ຂີດໝາຍປະຫວັດສາດ ໃນການຮ່ວມມືລະຫວ່າງ ASEAN ແລະ GCC

ຂີດໝາຍປະຫວັດສາດ ໃນການຮ່ວມມືລະຫວ່າງ ASEAN ແລະ GCC

ພາຍຫຼັງ 33 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ ASEAN ​ແລະ GCC ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ. ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ, ພ້ອມ​ກັບ​ບັນ ດາ​ປະ​ເທດ ASEAN ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ໃໝ່​ແຫ່ງ​ເອກະ ລາດ, ຄວາມ​ສາມັກຄີ, ການພັດທະນາ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ ຊັ້ນນໍາໃນ​ພາກ​ພື້ນ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເຂດອ່າວ.

ທີ່​ກອງ​ປະຊຸມ, ການ​ນຳ​ ASEAN ​ແລະ GCC ​ໄດ້​ປຶກສາ​ຫາລື, ທົບທວນ ​ແລະ ກຳນົດ​ທິດ ​ການ​ຮ່ວມ​ມື​ ASEAN - GCC ​ໃນ​ອະ ນາຄົດ; ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ໂລກ; ​ໄດ້​ຮັບ​ຮູ້ ​ແລະ ຮັບຮອງ​ເອົາ​ບັນດາ​ເອກະສານ​ ສຳຄັນ ​ຂອງ​ ກອງ​ປະ ຊຸມ, ໃນນັ້ນ ໄດ້​ຮັບ​ຮູ້​ຂອບ​ການ​ຮ່ວມ​ມື​ລະຫວ່າງ ASEAN ​ແລະ GCC ​ໄລຍະ 2024-2028.

ບັນດາ​ການ​ນຳ​ໄດ້ຢືນຢັນ​ວ່າ ຖືການ​ພົວພັນ​ລະຫວ່າງ 2 ອົງການ​ໃນ​ພາກ​ພື້ນເປັນສຳຄັນ ​ນັບ​ຕັ້ງແຕ່​ການສ້າງ​ຕັ້ງ​ການ​ພົວພັນ​ເມື່ອ​ປີ 1990, ອີງໃສ່ບົນ​ພື້ນຖານ​ບັນດາ​ສາຍ​ພົວພັນ​ ປະຫວັດສາດ ​ແລະ ວັດທະນະທຳ ​ຜ່ານຫຼາຍ​ສະຕະວັດ​ ລະຫວ່າງ 2 ພາກ​ພື້ນ.

ທ່ານ​ Jassim Muhammad Al-Budaiwi ເລຂາທິການ​ໃຫຍ່ GCC ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ. ພາບ: VNA

ASEAN ໄດ້ຕີລາຄາສູງ​ບັນດາ​ປະ​ເທດ​ສະມາຊິກ GCC ທີ່​ໄດ້​ເຂົ້າ​ຮ່ວມ​ສົນທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC) ​ແລະ ຍິນ​ດີ​ຕ້ອນຮັບ​ ສະຫະລັດ ອາຣັບ ເອມີເຣດ (UAE) ກາຍ​ເປັນ​ຄູ່​ເຈລະຈາ​ ຕາມຂົງເຂດ ຂອງ ​ ASEAN ​ນັບແຕ່​ປີ 2022.

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ, ສະ​ແດງ​ໃຫ້​ເຫັນ​ ໝາກຜົນ ​ແຫ່ງ​ການ​ແລກປ່ຽນ ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ ກຳ ນົດ​ທິດ ​ພັດທະນາ ​ການ​ພົວພັນ ​ASEAN - GCC ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ.

ບັນດາ​ປະ​ເທດ​ ໄດ້​ເນັ້ນ​ໜັກ​ເຖິງຄວາມສຳຄັນ ຂອງ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຮັບປະກັນ​ຕ່ອງ​ໂສ້​ການ​ສະໜອງ​ແບບ​ຍືນ​ຍົງ, ການ​ເຊື່ອມ​ຕໍ່, ການ​ຮ່ວມ​ມື​ທາງ​ທະ​ເລ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ສະບຽງ​ອາຫານ, ​ເຕັກ​ໂນ​ໂລ​ຢີ Halal, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ນະ​ວັດຕະກຳ, ການທ່ອງ ທ່ຽວ, ​ການຮ່ວມມືດ້ານແຮງ​ງານ, ການ​ຫັນ​ເປັນ​ພະ​ລັງ​ງານ, ການ​ຮັບມືກັບ​ການ​ປ່ຽນ​ແປງ ​ຂອງ ສະພາບ​ດິນ​ຟ້າ​ອາ​ກາດ ແລະ ອື່ນໆ.


ໂດຍ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ສັບສົນ​ ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ ໃນປັດຈຸ​ບັນ, 2 ຝ່າຍ​ເຫັນ​ດີ ​ເປັນ​ເອກະສັນໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ຫຼາຍ​ຝ່າຍ, ຊຸກຍູ້​ການ​ເຈລະຈາ, ຮ່ວມ​ມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮັກສາ​ກົດໝາຍ, ​ເຄົາລົບ​ອະ ທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ ​ກັນ ແລະ ກັນ, ສົມທົບ​ກັນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ບັນດາ​ປະ​ເທດ​ຢືນຢັນ​ຄວາມ​ສຳຄັນ ​ຂອງ​ ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະເລ ​ແລະ ການບິນ​ ຢູ່​ພາກ​ພື້ນ, ​ແກ້​ໄຂ​ຄວາມ​ພິພາດ​ໂດຍ​ສັນຕິ​ວິທີ, ແທດເໝາະກັບກົດໝາຍສາກົນ, ​ສົນທິສັນຍາ​ ຂອງ ສະຫະປະຊາຊາດ ວ່າດ້ວຍ​ກົດໝາຍທະ​ເລ (UNCLOS) ປີ 1982.


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ລາຊະ ອານາຈັກ ອາຣັບບີ ຊາອູດິດ. ພາບ: VNA

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້ຍົກ​ສູງ​ຄວາມ​ໝາຍ​ຂອງ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ ລະ​ຫວ່າງ ASEAN ແລະ GCC ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ ຂອງ GCC ສຳ​ລັບ ASEAN. ພ້ອມ​ກັນ​ນັ້ນ, ຍັງ​ເນັ້ນ​ໜັກ​ວ່າ: ASEAN ​ແລະ GCC ຕ້ອງ​ຮ່ວມມືກັນ ເພື່ອປຸກລະດົມນໍ້າໃຈ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນ​ແຫຼ່ງກຳລັງ​ພັດທະນາ, ຜັນ​ຂະຫຍາຍ​ບັນດາ ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ດ້ວຍ​ຄວາມ​ຕັດ ສິນ​ໃຈ​ທາງ​ການ​ເມືອງ​ສູງ​ສຸດ, ປະຕິບັດຢ່າງເຄັ່ງຄັດ, ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ໃນ​ໄລຍະ​ຈະ​ມາ​ເຖິງ, ກາຍ​ເປັນ​ຈຸດ​ພົ້ນເດັ່ນ ຂອງ ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ​ໃນ​ໂລກ.


ເທດສະການ​ອາ​ຫານ​ນາໆ ຊາດ 2022 ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ແລະ ມີ​ຄວາມ​ໝາຍ​ຢູ່​ເຂດຄະນະທູຕານຸ​ທູດ, ວ້ານຝຸກ, ຮ່າ​ໂນ້ຍ ມີ​ຮ້ານ​ອາ​ຫານ​ ປະ​ມານ 200 ຮ້ານ, ແນະ​ນຳລາຍການ​ອາ​ຫານ ແລະ ເຄື່ອງ​ດື່ມ​ນັບ​ຫຼາຍຮ້ອຍ​ເຍື່ອງ​ຈາກ ສະຖານທູດຕ່າງປະເທດ ປະຈຳ ຫວຽດ​ນາມ. ຮ້ານອາຫານ ຂອງ ກູເວດ ໄດ້ດຶງດູດນັກທ່ອງທ່ຽວມາ ຊິມ ອາຫານເຂດ ຕາເວັນອອກກາງ. ພາບ: VNA

 

    ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ

     

     

     

     


    Top