ເສັ້ນລ້ອນ ມັນສາຄູ ບັກກ້ານ

ເສັ້ນລ້ອນ ມັນສາຄູ ບັກກ້ານ

ຍ້ອນ​ດິນ​ຟ້າ​ອາ​ກາດ​ທີ່​​ເອື້ອ​ອໍາ​ນວຍ, ແນວ​ພັນ​ ມັນສາຄູ (ວັດ​ຖຸ​ດິບ​ໃນ​ການ​ເຮັດ​ເສັ້ນລ້ອນ) ທີ່​ປູກ​ຢູ່​ແຂວງ ບັກ​ກ້ານ ເຕີບໂຕ​​ ໄດ້​ດີ, ທັງ​ໄດ້​​ຜັນ​ຂະ​ຫຍາຍ​ຈາກ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ ​ຂອງ​ແຂວງ​ ໃນ​ການ​​ຊ່ວຍ​ພັດ​ທະ​ນາ, ຜະ​ລິດ​ຕະ​ພັນ​ເສັ້ນ​ລ້ອນ ມັນສາຄູ ​ບັກ​ກ້ານ ​ໄດ້​ຮັບ​ການ​ຈຳໜ່າຍຢ່າງກວ້າງຂວາງ ​ຢູ່ຕະຫຼາດ​ພາຍ​ໃນ​ ​ແລະ ​ສົ່ງ​ອອກ​ໄປຍັງ ​ເອີ​ຣົບ​.

ຜູ້​ທີ່​ມີ​ສ່ວນ​ຮ່ວມ ຜູ້ທໍາອິດ ໃນ​ການ​ນຳ​ເອົາ​ການ​ປູກ ​ແລະ ປຸງ​ແຕ່ງ​ເສັ້ນ ລ້ອນ ມັນສາຄູ ​ຢູ່​ແຂວງ ບັກ​ກ້ານ ​ແມ່ນ​ອະດີດ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫງວຽນ​ຊວນ​ເກື່ອງ ​ເມື່ອ​ເພິ່ນດຳ ລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ຄະນະ​ພັກ​ແຂວງ ບັກ​ກ້ານ. ​ໃນ​ເວລາ​ນັ້ນ, ທ່ານ​ ຫງວຽນ​ຊວນ​ເກື່ອງ ເຫັນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ ​ຂອງ ເສັ້ນລ້ອນ ມັນສາຄູ ບັກ​ກ້ານ ​ແລະ ຊີ້​ນຳ​ທຸກ​ຂັ້ນ, ສາຂາ ​ແລະ ທ້ອງ​ຖິ່ນ​ປະຕິບັດ​ຢ່າງ​ຕັ້ງໜ້າ. ນັບ​ແຕ່​ນັ້ນ​ມາ, ການ​ປູກ​ ​ແລະ ປຸງ​ແຕ່ງ​ ເສັ້ນລ້ອນ ມັນສາຄູ ຢູ່​ແຂວງ ບັກ​ກ້ານ ​ໄດ້​ມີ​ບາດກ້າວ​ທຳ​ອິດ​ໃນ​ການ​ຜະລິດ​ເປັນ​ສິນ ຄ້າ​ແບບ​ຍືນ​ຍົງ. ​ໄລຍະ 2015 - 2020, ​ແຂວງ ບັກ​ກ້ານ ​ໄດ້​ມີ​ເນື້ອ​ທີ່​ປູກມັນສາຄູ ຢ່າງ​ໝັ້ນຄົງ ​ໂດຍ​ມີ​ເປົ້າ​ໝາຍ​ສ້າງ​ຕ່ອງ​ໂສ້​ມູນ​ຄ່າ​ຜະລິດ ​ຕະພັນ​ເສັ້ນລ້ອນ ຈາກ ມັນສາຄູ ຢ່າງຄົບວົງຈອນ, ບໍ່​ປູກ​ ​ເພື່ອ​ຂາຍຫົວມັນສາຄູ ແລະ ແປ້ງ ​ໄປຍັງຕ່າງແຂວງ. 

 

ຢູ່​ຕາ​ແສງ ຟຸກ​ລົກ (ເມືອງ ບາ​ເບ), ມັນສາຄູ ສ່ວນຫຼາຍໄດ້​ປູກ​ ຢູ່ 5 ໝູ່ບ້ານ​ຄື: ນ່າ​ມາ, ຟຽງຈີ, ເຟຍຟ້າ, ກົກ​ມ່ວຍ, ກົກ​ຢ້ຽນ ແລະ ພວມ​ກາຍ​ເປັນ​ພືດ ທີ່ສ້າງລາຍ​ຮັບ ​ທີ່​ດີ​ມາໃຫ້​ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້. 

 

ໃນຊຸມປີ 2017 - 2018, ລາຄາແປ້ງ ມັນສາຄູ ເພີ່ມຂຶ້ນ, ຫຼາຍຄອບຄົວ ມີລາຍຮັບແຕ່ 400 - 500 ລ້ານດົ່ງຈາກການປູກ ມັນສາຄູ ແລະ ສາມາດຊື້ດິນເພື່ອ ຍ້າຍເຮືອນ ຈາກເຂດພູດອຍ ມາຢູ່ໃຈກາງຕາແສງ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ຕາ​ແສງ ຟຸກ​ລົກ ໂນງວັນເຍືອກ ໃຫ້ຮູ້ວ່າ ເມື່ອ​ທຽບ​ໃສ່​ຕົ້ນເຂົ້າ​, ສາ​ລີ​, ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ມັນສາຄູ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ພາບ​ດ້ານ​ເສດ​ຖະ​ກິດ ​ສູງ​ກວ່າ​ຫຼາຍ​ເທົ່າ ແລະ ກາຍ​ເປັນ​ພືດ ທີ່​ເຂັ້ມ​ແຂງ​ຂອງ​ຕາ​ແສງ. ເພາະສະນັ້ນ, ໃນປີ 2022, ທົ່ວຕາແສງ ມີເນື້ອທີ່ປູກ ມັນສາຄູ 95,7 ເຮັກຕາ, ເພີ່ມຂຶ້ນ 30 ເຮັກຕາ ເມື່ອທຽບໃສ່ປີ 2021; ປັດຈຸ​ບັນ, ທົ່ວ​ຕາ​ແສງ​ ມີ 39 ຄອບຄົວ​ທີ່​ປຸງ​ແຕ່ງ​ແປ້ງ​ ມັນສາຄູ.

 

ດ້ວຍທ່າແຮງ, ຄວາມໄດ້ປຽບຂອງດິນ ແລະ ເງື່ອນໄຂສະພາບອາກາດ ໃນການພັດທະນາ ມັນສາຄູ, ຄະນະກຳມະການ ປະຊາຊົນ ແຂວງ ໄດ້ເລືອກເອົາ ມັນສາຄູ ເປັນໜຶ່ງໃນບັນດາປະເພດພືດຕົ້ນຕໍ ແລະ ຜະລິດຕະພັນ ເສັ້ນລ້ອນ ມັນສາຄູ ເປັນຜະລິດຕະພັນຫຼັກ ຂອງແຂວງ. ປັດຈຸ​ບັນ, ມັນສາຄູ​ ​ໄດ້​​ປູກ​ຢູ່ 73 ຕາ​ແສງ ​ໃນ 7 ​ເມືອງ​ຂອງ​ແຂວງ​ ບັກ​ກ້ານ ດ້ວຍ​ເນື້ອ​ທີ່ 445 ​ເຮັກຕາ. ຄາດ​ວ່າ​ຮອດ​ປີ 2025, ​ແຂວງ​ ຈະ​ພະຍາຍາມ ຮັກສາ​ເນື້ອ​ທີ່​ປູກມັນສາຄູໃຫ້​ໝັ້ນ​ຄົງ​ແຕ່ 800 - 1.000 ​ເຮັກຕາ/ປີ, ​ໃຫ້​ໄດ້​ຜົນຜະລິດ 59.000 ​ໂຕນ.

 
 
 

ດ້ວຍເປົ້າໝາຍນັ້ນ, ແຂວງ ບັກກ້ານ ໄດ້ນຳໃຊ້ແຫຼ່ງກຳລັງ ຂອງບັນດາໂຄງການຕ່າງໆ ເພື່ອລົງທຶນ, ຊ່ວຍເຫຼືອບັນດາສະຫະກອນ, ໜ່ວຍງານຜະລິດ, ບໍລິໂພກ ເສັ້ນລ້ອນ ກວ່າ 1.000 ໂຕນ, ສ້າງລາຍຮັບນັບຮ້ອຍຕື້ດົ່ງຕໍ່ປີ. ພ້ອມ​ກັນນັ້ນ, ​ແຂວງ​ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ຊີ້​ນຳ​ການ​ສ້າງ ເຄື່ອງໝາຍການຄ້າ, ຍົກ​ສູງ​ຄຸນ​ນະພາ​ບ, ປັບປຸງ​ເຄື່ອງຫຸ້ມ​ຫໍ່, ການອອກ​ແບບ ​ແລະ ຊຸກຍູ້​ການ​ຄ້າ ​ເພື່ອ​ໃຫ້​ຜະ ລິດ​ຕະ​ພັນ​ ເສັ້ນລ້ອນ ມັນສາຄູ ​ບັກກ້ານ ​ສາມາດຢືນຢັນໄດ້ ເຄື່ອງໝາຍການຄ້າ ຢູ່ຕະຫຼາດ ນັບ​ມື້​ນັບ​ໝັ້ນຄົງ. ຮອດ​ປີ 2022, ແຂວງ​ ບັກ​ກ້ານ ມີ​ໂຮງ​ງານ​ປຸງ​ແຕ່ງ​ເສັ້ນລ້ອນ 50 ກວ່າ​ແຫ່ງ, ​ໃນ​ນັ້ນ ​ມີ​ບັນດາໂຮງງານປຸງແຕ່ງເສັ້ນລ້ອນ ມັນສາຄູ ຄົບວົງຈອນ. 

 

ຜ່ານ​ການ​ແລກປ່ຽນ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ​ແລະ ສະມາຄົມ​ຊາວ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກ​, ​ແຂວງ ບັກ​ກ້ານ ​ໄດ້​ກຳ​ແໜ້ນ​ຄວາມ​ຕ້ອງການ ​ແລະ ຄວາມ​ສາມາດ​ ຕອບ​ສະໜອງ​ຕະຫຼາດ ​ເອີ​ຣົບ. ແຂວງ​ ໄດ້​ເຫັນ​ດີ​ເລືອກ​ເອົາ​ສະຫະກອນ ຕ່າຍຮວານ, ຕາ​ແສງ ກົນ​ມິນ, ​ເມືອງ ນາ​ຣີ ​ເປັນ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ ເສັ້ນລ້ອນ ​ໄປ​ຍັງ ​ເອີ​ຣົບ ​ແລະ ​​ຊ່ວຍ​ເຫຼືອສະຫະກອນແຫ່ງ​ນີ້​ ກໍ່ສ້າງໂຮງງານ​ປຸງ​ແຕ່ງໃຫ້ສົມບູນແບບ. ແຂວງ ​ຊ່ວຍເຫຼືອ 2 ຕື້​ດົ່ງ ​ໃຫ້​ສະຫະກອນ​ ໃນ​ການ​ຈັດ​ຊື້​ເຄື່ອງ​ຈັກ, ອຸປະກອນ, ​ເຮືອນ​ອົບ​ແຫ້ງເສັ້ນລ້ອນ... ​ກຳລັງ​ປຸງ​ແຕ່ງ​ຂອງ​ໂຮງງານ ​ໄດ້​ເພີ່ມ​ຂຶ້ນ​ຈາກ 10 ​ໂຕນ/ປີ ​ເປັນ​ກວ່າ 300 ​ໂຕນ/ປີ.

 
 

ທ່ານ ຫງວຽນ​ທິຮວານ ຜູ້ອຳນວຍການ​ສະຫະກອນ ເສັ້ນລ້ອນ ມັນສາຄູ ຕ່າຍຮວານ ​ໃຫ້​ຮູ້​ວ່າ: ​ເພື່ອ​ສົ່ງ​ອອກ​ຜະລິດ​ຕະພັນ ​ເສັ້ນລ້ອນ ມັນສາຄູ ​ໄປ​ຍັງ​ຕະຫຼາດ ​ເອີ​ຣົບ, ສະຫະກອນ​ ໄດ້​ໃຊ້​ເວລາ​ກວ່າ 3 ​ເດືອນ ເພື່ອ​ຜ່ານ​ການ​ກວດກາ​ຄຸນ​ນະພາ​ບ ຢ່າງ​ເຂັ້ມ​ງວດ. ເຖິງ​ເດືອນ​ ສິງຫາ 2020, ສະຫະກອນ ​ໄດ້​ສົ່ງ​ອອກ​ເສັ້ນລ້ອນ ​ຊຸດ​ທຳ​ອິດ 5,3 ​ໂຕນ​ໄປ​ຍັງ​ ສາທາລະນະລັດ ​ເຊັກ ດ້ວຍມູນ​ຄ່າ​ການ​ສັ່ງ​ຊື້​ ​ເກືອບ 15.000 ​ໂດ​ລາສະຫະລັດ. ​ໃນ​ເດືອນ ​ພຶດສະພາ 2021, ສະຫະກອນ ​ໄດ້​ສືບ​ຕໍ່​ສົ່ງ​ອອກ​ເສັ້ນລ້ອນ ​ອີກ 10,5 ​ໂຕນ​ໄປ​ຍັງ ​ສາທາລະນະລັດ ​ເຊັກ ດ້ວຍ​ມູນ​ຄ່າ ​ການ​ສັ່ງ​ຊື້​ 29.000 ໂດລາສະຫະລັດ. ​ໃນ​ປີ 2022, ສະຫະກອນ ​ຕ່າຍຮວານ ​ໄດ້​ສົ່ງ​ອອກເສັ້ນລ້ອນ ​ເກືອບ 10 ​ໂຕນ​ໄປ​ຍັງ​ ເອີຣົບ.ປັດ​ຈຸ​ບັນ, ເສັ້ນລ້ອນ ມັນສາຄູ ຂອງ ​ສະ​ຫະ​ກອນ ​ຕ່າຍຮວານ ​ແມ່ນ​ຜະ​ລິດ​ຕະ​ພັນ​ດຽວ​ ຂອງ​ແຂວງ​ ບັກ​ກ້ານ ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ OCOP 5 ດາວ​ແຫ່ງ​ຊາດ. ການ​ທີ່​ສະຫະກອນແຫ່ງໜຶ່ງ ຂອງຊາວ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ ສາມາດສົ່ງອອກ​ຜະລິດ​ຕະພັນ​ໄປ​ຕະຫຼາດທ່ີເອົາໃຈຍາກເຊັ່ນ​ ເອີ​ຣົບ ໄດ້​ສ້າງ​ “ການຊຸກຍູ້” ອັນ​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ປູກ​ ​ແລະ ປຸງ​ແຕ່ງ​ເສັ້ນລ້ອນ ມັນສາຄູ ​ຂອງ ແຂວງ ​ບັກ​ກ້ານ.

ປັດ​ຈຸ​ບັນ, ເສັ້ນລ້ອນ ມັນສາຄູ ຂອງ ​ສະ​ຫະ​ກອນ ​ຕ່າຍຮວານ ​ແມ່ນ​ຜະ​ລິດ​ຕະ​ພັນ​ດຽວ​ ຂອງ​ແຂວງ​ ບັກ​ກ້ານ ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ OCOP 5 ດາວ​ແຫ່ງ​ຊາດ. ການ​ທີ່​ສະຫະກອນແຫ່ງໜຶ່ງ ຂອງຊາວ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ ສາມາດສົ່ງອອກ​ຜະລິດ​ຕະພັນ​ໄປ​ຕະຫຼາດທ່ີເອົາໃຈຍາກເຊັ່ນ​ ເອີ​ຣົບ ໄດ້​ສ້າງ​ “ການຊຸກຍູ້” ອັນ​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ປູກ​ ​ແລະ ປຸງ​ແຕ່ງ​ເສັ້ນລ້ອນ ມັນສາຄູ ​ຂອງ ແຂວງ ​ບັກ​ກ້ານ.

 

  • ບົດ ແລະ ພາບ: ອານແທ່ງດາດ - ແປໂດຍ: ຢືຟຽນ

 




Top