນາ​ ພະລັງງານ​ທົດ​ແທນ​ ຕາມ​ກົນ​ໄກ​ຕະຫຼາດ, ພັດທະນາ​ໄຟຟ້າ ​biomass ​ແລະ ການ​ຂາຍ​ carbon credit.

ຄັນຄູ ກັນຄື້ນທະ​ເລ​ ຍາວ​ປະມານ 2 ກມ ​ຢູ່​ເທດສະບານ ​ທິງ​ລອງ, ​ເມືອງ ຫາຍ​ເຮົ້າ (​ນາມດິ້ງ) ​ຖືກ​ຄື້ນທະ​ເລ​ ຊັດຈົນປ່ຽນ ສະພາບ ເມື່ອເບິ່ງຈາກມຸມສູງ. ພາບ: VNA
 
ເພື່ອ​ປະກອບສ່ວນ​ຫັນ​ເປົ້າ​ໝາຍ​ ຂອງ AZEC ໃຫ້ເປັນຄວາມຈິງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໋ງ ໄດ້ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ສຸມ​ໃສ່​ຄົ້ນຄວ້າ, ພັດທະນາ, ຫັນ​ບັນດາ​ແຫຼ່ງພະລັງງານ​ສະອາດ ແລະ ​ເຕັກ​ໂນ​ໂລ​ຊີ​ໃໝ່ ເປັນຫຼາຍຮູບແບບ, ຊຸກຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຮັບປະກັນ​ໃຫ້ແຫ່ຼງ ​ພະລັງງານ​ສະອາດ ໄດ້​ເຂົ້າ​ເຖິງ​ຢ່າງ​ກວ້າງຂວາງ, ຕອບສະໜອງຄວາມສາມາດ ໃຊ້ຈ່າຍໄດ້ໃນພາກພື້ນ ອາຊີ; ຮັບປະກັນ ການຫັນເປັນພະລັງງານສະອາດ ທີ່ເໝາະສົມກັບເງື່ອນໄຂ ຂອງ ແຕ່ລະປະເທດ. ພ້ອມ​ກັນ​ນັ້ນ, ສ້າງ​ກົນ​ໄກ ​ການ​ເງິນ ​ດິນ​ຟ້າ​ອາກາດ​ໃໝ່, ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ ​ແລະ ການ​ຮ່ວມ​ມື​ພາກ​ເອກະ​ຊົນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ ພວມ​ພັດທະນາ​ເຂົ້າ​ເຖິງ​ແຫຼ່ງທຶນພິເສດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ​ ທີ່​ມີ​ຄຸນ​ນະພາ​ບສູງ, ການ​ຄຸ້ມ​ຄອງ​ທີ່​ສະຫຼາດ​ ​ແລະ ສ້າງກົດບັນຢັດ ການຕະຫຼາດໃຫ້ສົມບູນແບບ, ມີຄວາມ​ທັນ​ສະ​ໄໝ, ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ​ກັບ​ແຕ່ລະ​ປະ​ເທດ.
ປະຊາຊົນ​ ລະນຶກ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ ​ຈາກເຫດ​ໄພ​ແຜ່ນ ດິນ​ໄຫວ ​ແລະ​ ຄື້ນ ສຶນາ​ມິ​ ໃນ​ເດືອນ ​ມີນາ ​ປີ 2011 ທີ່​ເມືອງ Iwaki, ແຂວງ Fukushima, ປະເທດ​ ຍີ່ປຸ່ນ, ໃນວັນ​ທີ 11 ມີນາ 2023. ພາບ:Kyodo/VNA
ກ່ອນ​ໜ້າ​ນັ້ນ, ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກອບອານຸສັນຍາ​ ​​​ສະ ຫະປະຊາ​ຊາດ ກ່ຽວກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຄັ້ງ​ທີ 28 (COP28), ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ​ ໄດ້​ວາງ​ທິດ​ທາງ​ການ​ຮ່ວມ​ມື, ​ໃນ​ນັ້ນ​ມີ​ການ​ຮັບມືກັບການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາກາດ​ ຜ່ານ​ການ​ເຂົ້າກັບທົ່ວໂລກ, ​ທົ່ວ​ປວງ​ຊົນ ​ແລະ ຍົກສູງລັດທິຫຼາຍ​ຝ່າຍ ເພື່ອໃຫ້ໝັ້ນໃຈວ່າ ບໍ່ມີໃຜ ຫຼື ປະເທດໃດຖືກປະໄວ້ຢູ່ເບື້ອງຫຼັງ; ເຮັດໃຫ້ນະວັດຕະກໍາ ວິທະຍາສາດ ແລະ ເຕັກໂນໂລຊີ ກາຍເປັນຂົງເຂດຮ່ວມມືຫຼັກ ແລະ ສົ່ງເສີມການເງິນພິເສດ ໃຫ້ແກ່ດິນຟ້າອາກາດ ເພື່ອຊ່ວຍປົດລ໋ອກເປົ້າໝາຍສະພາບອາກາດທົ່ວໂລກ.
ຄະນະ​ຄຸ້ມ​ຄອງ​ແຫຼມ ​ເຊີນ​ຈ່າ ​ແລະ ບັນດາ​ຫາດ​ຊາຍ​ທະເລ ​ທ່ອງ​ທ່ຽວ ​ດ່າ​ໜັງ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ຈັດ​ຕັ້ງ​ລາຍການ ງານ​ບຸນ​ເພື່ອສິ່ງ​ແວດ​ລ້ອມໃນ​ຫົວ​ຂໍ້​ທະ​ເລ​ ດ່າ​ໜັງ ​ເປັນ​ສີຟ້າ​ຕະຫຼອດ​ໄປ. ກິດຈະກຳ​ໄດ້​ດຶງ​ດູດ​ຊາວ​ໜຸ່ມ ​ແລະ ມວນຊົນ ​ເກືອບ 500 ຄົນ​ເຂົ້າ​ຮ່ວມ. ພາບ: VNA  

ຫວຽດນາມ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັ້ງ​ໃຈ​ສູງ ​ແລະ ດໍາເນີນ​ການ​ຢ່າງ​ແຂງຂັນ, ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຈາກ​ບັນດາ​ປະ​ເທດ​ພັດທະນາ ​ຕໍ່​ບັນດາ​ປະ​ເທດ​ພວມ​ພັດທະ ນາ, ອາຊີ ທ່ີມີການພັດທະນາ ດ້ວຍການປ່ອຍອາຍພິດ ລົງເປັນ 0​ ຈະ​ກາຍເປັນຄວາມຈິງ, ນຳ​ມາ​ເຊິ່ງຄວາມ​ວັດທະນາ​ຖາວອນ​ໃຫ້​ປະຊາ​ຄົມ ​ບັນດາ​ປະ​ເທດອາ​ຊີ ​ແລະ ອະນາຄົດ ​ທີ່​ຍືນ​ຍົງ​ຂອງ ​ທົ່ວ​ໂລກ.

  • ບົດ: VNA - ພາບ: VNA - ແປໂດຍ: ຢືຟຽນ


Top