ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

30 ປີຜ່ານມາ, ASEAN ​ໄດ້​ເຫັນ​ກັບຕາ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ ທີ່​ອຸດົມສົມບູນ (FDI) ຍ້ອນ​ມີ​ທ່າ​ແຮງ​ເຕີບ​ໂຕ​ອັນ​ໃຫຍ່​ຫຼວງ, ສັນຍາ​ການ​ຄ້າ​ຫຼາຍ​ສະບັບ​ໄດ້​ລົງ​ນາມ ​ແລະ ຂະ​ບວນການ​ຫັນປ່ຽນ​ດ້ານ​ໂຄງ​ປະ ກອບພວມໄຂຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ... ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ສຳຄັນ​ທີ່​ສຸດ​ຍັງ​ແມ່ນແຮງຈູງໃຈ ທີ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ໃຫ້ແກ່ນັກລົງທຶນ. ລັດຖະບານ​ຂອງ​ບັນ ດາ​ປະ​ເທດ​ເຫຼົ່າ​ນີ້​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ເຖິງການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ, ໃນນັ້ນບຸລິມະສິດ​ ໃຫ້​ແກ່​ບັນດາ​ຂົງ​ເຂດ​ ສຳຄັນ​ຄື: ການ​ຫັນປ່ຽນ​ພະລັງງານ, ​ເສດຖະກິດ​ ດີ​ຈີ​ຕອນ, ການ​ຄ້າ​ຂາຍ​ສົ່ງ ​ແລະ ຂາຍຍ່ອຍ.

ປີ 2022, ຍອດເງິນ​ລົງທຶນ FDI ​ເຂົ້າ​ພາກ​ພື້ນ ASEAN ບັນລຸ ໄດ້ 224 ຕື້ ໂດລາສະຫະລັດ - ກວມ 17% ຍອດ​ຈຳນວນ​ທຶນ FDI ທົ່ວ​ໂລກ. ພິ​ເສດ, ໝາກຜົນ​ນີ້ ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ ​ເມື່ອ​ສະພາບ​ເສດຖະກິດ​ໂລກ​ຖົດ​ຖອຍ​ຢ່າງ​ຮ້າຍ​ແຮງ, ​ເງິນ​ທຶນ FDI ​ໃນ​ທົ່ວ​ໂລກ​ໄດ້​ຫຼຸດ​ລົງ 12% ຍ້ອນ​ບັນດາ​ສິ່ງ​ທ້າ​ທາຍ​ນັບ​ບໍ່​ຖ້ວນ​ຄື: ຄວາມ​ຂັດ​ແຍ່ງ​ດ້ານ​ພູມີ​ສາດ​ການ​ເມືອງ, ສະບຽງ​ອາຫານ ​ແລະ ພະລັງງານ ​ທ່ີມີລາຄາ ເພີ່ມຂຶ້ນ...

ໃນຂະນະທີ່ ສິງກະໂປ, ມາເລເຊຍ ແລະ ຫວຽດນາມ ແມ່ນສາມປະເທດ ທີ່ມີຜົນງານດີເດັ່ນໃນຂົງເຂດ ເຕັກໂນໂລຊີ, ອິນໂດເນເຊຍ ແລະ ໄທ ແມ່ນ 2 ປະເທດ ທີ່ໄດ້ຮັບຜົນປະໂຫຍດຕົ້ນຕໍໃນຂົງເຂດລົດໄຟຟ້າ; ປັດຈຸ​ບັນ, ມາ​ເລ​ເຊຍ ​ກວມ​ເອົາ 45% ຂອງອັດຕາສ່ວນກວມ ຂອງຕະ ຫຼາດ​ໃນ​ທົ່ວ​ໂລກ​ ໃນ​ຂະ​ແໜງ​ການ​ເຄິ່ງຊັກນຳ ໄຟຟ້າ. ນອກ​ຈາກ​ຂະ​ແໜງ​ການ​ຜະ​ລິດ​ແລ້ວ, ຂະແໜງການບໍ​ລິ​ການ​ການ​ເງິນ​ຂອງ​ ASEAN ​ຍັງ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ, ​ແຕ່​ຍັງ​ສຸມ​ໃສ່​ຢູ່​ ສິງ​ກະ​ໂປ ​ເປັນ​ຕົ້ນຕໍ.

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ສິງກະ​ໂປ​ ໄດ້​ນຳ​ໜ້າ​ພາກ​ພື້ນ​ໃນ​ວົງ​ເງິນ FDI ດຶງ​ດູດໄດ້​ນັກ​ລົງທຶນ​ຕ່າງປະ​ເທດ​, ​ເພາະວ່າ​ ລະບົບກົດໝາຍ​ຂອງ​ປະ​ເທດດັ່ງກ່າວ ​ມີ​ຄວາມ​ກ້າວໜ້າ, ສົມ ບູນແບບ, ມີຄວາມຍຸຕິ​ທຳ ​ແລະ ​ໂປ່​ງ​ໃສ. ສິງກະໂປ ໄດ້ກໍານົດສາມຂົງເຂດສໍາຄັນເພື່ອດຶງດູດການລົງທຶນ, ລວມທັງຂະແໜງ ການຜະລິດໃໝ່, ການສົ່ງອອກ ແລະ ແຮງງານ.

ສະພາ​ການ​ລົງທຶນ ​ໄທ (BOI) ປະກາດ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2023, ປະ​ເທດ​ນີ້​ ດຶງ​ດູດ FDI ໄດ້ 18,5 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 72% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ​ໄທ ​ມີ​ນະໂຍບາຍພິເສດ​ດ້ານ​ພາສີ​ຫຼາຍ​ຢ່າງ, ​ເຊັ່ນ: ການ​ຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ພາສີ​ນຳ​ເຂົ້າ​ ກ່ຽວ​ກັບເຄື່ອງຈັກ ແລະ ອຸປະກອນ; ການຍົກເວັ້ນ ແລະ ຫຼຸດຜ່ອນພາສີລາຍໄດ້ຂອງວິສາຫະກິດ; ຍົກເວັ້ນ ພາສີນໍາເຂົ້າວັດຖຸ ທີ່ຈໍາເປັນ ເພື່ອນຳໃຊ້ເພື່ອຜະລິດ ສິນຄ້າສົ່ງອອກ.

ບໍລິສັດ ເຕັກໂນໂລຊີ ເອເລັກໂຕຣນິກ Chee Yuen Vietnam ຈຳກັດ, 100% ທຶນຂອງ ໄຕ້ຫວັນ (ຈີນ), ຜະລິດ ບັນດາ ຜະລິດຕະພັນ ພາດສະຕິກ ແລະ ອົງປະກອບ ເອເລັກ ໂຕຣນິກ ທຸກປະເພດ ສໍາລັບເຄື່ອງພິມ, ປັດຈຸບັນ ເຄື່ອນໄຫວ ຢູ່ເຂດອຸດສາຫະກໍາ ອານເຢືອງ, ເມືອງ ອານເຢືອງ, ນະຄອນ ຫາຍຟ່ອງ. ພາບ: VNA

 ກ່ອນ​ໜ້າ​ນີ້, ການ​ເບີກ​ຈ່າຍ FDI ​ເຂົ້າ​ ອິນ​ໂດ​ເນ​ເຊຍ ​ບັນ ລຸ 45,6 ຕື້ ໂດລາສະຫະລັດ ​ໃນ​ປີ 2022, ​ແມ່ນ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ສຸດ​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຕາມ​ການ​ຄາດ​ຄະ​ເນ ​ຂອງ IMF, ດ້ວຍ​ການ​ເຕີບ​ໂຕ GDP 6,1% ​ໃນ​ປີ 2024, ກຳປູ​ເຈຍ ​​ກາຍ​ເປັນພື້ນຖານ​ເສດຖະກິດ​ ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ປະ​ເທດ​ນີ້ ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ ຜ່ານ​ສັນຍາ​ການ​ຄ້າ​ເສລີ ຫຼາຍສະບັບ​ກັບ​ ສປ ຈີນ​ ແລະ ສ​ ເກົາຫຼີ.

ສ ອາ​ເມ​ລິ​ກາ​ ແມ່ນ​ນັກ​ລົງທຶນ​ແຖວ​ໜ້າ​ໃນ​ບັນດາ​ໂຄງ ການ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຮອງ​ລົງ​ມາ​ແມ່ນ ສປ​ຈີນ, ບັນດາປະເທດ​ ASEAN, ສ ເກົາຫຼີ ​ແລະ ຍີ່​ປຸ່ນ... ທີ່​ໄດ້​ລົງ ທຶນເຂົ້າ​ໃນ​ຂົງເຂດ​ການ​ຜະລິດ, ​ເປັນ​ຂົງເຂດກະ ດູກ​ສັນ ຫຼັງ​ຂອງ​ພາກ​ພື້ນ.

ຫວຽດນາມ ກໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ. ທ່ານ Lawrence Yeo, CEO AsiaBIZ Strategy (ສິງກະໂປ ໄດ້ສັງເກດວ່າ: ຫວຽດນາມ ຍັງຄົງເປັນແມ່ເຫຼັກດຶງດູດ FDI ຍ້ອນຄ່າຈ້າງ ຕໍ່າ, ແຮງງານທີ່ອຸດົມສົມບູນ, ໄດ້ຮັບ ການຝຶກອົບຮົມ, ປະຊາກອນໜຸ່ມ, ທີ່ຕັ້ງພູມສາດໃກ້ກັບ ຈີນ ແລະ ການຫັນປ່ຽນໄປສູ່ລະບົບຕ່ອງໂສ້ມູນຄ່າເສດ ຖະກິດເຕັກໂນໂລຊີສູງ”.

ເປັນ​ທ່ີໜ້າ​ສັງ​ເກດ, ທ່າ​ອ່ຽງ​ ຂອງ ​ການ​ຍົກຍ້າຍ​ຕ່ອງ​ໂສ້​ການ​ຜະລິດ/ການ​ສະໜອງ​ ມາເຂົ້າ​ໃກ້​ບ້ານກວ່າ ​ຫຼື​ ໄປຫາບັນດາ​ກຸ່ມ ພັນທະ​ມິດ (​ໂດຍ​ສະ​ເພາະ​ ແມ່ນ​ພາຍຫຼັງ​ການ​ຂັດ​ແຍ້​ງດ້ານ​ພູມີ​ສາດການເມືອງ, ບັງຄັບ​ໃຫ້​ບັນດາປະ​ເທດ​ຕ້ອງເລືອກ​ເອົາ​ຝ່າຍ​) ຈະ​ເຫັນ​ໄດ້​ຊັດ​ເຈນ​ກວ່າ​​ໃນ​ປີ 2024 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ ​ເມື່ອ​ນັກ​ລົງທຶນ​ຊອກ​ຫາ​ຄວາມ​ປອດ​ໄພ​ໃນ​ການ​ລົງທຶນຂອງຕົນ.

ໂດຍ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສຳຄັນ ​ຂອງ​ ການ​ດຶງ​ດູດ​ແຫຼ່ງທຶນ FDI ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ສັງຄົມ, ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ນັກ​ລົງທຶນ​ຕ່າງປະ​ເທດ​ຕື່ມ​ອີກ, ມຸ່ງ​ໄປ​ສູ່​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ໝັ້ນ​ຄົງ, ລະ​ບົບ​ກົດ​  ໝາຍ​ຍຸ​ຕິ​ທຳ ແລະ ມີ​ປະ​ສິດ​ທິ​ຜົນ, ບໍ່ມີການ​ຈຳ​ແນກ ປະພຶດຕໍ່.

  • ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ

 



Top