ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

 

ໃນກອງ​ປະຊຸມ​ສຸດ​ຍອດ ​ພິ​ເສດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ ASEAN-ອົດ​ສະ​ຕຣາ​ລີ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ ມີນາ ທີ່​ນະຄອນ Melbourne, ປະ​ເທດ ອົດ​ສະ​ຕຣາ​ລີ, ຜູ້ນຳ​ບັນດາ​ປະ​ເທດ ASEAN​ແລະ ອົດ​ສະ​ຕຣາ​ລີ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດ ທະນາ​ການ​ພົວພັນ ​ແລະ ຜົນ​ການ​ຮ່ວມ​ມື. ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ ASEAN-ອົດ​ສະ​ຕຣາ​ລີ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ ມິງຈິ໋ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ໄດ້​ສະ​ເໜີ 3 ບາດກ້າວ​ບຸກທະ ລຸ, 3 ເພີ່ມທະວີ ​ແລະ 3 ຮ່ວມມືກັນ, ​ໃນ​ນັ້ນ ​ມີ​ການ​ສູ້​ຊົນ​ຫັນ​ວົງເງິນ ການ​ຄ້າ​ ເປັນສອງ​ເທົ່າ​ໃນ 10 ປີ​ຕໍ່ໜ້າ.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໋ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ສຸດ​ຍອດ​ພິ​ເສດ ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ ASEAN-ອົດ​ສະ​ຕຣາ​ລີ. ພາບ: VNA

ພິ​ເສດ, ນັບ​ແຕ່​ສອງ​ຝ່າຍ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2014 ​ແລະ ຍົກ​ລະດັບ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຮອບດ້ານ​ໃນ​ປີ 2021, ການ​ພົວພັນ​​ສອງ​ຝ່າຍໄດ້​ຮັບ​ຄວາມ​ຄືບ​ໜ້າ​ ຢ່າງ​ຈະ​ແຈ້ງ. ອົດ​ສະ​ຕຣາ​ລີ​ ແມ່ນ​ຄູ່​ເຈລະຈາ​ທຳ​ອິດ ​ແລະ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ ຄູ່​ຮ່ວມ​ມື​ທຳ​ອິດ​ ທີ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ ASEAN. ການ​ພົວພັນ​ລະຫວ່າງ 2 ຝ່າຍ​ກໍາລັງພັດທະນາ​ຢ່າງ​ຕັ້ງ ໜ້າ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ ​ແລະ ການ​ຮ່ວມ​ມື​ພັດທະນາ.

ໃນ​ນັ້ນ, ປີ 2022, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ບັນລຸ​ກວ່າ 101 ຕື້ ໂດລາ ສະຫະລັດ, ​ເພີ່ມ​ຂຶ້ນ​ເກືອບ 20% ​ເມື່ອ​ທຽບ​ໃສ່​ປີ 2021; ການ​ລົງທຶນ​ໂດຍ​ກົງ​ຈາກ​ ອົດ​ສະ​ຕຣາ​ລີ​ ເຂົ້າ​ ASEAN ບັນລຸ​ກວ່າ 2 ຕື້ ໂດລາ ສະຫະລັດ, ​ເພີ່ມ​ຂຶ້ນ 6,5 ​ເທົ່າ​ເມື່ອ​ທຽບ​ໃສ່ ​ປີ 2021, ​ເກືອບ​ເທົ່າ​ລະ ດັບ​ກ່ອນ​ການລະບາດ​ໂຄ​ວິດ-19.


 

ທີມ​ນັກ​ບິນ​ອະ​ວະ​ກາດ​ຂອງ​ກອງທັບ​ອາກາດ ລາດ​ຊະ​ວົງ​ ອົດ​ສະ​ຕຣາ​ລີ ຝຶກ​ຊ້ອມ​ເພື່ອ​ກະ​ກຽມ​ໃຫ້​ງານ​ວາງ​ສະ​ແດງການເດີນອາກາດ​ຢູ່​ ສິງ​ກະ​ໂປ, ວັນ​ທີ 18 ກຸມ​ພາ 2024. ພາບ: ຊິນຮົວ/VNA

ອົດ​ສະ​ຕຣາ​ລີ ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ທີ່​ສະໜັບສະໜູນ​ ASEAN ​ໃນ​ການ​ສ້າງ​ປະຊາ​ຄົມ, ສະໜອງ​ທຶນ​ການສຶກສາ​ ໃຫ້​ນັກ​ສຶກສາ​ ຈາກ​ບັນດາ​ປະ​ເທດ​ ASEAN, ສະໜັບສະໜູນ​​ດ້ານ​ການ​ເງິນ​ແລະ ​ເຕັກນິກ​ ເພື່ອ​ຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ ​ແລະ ຊຸກຍູ້​ການ​ພັດທະນາ​ອະນຸ​ພາກ​ພື້ນ​ ແມ່​ນ້ຳຂອງ ...ປຶກສາຫາລື ກ່ຽວກັບ ທິດທາງພັດທະນາການ ພົວພັນໃນໄລຍະຈະມາ ເຖິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ໃນຄວາມພະຍາຍາມ ສ້າງ ການປ່ຽນແປງຢ່າງແຮງໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໂດຍຜ່ານການປະຕິບັດສັນຍາການຄ້າເສລີ ASEAN-ອົດສະຕຣາລີ-ນິວຊີແລນ (AANZFTA) ທີ່ຫາກໍ່ໄດ້ ຍົກລະດັບ ຢ່າງມີປະສິດທິຜົນ ແລະ ສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານ ພາກພື້ນ (RCEP); ພ້ອມ​ກັນ​ນັ້ນ, ຍູ້ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ເຊັ່ນ: ນະ​ວັດຕະກຳ, ​ເສດຖະກິດ ​ດີ​ຈີ​ຕອນ, ການ​ຫັນເປັນ​ສີຂຽວ, ຫັນ​ເປັນ​ພະ ລັງງານ, ການຄ້າ ເອເລັກໂຕຼນິກ, ການ​ເຊື່ອມ​ໂຍງ... ​ເພື່ອ​ກາຍ​ເປັນ​ກຳລັງ​ຊຸກຍູ້​ ການ​ເຕີບ​ໂຕ​ໃໝ່​ ຂອງ ​ການ​ພົວພັນ​ດ້ານ​ເສດຖະກິດ.
ASEAN ​ຊົມເຊີຍ ທ່ີ ອົດສະຕຣາລີ ປະກາດ​ບ້ວງ​ເງິນ​ຊ່ວຍ​ເຫຼືອ 222,5 ລ້ານ ໂດລາ ອົດສະຕຣາລີ (145 ລ້ານ ໂດລາສະຫະລັດ) ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ສ້າງ​ຕັ້ງ​ກອງ​ທຶນ​ລົງທຶນມີມູນຄ່າ 2 ຕື້ ໂດລາ ອົດສະຕຣາລີ ​ແລະ ຂໍ້​ລິ​ເລີ່​ມ ອື່ນໆ​ ເພື່ອ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ ​ກັບ​ບັນດາ​ປະ​ເທດ ASEAN ​ໃນ​ໄລ ຍະ​ຈະ​ມາ​ເຖິງ. 
2 ຝ່າຍ​ເຫັນ​ດີ ໃນການເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ- ຄວາມ​ໝັ້ນຄົງ, ປ້ອງ​ກັນ​ປະ​ເທດ, ການ​ຮ່ວມ​ມື​ທາງ​ທະ​ເລ, ຄວາມ​ປອດ​ໄພ​ທາງ​ ອິນ​ເຕີ​ແນັດ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ບັນດາ​ກົນ​ໄກ ​ແລະ ​ເວທີ​ປາ​ໄສ EAS, ARF, ADMM+...; ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ, ການ​ອອກ​ແຮງ​ງານ, ການທ່ອງທ່ຽວ, ການ​ແລກປ່ຽນ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ເປັນຕົ້ນ ແມ່ນ​ລະຫວ່າງ​ຊາວ​ໜຸ່ມ ແລະ ການ​ນຳ​ໜຸ່ມ​ຂອງ​ສອງ​ຝ່າຍ....

 

ແຟນບານ ​ຫວຽດນາມ ​ເຕົ້າ​ໂຮມ​ກັນ​ຢູ່ ​ອົດ​ສະ​ຕຣາ​ລີ ​ເພື່ອ​ເຊຍ​ຄະນະ​ບານ​ເຕະ​ຍິງ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານ​ເຕະ​ໂລກ. ພາບ: VNA

ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທະວິພາຄີ ລະຫວ່າງ​ສອງ​ຝ່າຍໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິງຈິ໋ງ ​ໄດ້​ສະ​ເໜີ 3 ບາດກ້າວ​ບຸກ ທະລຸ (​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ການ​ຮ່ວມ​ມື​ພັດທະນາ ​ແຫຼ່ງຊັບພະຍາກອນ​ມະນຸດ; ການ​ຮ່ວມ​ມື​ດ້ານ​ວິທະ ຍາສາດ-ເຕັກ​ໂນ​ໂລ​ຊີ, ນະວັດຕະກຳ, ​ເຊິ່ງສຸມ​ໃສ່​ພັດທະນາ​ເສດຖະ ກິດ ​ດີ​ຈີ​ຕອນ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ ແລະ ບັນດາ ຂະແໜງການ, ຂົງເຂດທີ່ມີຊື່ສຽງໃໝ່ເຊັ່ນ: ຈິບ ເຄິ່ງຊັກນຳໄຟຟ້າ, ປັນ ຍາປະດິດ, ສະເໜີໃຫ້ສຶກສາຄວາມເປັນໄປໄດ້ໃນການເຈລະຈາສັນ ຍາເສດຖະກິດ ດີຈີຕອນ ASEAN-ອົດສະຕຣາລີ), 3 ເພີ່ມທະວີ (ຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງ, ວັດທະນະທໍາ ການເຈ ລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ) ແລະ 3 ຮ່ວມກັນ (ກໍ່ສ້າງ​ພາກ​ພື້ນ​ທີ່​ເປັນ​ເອກະ​ພາບ ​ແລະ ຢືດ​ຢຸ່ນ; ຊຸກຍູ້​ພາກ​ພື້ນ​ທີ່​ເຄົາລົບ​ກົດ ໝາຍ​ສາກົນ ​ແລະ ການປະພຶດ​ຕາມ​ລະບຽບ​ການ; ກໍ່ສ້າງ ​ແລະ ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ຢ່າງ​ເປີດ​ກ້ວາງ, ຊຸກຍູ້​ລັດທິ ​ຫຼາຍ​ຝ່າຍ​ໂດຍ​ ASEAN ມີບົດບາດ​ເປັນ​ໃຈກາງ, ​ເປັນ​ປັດ​ໄຈ​ຫຼັກ​ຊ່ວຍ​ເຕົ້າ​ໂຮມ ​ແລະ ນຳມາ​ຜົນ​ປະ​ໂຫຍ​ດຢ່າງກົມກຽມກັນ ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່).

ຕາມ​ຜູ້ຊ່ຽວຊານ Greg Earl-ອະດີດ​ສະມາຊິກ​ສະພາ ອົດ​ສະ​ຕຣາ​ລີ- ASEAN, ​ທັງເປັນອະດີດ​ນັກ​ຂ່າວ ກ່ຽວກັບພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ​ ໜັງສືພິມ The Australia Financial Review”, ຫວຽດ ນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງ ອົດ​ສະ​ຕຣາ​ລີ ​ເພື່ອ​ພັດທະ ນາ​ ການ​ພົວພັນ​ດ້ານ​ເສດຖະກິດ ​ຢ່າງ​ແໜ້ນ​ແຟ້ນ ກັບ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ປະ​ເທດ ASEAN ເວົ້າລວມ.

ຖະ​ແຫຼງການ​ວິ​ໄສ​ທັດ ​ຂອງ​ ການ​ນຳ​ ASEAN-ອົດ​ສະ​ຕຣາ​ລີ-ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ ​ແລະ ​ວັດທະນາ​ຖາວອນ​ແລະ ຖະ​ແຫຼ​ງການ Melbourne-ຄູ່​ຮ່ວມ​ມື​ເພື່ອ​ອະນາຄົດທີ່​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ, ​ໄດ້​ກຳນົດ​ວິ​ໄສ​ທັດ​ ໃນ​ອະນາຄົດ, ສ້າງ​ແຮງຈູງໃຈ ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ ໃນທຸກຂົງເຂດ ໃນໄລຍະຈະມາເຖິງ.

ບົດ: VNP- ພາບ: VNA- ຢືຟຽນ


Top