• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ເຮັດພາບຈາກໃບໂພ

ຕົ້ນໂພ ໄດ້ຖືວ່າ ເປັນສັນຍາລັກ ທີ່ສັກສິດ ຂອງ ພຸດທະສາ ສະ ໜາ ແລະ ໄດ້ປູກຢ່າງຫຼວງຫຼາຍ ຢູ່ແຂວງ ນິງບິ່ງ. ໂດຍໝູນໃຊ້ ທ່າແຮງ ຂອງ ເຂດວັດຖຸດິບ ທ່ີມີ, ປະຊາຊົນ ຕາແສງ ຢາຊິງ, ເມືອງ ຢາວ໊ຽນ ໄດ້ໃຊ້ໃບໂພ ສ້າງເປັນບັນດາ ຜົນການປະດິດ ແຕ່ງ ສິລະປະ ມີຄວາມໝາຍດ້ານຈິດວິນຍານ: ນັ້ນແມ່ນພາບ ຈາກ ໃບໂພ. 
ໃບໂພ ຖືວ່າງາມ ເພື່ອການເຮັດພາບ ຕ້ອງໄດ້ມາດຕະຖານຄື: ໃບ ມີສີຂຽວເຂັ້ມ, ສົມສ່ວນ ແລະ ສ້ວຍປາຍ. ໃບໂພ ຫຼັງຈາກ ເດັດມາ ຕ້ອງລ້າງນໍ້າ ໃຫ້ສະອາດ ແລະ ແຊ່ນໍ້າປູນໃສ ເປັນເວລາ 60 ວັນ. ເມື່ອເອົາອອກຈາກນໍ້າປູນໃສ ແລ້ວ ໃບໂພ ຈະໄດ້ຜັດ ດ້ວຍແປງ ເພື່ອເອົາແຕ່ສ່ວນເສັ້ນໃຍ ຂອງ ໃບໂພ ແລະ ນຳໄປ ຕາກແດດ. ເມື່ອໃບໂພແຫ້ງ ຈະຍ້ອມສີໃດ ແມ່ນ ຂຶ້ນກັບຈຸດ ປະ ສົງ. ຂັ້ນຕອນສຸດທ້າຍ ແມ່ນ ໄດ້ນາຍຊ່າງຜູ້ມີສີມືດີ ປະດິດສ້າງ ເປັນ ບັນດາແຜ່ນພາບ ຕາມຫົວເລື່ອງຕ່າງໆ ຂອງ ຊີວິດ. 


ວັດ ບ໋າຍດິ໋ງ, ສະຖານທີ່ທ່ອງທ່ຽວດ້ານຈິດວິນຍານ ທີ່ມີຊື່ສຽງ ຂອງ ແຂວງ ນິງບິ່ງ ທ່ີຮ່ົມເຢັນ ໄປດ້ວຍບັນດາຕົ້ນໂພ ທີ່ເກົ່າແກ່
ມີອາຍຸ ນັບຫຼາຍຮ້ອຍປີ. ພາບ: ກົງດາດ



ປະຊາຊົນຕາແສງ ຢາຊິງ, ເມືອງ ຢາວ໊ຽນ ເລືອກໃບໂພ ທີ່ມີ ຮູບ ຊົງ ຢ່າງສົມສ່ວນ. ພາບ: ແທງຢາງ


ເລືອກເຟັ້ນ ໃບທີ່ໜາແຂງ, ມີສີຂຽວເຂັ້ມ ແລະ ຮູບຊົງສວຍງາມ ໃຊ້ເປັນວັດຖຸດິບເຮັດພາບ ແມ່ນວຽກງານ ປະຈຳວັນ ຂອງ ຊາວ ບ້ານເມືອງ ຢາວ໊ຽນ. ພາບ: ແທງຢາງ


ໃບໂພ ຫຼັງເກັບມາ ຈະແຊ່ໃນນຳ້ປູນໃສ. ພາບ: ແທງຢາງ


ປະຊາຊົນ ໃຊ້ຟອຍຖູ ໃຫ້ໃບໂພ ສະອາດ ຢ່າງລະມັດລະວັງ. ພາບ: ແທງຢາງ


ໃບໂພ ທີ່ທໍາຄວາມສະອາດແລ້ວ ຈະເຫັນເສັ້ນໃຍ ຢ່າງຈະ ແຈ້ງ. ພາບ: ແທງຢາງ


ໃບໂພ ທີ່ທໍາຄວາມສະອາດແລ້ວ ຈະນຳໄປຕາກແດດໃຫ້ແຫ້ງ. ພາບ: ກົງດາດ


ຍ້ອມສີ ໃບໂພ ໃຫ້ເປັນສີເຫຼືອງສົດໃສ. ພາບ: ແທງຢາງ


ໃບໂພ ທີ່ໄດ້ຜ່ານການຍ້ອມດ້ວຍມືແລ້ວ. ພາບ: ກົງດາດ


ບັນດານາຍຊ່າງ ຜູ້ມີສີມືດີ ຂອງ Showroom ພາບຕົ້ນໂພ ກຳ ລັງ ປະກອບໃບໂພ ແຕ່ລະໃບ ເພື່ອສ້າງເປັນ ແຜ່ນພາບ ຈາກ ໃບໂພ. ພາບ: ແທງຢາງ


ຕິດໃບໂພ ເຂົ້າກິ່ງໄມ້ແຫ້ງ ເພື່ອເຮັດໃຫ້ ແຜ່ນພາບ ທີ່ມີຊື່ວ່າ “ຍອດປາຖະໜາ” ໄດ້ສົມບູນແບບ. ພາບ: ກົງດາດ


ສີສັນ ທີ່ຫຼາກຫຼາຍຂອງໃບໂພ ຄືສີຂາວ, ສີເຫຼືອງ, ສີສົ້ມ ໄດ້ສ້າງ ຄວາມງາມທີ່ແສນໂດດເດ່ັນ ໃຫ້ແກ່ ພາບແຕ່ລະແຜ່ນ. ພາບ: ກົງດາດ


ນາຍຊ່າງ ເຊີນໂດ໊ກວຽນ ກຳລັງປະສົມ ໃບໂພ ກັບ ເປືອກໄມ້ ທີ່ມີອາຍຸ ນັບຫຼາຍຮ້ອຍປີ ເພື່ອສ້າງຮູບຊົງ ໃຫ້ແກ່ ແຜ່ນພາບ. ພາບ: ແທງຢາງ


ເປືອກໄມ້ແຫ້ງ ເປັນວັດຖຸດິບ ທີ່ນາຍຊ່າງ ເຮັດພາບໃບໂພ ເກັບ ໂຮມມາຈາກປ່າ, ຈາກນັ້ນປະກອບກັບໃບໂພ ເພື່ອສ້າງເປັນ ຕົ້ນໄມ້ມີຮູບຊົງທີ່ສວຍງາມ. ພາບ: ແທງຢາງ


ວັດຖຸດິບຈຳນວນໜຶ່ງ ເພື່ອເຮັດພາບຈາກໃບໂພ. ພາບ: ແທງຢາງ


ຕິດໃບໂພ ໃສ່ແຕ່ລະແຜ່ນເປືອກໄມ້ທີ່ເກົ່າແກ່ ນັບຫຼາຍ ຮ້ອຍ ປີ ແລ້ວຈັດວາງ ຕົບແຕ່ງ ແຜ່ນພາບ ໃຫ້ມີຄວາມງາມ ທີ່ກົມກຽວ ກັນ. ພາບ: ແທງຢາງ

ເພື່ອໃຫ້ມີ ບັນດາຜົນງານປະດິດແຕ່ງ ຈາກໃບໂພ ທີ່ມີສີສັນສວຍ ງາມ ແມ່ນຕ້ອງຜ່ານ ຂະບວນການສຸດທີ່ພິຖີພິຖັນ ແລະ ມີຄວາມ ປະດິດສ້າງ ຂອງ ຜູ້ເຮັດພາບ. ນອກຈາກນັ້ນ ຜູ້ເປັນນາຍຊ່າງ ຢູ່ ໝູ່ບ້ານ ເຮັດພາບໃບໂພ ຕ້ອງຊອກຫາແຫຼ່ງ ວັດຖຸດິບ ເປັນສິ້ນ ສ່ວນສຳຮອງເຊ່ັນ: ເຟືອງແຫ້ງ, ດອກໄມ້ໄຜ່, ຕໍໄມ້ໂດກ ແລະ ອື່ນໆ ເພື່ອການ ປະສົມປະສານ ເຮັດໃຫ້ພາບ ມີຄວາມງາມແບບ ທຳມະຊາດ. ການປະສົມ ຢ່າງປານີດແນບນຽນນີ້ ຈະເຮັດໃຫ້ ບັນ ດາແຜ່ນພາບ ມີຄວາມງາມທີ່ສະດຸດຕາ, ເລິກເຊິ່ງ. ຈາກນັ້ນ ເມື່ອ ເບິ່ງພາບໃບໂພ ທ່ານຜູ້ຊົມກໍສາມາດຮູ້ສຶກໄດ້ ຊີວິດ ວັດທະນະ ທຳ ຂອງ ຄົນ ຫວຽດ ໃນຫຼາຍຮູບແບບ. 

ພາບໃບໂພ ເປັນຜະລິດຕະພັນໜຶ່ງ ຂອງສະຫະກອນ ຊິງເຢືອກ ໄດ້ເຕົ້າໂຮມ ບັນດານາຍຊ່າງຜູ້ມີສີມືດີ ຈາກເມືອງ ຢາວ໊ຽນ, ແຂວງ ນິງບິ່ງ ແລະ ສ້າງວຽກເຮັດງານທຳ ໃຫ້ແຮງງານ ຢູ່ທ້ອງ ຖິ່ນ ກວ່າ 100 ຄົນ. ພາບໃບໂພ ກໍເປັນຜະລິດຕະພັນ ໄດ້ ນຳ ເຂົ້າ ໃນການທ່ອງທ່ຽວ ຄົ້ນພົບແຖບດິນ ຕາແສງ ຢາຊິງ, ເມືອງ ຢາວ໊ຽນ, ແຂວງ ນິງບິ່ງ. 
Showroom ຈັດວາງສະແດງ ພາບເຮັດຈາກໃບໂພ ຫຼາຍ ຮ້ອຍ ແຜ່ນ ຂອງ ສະຫະກອນ ຊິງເຢືອກ Group ໄດ້ດຶງດູດ ນັກທ່ອງ ທ່ຽວ ທີ່ມາສຳຜັດຕົວຈິງຢ່າງຫຼວງຫຼາຍ. ບັນດາຜົນງານ ປະດິດ ແຕ່ງໃນ showroom ໄດ້ປະກອບສ່ວນ ສ້າງແຮງບັນດານໃຈ ໃຫ້ ນັກກະວີ, ນັກຂຽນ ມາທີ່ນີ້ ປະດິດແຕ່ງບັນດາບົດຂຽນ, ຄໍາກອນ ທີ່ມ່ວນອີກດ້ວຍ. ດັ່ງນັກກະວີ ເຈິ່ນແອງຍ້ວນ ມາຈາກສະມາຄົມ ສິລະປະ ວັນນະຄະດີ  ນິງບິ່ງ ໄດ້ຂຽນວ່່າ: “ເອັນໃບໂພ ອາຍຸ ຮ້ອຍປີ, ບັນຈຸ ທາດຂຽວໃບໄມ້ ເຖິງພາຍພາກໜ້າ”. ຢູ່ເທິງ ພາບ ໃບໂພ ເພື່ອໃຊ້ເປັນຂອງຕ້ອນ ຍັງໄດ້ນາຍຊ່າງປັກແສ່ວ ແລະ ແຕ້ມ ຕົວໜັງສືຕ່າງໆ ອີກເຊ່ັນ: ອົດທົນ, ຄວາມສຸກ, ນໍ້າໃຈ, ສະ ຫງົບສຸກ... ພ້ອມກັບບັນດາຄຳກອນ ທີ່ລຽບງ່າຍ ພິມ ຢູ່ເທິງໃບ ໂພ. ພາບໃບໂພ ເປັນຜະລິດຕະພັນ ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທົ່ວທຸກສາລະທິດ. 


ພາບ “ພະພຸດທະເຈົ້ານັ່ງຢູ່ໃຕ້ກົກໂພ” ຊຶ່ງໄດ້ປະກອບສ້າງ ຈາກ ໃບໂພ ນັບຫຼາຍພັນໃບ ປະສົມກັບ ເປືອກໄມ້ ທີ່ເກົ່າ ແກ່ນັບ ຫຼາຍຮ້ອຍປີ. ພາບ: ກົງດາດ


ໃນພາບແຜ່ນໜຶ່ງ ໃບໂພ ຈະມີການປະກອບ ຂອງ ຫຼາຍຮູບ ແບບສິລະປະເຊັ່ນ: ແກະສະຫຼັກ, ວິທີການແຕ້ມຮູບ ທີ່ສວຍ ງາມ. ພາບ: ກົງດາດ


ພາບ ກອງທອງ ດົງເຊີນ ໄດ້ປະດິດສ້າງຈາກໃບໂພ. ພາບ: ກົງດາດ


ດອກໄມ້ຈາກໃບໂພ ສະແດງໃຫ້ເຫັນ ຄວາມປອດໃສ, ສະຫງົບ ສຸກ ແລະ ເສັ້ນທາງສູ່ການກຸສົນ. ພາບ: ແທງຢາງ


ພາບ ໃບໂພຕັ້ງໂຕະ. ພາບ: ແທງຢາງ


ພາບ “ອ່າວ ຮ້າລອງ” ປະດິດສ້າງຈາກໃບໂພ ແລະ ເປືອກໄມ້ ທີ່ ມີອາຍຸນັບຫຼາຍຮ້ອຍປີ. ພາບ: ກົງດາດ


ຜົນງານປະດິດແຕ່ງທີ່ມີຄຸນຄ່າສູງດ້້ານຄວາມງາມ ຈາກໃບໂພ ແລະ ເປືອກໄມ້ທີ່ມີອາຍຸນັບຫຼາຍຮ້ອຍປີ. ພາບ: ກົງດາດ

Showroom ພາບຈາກໃບໂພ
ເຮືອນເລກທີ 130 ດ່າວຢຸຍຕື່, ນະຄອນ ນິງບິ່ງ

ໂທລະສັບ: 0914868766
ທ່ານ ຮວ່າງແທງເຟືອງ ຮອງອຳນວຍການ Showroom ພາບ ໃບໂພ ໝູ່ບ້ານ ຊິງເຢືອກ, ຕາແສງ ຢາຊິງ, ເມືອງ ຢາວ໊ຽນ ໃຫ້ຮູ້ ວ່າ ຈະນຳ ຮູບແບບ ສິລະປະ ປະດິດສ້າງຫຼາຍປະເພດເຂົ້າໃນ ພາບໃບໂພ ເພື່ອສ້າງເປັນ ພາບທີ່ສົມຈິງ ໃນດ້ານ ລວງເລິກ ຊຶ່ງ ສະແດງໃຫ້ເຫັນ ຄວາມໝາຍ ແລະ ຄວາມງາມ ຂອງ ເຂດດິນ ແດນ ແຫ່ງພຸດທະສາສະໜານີ້. ອາຊີບເຮັດພາບ ຈາກໃບໂພ ໄດ້ ສະຫະກອນ ຊິງເຢືອກ Group ນໍາເຂົ້າໃນລາຍການ ທ່ອງທ່ຽວ ວັດ ທະນະທຳ ຂອງ ແຖບດິນແຫ່ງ ພະພຸດທະເຈົ້າ ນິງບິ່ງ ແລະ ຈັດວາງສະແດງ ຢູ່ບັນດາເຫດ ການວັດທະນະທຳ ຂອງ ຊາດອີກ ດ້ວຍ. 
ບົດ: ເຈິ່ນເວິນ - ພາບ: ແທງຢາງ, ກົງດາດ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top