ຮັງນົກແອ່ນ Anna - ຂອງ ຂວັນຈາກເມືອງ ເຫວ້

ຮັງນົກແອ່ນ Anna - ຂອງ ຂວັນຈາກເມືອງ ເຫວ້

ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈາກ​ແຂວງ ແທງຮ໋ວາ ​ໄດ້​ເຂົ້າ​ມາ ເຫວ້ ເພື່ອ ເລີ່ມຕົ້ນທຸລະກິດ, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນາໆ ປະການ​ໃນ​ການ​ຄົ້ນຄວ້າ ​ແລະ ຊອກ​ຫາ​ທິດ​ທາງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ໃນທ່ີສຸດ ​ເພິ່ນ​ໄດ້​ສ້າງ​ຂອງຂວັນ ​ທີ່​ດີເລີດ​ ຂອງ​ກຸງ ເກົ່າ ເຫວ້ ສໍາລັບນັກທ່ອງທ່ຽວ. ມັນແມ່ນຜະລິດຕະພັນ ຮັງ ນົກແອ່ນ Anna, ເປັນຜະລິດຕະພັນ ໂພຊະນາການ ຊັ້ນສູງ ທີ່ ເປັນສັນຍະລັກ ຂອງ ລາຊະວົງ.

ທ່ານ ເລວັນລົກ - ຜູ້ອໍານວຍການບໍລິສັດ ຜະລິດ ຮັງນົກແອ່ນ Anna. ພາບ: ແທງຢາງ/VNP

ຕັ້ງແຕ່ບູຮານນະການ, ຮັງນົກແອ່ນ ເປັນທີ່ຮູ້ຈັກກັນວ່າ ເປັນ ໜຶ່ງໃນ 8 ເຍື່ອງອາຫານ ອັນລ້ຳຄ່າ ເພື່ອໃຊ້ໃນການຖະຫວາຍ ກະສັດ ເພາະຮັງນົກແອ່ນ ມີຄຸນຄ່າທາງ ໂພຊະນາການສູງ, ບຳ ລຸງປະສາດ, ເສັ້ນເອັນ ແລະ ເຮັດໃຫ້ ອາຍຸຍືນຍາວ.

ທ່ານ ຮສຈ. ດຣ ໂງດັງເຫງ້ຍ, ສະຖາບັນ​ເຕັກ​ໂນ​ໂລ​ຊີ​ ຊີວະ​ພາບ ​ແລະ ສິ່ງ​ແວດ​ລ້ອມ, ມະຫາວິທະຍາ​ໄລ​ຢາ ຍາ​ຈາງ​ ໃຫ້ຮູ້ ວ່າ ສານ​ໃນ​ຮັງ​ນົກແອ່ນ ​ມີ​ຄວາມ​ສາມາດ​ກະຕຸ້ນ ​ການ​ແບ່ງ​ຈຸ ລັງ ​ແລະ ການ​ເຕີບ​ໂຕ, ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເນື້ອ​ເຍື່ອ ​ແລະ ຟື້ນ​ຟູ​ເນື້ອ​ເຍື່ອ​ໃໝ່. ດັ່ງນັ້ນ, ຮັງນົກແອ່ນ ຈຶ່ງມີພື້ນຖານ ທາງວິ ທະຍາສາດ ໃນການປິ່ນປົວພະຍາດ, ຊ່ວຍຟື້ນຟູ ແລະ ຫັນ ເປັນໜຸ່ມ ຜິວໜັງ, ຍັບຍັ້ງຈຸລັງ ໄວຣັດ, ເພີ່ມຄວາມຕ້ານທານ ຂອງ ຮ່າງກາຍ.

 


ປັດຈຸບັນ, ຢູ່​ ເຫວ້ ມີ​ວິ​ສາ​ຫະ​ກິດ ​ລ້ຽງ​ ​ນົກແອ່ນ ​ຫຼາຍແຫ່ງ, ໃນ​ນັ້ນ​ ບໍ​ລິ​ສັດ​ຜະ​ລິດ ​ແລະ ​​ຄ້າ​ຂາຍ ​ຮັງ​ນົກ​ແອ່ນ​ Anna ​ຈຳ​ກັດ ຢູ່ ເຮືອນເລກທີ 7/66 ຫາຍ​ຈ່ຽວ -ນະຄອນ ​ເຫວ້ ​ໄດ້​ຖື​ວ່າ ​ແມ່ນ​ວິ​ສາ​ຫະກິດ​ ທີ່​ມີ​ອົງປະກອບ ​ແລະ ກຳລັງ​ແຮງ​ທີ່​ສຸດ ຍ້ອນ​ມີ​ລະ ບົບ​ຟາມ, ເຕັກ​ໂນ​ໂລ​ຊີ​ ໃນການ​ລ້ຽງ, ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ຮັງ ນົກແອ່ນ ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ເປັນ​ມືອາຊີບ, ມີ​ແບບແຜນ ​ແລະ ທັນສະ​ໄໝ.

ທ່ານ ເລ​ວັນ​ລົກ, ຊາວ​ເມືອງ ​ແທງ​ຮ໋ວາ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຜະ​ລິດ ​ແລະ ​ການ​ຄ້າ​ ຮັງ​ນົກ​ແອ່ນ​ Anna ​ຈຳ​ກັດ ໃຫ້​ຮູ້​ວ່າ ເພິ່ນ ເຄີຍ​ໄປ​ຢ້ຽມ​ຢາມເຂດ ຮັງ​ນົກແອ່ນ ​ທີ່​ມີ​ຊື່​ສຽງ​ຂອງ ​ຫວຽດ​ນາມ ​ຫຼາຍ​ແຫ່ງ​ເຊັ່ນ: ຍາ​ຈາງ (ແຄ໋ງ​ຮວ່າ), ກູ່​ລາວ​ຈ່າມ (ກວາງນາມ), ​ຫຼັງຈາກນັ້ນມາ ເຫວ້ ຈຶ່ງຮູ້​ໄດ້ວ່າ ​ທີ່ນີ້​ມີ​ແມ່​ນ້ຳ​ ​ຢູ່​ໃກ້​ກັບ​ທະ​ເລ, ໝູ່​ເກາະ, ດັ່ງ​ນັ້ນ​ຈຶ່ງ​ມີ​ແຫຼ່ງ​ອາຫານ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ​ໃຫ້ ​ນົກແອ່ນ. ໃນປີ 2014, ເພິ່ນລົງທຶນ ສ້າງ ເຮືອນ 4 ຊັ້ນຫຼັງໜຶ່ງ, ມີເນື້ອທີ່ທັງໝົດ 6002 ເພື່ອເລີ່ມ ທົດລອງ ການລ້ຽງ ນົກແອ່ນ. ປີຕໍ່ມາ, ເພິ່ນໄດ້ເກັບ ຮັງນົກ ແອ່ນ ຮັງທໍາອິດ ແລະ ນັບຕັ້ງແຕ່ນັ້ນມາ ການຜະລິດໄດ້ ເພີ່ມຂຶ້ນຢ່າງໄວວາ. ປັດຈຸ​ບັນ, ເພິ່ນ​ມີ​ຟາມ ລ້ຽງ​ ນົກແອ່ນ ​ຂະໜາດ​ໃຫຍ່ 4 ​ແຫ່ງ ມີ​ການ​ລົງທຶນ​ທີ່​ທັນ​ສະ​ໄໝ. ເພື່ອ​ເພີ່ມ​ມູນ​ຄ່າ​ຂອງຜະ​ລິດ​ຕະ​ພັນ, ເພິ່ນ ໄດ້​ລົງ​ທຶນ​ໃນ​ສາຍ​ການ​ປຸງ​ແຕ່ງ ​ຮັງນົກແອ່ນ ​ເພື່ອ​​ຜະ​ລິດ ບັນດາ ຜະລິດ​ຕະ​ພັນ​ ທີ່​ມີ​ມູນ​ຄ່າ​​ສູງ ທາງດ້ານເສດ​ຖະ​ກິດ.


ປັດຈຸ​ບັນ, ລະບົບ​ເຮືອນ ​ນົກແອ່ນ​ ຂອງ​ Anna ​ມີ​ຈຳນວນ​ນົກ ແອ່ນ ​ປະມານ 70.000 ໂຕ. ພິ​ເສດ​ກໍຄື ​ຮັງ​ນົກແອ່ນ Anna ໄດ້​ເປັນເຈົ້າການ ​ໃນ​ຂະ​ບວນການ​ຜະລິດ​ແບບ​ປິດ ​ຈາກ​ການ​ຄຸ້ມ​ຄອງ ​ລະບົບການລ້ຽງ​ ໄປຈົນເຖິງ​ຂັ້ນຕອນການ​ຂຸດ​ຄົ້ນ, ປຸງ​ແຕ່ງ, ຜະລິດ ​ແລະ ສະໜອງ​ ປະມານ 20 ​ປະເພດ ຜະລິດຕະ ພັນ ​ມີຄຸນນະພາບສູງ ອອກ​ສູ່​ຕະຫຼາດ ​ເຊັ່ນ: ຮັງ​ນົກແອ່ນ​ດິບ, ຮັງນົກແອ່ນ ປຸງແຕ່ງທຸກຊະນິດ, ຮັງນົກ ກັ່ນທຸກຊະນິດ, ເຫຼົ້າ ແວງ ຮັງນົກແອ່ນ ແລະ ຜະລິດຕະພັນອື່ນໆ ຈາກຮັງນົກແອ່ນ ແທ້ 100%.


ຜະລິດຕະພັນທັງໝົດ ຂອງ ຮັງນົກແອ່ນ Anna ລ້ວນແຕ່ ເປັນ ທຳມະຊາດ 100%, ສົດ ແລະ ບໍລິສຸດ, ບໍ່ໃສ່ສານເພີ່ມ, ສານ ກັນບູດ, ສີ ຫຼື ສານເຄມີ ອື່ນໆ. ບັນດາຜະລິດຕະພັນ ຢູ່ທີ່ນີ້ ໄດ້ ຜ່ານຂະບວນການທົດສອບ ຢ່າງເຂັ້ມງວດ ແລະ ທາງວິທະຍາ ສາດ, ສະນັ້ນ ຜະລິດຕະພັນ ທັງໝົດທີ່ເຂົ້າເຖິງມືລູກຄ້າແມ່ນ ມີ ຄຸນນະພາບທີ່ດີເລີດ.

ປັດຈຸ​ບັນ, ນັກ​ທ່ອງ​ທ່ຽວ​ ທີ່ມາ​ຢ້ຽມ​ຢາມ ​ເຫວ້, ນອກຈາກ​ ​ອາ​ຫານ​ພິ​ເສດ​ ທີ່​ມີ​ຊື່​ສຽງ ຂອງ​ ກຸງເກົ່າ ເຫວ້ ​ຄື: ເຂົ້າ​ໜົມ​ໝາກງາ, ​ກະປິກຸ້ງ​ສົ້ມ, ​ເຂົ້າປູ້ນ ​ຊີ້ນ​ງົວ... ຍັງ​ມີ​ອີກ ຂອງ​ຂວັນ​ຊັ້ນສູງ ປະ ເພດໜຶ່ງ ມີ​ທາດ​ບຳລຸງ​ ທີ່​ສົມ​ບູນ​ແບບ ຈາກ​ລົດ​ຊາດ​ລາຊະວົງ​ ສູ່​ອາຫານຄໍາ ​​ເພື່ອ​ສຸຂະພາບ ນັ້ນຄື ​ຮັງ​ນົກ​ແອ່ນ Anna.

 


ປະຕິບັດ: VNP/ແທງຢາງ - ແປໂດຍ: ຢືຟຽນ

Top